ຍ້ອນ​ຄວາມ​ດຸໝັ່ນຈຶ່ງເຮັດໃຫ້ຊີວິດດີຂຶ້ນ

30/11/2023 12:10
Email Print 853
ຂປລ *ດັ່ງທີ່ເຮົາຮູ້ນໍາກັນແລ້ວວ່າພັກ-ລັດ ຍາມໃດກໍ່ຖືເອົາບັນຫາການແກ້ໄຂຄວາມທຸກຍາກ ​ເພື່ອ​ພັດທະນາ​ ແລະ ຍົກລະດັບຊີວິດ​ການ​ເປັນ​ຢູ່ຂອງປະຊາ ຊົນ ເປັນບັນຫາສໍາຄັນຕົ້ນຕໍ ເວົ້າສະເພາະ ສະຫະພັນແມ່ຍິງແຕ່ລະຂັ້ນ ກໍໄດ້ເອົາໃຈໃສ່ໃນການຊຸກຍູ້ ສະມາຊິກສະຫະພັນແມ່ຍິງ, ແມ່ຍິງລາວບັນດາ ເຜົ່າ ໃນການແກ້ໄຂຄວາມທຸກຍາກ ໃນນັ້ນໄດ້ຖືເອົາວຽກ ງານກະສິກໍາເປັນວຽກພື້ນຖານ ດ້ວຍການສົ່ງເສີມການປູກຝັງ-ລ້ຽງສັດ ແລະ ການບໍລິການ ອື່ນໆ








*ດັ່ງທີ່ເຮົາຮູ້ນໍາກັນແລ້ວວ່າພັກ-ລັດ ຍາມໃດກໍ່ຖືເອົາບັນຫາການແກ້ໄຂຄວາມທຸກຍາກ ​ເພື່ອ​ພັດທະນາ​ ແລະ ຍົກລະດັບຊີວິດ​ການ​ເປັນ​ຢູ່ຂອງປະຊາຊົນ ເປັນບັນຫາສໍາຄັນຕົ້ນຕໍ ເວົ້າສະເພາະ ສະຫະພັນແມ່ຍິງແຕ່ລະຂັ້ນ ກໍໄດ້ເອົາໃຈໃສ່ໃນການຊຸກຍູ້ ສະມາຊິກສະຫະພັນແມ່ຍິງ, ແມ່ຍິງລາວບັນດາເຜົ່າ ໃນການແກ້ໄຂຄວາມທຸກຍາກ ໃນນັ້ນໄດ້ຖືເອົາວຽກ ງານກະສິກໍາເປັນວຽກພື້ນຖານ ດ້ວຍການສົ່ງເສີມການປູກຝັງ-ລ້ຽງສັດ ແລະ ການບໍລິການອື່ນໆ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ ໄລຍະຜ່ານມາກໍ່ມີຫລາຍຄອບຄົວທີ່ກາຍເປັນຄອບຄົວຕົວແບບ​ ໃນປູກ​ຝັງ​ລ້ຽງສັດ ​ເໝືອນດັ່ງ ນາງ ບຸນ​ທັນ ປະຊາຊົນ ຈາກບ້ານດອນງິ້ວ, ເມືອງງາ, ແຂວງອຸດົມໄຊ.

 ນ ບຸນທັນ ຂັນທະລີ ໃຫ້ຮູ້ວ່າ: ຕົນ​ເອງ ​ແລະ ຜູ້​ເປັນ​ຜົວ ​ເປັນ​ຄູ​ສອນ​ ອາ​ໄສ​ກິນ​ແຕ່​ເງິນ​ເດືອນ ກໍ່​ບໍ​ກຸ້ມ​ກິ​ນ ຈຶ່ງ​ປຶກສາ​ຫາລື​ກັນ ​ໃນ​ການ​ຊອກ​ອາຊີບ​ເສີມ ເພື່ອໃຫ້ຄອບຄົວກຸ້ມຢູ່ກຸ້ມກິນຄືກັບຄອບຄົວອື່ນຈິ່ງຕັດສິນໃຈເລີ່ມລ້ຽງສັດໃຫ່ຍ ເພາະຜູ້ເປັນຜົວກໍ່ຮັກມັກໃນການລ້ຽງສັດ​ໂດຍ​ ເບື້ອງຕົ້ນໄດ້ນໍາເອົາເງິນທີ່ສະສົມ ແລະ ທຶນທີ່ພໍ່ແມ່ແບ່ງປັນຈໍານວນ 50 ລ້ານກີບ ເພື່ອມາຊື້ ງົວແລະຄວາຍ ຈໍານວນ 7 ຄູ່, ອຸປະກອນຕ່າງໆ ເປັນຕົ້ນແມ່ນ ເຫລັກໜາມ, ເຫລັກຕະປູ, ສ່ວນສະຖານທີ່ແມ່ນມີຄວາມສະດວກສະບາຍເໝາະສົມແກ່ການລ້ຽງ, ນອກຈາກນັ້ນຍັງມີສະຖານທີ່ສໍາລັບປູກຫຍ້າໃຫ້ສັດເພາະພາຍໃນຊຸມຊົນໄດ້ກໍານົດ ສະຖານທີ່ລ້ຽງສັດສະເພາະຂອງແຕ່ລະຄອບຄົວ ສະຖານທີ່ດັ່ງກ່າວຢູ່ຫ່າງຈາກບ້ານ  ​ ສະ​ນັ້ນ, ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່ ໃນທຸກຂັ້ນຕອນຂອງ​ການ​ລ້ຽງ ເຊັ່ນ:  ການ​ໃຫ້​ອາຫານ(ຫຍ້າ) ຕ້ອງ​ພຽງພໍກັບ​ຄວາມ​ຕ້ອງການຂອງ​ສັດ ນອກ​ນີ້,ກໍໃຫ້ນໍ້າ, ເກືອ ແລະ ສັກຢາກັນພະຍາດ ຢ່າງ​ເປັນ​ປົກກະຕິ ​ເພື່ອ​ເຮັດ​ໃຫ້​ສັດ ມີ​ຮ່າງກາຍ​ສົມບູນ ​ແລະ ບໍ່ເປັນ​ພະຍາດ.





