ຂປລ
* ປັດຈຸບັນ ອາຊີບ ຂາຍເຄື່ອງ ຫັດຖະກໍາຈັກສານ ຈາກສີໄມ້ລາຍມື ແລະ ພູມປັນຍາຂອງ ປະຊາຊົນລາວ ເຮົາມີການພັດທະນາຕາມ ຍຸກສະໄໝ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ ຂະະນະດຽວກັນ ກໍເປັນການດຶງດູດລູກຄ້າ ໃຫ້ຊົມໃຊ້ຜະລິດຕະ ພັນລາວ ຫລາຍຂຶ້ນ ເໝືອນທ່ານນາງ ສາ ສຸວັນນະເພົາ ທີ່ປະຍຸກເຄື່ອງຫັດຖະກໍາຈັກສານ ໃຫ້ກາຍເປັນຜະລິດຕະພັນກະເປົ່າ ອອກຈໍາມາຈໍາ ໜ່າຍສູ່ ສັງຄົມ ຊຶ່ງກໍພວມໄດ້ຮັບຄວາມສົນໃຈຈາກສັງຄົມຢ່າງກວ້າງຂວາງ.

* ປັດຈຸບັນອາຊີບຂາຍເຄື່ອງຫັດຖະກໍາຈັກສານ ຈາກສີໄມ້ລາຍມື ແລະ ພູມປັນຍາຂອງ ປະຊາຊົນລາວ ເຮົາມີການພັດທະນາຕາມຍຸກສະໄໝ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ ຂະະນະດຽວກັນ ກໍເປັນການດຶງດູດລູກຄ້າ ໃຫ້ຊົມໃຊ້ຜະລິດຕະພັນລາວຫລາຍຂຶ້ນ ເໝືອນທ່ານນາງ ສາ ສຸວັນນະເພົາ ທີ່ປະຍຸກເຄື່ອງຫັດຖະກໍາຈັກສານ ໃຫ້ກາຍເປັນຜະລິດຕະພັນກະເປົ່າ ອອກຈໍາມາຈໍາໜ່າຍສູ່ສັງຄົມ ຊຶ່ງກໍພວມໄດ້ຮັບຄວາມສົນໃຈຈາກສັງຄົມຢ່າງກວ້າງຂວາງ.
ທ່ານນາງ ສາ ສຸວັນນະເພົາ ເວົ້າໃຫ້ຟັງວ່າ: ອາຊີບຜະລິດຕະພັນເຄື່ອງຈັກສານ ແມ່ນອາຊີບທີ່ສືບທອດກັນມາ ຈາກພໍ່ແມ່ ເມື່ອຕອນຍັງນ້ອຍກໍໄດ້ເຮັດຊ່ວຍເພິ່ນ ເພາະຕອນນັ້ນ ຢູ່ພາຍໃນບ້ານນໍ້າກ້ຽງ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ມີແຕ່ຄອບຄົວຂອງຂ້າພະເຈົ້າ ປະກອບອາຊີບນີ້ ແລະ ມີລາຍຮັບດີຫລາຍເມື່ອເປັນແນວນັ້ນ ຫລາຍຄອບຄົວຈຶ່ງພາກັນຫັນມາເຮັດອາຊີບນີ້ຫລາຍຂຶ້ນ ແລະ ເລີ່ມແຈກຢາຍໄປສູ່ເຂດອື່ນ ເນື່ອງຈາກວ່າປະຊາຊົນພາຍໃນບ້ານ ມີການສ້າງຄອບຄົວກັບຄົນເຂດອື່ນ ແຕ່ກໍ່ບໍ່ໄດ້ປະຖິ້ມອາຊີບຈັກສານນີ້ ບາງຄົນກໍ່ເຮັດເປັນອາຊີບຫລັກ ເຊິ່ງສາມາດສ້າງເສດຖະກິດຄອບຄົວ ໄດ້ເປັນຢ່າງດີເວົ້າລວມເວົ້າສະເພາະຄອບຄົວຂອງຕົນເອງ ກໍ່ຍັງສືບຕໍ່ເຮັດອາຊີບຈັກສານປະເພດ ຕິບເຂົ້າ, ຂັນໄມ້, ກະຕ່າ ແລະ ເຄື່ອງຈັກສານອື່ນໆ ທີ່ເຫັນວ່າຄົນນິຍົມຊົມໃຊ້ຕາມຍຸກສະໄໝ ກໍ່ໄດ້ຫັນປ່ຽນ ເພື່ອຄວາມຢູ່ລອດ ເພາະຖ້າບໍ່ປັບປ່ຽນໄປຕາມຄວາມຕ້ອງການຂອງສັງຄົມ ກໍ່ບໍ່ສາມາດດຶງດູດລູກຄ້າໄດ້ ແລະ ກໍ່ບໍ່ສ້າງລາຍຮັບໄດ້; ຄືດັ່ງ ທຸກມື້ນີ້ສັງຄົມ ກໍາລັງນິຍົມໃຊ້ກະເປົາທີ່ເຮັດມາຈາກ ຫັດຖະກໍາຈັກສານລາວຫລາຍຂຶ້ນ ຈຶ່ງນໍາເອົາຫັດຖະກໍາຈັກສານ ມາປະຍຸກເປັນຜະລິດຕະພັນກະເປົາ ຄຽງຄູ່ກັບຜະລິດຕະພັນຕິບເຂົ້າ ເພື່ອຕອບໂຈດຄວາມຕ້ອງການຂອງສັງຄົມ ໂດຍຕະຫລາດຈໍາໜ່າຍ ສະເພາະປະເພດຕິບເຂົ້າ ແມ່ນຈໍາໜ່າຍຢູ່ປະເທດເພື່ອນບ້ານ ຄືປະເທດໄທ ແມ່ນສົ່ງຈໍານວນຫລາຍ ທິດໜຶ່ງປະມານ 3.000-4.000 ໜ່ວຍ, ສ່ວນກະເປົາ ກໍຖືວ່າໄດ້ຜົນຕອບຮັບດີຂຶ້ນເລື້ອຍໆ ໂດຍລາຄາກະເປົາກໍ່ເລີ່ມຕົ້ນປະມານ 1 ແສນກີບຂຶ້ນໄປ. ສໍາລັບຜະລິດຕະພັນຂອງຮ້ານເຮົາ ແມ່ນນັ້ນຄວາມປານີດ, ສວຍງາມ ແລະ ທົນທານເປັນຫລັກ ຈຶ່ງເຮັດໃຫ້ລູກຄ້າໝັ້ນໃຈໃນ ການຊົມໃຊ້ ຈົນຫລາຍຄົນທີ່ເປັນລູກຄ້າປະຈໍາ ກໍ່ກາຍເປັນຄົນຮັກແພງກັນກໍ່ມີ.

ທ່ານ ນາງ ສາ ສຸວັນນະເພົາ ເວົ້າຕື່ມວ່າ: ປັດຈຸບັນ ເຖິງວ່າອາຊີບນີ້ ຈະມີຄົນນິຍົມເຮັດຫລາຍ ກໍ່ຕາມແຕ່ຖ້າສິນຄ້າເຮົາດີມີຄຸນນະພາບ ກໍ່ຈະເຮັດໃຫ້ສິນຄ້າເປັນທີ່ຕ້ອງການ ຂອງການຂອງສັງຄົມຢູ່ສະເໝີ ຂໍພຽງເຮົາບໍ່ຢຸດພັດທະນາ ແລະ ຍັງຄົງຄຸນຄ່າ, ຄຸນນະພາບຢູ່ສະເໝີ ກໍຈະເຮັດໃຫ້ຜະລິດຕະພັນມີຄວາມໝັ້ນຄົງ ແລະ ຮັບຮັບການຕອບຮັບທີ່ດີຈາກຜູ້ຊົມໃຊ້.
ໂດຍ: ມາລິດາ
KPL