ກອງປະຊຸມເຈົ້າໜ້າທີ່ອາວຸໂສກະຊວງແຮງງານ ອາຊຽນ ຄັ້ງທີ 19

24/11/2023 20:33
Email Print 1058
ຂປລ ກອງປະຊຸມ ເຈົ້າໜ້າທີ່ ອາວຸໂສ ກະຊວງ ແຮງງານ ອາຊຽນ ຄັ້ງທີ 19(SLOM–19) ໄດ້ຈັດຂຶ້ນຢູ່ ຟີລິບປິນ ເມື່ອບໍ່ດົນ ມານີ້ ດ້ວຍການເຂົ້າຮ່ວມ ຂອງຜູ້ຕາງໜ້າ ທຸກປະເທດ ສະມາຊິກ ອາຊຽນ.

ຂປລ.ຕາມຂ່າວຈາກ ວິທະຍຸສາກົນ ຫວຽດນາມ, ກອງປະຊຸມ ເຈົ້າໜ້າທີ່ ອາວຸໂສ ກະຊວງ ແຮງງານ ອາຊຽນ ຄັ້ງທີ 19(SLOM–19) ໄດ້ຈັດຂຶ້ນຢູ່ ຟີລິບປິນ ເມື່ອບໍ່ດົນມານີ້ ດ້ວຍການເຂົ້າຮ່ວມ ຂອງຜູ້ຕາງໜ້າ ທຸກປະເທດ ສະມາຊິກ ອາຊຽນ.ຈາກນັ້ນ ກອງປະຊຸມ ໄດ້ສຳຫລວດຄືນ ຄວາມຄືບໜ້າ ໃນການຜັນຂະຫຍາຍ ໂຄງການ ປະຕິບັດງານ ລັດຖະມົນຕີ ກະຊວງ ແຮງງານ ອາຊຽນ ໄລຍະ 2021–2025 ໃນບັນດາ ຂົງເຂດ: ຄວາມປອດໄພ, ຫລັກອະນາໄມ ດ້ານແຮງງານ, ການກວດສອບ ແຮງງານ, ປົກປ້ອງ ແຮງງານ ອົບພະຍົບ ໃນນັ້ນ ມີຊາວປະມົງ ເຂົ້າເມືອງ, ຊ່ວຍເຫລືອ ສັງຄົມ, ຊຸກຍູ້ ວຽກເຮັດ ງານທຳ ສີຂຽວ, ປະສົມ ປະສານ ແຮງງານຍິງ-ຊາຍ ເຂົ້າໃນບັນດາ ນະໂຍບາຍ ແຮງງານ ແລະ ວຽກເຮັດງານທຳ, ຊ່ວຍກຳລັງ ແຮງງານ ກຽມພ້ອມແກ່ ອະນາຄົດ. ການປະຕິບັດ ຂໍ້ລິເລີ່ມ ໃນຖະແຫລງການ ອາຊຽນ ສະບັບຕ່າງໆ ທີ່ໄດ້ຮັບຮອງເອົາ ໃນ 5 ປີຜ່ານມາ ກໍໄດ້ນໍາມາ ປຶກສາຫາລື. ຂະນະທີ່ ຜູ້ຕາງໜ້າຈາກ ສປປ ລາວ ກໍໄດ້ແບ່ງປັນ ກ່ຽວກັບ ບັນດາ ບຸລິມະສິດ ຂອງປີປະທານ ອາຊຽນ 2024 ໃນຂົງເຂດ ແຮງງານ. ອາຊຽນ ກໍພິຈາລະນາ ຄວາມສາມາດ ຮ່ວມມືກັບ ອົງການ ແຮງງານ ສາກົນ (ILO), ອົງການ ຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍ ຖິ່ນຖານ (IOM) ແລະ ສະຖາບັນ ຄົ້ນຄວ້າ, ສຶກສາ ແລະ ບຳລຸງສ້າງ ວິຊາຊີບ ສ.ເກົາຫລີ (KRIVET).ໃນຂອບເຂດ ກອງປະຊຸມ SLOM–19 ກໍດຳເນີນ ກອງປະຊຸມ ເຈົ້າໜ້າທີ່ ອາວຸໂສ ກະຊວງ ແຮງງານ ອາຊຽນ+3 (ອາຊຽນ ແລະ 3 ຄູ່ຮ່ວມມື: ສປ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫລີ) ຄັ້ງທີ 21./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ປະເທດ ຕັງຊານີອາຊຽນ ASEAN

