ກະຊວງສາທາລະນະສຸກ ສະເໜີສະພາ ປັບປຸງ ຮ່າງກົດໝາຍ ວ່າດ້ວຍການປິ່ນປົວ

15/11/2023 13:11
Email Print 8854
ຂປລ ຂປລ. ໃນວາລະການດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 15 ພະຈິກ 2023 ນີ້, ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງ ສາທາລະນະສຸກ ໄດ້ຂຶ້ນສະເໜີປັບປຸງຮ່າງກົດໝາຍ ວ່າດ້ວຍການປິ່ນປົວ ເພື່ອໃຫ້ມີເນື້ອໃນ ຄົບຖ້ວນ ສົມບູນຂຶ້ນກວ່າເກົ່າ.




ຂປລ. ໃນວາລະການດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ
IX ໃນວັນທີ 15 ພະຈິກ 2023 ນີ້, ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງ ສາທາລະນະສຸກ ໄດ້ຂຶ້ນສະເໜີປັບປຸງຮ່າງກົດໝາຍ ວ່າດ້ວຍການປິ່ນປົວ ເພື່ອໃຫ້ມີເນື້ອໃນ ຄົບຖ້ວນສົມບູນຂຶ້ນກວ່າເກົ່າ. ຫລັງຈາກນັ້ນ, ສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ປະກອບຄຳເຫັນ ໃສ່ຮ່າງກົດໝາຍດັ່ງກ່າວ ຢ່າງກົງໄປ ກົງມາ ແລະ ສ້າງສັນ ໂດຍລວມ ແມ່ນເຫັນດີເປັນເອກະພາບ ຕໍ່ໂຄງສ້າງ ແລະ ເນື້ອໃນຂອງກົດໝາຍ ແຕ່ຍັງມີ ສສຊ ບາງເຂດເລືອກຕັ້ງ ສະເໜີໃຫ້ຕັດອອກ, ຕື່ມໃສ່ ບາງຄຳສັບ, ບາງເນື້ອໃນ ຢູ່ບາງໝວດ, ບາງມາດຕາ ເພື່ອເຮັດໃຫ້ຮ່າງກົດໝາຍ ມີຄວາມຄົບຖວນ, ສົມບູນ ສາມາດນຳໄປຈັດຕັ້ງປະຕິບັດ ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

 ທ່ານ ບຸນແຝງ ພູມມະໄລສິດ ລາຍງານໃຫ້ຮູ້ວ່າ: ໃນປີ 2005 ກົດໝາຍວ່າດ້ວຍການປິ່ນປົວ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ຫລັງຈາກນັ້ນ, ໃນປີ 2014 ໄດ້ມີການປັບປຸງ ຄັ້ງທີ1 ເຊິ່ງຂະແໜງສາທາລະນະສຸກ ໄດ້ຈັດຕັ້ງຜັນຂະຫຍາຍ ເຂົ້າໃນວຽກງານການປິ່ນປົວ ເຫັນວ່າ ການເຄື່ອນໄຫວ, ການຄຸ້ມຄອງ ແລະ ການຕິດຕາມກວດກາ ວຽກງານການບໍລິການປິ່ນປົວ ດີຂຶ້ນເທື່ອລະກ້າວ, ແຕ່ກໍຍັງເຫັນວ່າ ຍັງມີຫລາຍບັນຫາ ທີ່ເກີດຂື້ນຕົວຈິງ ທີ່ຍັງບໍ່ຖືກກຳນົດເຂົ້າໃນ ຮ່າງກົດໝາຍສະບັບນີ້ ເປັນຕົ້ນ ສູນເສີມຄວາມງາມ ທີ່ມີການນຳໃຊ້ ຫັດຖະການ ທາງດ້ານການແພດ ເປັນຕົ້ນ ການສັກ, ການເຈາະ, ການດູດ, ການຖູ, ການປັກເຂັມ ລວມໄປເຖິງການ ຜ່າຕັດສັນຍາກຳ ຕົບແຕ່ງເສີມຄວາມງາມຕ່າງໆ ເຊິ່ງໃນປັດຈຸບັນ ເຫັນວ່າມີຈໍານວນເພີ່ມຂຶ້ນຫລາຍ ໃນຂອບເຂດທົ່ວປະເທດ. ບາງຄັ້ງການນຳໃຊ້ ຫັດຖະການດັ່ງກ່າວ ກໍບໍ່ແມ່ນແພດໝໍ, ການນໍາໃຊ້ອຸປະກອນການແພດ ອາດບໍ່ຖືກຕ້ອງຕາມຫລັກວິຊາການ ເຮັດໃຫ້ເປັນຊ່ອງຫວ່າງ ແລະ ມີຄວາມຫຍຸ້ງຍາກ ໃນການຄຸ້ມຄອງ ແລະ ຕິດຕາມກວດກາ ຂອງຂະແໜງການສາທາລະນະສຸກ ເຊິ່ງເປັນບັນຫາທ້າທາຍ ພໍສົມຄວນ ໂດຍສະເພາະ ການດຳເນີນຫັດຖະການສັນຍາກຳຕົບແຕ່ງ, ເສີມຄວາມງາມ ແລ້ວມີບັນຫາແຕະຕ້ອງ ເຖິງສຸຂະພາບຮ່າງກາຍ ຕາມມາ ເປັນຕົ້ນ ອະໄວຍະວະມີການຈີກຂາດ, ບາດແຜເໜົ່າເປື່ອຍເປັນໜອງ, ຊຶມເຊື້ອ ແລະ ອື່ນໆ.

