ສປປ ລາວ ພ້ອມແລ້ວທີ່ຈະຮັບດຳລົງບົດບາດເປັນປະທານອາຊຽນ 2024

20/11/2023 14:31
Email Print 994
ຂປລ ສປປ ລາວ ພ້ອມແລ້ວ ທີ່ຈະຮັບ ດຳລົງ ບົດບາດ ເປັນປະທານ ອາຊຽນ 2024. ນີ້ແມ່ນ ຄຳຢືນຢັນ ຂອງທ່ານ ສະເຫລີມ ໄຊ ກົມມະສິດ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ ກະຊວງ ການຕ່າງປະເທດລາວ ໃນການຖະແຫລງຂ່າວ ກ່ຽວ ກັບ ຄວາມຄືບໜ້າ ຂອງວຽກງານ ກະກຽມ ໃຫ້ແກ່ ປີປະທານ ອາຊຽນ 2024 ຂອງ ສປປ ລາວ, ເຊິ່ງຈັດຂຶ້ນ ເມື່ອບໍ່ດົນມານີ້ ຢູ່ ນະຄອນຫລວງ ວຽງຈັນ.

ຂປລ.ຕາມຂ່າວຈາກ ວິທະຍຸ ສາກົນ ຫວຽດນາມ, ສປປ ລາວ ພ້ອມແລ້ວ ທີ່ຈະຮັບ ດຳລົງ ບົດບາດ ເປັນປະທານ ອາຊຽນ 2024. ນີ້ແມ່ນ ຄຳຢືນຢັນ ຂອງທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ ກະຊວງ ການຕ່າງປະເທດລາວ ໃນການຖະແຫລງຂ່າວ ກ່ຽວກັບ ຄວາມຄືບໜ້າ ຂອງວຽກງານ ກະກຽມ ໃຫ້ແກ່ ປີປະທານ ອາຊຽນ 2024 ຂອງ ສປປ ລາວ, ເຊິ່ງຈັດຂຶ້ນ ເມື່ອບໍ່ດົນມານີ້ ຢູ່ ນະຄອນຫລວງ ວຽງຈັນ. ຈາກນັ້ນ ທ່ານ ສະເຫລີມໄຊ ກົມມະສິດ ໃຫ້ຮູ້ວ່າ: ນັບແຕ່ປີ 2021, ສປປ ລາວ ໄດ້ເລີ່ມກະກຽມ ໃຫ້ແກ່ ການຮັບດຳລົງບົດບາດ ເປັນປະທານ ອາຊຽນ ປີ 2024 ແລ້ວ. ສປປ ລາວ ໄດ້ສ້າງຕັ້ງ 14 ອະນຸກຳມະການ ຮັບຜິດຊອບ ທຸກໜ້າວຽກ ທີ່ກ່ຽວຂ້ອງ ເຖິງວຽກງານ ກະກຽມ ໃຫ້ແກ່ ຖານະບົດບາດ ດັ່ງກ່າວ. ຫົວເລື່ອງ ຂອງປີ ປະທານ ອາຊຽນ 2024 ແມ່ນ ເພີ່ມທະວີ ການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ”. ດ້ວຍຫົວເລື່ອງ ດັ່ງກ່າວ, ສປປ ລາວ ຈະວາງອອກ 2 ເປົ້າໝາຍ ຈຸດສຸມ ໃຫ້ແກ່ ປີປະທານ ອາຊຽນ 2024. ທີໜຶ່ງແມ່ນ, ເພີ່ມທະວີ ການ ເຊື່ອມຕໍ່, ບໍ່ພຽງແຕ່ ເຊື່ອມຕໍ່ ໃນ ອາຊຽນ ເທົ່ານັ້ນ, ຫາກຍັງ ຫັນວິໄສທັດ ຂອງພັກ-ລັດ ໃນການຫັນ ລາວ ຈາກປະເທດ ບໍ່ມີທະເລ ກາຍເປັນ ປະເທດ ເຊື່ອມຕໍ່ ພາກພື້ນ. ທີສອງແມ່ນ, ໃນສະພາບການ ການແກ້ງແຍ້ງໃນໂລກ ພວມນັບມື້ ນັບເຄັ່ງຮ້ອນ, ເລື່ອງ ອາຊຽນສ້າງຄວາມເຂັ້ມແຂງ ດ້ວຍຕົນເອງແມ່ນສິ່ງ ທີ່ມີຄວາມສຳຄັນ ທີ່ສຸດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ປະເທດ ເປຣູອາຊຽນ ASEAN