      ປະເທດ ຕັງຊານີ

      5/15/2025 11:21:50 AM

      ປະເທດ ຕັງຊານີ(Tanzania) ຫລື ຊື່ທາງການ ສະຫະສາທາລະນະລັດ ຕັງຊານີ(United Republic of Tanzania) ມີນະຄອນຫລວງຊື່ ໂດໂດມາ(Dodoma), ຕັງຊານີ ເປັນປະເທດໜຶ່ງ ຕັ້ງຢູ່ແຄມຝັ່ງ ພາກຕາເວັນອອກ ຂອງອາຟຣິກກາ, ມີອານາເຂດ ທາງທິດເໜືອ ຕິດກັບ ເຄັນຍາ ແລະ ອູກັນດາ, ທາງຕາເວັນຕົກ ຕິດກັບ ຣູວັນດາ, ບູຣຸນດີ ແລະ ກົງໂກ, ທາງທິດໃຕ້ ຕິດກັບ ຊຳບີ, ມາລາວີ ແລະ ໂມຊຳບິກ

    • ປະເທດ ເປຣູອາຊຽນ ASEAN

      ປະເທດ ເປຣູ

      4/28/2025 2:01:56 PM

      ປະເທດເປຣູ (Peru) ທີ່ມີຊື່ທາງການຄື ສາທາລະນະລັດ ເປຣູ(Republic Of Peru), ມີນະຄອນຫລວງຊື່ວ່າ ລີມາ(Lima), ຕັ້ງຢູ່ທາງຕາເວັນຕົກຂອງທະວີບ ອາເມລິກາໃຕ້ ມີຊາຍແດນທິດເໜືອຕິດກັບ ເອກວາດໍ ແລະ ໂກໂລມບີ , ທິດຕາເວັນອອກຕິດກັບ ບຣາຊິນ ແລະ ໂບລີວີ, ທິດໃຕ້ຕິດກັບ ຊີເລ ແລະ ທິດຕາເວັນຕົກຕິດກັບ ມະຫາສະໝຸດປາຊີຟິກ. ມີເນື້ອທີ່ທັງໝົດ1.285.000 ກິໂລຕາແມັດ, ກວມເອົາປະຊາກອນ 33,85 ລ້ານຄົນ(ໃນປີ 2023)

    • ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33ອາຊຽນ ASEAN

      ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

      4/28/2025 9:27:05 AM

      ຂປລ. ໃນລະຫວ່າງວັນທີ 22-26 ເມສາ 2025 ທີ່ເມືອງກຸຈິງ ແຂວງສາລະວັກ ປະເທດມາເລເຊຍ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

    • ປະເທດ ສປຈີນອາຊຽນ ASEAN

      ປະເທດ ສປຈີນ

      4/25/2025 11:59:37 AM

      ປະເທດຈີນ(China) ມີຊື່ຢ່າງເປັນທາງການວ່າ: ສາທາລະນະລັດ ປະຊາຊົນຈີນ(People’s Republic of China), ມີນະຄອນ ຫລວງ ຊື່ວ່າ: ປັກກິ່ງ, ຈີນ ເປັນລັດເອກະລາດ ໃນອາຊີຕາເວັນອອກ, ຕັ້ງຢູ່ລະຫວ່າງ ສປປ ເກົາຫລີ ກັບ ຫວຽດນາມ ຕິດກັບທະເລຈີນໃຕ້, ອ່າວເກົາຫລີ, ທະເລເຫລືອງ ແລະ ທະເລຈີນຕາເວັນອອກ; ເປັນປະເທດທີ່ມີ ປະຊາກອນ ຫລາຍທີ່ ສຸດໃນໂລກ 1,411 ຕື້ກວ່າຄົນ(ໃນປີ 2023)

    • ນະໂຍບາຍພາສີຂອງສ.ອາເມລິກາ ສ້າງຜົນກະທົບຕໍ່ການຄ້າໃນພາກພື້ນ-ສາກົນອາຊຽນ ASEAN

      ນະໂຍບາຍພາສີຂອງສ.ອາເມລິກາ ສ້າງຜົນກະທົບຕໍ່ການຄ້າໃນພາກພື້ນ-ສາກົນ

      4/10/2025 4:34:33 PM

      ອາ​ຊຽນ​ ໄດ້​ຈັດ​ກອງ​ປະ​ຊຸມ ​ລັດ​ຖະ​ມົນ​ຕີ ​ເສດ​ຖະ​ກິດ ​ອາ​ຊຽນ ​ຜ່ານ​ທາງວິ​ດີ​ໂອ, ເພື່ອ​ປຶ​ກ​ສາ ​ຫາ​ລື​​ວ່າ​ ຈະເຮັດ​ແນວ​ໃດ ​ເພື່ອ​ຮັບ​ມື​ກັບ ​ນະ​ໂຍ​ບາຍ ​ພາ​ສີ ຫລ້າ​ສຸດ​ ຂອງ ສ.​ອາ​ເມ​ລິ​ກາ ແລະ​ ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ ຫລັງ​ກອງ​ປະ​ຊຸມ.

ads
ads

Top