ຂປລ
ຂປລ. ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໄດ້ກຽມຄວາມພ້ອມຮອບດ້ານ ເພື່ອຕ້ອນຮັບການເປັນປະທານອາຊຽນ ແລະ ປີທ່ອງທ່ຽວລາວ 2024 ໂດຍໄດ້ລົງຊຸກຍູ້, ສົ່ງເສີມ ບັນກາຫົວໜ່ວຍທຸລະກິດຕ່າງໆ ໂດຍສະເພາະ ທຸລະກິດດ້ານການທ່ອງທ່ຽວ

ຂປລ. ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໄດ້ກຽມຄວາມພ້ອມຮອບດ້ານ ເພື່ອຕ້ອນຮັບການເປັນປະທານອາຊຽນ ແລະ ປີທ່ອງທ່ຽວລາວ 2024 ໂດຍໄດ້ລົງຊຸກຍູ້, ສົ່ງເສີມ ບັນກາຫົວໜ່ວຍທຸລະກິດຕ່າງໆ ໂດຍສະເພາະ ທຸລະກິດດ້ານການທ່ອງທ່ຽວ ເຊິ່ງເມືອງດັ່ງກ່າວ, ມີທ່າແຮງທາງ ດ້ານການທ່ອງທ່ຽວ ທາງປະຫວັດສາດ, ວັດທະນະທຳ, ລວມເຖິງ ດ້ານກະສິກຳ ແລະ ອື່ນໆ ເຊິ່ງຈະເປັນທ່າແຮງໜຶ່ງ ໃນການດຶງດູດ ເອົານັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະເຂົ້າມາຮ່ວມກອງປະຊຸມປິ່ນອ້ອມຕ່າງໆ ທີ່ຈະຈັດຈຶ້ນ ໃນປີ 2024 ທີ່ຈະມາເຖິງນີ້.
ທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ: ເພື່ອກຽມຄວາມພ້ອມ ຕ້ອນຮັບການເປັນປະທານອາຊຽນ ແລະ ເປີດປີທ່ອງທ່ຽວລາວ 2024 ເມືອງຫາດຊາຍຟອງ ໄດ້ກຽມພ້ອມຮອບດ້ານ ໂດຍມອບໃຫ້ຫ້ອງ ການຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ລົງຊຸກຍູ້, ຕິດຕາມ, ກວດກາ ບັນດາແຫລ່ງທ່ອງທ່ຽວ ທາງປະຫວັດສາດ, ວັດທະນະທຳ ລວມເຖິງ ບັນດາຮ້ານອາຫານ, ບ້ານພັກ, ໂຮງແຮມ, ສະຖານທີ່ບັນເທິງຕ່າງໆ ຢູ່ພາຍໃນເມືອງ ເພື່ອແນະນຳ, ຝຶກອົບຮົມ ໃຫ້ຜູ້ປະກອບການ ປັບປຸງສະຖານທີ່ທ່ອງທ່ຽວ, ປັບປຸງການບໍລິການ ຂອງຕົນເອງ ໃຫ້ດີຂຶ້ນກວ່າເກົ່າ ເພື່ອກຽມຕ້ອນຮັບນັກທ່ອງທ່ຽວ ທີ່ຈະເຂົ້າມາໃຊ້ບໍລິການ ໃຫ້ມີຄວາມພໍໃຈ, ປະທັບໃຈ ແລະ ອື່ນໆ. ພ້ອມນັ້ນ, ຍັງໄດ້ໂຄສະນາເຜີຍແຜ່ ທ່ອງທ່ຽວຕ່າງໆ ທີ່ເປັນທ່າແຮງຂອງເມືອງ ອອກສູ່ສັງຄົມທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ຢ່າງທົ່ວເຖິງ.
ພ້ອມນີ້, ຍັງໄດ້ມອບໃຫ້ອົງການປົກຄອງເມືອງ ລົງຊຸກຍູ້, ສົ່ງເສີມກະສິກອນ ເພື່ອໃຫ້ມີຄວາມພ້ອມ ໃນການປູກພືດຜັກ ແລະ ລ້ຽງສັດຕ່າງໆ ເພື່ອສະໜອງໃຫ້ບັນດາຮ້ານອາຫານ ຢູ່ພາຍໃນເມືອງ ໃຫ້ພຽງພໍກັບຄວາມຮ້ອງຮຽກຕ້ອງການ ກໍຄື ກຽມຕ້ອນຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະເດີນທາງເຂົ້າມາ ສປປ ລາວ ກໍຄື ເຂົ້າມາທ່ອງທ່ຽວພາຍໃນເມືອງ ໃຫ້ມີຄວາມພຽງພໍ.
ເມືອງຫາດຊາຍຟອງ ມີ 6 ຫົວໜ່ວຍທຸລະກິດ ທີ່ໄດ້ຮັບຮອງເປັນສິນຄ້າໂອດັອບ ທາງເມືອງກໍໄດ້ມີການຊຸກຍູ້, ສົ່ງເສີມໃຫ້ຫົວໜ່ວຍທຸລະກິດ ດັ່ງກ່າວ ກະກຽມຄວາມພ້ອມດ້ານຕ່າງໆ ກໍຄື ພັດທະນາຜະລິດຕະພັນຂອງຕົນເອງ ໂດຍສະເພາະຜະລິດຕະພັນ ເຄື່ອງທີ່ລະນຶກ ໃຫ້ມີຄວາມຫລາກຫລາຍ, ມີຫລາຍຮູບ, ຫລາຍສີ ແລະ ມີຄຸນນະພາບ ໄວ້ໃຫ້ບໍລິການແກ່ນັກທ່ອງທ່ຽວ.
ຂ່າວ-ພາບ: ທະນູທອງ
KPL