ຫັດຖະ​ກໍາ​ຕໍ່າ​ແຜ່ນ ຈາກ​​ຫລວງ​ນໍ້າ​ທາ ພວມໄດ້ຮັບສົນໃຈຈາກສັງຄົມ

30/11/2023 11:51
Email Print 680
ຂປລ *ຫັດຖະ​ກໍາ ຕໍ່າ​​ແຜ່ນ ​ແມ່ນ ມໍລະດົກ​ທາງພູມ​ປັນຍາ ຂອງ ​ເອື້ອຍ​ນ້ອງ​ແມ່ຍິງ​ລາວ ທີ່​ມີ​ມູນ​ເຊື້ອ​ອັນ​ດີງາມ​ມາ​ແຕ່​ຮຸ້ນ​ປູ່ຍ່າ​ຕາ​ຍາຍ ທີ່​ມອບ​ໃຫ້ລູກ​ຫລານ ​ເພື່ອ​ສືບ​ທອດ​ປະ​ເພ​ນີ້​ອັນ​ດີງາມ​ແບບ​ນີ້​ໃຫ້​ຄຽງຄູ່​ກັບ​ແມ່ຍິງ​ລາວ

           ​ ຫັດຖະ​ກໍາ ຕໍ່າ​​ແຜ່ນ ​ແມ່ນ ມໍລະດົກ​ທາງພູມ​ປັນຍາ ຂອງ ​ເອື້ອຍ​ນ້ອງ​ແມ່ຍິງ​ລາວ ທີ່​ມີ​ມູນ​ເຊື້ອ​ອັນ​ດີງາມ​ມາ​ແຕ່​ຮຸ້ນ​ປູ່ຍ່າ​ຕາ​ຍາຍ ທີ່​ມອບ​ໃຫ້ລູກ​ຫລານ   ​ເພື່ອ​ສືບ​ທອດ​ປະ​ເພ​ນີ້​ອັນ​ດີງາມ​ແບບ​ນີ້​ໃຫ້​ຄຽງຄູ່​ກັບ​ແມ່ຍິງ​ລາວ ຈົນ​ມາ​ ຮອ​ດປັດຈຸບັນ ປະ​ເທດ​ຊາດ​ບ້ານ​ເມືອງ​ ມີ​ການ​ພັດທະນາມໍລະດົກ​ທາງ​ພູມ​ປັນຍາ​ ​ກັບ​ມີ​ຄຸນ​ທີ່​ກິນ​ບໍ່​ບົກ ຈົກ​ບໍ່​ແຫ້ງພຽງ​ແຕ່​ຄວາມ​ດຸໝັ່ນ ມີ​ແນວ​ຄິດ​ສ້າງສັນ ກໍ​ສາມາດ​ສ້າງ​ລາຍ​ຮັບ​​ໃຫ້​ຄອບຄົວ​ໄດ້ ​ ​ເໝືອນ ນາງ ທອງ​ວັນ ປະຊາຊົນ ຈາກ​ບ້າ​ນ ນາຍາງ​ໃຕ້ ​ເມືອງ ນໍ້າ​ບາກ ​ແຂວງ​ຫລວງ​ພະ​ບາງ.

