ຫວຽດນາມ-ສິງກະໂປ ຍົກສູງການພົວພັນຂຶ້ນ ເປັນຄູ່ຮ່ວມມືຍຸດທະສາດ ຢ່າງຮອບດ້ານ

20/11/2023 14:53
Email Print 726
ຂປລ ຢູ່ນະຄອນຫລວງ ຮ່າໂນ້ຍ ຂອງ ຫວຽດນາມ, ທ່ານ ຟ້າມມິງຈິງ ນາຍົກ ລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການ ຕ້ອນຮັບ ທ່ານ ຕຽວຊີຮີນ (Teo Chee Hean) ລັດຖະມົນຕີ ຂັ້ນສູງ ທັງເປັນ ລັດຖະມົນຕີ ປະສານງານ ຄວາມໝັ້ນຄົງ ແຫ່ງຊາດ ສິງກະໂປ ໃນລະຫວ່າງ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ.

ຂປລ. ອ້າງຕາມ ແຫລ່ງຂ່າວ ວິທະຍຸກະຈາຍສຽງ ແຫ່ງຊາດ ຫວຽດນາມ, ເມື່ອບໍ່ດົນມານີ້ ຢູ່ນະຄອນຫລວງ ຮ່າໂນ້ຍ ຂອງ ຫວຽດນາມ, ທ່ານ ຟ້າມມິງຈິງ ນາຍົກ ລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການ ຕ້ອນຮັບ ທ່ານ ຕຽວຊີຮີນ (Teo Chee Hean) ລັດຖະມົນຕີ ຂັ້ນສູງ ທັງເປັນ ລັດຖະມົນຕີ ປະສານງານ ຄວາມໝັ້ນຄົງ ແຫ່ງຊາດ ສິງກະໂປ ໃນລະຫວ່າງ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ.

ທ່ານ ຟ້າມມິງຈິງ ຢືນຢັນວ່າ ສິງກະໂປ ຍາມໃດກໍ່ແມ່ນ ໜຶ່ງໃນ ບັນດາ ຄູ່ຮ່ວມມືສຳຄັນ ແລະ ມີປະສິດທິຜົນ ຂອງຫວຽດນາມ ໂດຍສະເພາະແມ່ນ ຂົງເຂດ ເສດຖະກິດ. ເພື່ອພ້ອມກັນສ້າງ ປະຖົມປັດໄຈ ຢ່າງແໜ້ນແຟ້ນ ໃນການ ຍົກລະດັບ ການພົວພັນ ຄູ່ຮ່ວມມື ຍຸດທະສາດ ຢ່າງຮອບດ້ານ ໃນໄລຍະເໝາະສົມ. ໂດຍທ່ານ ຟ້າມມິງຈິງ ໄດ້ສະເໜີ ໃຫ້ສອງຝ່າຍ ສືບຕໍ່ການແລກປ່ຽນ,  ການພົບປະຂັ້ນສູງ ໃນທຸກຂັ້ນ, ສຸມໃສ່ ຜັນຂະຫຍາຍ ການພົວພັນ ຄູ່ຮ່ວມມື ເສດຖະກິດ ສີຂຽວ -ເສດຖະກິດ ດີຈີຕອນ ຢ່າງມີປະສິດ ທິຜົນ ເພື່ອຊຸກຍູ້ ການຮ່ວມມື ໃນບັນດາຂົງເຂດ ການເຕີບໂຕໃໝ່ ແລະອື່ນໆ.

ນອກນັ້ນ ທ່ານ ຕຽວຊີຮີນ ຍັງໃຫ້ຮູ້ ກ່ຽວກັບ ໝາກຜົນ ການເຮັດວຽກ ກັບ ອົງການ ຝ່າຍຫວຽດນາມ ໃນການຢ້ຽມຢາມ ຄັ້ງນີ້ ພ້ອມທັງ ຢັ້ງຢືນວ່າ ຈະສືບຕໍ່ ຮ່ວມມື ຢ່າງຕັ້ງໜ້າ ເພື່ອແລກປ່ຽນ ບົດຮຽນ ກັບ ຫວຽດນາມ ໃນທຸກຂົງເຂດ  ເພື່ອຈະລົງນາມ ຂໍ້ຕົກລົງ ການຜັນ ຂະຫຍາຍ ທົດລອງ ກ່ຽວກັບ ບາງໂຄງການ ໃຫ້ລະອຽດ ໂດຍໄວທີ່ສຸດ ເພື່ອປະຕິບັດ ມາດຕາທີ 6 ໃນຂໍ້ຕົກລົງ ປາຣີ ກ່ຽວກັບ ໃບຢັ້ງຢືນ ກາກບອນ ລະຫວ່າງ ຫວຽດນາມ ແລະ ສິງກະໂປ.  /.

 

KPL

ຂ່າວອື່ນໆ

ads
ads

Top