ສສຊ ເຂດ 9 ສະເໝີໃຫ້ແພດໝໍ ບົ່ງມະຕິ ບາງພະຍາດ ໃຫ້ມີຄວາມຊັດເຈນຂຶ້ນຕື່ມ

15/11/2023 14:00
Email Print 613
ຂປລ ຂປລ. ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ທ່ານ ຄຳແສນ ສີສະວົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ໄດ້ປະກອບຄຳຄິດຄຳເຫັນ ໃສ່ກົດໝາຍວ່າດ້ວຍການປິ່ນປົວ ສະບັບປັງປຸງ




ຂປລ. ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ
6 ຂອງສະພາແຫ່ງຊາດ ຊຸດທີ IX, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ທ່ານ ຄຳແສນ ສີສະວົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ໄດ້ປະກອບຄຳຄິດຄຳເຫັນ ໃສ່ກົດໝາຍວ່າດ້ວຍການປິ່ນປົວ ສະບັບປັງປຸງ ໂດຍລວມແມ່ນເຫັນດີເປັນເອກະພາບ ເພາະກົດໝາຍສະບັບນີ້ ແນໃສ່ເພື່ອແກ້ໄຂບັນຫາ ປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນສັງຄົມ ແລະ ຕິດພັນກັບການປິ່ນປົວສຸຂະພາບ.

ແນວໃດກໍຕາມ, ທ່ານ ຄຳແສນ ສີສະວົງ ໄດ້ກ່າວວ່າ: ໃນໄລຍະຜ່ານ ເຫັນວ່າການປິ່ນປົວ, ຮັກສາສຸຂະພາບ ຢູ່ໃນສະຖານບໍລິການສາທາລະນະສຸກ ເປັນບັນຫາໜຶ່ງທີ່ສຳຄັນ ແຕ່ຍັງມີຫາງສຽງຈາກສັງຄົມຈົ່ມວ່າ ເປັນຕົ້ນການບໍລິການ ບໍດີເທົ່າທີ່ຄວນ, ສະຖານບໍລິການບໍ່ສະອາດ, ການວາງຢາ, ການວິເຄາະ, ວິໄຈ ແລະ ການບົ່ງມະຕິບາງພະຍາດ ຍັງມີລັກສະນະບໍ່ຊັດເຈນ ແລະ ບໍ່ແໝ້ນຢຳ ເປັນຕົ້ນໄປກວດສຸຂະພາບ ຢູ່ໂຮງໝໍໜຶ່ງ ບົ່ງມະຕິພະຍາດວ່າແນວໜຶ່ງ, ໄປກວດອີກໂຮງໝໍໝຶ່ງ ກະບົ່ງມະຕິພະຍາດອີກແນວໜຶ່ງ ສະນັ້ນ, ເຮັດໃຫ້ຄົນເຈັບ, ຍາດຕິພີນ້ອງ ມີຄວາມສົບສົນ ແລະ ບໍ່ໝັ້ນໃຈທີ່ຈະປິ່ນປົວ ແລະ ຮັກສາ ຢູ່ໂຮງໝໍພາຍໃນ ເຊິ່ງບາງກໍລະນີ້ ແມ່ນໄປຮັກສາ, ປິ່ນປົວຢູ່ປະເທດ ໃກ້ຄຽງ ຈຶ່ງສະເໝີໃຫ້ພາກສ່ວນກ່ຽວຂ້ອງ ເລັ່ງແກ້ໄຂບັນຫາດັ່ງກ່າວຢ່າງຮີບດ່ວນ ເພື່ອເຮັດໃຫ້ລະບົບ ການບໍລິການປິ່ນປົວສຸຂະພາບຢູ່ ສປປ ລາວ ມິຄຸນນະພາບ, ທັນສະໄໝ, ຫລຸດຜ່ອນຫາງສຽງຂອງສັງຄົມ ລວມເຖິງຈັນຍາບັນ, ຈັນຍາທຳຂອງແພດໝໍ.

