ຂປລ
ຂປລ. ບໍລິສັດທ່ອງທ່ຽວ ມັງກອນລາວ ບໍລິການນໍາສົ່ງນັກທ່ອງທ່ຽວຈີນ ເຂົ້າມາທ່ຽວລາວ ແລະ ນໍາສົ່ງນັກທ່ອງທ່ຽວລາວ ອອກທ່ຽວຕ່າງປະເທດ ໂດຍເນັ້ນການບໍລິການ ນັກທ່ອງທ່ຽວ ແບບວິຖີຊີວິດ ທີ່ຕິດພັນກັບວັດທະນະທໍາລາວ ບັນດາເຜົ່າ.

ຂປລ. ບໍລິສັດທ່ອງທ່ຽວ ມັງກອນລາວ ບໍລິການນໍາສົ່ງນັກທ່ອງທ່ຽວຈີນ ເຂົ້າມາທ່ຽວລາວ ແລະ ນໍາສົ່ງນັກທ່ອງທ່ຽວລາວ ອອກທ່ຽວຕ່າງປະເທດ ໂດຍເນັ້ນການບໍລິການ ນັກທ່ອງທ່ຽວ ແບບວິຖີຊີວິດ ທີ່ຕິດພັນກັບວັດທະນະທໍາລາວ ບັນດາເຜົ່າ.

ທ່ານ ຈັນທະວີ ພັນນາມວົງ ຜູ້ອຳນວຍການ ບໍລິສັດ ທ່ອງທ່ອງທ່ຽວມັງການລາວ ໄດ້ໃຫ້ສຳ ພາດໂອກາດເຂົ້າຮ່ວມງານພົບປະ ລະຫວ່າງ ທຸລະກິດທ່ອງທ່ຽວລາວ-ໄທ (Roadshow 2023) ຢູ່ເເຂວງອຸດອນທານີ ຣາຊະອານາຈັກໄທ ໃນເມື່ອບໍ່ດົນມານີ້ວ່າ: ບໍລິສັດທ່ອງທ່ຽວ ມັງກອນລາວ ຕັ້ງຢູ່ບ້ານໜອງດ້ວງໃຕ້ (ໃກ້ຕະຫລາດ ໜອງດ້ວງ) ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ສ້າງຕັ້ງຂຶ້ນໃນປີ 2009 ໂດຍໄດ້ບໍລິການນໍາສົ່ງນັກທ່ອງທ່ຽວຈີນ ເຂົ້າມາທ່ຽວລາວ ແລະ ນໍາສົ່ງນັກ ທ່ອງທ່ຽວລາວ ອອກທ່ຽວຕ່າງປະເທດ. ໄລຍະປີ 2016-2018 ມີນັກທ່ອງທ່ຽວຈີນ ເຂົ້າມາທ່ຽວລາວເປັນຈໍານວນຫລາຍ ໂດຍສະເພາະໃນປີ 2018 ມີນັກທ່ອງທ່ຽວຈີນ ເຂົ້າມາທ່ຽວລາວ ຜ່ານບໍລິສັດທ່ອງທ່ຽວມັງກອນລາວເຖິງ 700-800 ຄົນ.