ຕໍ່ກັບບັນຫາດັ່ງກ່າວ ຈຶ່ງຈຳເປັນຕ້ອງມີການປັບປຸງກົດໝາຍ ວ່າດ້ວຍການປິ່ນປົວ ຄັ້ງທີ 2 ເພື່ອໃຫ້ມີຄວາມສອດຄ່ອງ ແລະ ແທດເໝາະ ກັບສະພາບເງື່ອນໄຂ ການຂະຫຍາຍຕົວ ຂອງເສດຖະກິດ-ສັງຄົມ ໃນປັດຈຸບັນ ກໍຄື ສະພາບຕົວຈິງຂອງປະເທດເຮົາ ແລະ ການປ່ຽນແປງ ໃໝ່ຂອງໂລກ ແນໃສ່ ພັດທະນາລະບົບ ການບໍລິການປິ່ນປົວສຸຂະພາບ ຂອງ ສປປ ລາວ ໃຫ້ນັບມື້ວ່ອງໄວ, ມີຄຸນນະພາບ, ທັນສະໄໝ ສາມາດ ກວດສອບໄດ້, ເຊື່ອມໂຍງກັບ ພາກພື້ນ ແລະ ສາກົນ ເທື່ອລະກ້າວ. ທັງເປັນການຫລຸດຜ່ອນ ຫາງສຽງຂອງສັງຄົມ ລວມໄປເຖິງ ຈັນຍາບັນ, ຈັນຍາທໍາຂອງແພດໝໍ.

ກົດໝາຍສະບັບ ປີ 2014 ປະກອບມີທັງໝົດ 10 ໝວດ 78 ມາດຕາ (ມີແຕ່ໝວດ ກັບ ມາດຕາ ບໍມີ ພາກ); ຮ່າງກົດໝາຍສະບັບ ປັບປຸງປະກອບມີ 9 ພາກ, 4 ໝວດ, 72 ມາດຕາ, ໃນນັ້ນປັບປຸງ 47 ມາດຕາ ແລະ ເພີ່ມເຂົ້າໃໝ່ 1 ພາກ, 15 ມາດຕາ. ພາຍຫລັງ ກົດໝາຍສະບັບນີ້ ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຄາດວ່າຈະສາມາດ ຕິດຕາມ, ຄຸ້ມຄອງ ແລະ ກວດກາ ວຽກງານປິ່ນປົວ ທາງພາກລັດ ແລະ ເອກະຊົນ ໃຫ້ປະຕິບັດໜ້າທີ່ຂອງຕົນ ຖືກຕ້ອງ, ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ປົກປ້ອງສິດ ແລະ ຜົນປະໂຫຍດ ຂອງຜູ້ໃຊ້ບໍລິການ ກໍຄືຄົນເຈັບ ທັງສາມາດຍົກລະດັບວຽກງານການປິ່ນປົວ, ເຮັດໃຫ້ຕາໜ່າງ ສາທາລະນະສຸກ ໃນຂອບເຂດທົ່ວປະເທດ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ໄດ້ຮັບການຈັດຕັ້ງ ຢ່າງເປັນລະບົບຄົບຊຸດ, ຄ່ອງຕົວ, ມີປະສິດທິພາບ ແລະ ປະສິດທິຜົນ. ພ້ອມທັງ, ຄຸ້ມຄອງ ບັນດາຫ້ອງກວດພະຍາດເອກະຊົນ ແລະ ສູນເສີມຄວາມງາມ ທີ່ມີການນຳໃຊ້ ຫັດຖະການ ທາງດ້ານການແພດ ໃຫ້ມີຄວາມຖືກຕ້ອງ, ສອດຄ່ອງ ແລະ ສາມາດຕິດຕາມກວດກາໄດ້ ລວມໄປເຖິງການອອກໃບອະນຸຍາດ ໃນການດໍາເນີນການ; ປະກອບສ່ວນໃນການ ບັນລຸເປົ້າໝາຍ ພັດທະນາແບບຍືນຍົງ SDGs, ຫລຸດຜ່ອນອັດຕາການຕາຍ ຂອງແມ່ ແລະ ເດັກ ແລະ ເພີ່ມອັດຕາ ການເກີດລູກ ມີແພດຊ່ວຍ ແລະ ກ້າວໄປສູ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ.