ທ່ານ ຄຳແສນ ສີສະວົງ ຍັງໄດ້ແລກປ່ຽນຄຳເຫັນໃສ່ມາດຕາ 17 ໂຮງໝໍເອກະຊົນ ເຊິ່ງແມ່ນສະຖານທີ່ ບໍລິການປິ່ນປົວຂອງເອກະຊົນ ທີ່ໄດ້ຮັບອະນຸຍາດ ຈາກລັດຖະບານ. ເຖິງວ່າກົດໝາຍສະບັບດັ່ງກ່າວ ຈະລະບຸກ່ຽວກັບຂະໜາດ ຂອງໂຮງໝໍເອກະຊົນເຊັ່ນ: ຂະໜາດໃຫຍ່, ຂະໜາດກາງ, ຂະໜາດນ້ອຍ ແລະ ລະບຸກ່ຽວກັບອຸປະກອນຕ່າງໆ ເປັນຕົ້ນອຸປະກອນການແພດ, ຕຽງນອນ, ຜູ້ປກອບວິຊາຊີບ ແລະ ໃຫ້ການບໍລິການປິ່ນປົວທົ່ົວໄປ ຫລື ສະເພາະທາງ ຕາມລະບຽບການ ແລ້ວກໍຕາມ ແຕ່ຂໍສະເໝີຕື່ມໃຫ້ມີການກຳນົດ ຈະແຈ້ງຕື່ມກ່ຽວກັບຈຳນວນ ເປັນຕົ້ນຄວນມີຕຽງນອນເທົ່າໃດຕຽງ ເພື່ອຮັບປະກັນຄວາມພຽງພໍຂອງ ຄົນເຈັບທີ່ມາໃຊ້ບໍລິການຢູ່ໂຮງໝໍນັັ້ນໆ.

ນອກຈາກນີ້, ສສຊ ຫລາຍທ່ານ ກໍໄດ້ສະເໜີໃຫ້ ຕັດບາງເນື້ອໃນ, ເພີ່ມຄຳອະທິບາຍ ໃສ່ບາງໝວດ, ບາງພາກ ແລະ ບາງມາດຕາ ເປັນຕົ້ນມາດຕາ 31 ການວາງຢາ, ມາດຕາ 54 ຄ່າທຳນຽມ, ຄ່າບໍລິການ ແລະ ຄ່າປິ່ນປົວ, ມາດຕາ 32 ການຈ່າຍຢາ, ມາດຕາ 40 ຈັນຍາບັນຂອງຜູ້ປະກອບວິຊາຊີບ, ມາດຕາ 27 ການກວດພະຍາດ ແລະ ອື່ນໆ


ຂ່າວ: ກິດຕາ

ພາບ: ໄອຄຳ

KPL

ຂ່າວອື່ນໆ

    • ສະຖານທູດໄທ ປະຈຳ ລາວ ສະຫລອງ ວັນຄ້າຍວັນເກີດ ຂອງເຈົ້າຊີວິດໄທການເມືອງ

      ສະຖານທູດໄທ ປະຈຳ ລາວ ສະຫລອງ ວັນຄ້າຍວັນເກີດ ຂອງເຈົ້າຊີວິດໄທ

      12/7/2023 3:58:44 PM

      ຂປລ. ໃນວັນທີ 5 ທັນວາ 2023 ຜ່ານ​ມາ, ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ຈັດງານລ້ຽງເພື່ອສະເຫລີມສະຫລອງ ເນື່ອງໃນໂອກາດວັນຄ້າຍ ວັນພະບໍຣົມຣາດຊະສົມພົບ ຂອງພະບາດສົມເດັດ ພະບໍຣົມຊະນະກາທິເບດ ມະຫາພູມິພົນ ອະດຸນຍະເດດ ມະຫາຣາດ ບໍຣົມມະນາດບໍພິດວັນຊາດ ແລະ ວັນພໍ່ແຫ່ງຊາດ 5 ທັນວາ 2023

    • ຜູ້ປະຈຳການຄະນະເລຂາທິການສູນກາງພັກ ເນັ້ນໃຫ້ແມ່ຍິງ ເອົາໃຈໃສ່ຫລາຍບັນຫາສໍາຄັນການເມືອງ