ນ ບຸນທັນ ຍັງເວົ້າຕື່ມອີກວ່າ: ໃນໄລຍະ 5 ປີ ​ແຕ່​ປີ 2015-2020 ທີ່​ເຮັດ​ອາຊີບສາມາດ ສ້າງລາຍຮັບເຂົ້າຄອບຄົວ​ໄດ້ 250 ລ້ານກີບ ​ ​ແລະ ໃນປີ 2021ຈົນ​ມາຮອດປັດຈຸບັນ ສາມາດສ້າງລາຍຮັບໄດ້ 130ລ້ານ ຕໍ່ປີ ສະເລ່ຍຜົນໄດ້ຮັບໃນໄລຍະ 3 ປີ ກໍາໄລທັງໝົດ ປະມານ 390 ລ້ານກີບ ​ເຊິ່ງລາຍ​ຮັບ​ນີ້ ​ເຮັດ​ໃຫ້​ຊີວິດ ການ​ເປັນ​ຢູ່​ຂອງ​ຄອບຄົວ​ດີ​ຂຶ້ນ​ຈາກ​ເມື່ອ​ກ່ອນ​ຫລາຍ ດັ່ງ​ນັ້ນ, ຈຶ່ງ​ມີ​ແຜນ​ຂະຫຍາຍ​ເນື້ອ​ທີ ​ແລະ ​ເພີ່ມ ຈໍານວນ​ສັດລ້ຽງຂຶ້ນ​ຕື່ມອີກ 50 ໂຕ, ຂະຫຍາຍເນື້ອທີ່ການປູກຫຍ້າ ແລະ ບົວລະບັດສວນໃຫ້ຄົງທີ່ຕະຫລອດໄປ ເພື່ອລູກຫລານບໍ່ມີວຽກເຮັດງານທໍາ ສາມາດຍຶດຖືອາຊີບທີ່ພໍ່ແມ່ໄດ້ສ້າງພື້ນຖານໃຫ້ໄວ້ ພ້ອມທັງຝາກຂໍ້ຄິດດີໆເຖິງ ເອື້ອຍນ້ອງແມ່ຍິງບັນດາເຜົ່າ ໂດຍສະເພາະແມ່ນຄູ- ອາຈານ ຖ້າມີເງື່ອນໄຂ ແຕ່ຕົ້ນທຶນບໍ່ຫລາຍກໍ່ສາມາດລ້ຽງໄດ້ເຊັ່ນກັນ ຂໍພຽງແຕ່ເຮົາຕັດສິນໃຈລົງມືເຮັດ, ມີຄວາມຕັ້ງໃຈ, ດຸໝັ່ນ ກໍ່ຈະເຮັດໃຫ້ຄອບຄົວມີລາຍຮັບເພີ່ມ ແລະ ຖ້າທ່ານໃດມີຄວາມສົນໃຈກໍ່ສາມາດໃຫ້ຄຳປຶກສາຖອດຖອນບົດຮຽນ ແລະ ແລກປ່ຽນປະສົບການໄດ້ ກັບຄອບຄົວຂອງທ່ານ ທີ່ບ້ານດອນງິ້ວ,ເມືອງງາ, ແຂວງອຸດົມໄຊ.

ຂຽນ: ມາລິດາ

KPL

ຂ່າວອື່ນໆ

    • ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກບົດ-ສາລະຄະດີ

      ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກ

      5/7/2025 9:55:02 AM

      ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫລ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ.

    • 9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປບົດ-ສາລະຄະດີ

      9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປ

      5/7/2025 9:50:15 AM

      ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ; ຍົກສູງຄຸນນະພາບຂອງກຳລັງປະກອບອາວຸດ, ທັບມ້າງກົນອຸບາຍຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ; ເອົາໃຈໃສ່ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນ: ຂີ້ລັກງັດແງະ, ຢາເສບຕິດ, ອຸບັດເຫດ ແລະ ອື່ນໆ ໃຫ້ຫລຸດລົງ.

    • ວິທີປ້ອງກັນພະຍາດໄຂ້ເລືອດດຳບົດ-ສາລະຄະດີ

      ວິທີປ້ອງກັນພະຍາດໄຂ້ເລືອດດຳ

      5/7/2025 9:43:13 AM

      ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.

    • ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວບົດ-ສາລະຄະດີ

      ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ

      5/6/2025 9:45:37 AM

      ເນື່ອງໃນໂອກາດວັນສ້າງຕັ້ງທາງການທູດລາວ-ຈີນ ຄົບຮອບ 64 ປີ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ກໍ່ໄດ້ຖືໂອກາດວັນດັ່ງກ່າວ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້.

    • ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບບົດ-ສາລະຄະດີ

      ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບ

      5/6/2025 9:39:45 AM

      ອາທິດຜ່ານມາ ຫລາຍຄົນອາດຈະໄດ້ເຫັນຂ່າວຈາກປະເພດ ເພື່ອນບ້ານແລ້ວວ່າມີການລະບາດຂອງພະຍາດໄຂ້ງົວດໍາ ຈົນເຮັດໃຫມີຄົນເສຍຊີວິດແລ້ວສອງຄົນ ເຊ່ິງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ.

ads
ads

Top