ຂປລ
ກະຊວງ ແຮງງານ ສ.ອາເມລິກາ ເປີດເຜີຍຕົວເລກ ຜູ້ຍື່ນຂໍຮັບ ສະຫວັດດີການ ວ່າງງານ ໃນຄັ້ງທຳອິດ ລວມມີ 189.000 ຄົນ, ຫລຸດລົງ 13.000 ຄົນ ເມື່ອອາທິດທີ່ຜ່ານມາ ແລະ ເປັນຕົວເລກ ຕໍ່າກວ່າ ທີ່ ນັກວິເຄາະ ກຳນົດໄວ້ 201.000 ຄົນ.
ຂປລ. ສຳນັກຂ່າວ ອິນໂຟເຄວສ
ລາຍງານວ່າ: ເມື່ອບໍ່ດົນມານີ້, ກະຊວງ ແຮງງານ ສ.ອາເມລິກາ ເປີດເຜີຍຕົວເລກ ຜູ້ຍື່ນຂໍຮັບ
ສະຫວັດດີການ ວ່າງງານ ໃນຄັ້ງທຳອິດ ລວມມີ 189.000 ຄົນ, ຫລຸດລົງ 13.000
ຄົນ ເມື່ອອາທິດທີ່ຜ່ານມາ ແລະ ເປັນຕົວເລກ ຕໍ່າກວ່າ ທີ່ ນັກວິເຄາະ
ກຳນົດໄວ້ 201.000 ຄົນ.
ສ່ວນຕົວເລກ ໂດຍສະເລ່ຍ 4 ອາທິດ ຂອງ ຈຳນວນ ຊາວສ.ອາເມລິກາ
ທີ່ ຍື່ນຂໍຮັບສະຫວັດດີການ ວ່າງງານຄັ້ງທຳອິດ ເຊິ່ງເປັນຕົວ ຊີ້ວັດຕະຫລາດ ແຮງງານ ທີ່ດີກວ່າ
ເນື່ອງຈາກຊ່ວຍ ຕັດຄວາມຜັນຜວນ ແຕ່ລະອາທິດອອກໄປນັ້ນ ໄດ້ຫລຸດລົງ ລະດັບ 196.000 ຄົນ. ນອກຈາກນັ້ນ, ຂະນະດຽວກັນ ກະຊວງ ແຮງງານ
ສ.ອາເມລິກາ ລາຍງານວ່າ ຈຳນວນຊາວ ສ.ອາເມລິກາ ທີ່ ຍັງຄົງຂໍຮັບ ສະຫວັດດີການ ວ່າງງານ ຢ່າງຕໍ່ເນື່ອງ
ຫລຸດລົງ 95.000 ຄົນ ໄປສູ່ລະດັບ 1.697
ລ້ານຄົນ./
KPL