ກອງປະຊຸມລັດຖະມົນຕີ ກະຊວງປ້ອງກັນ ປະເທດ ອາຊຽນ ເປີດກວ້າງ ຄັ້ງທີ 10

16/11/2023 21:00
Email Print 1325
ຂປລ ກອງປະຊຸມ ລັດຖະມົນຕີ ກະຊວງ ປ້ອງກັນ ປະເທດ ອາຊຽນ ເປີດກວ້າງ (ADMM+) ຄັ້ງທີ 10 ໄດ້ຮັບຮອງເອົາ ຖະ ແຫລງ ການຮ່ວມ ກ່ຽວກັບ ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ.

ຂປລ.ຕາມຂ່າວຈາກ ວິທະຍຸສາກົນ ຫວຽດນາມ,ວັນທີ 16 ພະຈິກນີ້ ຢູ່ ອິນໂດເນເຊຍ, ກອງປະຊຸມ ລັດຖະມົນຕີ ກະຊວງ ປ້ອງກັນ ປະເທດ ອາຊຽນ ເປີດກວ້າງ (ADMM+) ຄັ້ງທີ 10 ໄດ້ຮັບຮອງເອົາ ຖະແຫລງການຮ່ວມ ກ່ຽວກັບ ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ. ກອງປະຊຸມ ຄັ້ງນີ້ ໄດ້ໃຫ້ຄຳໝັ້ນ ສັນຍາ ຊຸກຍູ້ ການເຂົ້າ ຮ່ວມ ແລະ ການຊີ້ນຳ ຢ່າງຄົບຖ້ວນ, ຍຸຕິທຳ ແລະ ມີຄວາມໝາຍ ຂອງແມ່ຍິງ ໃນທຸກຂົງເຂດ ສັນຕິພາບ ແລະ ຄວາມໝັ້ນຄົງ, ພິເສດ ແມ່ນໃນການປ້ອງກັນ, ສະກັດກັ້ນ, ຄຸ້ມຄອງ ແລະ ແກ້ໄຂ ການປະທະກັນ ທີ່ນຳໃຊ້ ອາວຸດ, ກໍຄື ການສ້າງ ແລະ ຟື້ນຟູ ສັນຕິພາບ ຫລັງການ ປະທະກັນ ເພື່ອແນໃສ່ ມຸ່ງໄປເຖິງ ການສ້າງ ພາກພື້ນ ມີສະຖຽນ ລະພາບ, ສັນຕິພາບ ແລະ ປອດໄພ. ກອງປະຊຸມ ໃຫ້ຄຳໝັ້ນ ສັນຍາ ເພີ່ມທະວີ ບັນດາ ຂອບເຂດ ການຮ່ວມມື ໃນພາກພື້ນ ກ່ຽວກັບ ການປະຕິບັດ ໂຄງການ ດຳເນີນງານ ແມ່ຍິງ ສັນຕິພາບ ແລະ ຄວາມໝັ້ນຄົງ (WPS) ແນໃສ່ ປົກປັກ ຮັກສາ, ເຄົາລົບ ແລະ ຊຸກຍູ້ ການປະຕິບັດສິດ ຂອງແມ່ຍິງ ແລະ ເດັກຍິງ ຢ່າງ ຄົບຖ້ວນ ຕໍ່ໜ້າ ໄພນາບຂູ່ ກໍຄື ສິ່ງທ້າທາຍ ຄວາມໝັ້ນຄົງ ພວມເກີດຂຶ້ນ ແລະ ພວມເພີ່ມຂຶ້ນ ຢ່າງແຮງ. ນອກນັ້ນ, ໃຫ້ຄຳໝັ້ນ ສັນຍາຊຸກຍູ້ ຍົກສູງ ກຳລັງ ຄວາມສາມາດ, ການເຂົ້າຮ່ວມ ແລະ ບົດບາດ ນຳພາ ຂອງແມ່ຍິງ ດ້ວຍຖານະ ເປັນນັກວາງແຜນ ກຳນົດ ນະໂຍບາຍ ໃນທຸກວິວັດ ທະນາການ ອອກຄຳຕັດສິນ ຢູ່ທຸກຂັ້ນ, ຮັບຮອງ ເອົາບັນດາ ວິວັດການ ແລະ ກົນໄກລະບອບ ລະບຽບການ ທີ່ກ່ຽວຂ້ອງໃນ ADMM+ ຫລື ຮ່ວມມື ລະຫວ່າງ ບັນດາ ປະເທດ ADMM+. ທ່ານ ພົອ ຟານວັນຢາງ, ລັດຖະມົນຕີ ກະຊວງ ປ້ອງກັນ ປະເທດ ຫວຽດນາມ, ສະເໜີ ໃຫ້ບັນດາ ປະເທດ ສືບຕໍ່ຍົກສູງ ບົດບາດ ໃຈກາງຂອງ ອາຊຽນ, ເພີ່ມທະວີ ການສ້າງ, ປັບປຸງ ຄວາມໄວ້ເນື້ອ ເຊື່ອໃຈ ຍຸດທະສາດ ບົນຈິດໃຈ ເຄົາລົບກົດໝາຍ ແລະ ເຄົາລົບ ເຊິ່ງກັນ ແລະ ກັນ, ຍຸຕິທຳ, ຕ່າງຝ່າຍ ຕ່າງມີຜົນປະໂຫຍດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

    • ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່ອາຊຽນ ASEAN

      ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່

      11/26/2025 4:19:04 PM

      ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ.

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

ads
ads

Top