ຂປລ
ໄລຍະນີ້ ຕ້ອງບອກເລີຍວ່າ ໂຮງຮູບເງົາລາວ ຄືກຄືນຫລາຍ ເພາະ ໄລຍະນີ້ ຮູບເງົາລາວ ເລື່ອງ The Signal ຫລື “ສັນຍານ” ທີ່ເຂົ້າສາຍ ໃນວັນທີ 23 ພະຈິກຜ່ານມານີ້ ມີກະແສຕອບຮັບດີຫລາຍ ໃນຮອບຫລາຍປີ ກໍເວົ້າໄດ້ ເພາະ ເນື້ອເລື່ອງ ທີ່ໜ້າສົນໃຈ ແລະ ໄດ້ນັກສະແດງ ທີ່ມີຄວາມສາມາດ, ມີຊື້ສຽງມາຮ່ວມຖ່າຍທອດເລື່ອງລາວ.

ໄລຍະນີ້ ຕ້ອງບອກເລີຍວ່າ ໂຮງຮູບເງົາລາວ ຄືກຄືນຫລາຍ ເພາະ ໄລຍະນີ້ ຮູບເງົາລາວ ເລື່ອງ The Signal ຫລື “ສັນຍານ” ທີ່ເຂົ້າສາຍ ໃນວັນທີ 23 ພະຈິກຜ່ານມານີ້ ມີກະແສຕອບຮັບດີຫລາຍ ໃນຮອບຫລາຍປີ ກໍເວົ້າໄດ້ ເພາະ ເນື້ອເລື່ອງ ທີ່ໜ້າສົນໃຈ ແລະ ໄດ້ນັກສະແດງ ທີ່ມີຄວາມສາມາດ, ມີຊື້ສຽງມາຮ່ວມຖ່າຍທອດເລື່ອງລາວ ຈຶ່ງເຮັດໃຫ້ຮູບເງົາເລື່ອງນີ້ ໄດ້ຮັບຄວາມສົນໃຈຫລາຍ ຈົນສາມາດສ້າງລາຍຮັບ 100 ລ້ານກີບໃນໄລຍະເວລາພຽງ 3ມື້ ທີ່ເຂົ້າສາຍ ເຊິ່ງປັດຈຸບັນ ລາວໄດ້ ກໍາລັງກ້າວເຂົ້າ 200 ລ້ານກີບແລ້ວ.
ສໍາລັບຮູບເງົາ ເລື່ອງ ເປັນຜົນງານການຂຽນບົດ ແລະ ກຳກັບໂດຍ: ລີ ພົງສະຫວັນ ຜູ້ທີ່ເຄີຍສ້າງສັນຜົນງານຮູບເງົາສັ້ນ ແລະ ຮູບເງົາໂຄສະນາ ມາຫລາຍໆ ເລື່ອງ, ແຕ່ສຳລັບຮູບເງົາຍາວທີ່ເຂົ້າສາຍໃນໂຮງ ແມ່ນຖືວ່າເປັນເລື່ອງທຳອິດຂອງຜູ້ກຳກັບລີ.
ໂດຍ ທ່ານ ລີ ພົງສະຫວັນ ໄດ້ເລົ່າທີ່ໄປທີ່ມາຂອງຮູບເງົາ “The Signal ສັນຍານ” ໃຫ້ຟັງວ່າ: ຮູບເງົາເລື່ອງນີ້ເກີດຂຶ້ນໄດ້ຍ້ອນປະສົບການຊີວິດ, ຈາກການເດີນທາງຂອງໂຕເອງທີ່ໄປແຕ່ລະບ່ອນ ແລະ ໄດ້ພົບກັບຫລາຍເລື່ອງລາວທີ່ທັງດີ ແລະ ບໍດີ ລວມເຖິງເລື່ອງທີ່ເປັນຕາຢ້ານ ຈຶ່ງຢາກຖ່າຍທອດເລື່ອງລາວຕ່າງໆ ຜ່ານຮູບເງົາ ຈັກເລື່ອງໜຶ່ງ ເພື່ອໃຫ້ສັງຄົມໄດ້ເຫັນ ຊີວິດຂອງຄົນ ໃນຫລາຍແບບ ຈຶ່ງໄດ້ເລີ່ມຂຽນບົດເລື່ອງນີ້ມາໄດ້ຫລາຍປີແລ້ວ ແຕ່ຍັງບໍ່ມີທຶນສ້າງ ແຕ່ພາຍຫລັງ ທີ່ມີທຶນສະໜັບສະໜູນຈາກຫລາຍໆບ່ອນ ເຮັດໃຫ້ບົດທີ່ເຮົາຂຽນສາມາດກາຍມາເປັນຮູບເງົາໄດ້ ເຖິງວ່າຈະມີສິ່ງທ້າທາຍຫລາຍຢ່າງ ເຮົາກໍພູມໃຈທີ່ຮູບເງົາອອກມາປະສົບຜົນສຳເລັດ ຫລັກໆເລີຍກໍ່ຂໍຂອບໃຈທຸກໆ ຄົນທີ່ໃຫ້ຄວາມຊ່ວຍເຫລືອ ບໍ່ວ່າຈະເປັນການອຸປະຖຳ, ສະຖານທີ່ຖ່າຍທຳຕ່າງໆ ກໍໃຫ້ການຊ່ວຍເຫລືອທີ່ດີ ເວົ້າໄດ້ວ່າ ຮູບເງົາເລື່ອງນີ້ເກີດຂຶ້ນໄດ້ຈາກການຮ່ວມມືຂອງຫລາຍໆ ພາກສ່ວນ ຈຶ່ງເຮັດໃຫ້ຮູບເງົາ ເລຶ່ອງນີ້ ອອກມາສົມບູນແບບ ແລະ ຖືກໃຈແຟນໆ. ສໍາລັບ ຮູບເງົາເລື່ອງນີ້ ແມ່ນ ການເລົ່າເລື່ອງ ຂອງຜູ້ຍິງ ຊົນນະບົດ ຄົນໜຶ່ງ ທີ່ເຂົ້າມານໍາຫາພໍ່ ທີ່ຫາຍໂຕໄປໃນໂຕເມືອງໃຫຍ່ ແລະ ໄດ້ພົບກັບເລື່ອງລາວທີ່ເປັນຕາຢ້ານ ທີ່ກ່ຽວພັນກັບເລື່ອງໃສຍະສາດອີກດ້ວຍ.
ທີ່ເວົ້າມາຂ້າງເທິງນັ້ນ ແມ່ນເລື່ອງຫຍໍ້ສັ້ນໆເທົ່ານັ້ນ ສ່ວນເລື່ອງແທ້ຈະເປັນຕາຢ້ານ ຊໍາໃດນັ້ນ ບັນດາທ່ານ ຕ້ອງໄດ້ໄປພິສູດດ້ວຍຕົນເອງ ໃນໂຮງຮູບເງົາ Major platinum Cineplex ໃນ ITECC Mall.
ຂຽນ: ມາລີດາ
KPL