ໄວໜຸ່ມຍິງ ແລະ ຊາຍ ເຜີຍແຜ່ຜົນຮ້າຍ ຂອງມາດຖານທີ່ບໍ່ດີທາງສັງຄົມ ຜ່ານງານສິລະປະ

04/12/2023 10:37
Email Print 679
ຂປລ ຂປລ. ວັນທີ 1 ທັນວາ 2023, ບັນດາໄວໜຸ່ມ ແລະ ອາຈານ ຮ່ວມແຂ່ງຂັນເຜີຍແຜ່ຜົນຮ້າຍ ຂອງມາດຖານທີ່ບໍ່ດີ ຂອງສັງຄົມ ໂດຍການແຂ່ງຂັນຜົນງານສິລະປະ ໃນວັນທີ 1-3 ທັນວາ 2023 ຈັດໂດຍສະຖາບັນວິຈິດສິນແຫ່ງຊາດ

ຂປລ. ວັນທີ 1 ທັນວາ 2023, ບັນດາໄວໜຸ່ມ ແລະ ອາຈານ ຮ່ວມແຂ່ງຂັນເຜີຍແຜ່ຜົນຮ້າຍ ຂອງມາດຖານທີ່ບໍ່ດີ ຂອງສັງຄົມ ໂດຍການແຂ່ງຂັນ ຜົນງານ ສິລະປະ ໃນວັນທີ 1-3 ທັນວາ 2023 ຈັດໂດຍສະຖາບັນວິຈິດສິນແຫ່ງຊາດ ໂດຍໄດ້ການສະໜັບສະໜູນຈາກ ກະຊວງການຕ່າງປະເທດແຟງລັງ ໂດຍຜ່ານອົງການ ແພລນສາກົນ. ໂດນມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ນັກສິລະປິນສະໝັກຫລິ້ນທີ່ເປັນໄວໜຸ່ມ ໃຫ້ເຜີຍແຜ່ຜົນຮ້າຍຂອງມາດ ຕະຖານທີ່ບໍ່ດີທາງສັງຄົມ ໃຫ້ແກ່ຜູ້ເຂົ້າຊົມ ເພື່ອຄົ້ນຫາ ແລະ ເຂົ້າໃຈຫລາຍຂຶ້ນກ່ຽວກັບ ສາເຫດຂອງການຖືພາໃນກ່ອນໄວ, ຄວາມບໍ່ສະເຫມີພາບຂອງເດັກຍິງ ແລະ ຮູບແບບອື່ນໆ ຂອງຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ.

ກິດຈະກຳຄັ້ງນີ້, ເປັນການສ້າງຄວາມເຂັ້ມແຂງ ໃຫ້ແກ່ສິລະປິນສະໝັກຫລິ້ນຜູ້ໜຸ່ມນ້ອຍ, ປູກຈິດສຳນຶກກ່ຽວກັບຜົນຮ້າຍ ຂອງມາດຖານທີ່ບໍ່ດີຂອງສັງຄົມ ເພື່ອສ້າງຄວາມປ່ຽນແປງ ເຊິ່ງການແຂ່ງຂັນສິລະປະ ໃນຄັ້ງນີ້, ກວມເອົາການແຕ້ມຮູບ, ການຖ່າຍຮູບ ແລະ ການສະແດງຮູບ ແຕ້ມແບບດີຈິຕອນ, ເຊິ່ງໄດ້ສຸມໃສ່ຫົວຂໍ້ທີ່ ແຕກຕ່າງກັນກ່ຽວ ກັບຜົນກະທົບທາງລົບ ຂອງການຖືພາກ່ອນໄວ, ຄວາມບໍ່ສະເໝີພາບທາງເພດ ແລະ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ເຊິ່ງຜົນງານຮູບແຕ້ມ ດັ່ງກ່າວ ໄດ້ນໍາມາວາງສະແດງຢູ່ ສະຖາບັນວິຈິດສະນແຫ່ງຊາດ.