      ຜູ້ປະຈຳການຄະນະເລຂາທິການສູນກາງພັກ ເນັ້ນໃຫ້ແມ່ຍິງ ເອົາໃຈໃສ່ຫລາຍບັນຫາສໍາຄັນ

      12/7/2023 3:51:17 PM

      ຂປລ. ໃນໂອກາດເຂົ້າຮ່ວມ ກອງປະຊຸມຄົບຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຄັ້ງທີ 3 ສະໄໝທີ VIII ​ໃນ​ວັນ​ທີ 6 ທັນວາ 2023 ນີ້, ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ​ໄດ້​ມີ​ຄຳ​ເຫັນ​ໂອ​ລົມ​ຕໍ່​ກອງ​ປະຊຸມ ​ໂດຍ​ໄດ້ເນັ້ນໃຫ້ສະຫະພັນ​ແມ່ຍິງທຸກຂັ້ນ ເອົາໃຈໃສ່ຫລາຍບັນຫາສໍາຄັນ

    • ນາຍົກລັດຖະມົນຕີ ຕ້ອນຮັບ ເຈົ້າແຂວງຊຸງຊອງນຳໂດ ສ ເກົາຫລີການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບ ເຈົ້າແຂວງຊຸງຊອງນຳໂດ ສ ເກົາຫລີ

      12/7/2023 3:37:55 PM

      ຂປລ. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຕ້ອນຮັບການເຂົ້າຢ້ຽມ​ຂໍ່ານັບຂອງ ທ່ານ ກິມ ເທ ຮຶມ (Kim Tea Heum) ເຈົ້າແຂວງ ຊຸງຊອງນຳໂດ ສ ເກົາຫລີ ພ້ອມຄະນະ ໃນວັນທີ 7 ທັນວາ 2023 ​ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່ ສປປ ລາວ.

    • ລາວ-ຈີນ  ເພີ່ມທະວີວຽກງານໄອຍະການປະຊາຊົນການເມືອງ

      ລາວ-ຈີນ ເພີ່ມທະວີວຽກງານໄອຍະການປະຊາຊົນ

      12/7/2023 3:26:36 PM

      ຂປລ. ໃນວັນທີ 5 ທັນວາ 2023 ຜ່ານ​ມາ, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມ​ຄະນະ ໄດ້ພົບປະກັບ ຄະນະຜູ້ແທນຂັ້ນສູງອົງການໄອຍະການສູງສຸດ ແຫ່ງ ສປ ຈີນ ນຳໂດຍ ທ່ານ ຢິ່ງ ຢົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປ ຈີນ ​ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມ ໄອຍະການສູງສຸດ ຈີນ-ອາຊຽນ ຄັ້ງທີ 13 ທີ່ນະຄອນຫລວງ ຮ່າໂນ້ຍ ສສ ຫວຽດ ນາມ.

    • ເປີດເວທີສົນທະນາການຮ່ວມມື ລາວ-ຈີນ ພາຍໃຕ້ຫົວຂໍ້ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ IIການເມືອງ

      ເປີດເວທີສົນທະນາການຮ່ວມມື ລາວ-ຈີນ ພາຍໃຕ້ຫົວຂໍ້ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ II

      12/7/2023 3:18:49 PM

      ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ຮ່ວມກັບ ສຳນັກຂ່າວສານ ຊິນຮົວ ສປ ຈີນ, ສະພາການຄ້າຊາວຈີນຕ່າງດາວ ປະຈຳ ສປປ ລາວ ຈັດເວທີສົນທະ ນາການຮ່ວມມື ລາວ-ຈີນ ພາຍໃຕ້ຫົວຂໍ້ "ໜຶ່ງແລວ ໜຶ່ງເສັ້ນທາງ" ຄັ້ງທີ II ໃນວັນທີ 7 ທັນວາ 2023 ທີ່ນະຄອນຫລວງວຽງຈັນ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະ ມົນຕີ, ທ່ານ ຟູ ຫົວ ຫົວໜ້າສຳນັກຂ່າວສານຊິນຮົວ ​ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top