48 ປີ ແຫ່ງຄວາມພາກພູມໃຈ ປະເທດຊາດໄດ້ຮັບການປົກປັກຮັກສາ ແລະ ສ້າງສາພັດທະນາ

07/12/2023 10:43
Email Print 565
ຂປລ *ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ (2 ທັນວາ 1975-2 ທັນວາ 2023), ທ່ານ ພັນເອກ ບົວຄໍາ ແກ້ວມະຫາວົງ ຫົວໜ້າກົມໂຄສະນາ-ອົບຮົມ ສະຫະພັນນັກຮົບເກົ່າແຫ່ງຊາດລາວ.

*ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ (2 ທັນວາ 1975-2 ທັນວາ 2023), ທ່ານ ພັນເອກ ບົວຄໍາ ແກ້ວມະຫາວົງ ຫົວໜ້າກົມໂຄສະນາ-ອົບຮົມ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ໄດ້ສະແດງຄວາມຮູ້ສຶກຜ່ານນັກຂ່າວວ່າ: ຂ້າພະເຈົ້າຮູ້ສຶກ ພາກພູມໃຈເປັນຢ່າງຍິ່ງ ຕໍ່ວັນດັ່ງກ່າວທີ່ໄດ້ໝູນວຽນມາຄົບຮອບອີກວາລະໜຶ່ງ ຊຶ່ງເປັນວັນທີ່ມີຄວາມໝາຍ-ຄວາມສຳຄັນ ທັງເປັນວັນທີ່ປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດເບີກບານມ່ວນຊື່ນ ແລະ ເອກອ້າງທະນົງໃຈ ທີ່ໄດ້ເປັນເຈົ້າຂອງປະເທດຊາດຢ່າງສົມບູນ, ເປັນວັນທີ່ລຸດພົ້ນອອກຈາກ ການເປັນຂ້ອຍຂ້າໃຫ້ ແກ່ຕ່າງຊາດ, ເປັນມື້ສະຖາປານາປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອັນທີ່ມີຜືນແຜ່ນດິນອັນຄົບຖ້ວນ, ປະຊາຊົນມີສິດເສລີຍູທ່າງທຳມາຫາກິນ ເທິ່ງບົນແຜນດິນອັນແສນຮັກຂອງຕົນ.

ຕະຫລອດໄລຍະ 48 ປີ ທີ່ຜ່ານມາ, ຂ້າພະເຈົ້າມີຄວາມຮູ້ສຶກພາກພູມໃຈເປັນຢ່າງຍິ່ງທີ່ເຫັນປະເທດຊາດຂອງພວກເຮົາ ໄດ້ຮັບການປົກປັກຮັກສາ ແລະ ສ້າງສາພັດທະນາ ໃຫ້ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ, ດ້ານການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ-ປອດໄພ, ເສດຖະກິດມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງ, ພື້ນຖານໂຄງລ່າງ ໄດ້ຮັບການປົວແປງ ແລະ ກໍ່ສ້າງໃຫ້ນັບມື້ນັບຫຼາຍຂຶ້ນ, ຕາໜ່າງການສຶກສາ-ສາທາລະນະສຸກ ໄດ້ຮັບການປັບປຸງຂະຫຍາຍອອກຢ່າງກວ້າງຂວາງ ແລະ ທົ່ວເຖິງ; ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການພັດທະນານັບມື້ນັບດີຂຶ້ນ ແລະ ດ້ານອື່ນໆ ກໍໄດ້ຮັບການພັດທະ ນາຄຽງກັນໄປ, ອັນບໍ່ເຄີຍມີກໍມີ, ອັນບໍ່ເຄີຍເຫັນກໍໄດ້ເຫັນ. ນັບແຕ່ໄລຍະນີ້ຄືນຫລັງປະເທດຊາດຂອງພວກເຮົາ ຄືຈະບໍ່ມີຍຸກສະໄໝໃດຈະທັນສະໄໝ ແລະ ຈະເລີນກ້າວໜ້າຄືທຸກວັນນີ້.