ທ່ານ ຄຳສຸກ ແກ້ວວົງໄຊ ຜູ້ອຳນວຍການສະຖາບັນ ວິຈິດສິນແຫ່ງຊາດ ໄດ້ກ່າວວ່າ: ເປັນທາງເລືອກທີ່ສະຫລາດ ໃນການສື່ສານມາດຕະຖານ ແລະ ພຶດຕິກຳທີ່ ເປັນອັນຕະລາຍຕໍ່ສັງຄົມ ຜ່ານຜົນງານສິລະປະ ເຖິງວ່າເປັນຫົວຂໍ້ທີ່ໜ້າສົນໃຈ, ແຕ່ຄົນເຮົາຍັງບໍ່ຄ່ອຍສະແດງ ບັນຫາເຫລົ່ານີ້ຜ່ານຜົນງານສິລະປະ. ພ້ອມນີ້, ທ່ານຍັງໄດ້ເຊີນ ນ້ອງໆໄວໜຸ່ມໄປທ່ຽວຊົມ ແລະ ຊອກຫາຄວາມໝາຍ ຂອງຜົນງານສິລະປະ ທີ່ພວກເຮົາຈັດຂຶ້ນ ທີ່ສະຖາບັນວິຈິດສິນ ໃນຄັ້ງນີ້.

ບັນດາສິລະປິນຜູ້ໜຸ່ມນ້ອຍ ປະມານ 130 ຄົນໄດ້ສົ່ງຜົນງານສິລະປະ ຈະນວນ 186 ຜົນງານ ເຂົ້າໃນງານແຂ່ງຂັນສິລະປະ ເພື່ອຢຸດຕິການໃຊ້ຄວາມ ຮຸນແຮງ ຕໍ່ແຍິງ ແລະ ເດັກ ເພື່ອສື່ສານ ແລະ ເຜີຍແຜ່ຜົນກະທົບທາງລົບຂອງການປະຕິບັດ ມາດຕະຖານທີ່ບໍ່ດີທາງສັງຄົມ ໃຫ້ແກ່ສາທາລະນະຊົນທົ່ວໄປ, ນັກຮຽນ, ແລະ ຄູອາຈານ.

ທ່ານນາງ ແຄໂຣລ ແອນ ໂມແທຊັນ ຜູ້ອໍານວຍການປະຈໍາປະເທດລາວຂອງ ອົງການແພລນສາກົນ ປະຈຳ ສປປ ລາວ ໄດ້ກ່າວວ່າ: ພວກເຮົາໄດ້ຮ່ວມມືກັບ ຫລາຍພາກສ່ວນ ເພື່ອເຮັດວຽກກັບໄວໜຸ່ມ ໃນທົ່ວປະເທດໃຫ້ທົ່ວເຖິງ ເພື່ອຮັບຟັງແນວຄວາມຄິດ ແລະ ການສະແດງຄວາມຄິດເຫັນ ຂອງເຂົາເຈົ້າກ່ຽວກັບ ມາດຕະຖານທາງສັງຄົມ ທີ່ເຂົາເຈົ້າໄດ້ພົບເຫັນ. ພ້ອມນີ້, ທ່ານ​ຍັງໄດ້​ເນັ້ນ​ຕື່ມອີກ​ວ່າ: ອົງການແພລນສາກົນ ​ໄດ້​ສ້າງວຄວາມເຂັ້ມແຂງໃຫ້​ແກ່​ເດັກ​ຍິງ, ເດັກ​ຊາຍ ​ແລະ ໄວ​ໜຸ່ມທີ່ຢູ່​ຫ່າງ​ໄກ​ສອກຫລີກ ​ແລະ ບັນດາ​ຊົນ​ເຜົ່າ ​ລວມທັງ​ຍິງ​ໜຸ່ມ​ທີ່​ອອກ​ໂຮງຮຽນ ​ເພື່ອ​ເພີ່ມ​ຄວາມ​ຮູ້​ກ່ຽວ​ກັບ ​ສຸຂະພາບຈະເລີນພັນ ​ແລະ ສິດທິ, ຄວາມ​ເປັນ​ຜູ້ນຳ, ຄວາມ​ສະ​ເໝີ​ພາບ​ທາງ​ເພດ ​ແລະ ສິດທິ​ຂອງ​ເດັກ​ຍິງ​ທຸກ​ຄົນ ເພື່ອໃຫ້ພວກເຂົາເຈົ້າໄດ້ໃຊ້ ຊີວິດຢ່າງມີຄວາມຫວັງ ແລະ ຄວາມຝັນ.