          ນາງ ທອງ​ວັນ ​ເວົ້າ​ໃຫ້​ຟັງ​ວ່າ:  ການ​ເຂົ້າຮ່ວມ​ ງານ ມະຫາກໍາ​ສີມື ຫັດຖະ​ກໍາ​ລາວ 2023 ​ໃນ​ຄັ້ງ​ນີ້ ​ເຫັນ​ວ່າ ບັນຍາ​ກາດ ການ​ຊື້​, ການ​ຂາຍ ​ແມ່ນ​ຝຶດ​ເຄື່ອງ​ກວ່າ​ເມື່ອ​ກ່ອນ​ຫລາຍ , ມີ​ແຕ່​ລູກ​ຄ້າ​ເກົ່າ ທີ່​ເຄີຍ​ຊື້,​ເຄີຍ​ຂາຍ​ນໍາ​ມາ ສ່ວນ​ລູກ​ຄ້າ​ໃໝ່ກໍ​ມີ​ຢູ່​ແຕ່​ກໍ​ບໍ່ຫລາຍ ຄິດ​ວ່າ​ເກີດ​ຈາກ​ສະພາບ​ເສດຖະກິດ​ຂອງ​ປະ​ເທດ​ ຈຶ່ງ​ເຮັດ​ໃຫ້​ປະຊາຊົນ ມີ​ກໍາ​ຊື້ໜ້ອຍລົງ ຖ້າ​ທຽບ​ໃສ່​ກ່ອນ​ໂຄ​ວິດ ​ແມ່ນ​ຕ່າງ​ກັນ​ຫລາຍ. ​​ແນວ​ໃດ​ກໍ່​ດີ  ​ເຖິງ​ວ່າການ​ຄ້າຂາຍ ຈະ​ບໍ່​ໄດ້ດັ່ງ​ເປົ້າໝາຍ ກໍ່ພະຍາຍາມ​ບຸກບຶນ ​ເພື່ອ​ເຮັດ​ໃຫ້​ອາຊີບ​ນີ້​ ເປັນ​ມໍລະດົກ​ຕົກ​ທອດ​ຮອດ​ລູກ​ຫລາຍ ​, ​ເພາະການ​ຕໍ່າຫູກ​ທໍ​ໄໝ ​ແມ່ນ​ວັດທະນະ​ທໍາ​ທີ່ສວຍ​ງາມ​ຂອງ ທີ່​ບົ່ງ​ບອກ​ເຖິງ​ຄວາ​ມ ອົດທົນ​ພະຍາຍາມ , ຄວາມ​ດຸໝັ້ນຂະຫຍັນ​ພຽນ ຂອງເອື້ອ​ຍນ້ອງ​ແມ່ຍິງ​ລາວ ​ແຕ່​ອະດີດ​ຈົນ​ເຖິງ ປັດຈຸບັນ ​ເຊິ່ງຈຸດ​ນີ້ ມັນ​ໄດ້​ກາຍ​ເປັນ​ຈຸດ​ເລີ່​ມຕົ້ນ​ໃນ​ອາຊີບ ການ​ຂາຍ ​ຜະລິດ​ຕະພັນ​ຫັດຖະ​ກໍາ​ຂອງ​ໃຜ​ຫລາຍໆ ລວມທັງ​ຂ້າພະ​ເຈົ້າ​ເອງ   ຍ້ອນ​ການ​ຕໍ່າ​ທູ​ກທໍ​ໄໝ ​ແມ່ນຄວາມ​ຊິນ​ເຄີຍ​ເຄີຍ​ເຮັດ​ມາ​ແຕ່​ຍັງ​ນ້ອຍ  ​ແຕ່​ ອາຍຸ 15 ປີ ​ເຊິ່ງຕອນ​ນັ້ນ​ເຮັດ ​ ​ເພື່ອ​ຊົມ​ໃຊ້ ພາຍ​ໃນ​ຄອບຄົວ ​ແຕ່​ມາ​ປັດຈຸບັນ ປະ​ເທດ​ຊາດ​ມີ​ຄວາມ​ຈະ​ເລີ​ນ ກ້າວໜ້າທຸກ​ຢ່າງ​ກໍ່ຫັນປ່ຽນ​ໄປ​ເປັນທຸລະ​ກິດ ​ເພື່ອ​ສ້າງ​ລາຍ​ຮັບ​ດັ່ງ​ນັ້ນ ຈຶ່ງ​ເລີ່​ມ​ຜະລິດ​ແພຝ້າຍທໍາ​ມະ​ຊາດ ຂາຍ​ເປັນ​ສິນຄ້າ ​ໂດຍ​ຜະລິດ​ຕະພັນ ທີ່​ຜະລິດ ກໍ​ມີ: ​ແພ​ເສື້ອ, ປູ​ໂຕະ, ບ່ຽງ, ​ເສື້ອ​ປັກ​​ແສ່ວ  ​ແລະ ອື່ນໆ  ຕາມ​ລູກ​ຄ້າ​ສັ່ງ. ສໍາລັບ ການ​ຜະລິດ​ນັ້ນ ​ ມີ​ທັງ​ຜະລິດ​ເອງ ​ແລະ ​ໃຫ້​ປະຊາຊົນ​ຜະລິດ​ໃຫ້​​ແລ້ວໄປ​ຮັບ​ຊື້ຄືນ ​ໂດຍລາຄາ​ກໍ​ຂຶ້ນ​ຢູ່​ກັບລວດລາຍ , ຮູບ​ແບບ​ຂອງ​ການ​ຜະລິດນັ້ນ​ເອງ ​ເຊິ່ງລາຍ​ທີ່​ມີ​ຄວາມ​ໂດດ​ເດັ່ນ ​ທີ່​ເປັນ​ເອກະລັກ​ຂອງ​ຊົນ​ເຜົ່າ​​ແລນ​ແຕນ​ຂອງ​ພວກ​ເຮົ​າແມ່ນ  ການ​ປັກ​ແສ່ວ​ລາຍ​ນາກ ​​​​ໂດຍ​ລາຍ​ນີ້ ແມ່ນ​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ລູກ​ຄ້າ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ທີ່​ມາ​ສັ່ງ​ຈອງ ​ໂດຍ​ລາຄາ​ເລີ່​ມຕົ້ນ ​ແມ່ນ 35 ພັນຂຶ້ນ​ໄປ.

