ຂປລ
ປະເທດ ສະຫະລັດ ເມັກຊິກ (United Mexican States) ມີນະຄອນຫລວງ ຊື່ວ່າ ເມັກຊີໂກ, ເປັນປະເທດໜຶ່ງ ໃນທະວີບອາເມລິກາເໜືອ ມີຊາຍແດນທິດເໜືອ ຕິດກັບ ສະຫະລັດອາເມລິກາ, ທິດໃຕ້ແລະທິດຕາເວັນຕົກ ຕິດກັບ ມະ ຫາສະໝຸດປາຊີຟິກ, ທິດຕາເວັນອອກສຽງໃຕ້ ຕິດກັບ ກົວເຕມາລາ, ເບລິດ ແລະ ທະເລກາຣາອິບ, ສ່ວນຕາເວັນອອກຕິດກັບອ່າວເມັກຊິກ, ມີເນື້ອທ່ີເຖິງ 2 ລ້ານກິໂລຕາແມັດ

ປະເທດ ສະຫະລັດ ເມັກຊິກ (United Mexican States) ມີນະຄອນຫລວງ ຊື່ວ່າ ເມັກຊີໂກ, ເປັນປະເທດໜຶ່ງ ໃນທະວີບອາເມລິກາເໜືອ ມີຊາຍແດນທິດເໜືອ ຕິດກັບ ສະຫະລັດອາເມລິກາ, ທິດໃຕ້ແລະທິດຕາເວັນຕົກ ຕິດກັບ ມະ ຫາສະໝຸດປາຊີຟິກ, ທິດຕາເວັນອອກສຽງໃຕ້ ຕິດກັບ ກົວເຕມາລາ, ເບລິດ ແລະ ທະເລກາຣາອິບ, ສ່ວນຕາເວັນອອກຕິດກັບອ່າວເມັກຊິກ, ມີເນື້ອທ່ີເຖິງ 2 ລ້ານກິໂລຕາແມັດ, ຈັດເປັນ ອັນດັບ 5 ໃນທະວີບ ອາເມລິກາ ແລະ ອັນດັບ 15 ຂອງໂລກ, ກວມເອົາປະຊາກອນຫລາຍທ່ີສຸດເຖິງ 128,9 ລ້ານຄົນ (ປີ 2022). ປະຊາຊົນສ່ວນໃຫຍ່ນັບຖືສາສະໜາ ຄຣິສນິກາຍ ໂຣມັນຄາທໍລິກ 82,7% ແລະ ສາສະໜາອຶ່ນໆ; ພາສາທາງການແອັດສະປາຍ; ໃຊ້ສະກຸນເງິນ ເມັກຊິກັນເປໂຊ(MXN) ແລະ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດ ຮ່ວມກັບປະເທດ ສປປລາວ ນັບແຕ່ວັນທີ 29.11.1976 ເປັນຕົ້ນມາ. ສ່ວນວັນຊາດແມ່ນ ວັນທີ 16.9.1810.

ເສດຖະກິດ ຂອງປະເທດ ເມັກຊິກ ມີລັກສະນະປະສົມປະສານ ລະຫວ່າງ ອຸດສາຫະກຳທັນສະໄໝ ແລະ ເສດຖະ ກິດແບບດັ້ງເດີມ. ປັດຈຸບັນ, ລັດຖະບານ ໄດ້ສົ່ງເສີມພາກເອກະຊົນ ໃຫ້ມີບົດບາດສຳຄັນ ໃນການພັດທະນາເສດຖະກິດ ຂົງເຂດຕ່າງໆຄື: ການຂົນສົ່ງສິນຄ້າທາງທະເລ(Seaports), ທາງລົດໄຟ, ໂທລະຄົມມະນາຄົມ, ການຂົນສົ່ງແກັສທຳມະຊາດແລະອື່ນໆ. ເມັກຊິກ ໄດ້ປະກາດແຜນຟື້ນຟູ ເສດຖະກິດຂອງປະເທດ ຫລັງການແພ່ລະບາດ ຂອງພະຍາດໂຄວິດ-19, ມາດຕະການທີ່ສຳຄັນໄດ້ແກ່: ການຈ້າງງານ ແລະ ດຳເນີນທຸລະກິດ, ອຳນວຍຄວາມສະດວກ ດ້ານການລົງ ທຶນ, ການສົ່ງເສີມການຄ້າ ລະຫວ່າງປະເທດ ແລະ ກິດຈະກຳເສດຖະກິດໃນພາກພື້ນ. ໂດຍເຮັດໃຫ້ ລວມຍອດຜະລິດຕະພັນພາຍໃນປະເທດ(GDP)ບັນລຸ 1,076 ພັນຕື້ໂດລາສະຫະລັດ(ໃນປີ 2020), ສະເລ່ຍຕໍ່ຫົວຄົນ 8.3476 ກວ່າໂດລາສະຫະລັດຕໍ່ປີ, ອັດຕາການຈະເລີນເຕີບໂຕ 6,2% ຕໍ່ປີ. ມູນຄ່າການສົ່ງອອກສິນຄ້າເຊັ່ນ: ອຸດສາຫະກຳ, ເຄື່ອງໃຊ້ໄຟຟ້າ, ນ້ຳມັນ, ຜະລິດຕະພັນນ້ຳມັນ, ກາເຟ ບັນລຸເຖິງ 417.670 ລ້ານໂດລາ ສະຫະລັດຕໍ່ປີ ໂດຍສະເພາະສົ່ງໄປສ.ອາເມລິກາ, ການາດາ, ເຢຍລະມັນ ແລະ ຈີນ. ສ່ວນມູນຄ່າການນຳເຂົ້າສິນຄ້າ ເປັນຕົ້ນ: ເຄື່ອງກົນຈັກ ກະສິກຳ, ອຸປະກອນໄຟຟ້າ ແລະ ອື່ນໆ ລວມມີ 383.194 ລ້ານໂດລາ ສະຫະລັດຕໍ່ປີ. ສ່ວນປະເທດ ຄູ່ການຄ້າທີ່ນໍາເຂົ້າແມ່ນສ.ອາເມລິກາ, ຈີນ, ຍີ່ປຸ່ນ ເຢຍລະມັນ, ສ.ເກົາຫລີ, ການນາດາ ຕາມລຳດັບ. ນອກຈາກນີ້ ຍັງມີສະຖານທີ່ທ່ອງທ່ຽວອັນສວຍງາມ ຫລາຍແຫ່ງ ເຊັ່ນ: ໂຊກາໂລ ສະໜາມຫລວງກາງເມືອງ ເມັກຊິກ, ໂຮງລະຄອນ, ອະນຸສາວະລີ ແລະ ສະຖານທ່ີອື່ນໆອີກດ້ວຍ./.
ໂດຍ: ດາວັນ
KPL