ຍົກສູງຈິດໃຈຮັກຊາດ ພ້ອມກັນພັດທະນາປະເທດຊາດແທ້ຈິງ

13/11/2023 13:03
Email Print 1257
ຂປລ *ຍັງອີກບໍ່ພໍເທົ່າໃດມື້ ທົ່ວປວງຊົນລາວທັງຊາດກໍຈະໄດ້ພ້ອມກັນສະເຫລີມສະຫລອງວັນຊາດທີ 2 ທັນວາຄົບຮອບ 48 ປີ ໃຫ້ມີບັນຍາກາດຟົດຟື້ນ, ເຊິ່ງມັນຮຽກຮ້ອງໃຫ້ທົ່ວປວງຊົນທັງຊາດ ຈົ່ງພ້ອມກັນເປັນເຈົ້າການແຂ່ງຂັນ ສ້າງຜົນ ງານຕ້ອນຮັບວັນສຳຄັນດັ່ງກ່າວ ໃຫ້ມີ ຄວາມໝາຍສຳຄັນເລິກເຊິ່ງ ໂດຍສະເພາະແມ່ນການພ້ອມ ກັນຈັດຕັ້ງປະ ຕິບັດ 6 ສ ຕາມທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ. ຢ່າງໃດກໍ່ດີ ເພື່ອເຮັດໃຫ້ການສະເຫລີມສະຫລອງ ວັນຊາດທີ 2 ທັນວາ ໃຫ້ມີບັນຍາກາດຟົດຟື້ນນັ້ນ.


*ຍັງອີກບໍ່ພໍເທົ່າໃດມື້ ທົ່ວປວງຊົນລາວທັງຊາດກໍຈະໄດ້ພ້ອມກັນສະເຫລີມສະຫລອງວັນຊາດທີ 2 ທັນວາຄົບຮອບ 48 ປີ ໃຫ້ມີບັນຍາກາດຟົດຟື້ນ, ເຊິ່ງມັນຮຽກຮ້ອງໃຫ້ທົ່ວປວງຊົນທັງຊາດ ຈົ່ງພ້ອມກັນເປັນເຈົ້າການແຂ່ງຂັນ ສ້າງຜົນງານຕ້ອນຮັບວັນສຳຄັນດັ່ງກ່າວ ໃຫ້ມີ ຄວາມໝາຍສຳຄັນເລິກເຊິ່ງ ໂດຍສະເພາະແມ່ນການພ້ອມກັນຈັດຕັ້ງປະຕິບັດ 6 ສ ຕາມທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ. ຢ່າງໃດກໍ່ດີ ເພື່ອເຮັດໃຫ້ການສະເຫລີມສະຫລອງ ວັນຊາດທີ 2 ທັນວາ ໃຫ້ມີບັນຍາກາດຟົດຟື້ນນັ້ນ. ດັ່ງນັ້ນ, ມື້ໜັງສືພິມປະເທດລາວຂໍ ນຳສະເໜີ ບາງເນື້ອໃນສຳຄັນ ຂອງບາງກອງປະຊຸມໃຫຍ່ຂອງພັກ ໃນໄລຍະຜ່ານມາໃຫ້ທ່ານຜູ້ອ່ານໄດ້ຮັບຮູ້ ເພື່ອເປັນການປຸກລະດົມແນວຄິດຮັກຊາດ ໃຫ້ແກ່ພວກເຮຕະຫລອດໄລຍະ 48 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພັກເຮົາ ໄດ້ຖືສຳຄັນໃນການ ປຸກລະດົມແນວຄິດຮັກຊາດ ແລະ ຄວາມສາມັກຄີເປັນປຶກແຜ່ນ ເປັນບັນຫາສໍາຄັນຕັດສິນໄຊຊະນະ ຂອງການປະຕິວັດ. ພົ້ນເດັ່ນຢູ່ໃນກອງປະຊຸມໃຫຍ່ ຄັ້ງທີ VII ຂອງພັກ ໄດ້ໃຫ້ທັດສະນະວ່າ: ການເພີ່ມທະວີຄວາມສາມັກຄີ ທົ່ວປວງຊົນເປັນໜ້າທີ່ຍຸດທະສາດພື້ນຖານ ຍາວນານຂອງປະເທດເຮົາ, ກ່ອນອື່ນໝົດຕ້ອງສຶກສາອົບຮົມນໍ້າໃຈຮັກຊາດ ເອກະພາບ, ນໍ້າໃຈສາມັກຄີຮັກຫອມຕອມຕຸ້ມກັນ ໃນປວງຊົນລາວ ເໝືອນດັ່ງອ້າຍເອື້ອຍນ້ອງ ຮ່ວມອຸທອນໃນຄອບຄົວດຽວກັນ. ຂະນະທີ່ຢູ່ໃນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ກໍໄດ້ມີທັດສະ ນະວ່າ: ການເພີ່ມທະວີຄວາມສາມັກຄີ ເປັນປຶກແຜ່ນແໜ້ນໜາຂອງທົ່ວປວງຊົນລາວ ພາຍໃຕ້ການນໍາພາຂອງພັກ ເປັນກໍາລັງແຮງຊະນະເລີດ ແລະ ເປັນປັດໄຈພື້ນຖານໃຫ້ແກ່ການສ້າງ ແລະ ຮັກສາສະຖຽນລະພາບທາງການເມືອງ ແລະ ຄວາມສະຫງົບທາງສັງຄົມ, ຮັບປະ ກັນ ໃຫ້ແກ່ການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ຜືນແຜ່ນດິນອັນຄົບຖ້ວມ ຂອງປະເທດຊາດໃຫ້ໝັ້ນຄົງ ກໍຄືການສ້າງສາພັດທະນາປະເທດຊາດ ໃຫ້ບັນລຸຕາມຈຸດໝາຍທີ່ກໍານົດໄວ້.