ນາງ ທອງ​ວັນ  ​ເວົ້າ​ຕື່ມ​ວ່າ:  ຕົນ​ເອງ​ຮູ້ສຶກ​ດີ​ໃຈ​ຫລາຍ ທີ່​ປັດຈຸບັນ ​ໄວໜຸ່ມ ກໍ​ຫັນ​ມາ​ເຮັດ​ອາຊີບ ການ​ຄ້າ-ຂາຍ ​ແພຝ້າຍ ​ແລະ ​ເຄື່ອງ​ໄໝຂຶ້ນ​ເພາະ​ຈະ​ເຮັດ​ໃຫ້ ອາຊີບ​ນີ້ ມີ​ຄວາມ​ຍືນ​ຍົງ​ຄຽງຄູ່​ກັບ​ແມ່ຍິງ​ລາວ​ຕະຫລອດ​ໄປ.

​ໂດຍ: ມາລີ​ດ

KPL

ຂ່າວອື່ນໆ

    • ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກບົດ-ສາລະຄະດີ

      ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກ

      5/7/2025 9:55:02 AM

      ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫລ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ.

    • 9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປບົດ-ສາລະຄະດີ

      9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປ

      5/7/2025 9:50:15 AM

      ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ; ຍົກສູງຄຸນນະພາບຂອງກຳລັງປະກອບອາວຸດ, ທັບມ້າງກົນອຸບາຍຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ; ເອົາໃຈໃສ່ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນ: ຂີ້ລັກງັດແງະ, ຢາເສບຕິດ, ອຸບັດເຫດ ແລະ ອື່ນໆ ໃຫ້ຫລຸດລົງ.

    • ວິທີປ້ອງກັນພະຍາດໄຂ້ເລືອດດຳບົດ-ສາລະຄະດີ

      ວິທີປ້ອງກັນພະຍາດໄຂ້ເລືອດດຳ

      5/7/2025 9:43:13 AM

      ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.

    • ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວບົດ-ສາລະຄະດີ

      ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ

      5/6/2025 9:45:37 AM

      ເນື່ອງໃນໂອກາດວັນສ້າງຕັ້ງທາງການທູດລາວ-ຈີນ ຄົບຮອບ 64 ປີ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ກໍ່ໄດ້ຖືໂອກາດວັນດັ່ງກ່າວ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້.

    • ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບບົດ-ສາລະຄະດີ

      ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບ

      5/6/2025 9:39:45 AM

      ອາທິດຜ່ານມາ ຫລາຍຄົນອາດຈະໄດ້ເຫັນຂ່າວຈາກປະເພດ ເພື່ອນບ້ານແລ້ວວ່າມີການລະບາດຂອງພະຍາດໄຂ້ງົວດໍາ ຈົນເຮັດໃຫມີຄົນເສຍຊີວິດແລ້ວສອງຄົນ ເຊ່ິງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ.

ads
ads

Top