ຂ່າວ: ກິດຕາ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກສາທາລະນະສຸກ

      ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກ

      5/7/2025 8:24:17 PM

      ຂປລ. ອັດຕາການເກີດລູກໃນໄວໜຸ່ມ ຍັງເປັນສິ່ງທີ່ໜ້າກັງວົນຫລາຍ ເຊິ່ງໃນປີ 2017 ສປປ ລາວ ມີອັດຕາການເກີດລູກໃນໄວໜຸ່ມ ເປັນອັນດັບທີ 2 ໃນຂົງເຂດປາຊີຟິກຕາເວັນຕົກ ທີ່ມີອັດຕາຢູ່ 83 ການເກີດຕໍ່ແມ່ຍິງໄວໜຸ່ມ ອາຍຸ 15-19 ປີ ສູງເຖິງ 1.000 ຄົນ.

    • ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນສາທາລະນະສຸກ

      ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນ

      4/30/2025 12:59:18 PM

      ຂປລ. ລັດຖະບານລາວ ແລະ ບັນດາຄູ່ຮ່ວມພັດທະນາ ຈັດງານສະເຫລີມສະຫລອງ ວັນສຸຂະພາບໂລກ 2025 ໃນວັນທີ 29 ເມສາ 2025 ຢູ່​ນະຄອນຫລວງ​ວຽງຈັນ ພາຍໃຕ້ຫົວຂໍ້ “ການເລີ່ມຕົ້ນສຸຂະພາບທີ່ດີ ເພື່ອອະນາຄົດທີ່ສົດໃສ” ແນໃສ່ເພື່ອເພີ່ມທະວີ ຄວາມພະຍາຍາມ ຢຸດຕິການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່ ຈາກສາເຫດທີ່ສາມາດປ້ອງກັນໄດ້ ແລະ ການໃຫ້ຄວາມສຳຄັນກັບສຸຂະ ພາບແມ່ຍິງໃນໄລຍະຍາວ.

    • ກະຊວງສາທາລະນະສຸກ ສະຫລຸບ 	ວຽກງານແຜນການ ແລະ ການເງິນ	ສາທາລະນະສຸກ

      ກະຊວງສາທາລະນະສຸກ ສະຫລຸບ ວຽກງານແຜນການ ແລະ ການເງິນ

      4/4/2025 3:58:55 PM

      ຂປລ. ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານແຜນການ ແລະ ການເງິນປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂອງກະຊວງສາທາລະນະສຸກ ພາຍໃຕ້ຄໍາຂວັນ "ຕັ້ງໜ້າພັດທະນາວຽກງານ ສາທາລະນະສຸກໃຫ້ມີຄຸນນະພາບ, ທົ່ວເຖິງ ແລະ ທັນສະໄໝ ເທື່ອລະກ້າວ" ຈັດຂຶ້ນໃນວັນທີ 3 ເມສາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ ພ້ອມ ​ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    • ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວສາທາລະນະສຸກ

      ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວ

      3/20/2025 2:52:37 PM

      ຂປລ. ສະຖານທູດຢີ່ປຸ່ນປະຈໍາລາວ ຈັດກິດຈະກຳໃຫ້ສື່ມວນຊົນລາວ ໄປຢ້ຽມຢາມບັນດາໂຄງການທີ່ລັດ ຖະບານຢີ່ປຸ່ນ ໃຫ້ການຊ່ວຍເຫລືອ ຢູ່ ສປປ ລາວ ໃນຂະແໜງການຮ່ວມມືດ້ານເສດຖະກິດ ຢູ່ໃນນະຄອນຫລວງວຽງຈັນ (ນວ) ໃນວັນທີ 19 ມີນາ 2027 ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນ ທາງການທູດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ (ວັນທີ 5 ມີນາ 1955 ຫາ 5 ມີນາ 2025) ນໍາໂດຍ ທ່ານ ໂທຊິມິຈິ ໂຄກະ ເລຂາເອກ, ຫົວໜ້າພະແນກເສດຖະກິດ ແລະ ການຮ່ວມມື ແລະ ທ່ານ ນາງ ໂຢຊິຮະລຊິ ອະຊຸກະ ຫົວໜ້າພະແນກ ວັດທະນະທຳ ສະຖານທູດຢີ່ປຸ່ນປະຈໍາລາວ.

    • ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024ສາທາລະນະສຸກ

      ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024

      2/13/2025 2:51:34 PM

      ຂປລ. ກອງປະຊຸມສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024 ແລະ ແຜນການປະຈຳປີ 2025 ຈັດຂຶ້ນໃນວັນທີ 13-14 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top