ອົງການແພລນສາກົນ ປະຈຳ ສປປ ລາວ, ພາຍໃຕ້ການຊີ້ນໍາຂອງກະຊວງສຶກສາທິການ ແລະ ກິລາ, ຮ່ວມມືກັບພະນແກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ ແລະ ແຂວງອຸດົມໄຊ ໄດ້ສຸມໃສ່ເຮັດວຽກກັບ ນັກຮຽນຊັ້ນມັດທະຍົມສຶກສາ ແລະ ຄູ-ອາຈານ ພ້ອມດ້ວຍ ອົງການຈັດຕັ້ງທາງສັງຄົມ ໂດຍຜ່ານໂຄງການ ເພື່ອສົ່ງເສີມ ຄວາມຮູ້ດ້ານເພດສຶກສາ ແບບມີສ່ວນຮ່ວມ ແລະ ປັບປຸງຂອດການບໍລິການ ດ້ານສຸຂະພາບໃຫ້ເກີດປະໂຫຍດ ແກ່ໄວໜຸ່ມໃນ ໂຮງຮຽນມັດທະຍົມ ແລະ ໄວໜຸ່ມທີ່ປະລະການຮຽນ.

ຂໍ້ມູນ-ພາບ: ອົງການແພລນສາກົນ ປະຈຳ ສປປ ລາວ

KPL

ຂ່າວອື່ນໆ

    • ຮູບເງົາ ນວນແສງ ກຽມເຂົ້າສາຍໃນໂຮງຮູບເງົາ 19 ກັນຍານີ້ວັດທະນະທຳ-ສັງຄົມ

      ຮູບເງົາ ນວນແສງ ກຽມເຂົ້າສາຍໃນໂຮງຮູບເງົາ 19 ກັນຍານີ້

      9/5/2024 2:59:54 PM

      ຂປລ. ຮູບເງົາ​ເລື່ອງ “ນວນແສງ” ກຽມເຂົ້າສາຍໃນໂຮງຮູບເງົາ ໃນວັນທີ 19 ກັນຍາ 2024 ຢູ່ໂຮງຮູບເງົາເມເຈີ ແພັດຕິນໍ່າ ຊິນີເພັກ ວຽງຈັນເຊັນເຕີ, ໂຮງຮູບເງົາເງົາເມເຈີ ແພັດຕິນໍ່າ ຊິນີເພັກ ໄອເຕັກ, ໂຮງຮູບເງົາປາກເຊ, ໂຮງຮູບເງົາຊີຕີ້ເພັກດົງໂດກ.

    • ລາວ ເພີ່ມທະວີການເຊື່ອມຕໍ່ກັບ ສ ເກົາຫລີ ຜ່ານການປັບປຸງ ສະໜາມບິນສາກົນຫລວງພະບາງວັດທະນະທຳ-ສັງຄົມ

      ລາວ ເພີ່ມທະວີການເຊື່ອມຕໍ່ກັບ ສ ເກົາຫລີ ຜ່ານການປັບປຸງ ສະໜາມບິນສາກົນຫລວງພະບາງ

      9/5/2024 2:43:12 PM

      ຂປລ. ອົງການສົ່ງເສີມການຄ້າ-ການລົງທຶນ ສ ເກົາຫລີ (KOTRA) ວຽງ​ຈັນ ຈັດສຳມະນາວ່າດ້ວຍບົດລາຍງານເທື່ອສຸດທ້າຍ ຂອງໂຄງ​ການ​ແບ່ງ​ປັນ​ຄວາມ​ຮູ້ (KSP) ພາຍ​ໃຕ້ຫົວຂໍ້ “ການປັບປຸງ ນ່ານຟ້າ ແລະ ວົງຈອນບິນຂອງສະໜາມບິນສາກົນຫລວງພະບາງ” ​ໃນ​ວັນ​ທີ 3 ກັນຍາ 2024 ຜ່ານ​ມາ ຢູ່​ນະຄອນຫລວງ​ວຽງ​ຈັນ ໂດຍການສະໜັບສະໜູນຈາກ ກະຊວງເສດຖະກິດ ແລະ ການເງິນ ສ ເກົາ ຫລີ ແນໃສ່ ຍົກລະດັບອຸສາຫະກຳການບິນຂອງລາວ, ສົ່ງເສີມການທ່ອງທ່ຽວ, ແລະ ສົ່ງເສີມການຟື້ນຟູເສດຖະກິດຂອງລາວ.