      ປະເທດ ເປຣູ

      4/28/2025 2:01:56 PM

      ປະເທດເປຣູ (Peru) ທີ່ມີຊື່ທາງການຄື ສາທາລະນະລັດ ເປຣູ(Republic Of Peru), ມີນະຄອນຫລວງຊື່ວ່າ ລີມາ(Lima), ຕັ້ງຢູ່ທາງຕາເວັນຕົກຂອງທະວີບ ອາເມລິກາໃຕ້ ມີຊາຍແດນທິດເໜືອຕິດກັບ ເອກວາດໍ ແລະ ໂກໂລມບີ , ທິດຕາເວັນອອກຕິດກັບ ບຣາຊິນ ແລະ ໂບລີວີ, ທິດໃຕ້ຕິດກັບ ຊີເລ ແລະ ທິດຕາເວັນຕົກຕິດກັບ ມະຫາສະໝຸດປາຊີຟິກ. ມີເນື້ອທີ່ທັງໝົດ1.285.000 ກິໂລຕາແມັດ, ກວມເອົາປະຊາກອນ 33,85 ລ້ານຄົນ(ໃນປີ 2023)

    • ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33ອາຊຽນ ASEAN

      ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

      4/28/2025 9:27:05 AM

      ຂປລ. ໃນລະຫວ່າງວັນທີ 22-26 ເມສາ 2025 ທີ່ເມືອງກຸຈິງ ແຂວງສາລະວັກ ປະເທດມາເລເຊຍ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

    • ປະເທດ ສປຈີນອາຊຽນ ASEAN

      ປະເທດ ສປຈີນ

      4/25/2025 11:59:37 AM

      ປະເທດຈີນ(China) ມີຊື່ຢ່າງເປັນທາງການວ່າ: ສາທາລະນະລັດ ປະຊາຊົນຈີນ(People’s Republic of China), ມີນະຄອນ ຫລວງ ຊື່ວ່າ: ປັກກິ່ງ, ຈີນ ເປັນລັດເອກະລາດ ໃນອາຊີຕາເວັນອອກ, ຕັ້ງຢູ່ລະຫວ່າງ ສປປ ເກົາຫລີ ກັບ ຫວຽດນາມ ຕິດກັບທະເລຈີນໃຕ້, ອ່າວເກົາຫລີ, ທະເລເຫລືອງ ແລະ ທະເລຈີນຕາເວັນອອກ; ເປັນປະເທດທີ່ມີ ປະຊາກອນ ຫລາຍທີ່ ສຸດໃນໂລກ 1,411 ຕື້ກວ່າຄົນ(ໃນປີ 2023)

    • ນະໂຍບາຍພາສີຂອງສ.ອາເມລິກາ ສ້າງຜົນກະທົບຕໍ່ການຄ້າໃນພາກພື້ນ-ສາກົນອາຊຽນ ASEAN

      ນະໂຍບາຍພາສີຂອງສ.ອາເມລິກາ ສ້າງຜົນກະທົບຕໍ່ການຄ້າໃນພາກພື້ນ-ສາກົນ

      4/10/2025 4:34:33 PM

      ອາ​ຊຽນ​ ໄດ້​ຈັດ​ກອງ​ປະ​ຊຸມ ​ລັດ​ຖະ​ມົນ​ຕີ ​ເສດ​ຖະ​ກິດ ​ອາ​ຊຽນ ​ຜ່ານ​ທາງວິ​ດີ​ໂອ, ເພື່ອ​ປຶ​ກ​ສາ ​ຫາ​ລື​​ວ່າ​ ຈະເຮັດ​ແນວ​ໃດ ​ເພື່ອ​ຮັບ​ມື​ກັບ ​ນະ​ໂຍ​ບາຍ ​ພາ​ສີ ຫລ້າ​ສຸດ​ ຂອງ ສ.​ອາ​ເມ​ລິ​ກາ ແລະ​ ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ ຫລັງ​ກອງ​ປະ​ຊຸມ.

    • ສປປ ລາວ ຮ່ວມສະເຫລີມສະຫລອງ ວັນສັງຄົມສົງເຄາະອາຊຽນ ອາຊຽນ ASEAN

      ສປປ ລາວ ຮ່ວມສະເຫລີມສະຫລອງ ວັນສັງຄົມສົງເຄາະອາຊຽນ

      3/27/2025 5:01:34 PM

      ຂປລ. ສປປ ລາວ ໄດ້ຮ່ວມກັບບັນດາປະເທດສະມາຊິກອາຊຽນ ສະເຫລີມສະຫລອງວັນສັງຄົມສົງເຄາະອາຊຽນ (15 ມີນາ) ເພື່ອຍົກສູງບົດບາດອັນສໍາຄັນ ຂອງນັກສັງຄົມສົງເຄາະ ແລະ ບຸກຄະລາກອນສັງຄົມສົງເຄາະ ໃນການຫລຸດຜ່ອນຄວາມສ່ຽງ ຈາກໄພພິບັດ ແລະ ການສ້າງຄວາມທົນທານຕໍ່ ການປ່ຽນແປງສະພາບ ດິນຟ້າອາກາດ ໃນວັນທີ 25 ມີນາ 2025 ທີ່ນະຄອນຫລວງວຽງຈັນ ໂດຍມີພະນັກງານຈາກພາກລັດ, ສະຖາບັນການສຶກສາ, ຄູ່ຮ່ວມພັດທະນາ ແລະ ນັກສຶກສາທີ່ໜຸ່ມນ້ອຍ ຈາກພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ຄະນະວິທະຍາສາດສັງຄົມ ເຂົ້າຮ່ວມ.

ads
ads

Top