ທ່ານ ພັນເອກ ບົວຄໍາ ແກ້ວມະຫາວົງ ຍັງກ່າວຕື່ມວ່າ: ຢ່າງໃດກໍຕາມ ຄຽງຄູ່ກັບຜົນສຳເລັດໃນການພັດທະນາປະເທດຊາດ ທີ່ກ່າວມານັ້ນ ຂໍຮຽກຮ້ອງມາຍັງການນຳພັກ-ລັດ, ປະຊາຊົນລາວບັນດາເຜົ່າ ຈົ່ງເພີ່ມທະວີຄວາມສາມັກຄີເປັນປຶກແຜນ ຢູ່ອ້ອມຂ້າງພັກ-ລັດ ເພື່ອສຸມໃສ່ປົກປັກຮັກ, ສ້າງສາພັດທະນາ, ສຸມທຸກສະຕິປັນຍາ ແລະ ເຫື່ອແຮງເຂົ້າໃນການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ໃນແຕ່ລະໄລຍະ ໂດຍສະເພາະສຸມໃສ່ປະຕິບັດ ສອງວາລະແຫ່ງຊາດຄື: ແກ້ໄຂບັນຫາເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ ພ້ອມໃຫ້ເລັ່ງແກ້ໄຂບັນຫາເສດຖະ ກິດ-ການເງິນ, ຄ່າຄອງຊີບໃຫ້ໝັ້ນທ່ຽງ, ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫລວດ ແລະປະຊາຊົນລາວບັນດາເຜົ່າ ໃຫ້ສອດຄ່ອງກັບການເໜັງຕີງຂອງລາຄາສິນຄ້າໃນທ້ອງຕະຫລາດ.

ໃນໂອກາດວັນຊາດ ຄົບຮອບ 48 ປີ ທ່ານ ພັນເອກ ບົວຄໍາ ແກ້ວມະຫາວົງ ຍັງໄດ້ອວຍພອນໄຊອັນປະເສີດ ມາຍັງການນຳພັກ-ລັດທຸກຂັ້ນ, ທຸກລະດັບ, ປະຊາຊົນບັນດາເຜົ່າທຸກຄົນ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະໄມສົມບູນສືບຕໍ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າ, ປະຊາ ຊົນຮັ່ງມີຜາສຸກ, ສັງຄົມມີຄວາມສະຫງົບ, ສີວິໄລ ແລະ ຍຸຕິທຳ.

 ໂດຍ: ວັນເພັງ

KPL

ຂ່າວອື່ນໆ

    • ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກບົດ-ສາລະຄະດີ

      ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກ

      5/7/2025 9:55:02 AM

      ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫລ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ.

    • 9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປບົດ-ສາລະຄະດີ

      9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປ

      5/7/2025 9:50:15 AM

      ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ; ຍົກສູງຄຸນນະພາບຂອງກຳລັງປະກອບອາວຸດ, ທັບມ້າງກົນອຸບາຍຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ; ເອົາໃຈໃສ່ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນ: ຂີ້ລັກງັດແງະ, ຢາເສບຕິດ, ອຸບັດເຫດ ແລະ ອື່ນໆ ໃຫ້ຫລຸດລົງ.

    • ວິທີປ້ອງກັນພະຍາດໄຂ້ເລືອດດຳບົດ-ສາລະຄະດີ

      ວິທີປ້ອງກັນພະຍາດໄຂ້ເລືອດດຳ

      5/7/2025 9:43:13 AM

      ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.

    • ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວບົດ-ສາລະຄະດີ

      ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ

      5/6/2025 9:45:37 AM

      ເນື່ອງໃນໂອກາດວັນສ້າງຕັ້ງທາງການທູດລາວ-ຈີນ ຄົບຮອບ 64 ປີ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ກໍ່ໄດ້ຖືໂອກາດວັນດັ່ງກ່າວ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້.

    • ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບບົດ-ສາລະຄະດີ

      ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບ

      5/6/2025 9:39:45 AM

      ອາທິດຜ່ານມາ ຫລາຍຄົນອາດຈະໄດ້ເຫັນຂ່າວຈາກປະເພດ ເພື່ອນບ້ານແລ້ວວ່າມີການລະບາດຂອງພະຍາດໄຂ້ງົວດໍາ ຈົນເຮັດໃຫມີຄົນເສຍຊີວິດແລ້ວສອງຄົນ ເຊ່ິງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ.

ads
ads

Top