    • ສາຍການບິນຫວຽດເຈັດ ໄດ້ຮັບລາງວັນການທ່ອງທ່ຽວໂລກວັດທະນະທຳ-ສັງຄົມ

      ສາຍການບິນຫວຽດເຈັດ ໄດ້ຮັບລາງວັນການທ່ອງທ່ຽວໂລກ

      9/5/2024 2:33:20 PM

      ສາຍການບິນຫວຽດເຈັດ (VietJet) ໄດ້ຮັບ 2 ລາງວັນໃນງານມອບລາງວັນການທ່ອງທ່ຽວຂອງໂລກປີ 2024 ເຊິ່ງ ໄດ້ຮັບລາງວັນຄື: ສາຍການບິນຊັ້ນນໍາຂອງອາຊີ ດ້ານການໃຫ້ປະສົບການແກ່ລູກຄ້າ ແລະ ລາງວັນສາຍການບິນຊັ້ນນໍາດ້ານໂປຣແກມສະສົມຄະແນນຂອງອາຊີ ໂດຍພິທີ​​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ມະ​ນີລາ​ ປະເທດ​ຟີ​ລິບ​ປິນ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ນໍາ​ຕ່າງປະ​ເທດ ແລະ ຜູ້​ຊ່ຽວຊານ​ດ້ານ​ຂະ​ແໜງ​ການ​ການບິນ, ການ​ເດີນທາງ ​ແລະ ການທ່ອງທ່ຽວ.

    • ເມືອງລະຄອນເພັງ ກຽມຄວາມພ້ອມ  ເປີດດ່ານສາກົນ ປາກຕາພານ 100%ວັດທະນະທຳ-ສັງຄົມ

      ເມືອງລະຄອນເພັງ ກຽມຄວາມພ້ອມ ເປີດດ່ານສາກົນ ປາກຕາພານ 100%

      9/5/2024 2:29:51 PM

      ຂປລ. ດ່ານທ້ອງຖິ່ນປາກຕາພານ ຕັ້ງຢູ່ບ້ານປາກຕາພານ, ເມືອງລະຄອນເພັງ ແຂວງສາລະວັນ ມີປະຕູດ່ານເຊິ່ງໜ້າກັບດ່ານຊາຍແດນຖາວອນປາກແຊງ ອໍາເພີນາຕານ ແຂວງອຸບົນຣາຊະທານີ ຣາຊະອານາຈັກໄທ. ປັດຈຸບັນ, ພາກສ່ວນ​ກ່ຽວຂ້ອງ ກໍ​ຄື ​ເມືອງ​ລະຄອນ​ເພັງ ​​ແຂວງ​ສາລະ​ວັນ ແມ່ນ​ໄດ້​ກຽມ​ຄວາມ​ພ້ອມ​ຮອບດ້ານ​​ເພື່ອ​ເປີດ​ດ່ານ​ດັ່ງກ່າວ ​ເປັນ​ດ່ານ​ສາກົນ.

    • ການດຳລົງຊີວິດຂອງຊົນເຜົ່າກະຕູວັດທະນະທຳ-ສັງຄົມ

      ການດຳລົງຊີວິດຂອງຊົນເຜົ່າກະຕູ

      9/5/2024 12:33:30 PM

      ລາວ ເປັນປະເທດທີ່ມີອະລິຍະທໍາເກົ່າແກ່ໃນອາຊີຕາເວັນອອກສຽງໃຕ້ ແລະ ມີຄວາມຫລາກຫລາຍທາງດ້ານຊົນເຜົ່າ, ວັດທະ ນາທໍາ, ຮີດຄອງປະເພນີ ແລະ ຮູບແບບການດໍາລົງຊີວິດພົນລະເມືອງລາວ ປະກອບຫລາຍຊົນເຜົ່າ.

ads
ads

Top