ທ້າຍປີ 2023 ນີ້, ບໍລິສັດ ທ່ອງທ່ຽວມັງກອນລາວ ຈະໄດ້ຮ່ວມກັບໜັງສືພິມຢູນານ ຈັດກິດ ຈະກຳທ່ອງທ່ຽວຖ່າຍຮູບດອກໄມ້ທໍາມະຊາດ ຢູ່ລາວ ແລະ ກິດຈະກໍາແຕ້ມຮູບ ເພື່ອເອົາໄປແຂ່ງຂັນ ໃນຕົ້ນປີ 2024 ຢູ່ຄຸນໝິງ ສປ ຈີນ. ກິດຈະກໍາຄັ້ງນີ້, ຄາດວ່າຈະໃຫ້ໄດ້ປະມານ 1.000 ຄົນ ແລະ ໄລຍະຜ່ານມາ, ບໍລິສັດທ່ອງທ່ຽວ ມັງກອນລາວ ໄດ້ບໍລິການທ່ອງທ່ຽວ ແຂກທົ່ວໄປ, ນັກທຸລະກິດທີ່ມາພົວພັນວຽກ. ສໍາລັບໃນປີ 2024 ເປັນປີທ່ອງທ່ຽວລາວ ບໍລິສັດຂອງພວກເຮົາ ຈະຂະຫຍາຍກິດຈະກໍາ ທ່ອງທ່ຽວ ແບບວິຖີຊີວິດ ທີ່ຕິດພັນກັບການ ທ່ອງທ່ຽວ ເຊັ່ນ: ທ່ອງທ່ຽວທາງດ້ານວັດທະນະທໍາ, ທໍາມະຊາດ ແລະ ທ່ອງທ່ຽວທາງ ປະຫວັດສາດ, ກິດຈະກຳຈັບປາໃນໜອງ ຂຶ້ນມາປຸງແຕ່ງກິນກັບທີ່. ເພື່ອຕ້ອນຮັບ ປີທ່ອງທ່ຽວລາວ 2024, ບໍລິສັດ ມັງກອນລາວ ໄດ້ເພີ່ມລົດຮັບໃຊ້ ໃນການບໍລິການ ອີກ 2 ຄັນ ຮອງຮັບບັນດານັກທ່ອງທ່ຽວໃຫພຽງພໍ. ທ່ານໃດສົນໃຈຢາກໄປທ່ອງທ່ຽວ ກັບບໍລິສັດທ່ອງທ່ຽວ ມັງກອນລາວ ສາມາດຕິດຕໍ່ເບີໂທລະສັບ 020 55702308.

ທ່ານ ຈັນທະວີ ພັນນາມວົງ ຍັງໃຫ້ຮູ້ອີກວ່າ: ການເຂົ້າມາຮ່ວມງານໃນຄັ້ງນີ້, ຫລັກໆບໍລິສັດ ແມ່ນຢາກຂະຫຍາຍ ການຕະຫລາດທ່ອງທ່ຽວເຂົ້າມາໄທ (ຜ່ານມາເນັ້ນ ຕະຫລາດຈີນຢ່າງດຽວ) ແລະ ຢາກໄດ້ເຄືອຄາຍໃນຕະຫລາດໄທ ຄື: ນັກທ່ອງທ່ຽວໄທມາທ່ຽວລາວ ແລ້ວໄປທ່ຽວຈີນ ແລະ ນັກທ່ອງທ່ຽວຈີນ ມາທ່ຽວລາວແລ້ວໄປ ທ່ຽວໄທ. ໃນມັງກອນ 2023, ບໍລິສັດມັງກອນລາວ ຍັງໄດ້ຮັບບໍລິສັດທ່ອງທ່ຽວຈີນມາສຳຫລວດພື້ນທີ່ຢູ່ ລາວ, ໄທ ເຊິ່ງເດີນທາງໄປ-ກັບດ້ວຍລົດໄຟລາວ-ຈີນ ມີ 60 ບໍລິ ສັດ ແລະ ມາຮອດ ທ້າຍປີ 2023 ມີນັກທ່ອງທ່ຽວຈີນ ເຂົ້າມາທ່ຽວລາວ ໂດຍຜ່ານບໍລິສັດ ທ່ອງທ່ຽວມັງກອນລາວ ປະມານ 650 ກວ່າຄົນ ເຊິ່ງເຫັນໄດ້ວ່າ ນັບແຕ່ເປີດ ເສັ້ນທາງລົດໄຟລາວ-ຈີນ ເຮັດໃຫ້ນັກທ່ອງທ່ຽວຈີນ ເຂົ້າມາທ່ອງທ່ຽວລາວ ເປັນຈຳນວນຫລາຍນັບມື້ເພີ່ມຂຶ້ນ.
ຂ່າວ-ພາບ: ວີລະວັນ
KPL