ພ້ອມກັນນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງຜູ້ແທນແນວລາວສ້າງຊາດ ທົ່ວປະເທດວ່າ: ການສ້າງຄວາມສາມັກຄີປອງດອງ ແມ່ນໝາກຫົວໃຈສໍາຄັນເພື່ອຕ້ານ ແລະ ສະກັດກັ້ນຄວາມແຕກ ແຍກໃນສັງຄົມ ເພາະວ່າຄວາມແຕກແຍກໃນສັງຄົມ ມັນເປັນໄພອັນຕະລາຍຕໍ່ສະຖຽນລະພາບ ຂອງປະເທດຊາດ, ຕໍ່ສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນ. ຈິດໃຈຮັກລະບອບປະຊາທິປະໄຕ ປະຊາຊົນ, ຮັກມູນເຊື້ອຂອງຊາດ, ຮັກວັດທະນະທໍາ-ຮີດ ຄອງປະເພນີອັນ ດີງາມຂອງຊາດ, ຮັກບັນພະບູລຸດ ແລະ ການນໍາທີ່ດີເດັ່ນຂອງປະເທດຊາດ, ມີອຸດົມການທີ່ຖືກຕ້ອງ, ມີສະຕິຊາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ກຸ້ມຕົນເອງ, ມີຄວາມດຸໝັ່ນ, ຄວາມອົດທົນ ແລະ ມີສະຕິເຄົາລົບລະບຽບ-ກົດໝາຍ, ຄວາມສາມັກຄີເປັນປຶກແຜ່ນສະແດງ ອອກໃນການຜູກພັນ, ການພົວພັນ, ການຮັກແພງຊ່ວຍເຫລືອຊຶ່ງກັນ ແລະ ກັນໃນການພັດທະນາເສດຖະກິດ-ສັງຄົມ, ມີຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບນັບຖືໃຫ້ກຽດກັນ ແລະ ຈິງໃຈຕໍ່ກັນ.

ຂະນະທີ່ໃນກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ທີ່ຈັດຂຶ້ນໃນທ້າຍປີ 2022, ສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ຍົກໃຫ້ເຫັນວ່າ: ການປຸກລະດົມຍົກສູງ ຈິດໃຈຮັກຊາດ ແລະ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ຂອງທົ່ວປວງຊົນລາວທັງຊາດເປັນບັນຫາສຳຄັນຕົ້ນຕໍ ເພື່ອນຳພາປະເທດຊາດ ໄປສູ່ຄວາມຈະເລີນສີວິໄລ. ດັ່ງນັ້ນ, ການສຶກສາອົບຮົມໃຫ້ປະຊາຊົນບັນດາເຜົ່າ ມີຄວາມສາມັກຄີ ເພື່ອສ້າງສະຕິຊາດ ທີ່ເປັນ ເອກະພາບ, ມີຄວາມຖະໜອມຫອມຮັກ, ຊ່ວຍເຫລືອຊຶ່ງກັນ ແລະ ກັນຈຶ່ງສາມາດແກ້ໄຂໄດ້ບັນຫາໄພອັນຕະລາຍດັ່ງກ່າວ, ພວກເຮົາຮັບຮູ້ ແລະ ຢືນຢັນໄດ້ວ່ານໍ້າໃຈຮັກຊາດ ແລະ ຄວາມສາມັກຄີເປັນປຶກແຜ່ນແມ່ນຊັບສິນ, ມໍລະດົກ ແລະ ມູນເຊື້ອທີ່ລໍ້າຄ່າຂອງພັກ-ລັດ ແລະ ປະຊາຊົນ.

ຢ່າງໃດກໍຕາມ ໂດຍລວມແລ້ວ ພວກເຮົາຕ້ອງສືບຕໍ່ຈັດຕັ້ງຜັນຂະຫຍາຍການສຶກສາອົບຮົມນໍ້າໃຈຮັກຊາດ ແລະ ຄວາມສາມັກຄີເປັນປຶກແຜ່ນ ໃນທົ່ວສັງຄົມລາວແຕ່ຮາກຖານ ມາຮອດວົງຄະນາຍາດແຫ່ງຊາດ, ໂດຍບໍ່ຈໍາແນກຊົນເຜົ່າ, ສາສະໜາຊັ້ນຄົນ ແລະ ພີ່ນ້ອງເຊື້ອຊາດ ລາວຢູ່ຕ່າງປະເທດ. ສ້າງໃຫ້ໄດ້ກ້ອນກໍາລັງມະຫາສາມັກຄີພ້ອມກັນສ້າງສາ ແລະ ພັດທະນາປະເທດຊາດຕາມແນວທາງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ./

ຂຽນ: ຢາຕົ້ງ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top