ຈຳປາສັກ ຈຸດໝາຍປາຍທາງຂອງ ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ

08/11/2023 13:01
Email Print 3018
ຂປລ ຂປລ. ແຂວງຈຳປາສັກ ອຸດົມສົມບູນໄປດ້ວຍ ຊັບພະຍາກອນທຳມະຊາດ, ມີປະຫັວດສາດ ຄວາມເປັນມາອັນຍາວນານ, ມີຮ່ອງຮອຍ ຄວາມຈະເລີນຮຸ່ງເຮືອງ ທາງດ້ານອະລິຍະທຳ, ວັດທະນະທຳ, ປູສະນິຍະສະຖານອັນລ້ຳຄ່າ ເປັນມູນມໍລະດົກໂລກ ແລະ ມູນມໍລະດົກ ຂອງຊາດ

ຂປລ. ແຂວງຈຳປາສັກ ອຸດົມສົມບູນໄປດ້ວຍ ຊັບພະຍາກອນທຳມະຊາດ, ມີປະຫັວດສາດ ຄວາມເປັນມາອັນຍາວນານ, ມີຮ່ອງຮອຍ ຄວາມຈະເລີນຮຸ່ງເຮືອງ ທາງດ້ານອະລິຍະທຳ, ວັດທະນະທຳ, ປູສະນິຍະສະຖານອັນລ້ຳຄ່າ ເປັນມູນມໍລະດົກໂລກ ແລະ ມູນມໍລະດົກ ຂອງຊາດ ເຊິ່ງເປັນສີສັນ ທາງດ້ານວັດທະນະທຳ ທີ່ຫລາກຫລາຍ; ມີແຫລ່ງທ່ອງທ່ຽວ ທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ຫລາຍແຫ່ງ ທີ່ໜ້າທ່ຽວຊົມ ເປັນຕົ້ນ ວັດພູຈຳປາສັກ, ນ້ຳຕົກຕາດຄອນພະເພັງ, ຫລີ່ຜີ, ປາຂ່ານ້ຳຈືດ ແລະ ແຫລ່ງທ່ອງທ່ຽວອື່ນໆ ທີ່ເປັນແຫລ່ງທ່ອງທ່ຽວ ລະດັບຊາດ, ລະດັບພາກພື້ນ ແລະ ລະດັບໂລກ ເຊິ່ງເປັນຈຸດໝາຍປາຍທາງ ຂອງນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ.

ທ່ານ ອຳພົນ ແສງພະຈັນ ຮອງຫົວໜ້າພະແນກ ຖະແຫລ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຈຳປາສັກ ໄດ້ລາຍງານ ໃນກອງປະຊຸມ ຄະນະການປະສານງານ ຮ່ວມມືສາກົນຂອງມໍລະດົກໂລກ ວັດພູຈໍາປາສັກ ຄັ້ງທີ 7 ໃນວັນທີ 7 ພະຈິກ 2023 ວ່າ: ແຫລ່ງທ່ອງທ່ຽວທີ່ ໂດດເດັ່ນກວ່າໝູ່ ແມ່ນມໍລະດົກໂລກວັດພູ ພ້ອມພື້ນທີ່ວັດທະນະທຳຈຳປາສັກ ເຊິ່ງໄດ້ຖືກຮັບຮອງຈົດເຂົ້າທະບຽນ ເປັນມໍລະດົກໂລກ ໂດຍອົງການອຸຍແນັສໂກ  (UNESCO) ໃນວັນທີ 16 ທັນວາ 2001, ສະຖານ​ບູຮານ​ວັດ​ພູ ບໍ່ວ່າຈະເປັນການອອກ ແບບ, ການວາງແຜນຜັງ ແລະ ການກໍ່ສ້າງທີ່ກົມກືນ ກັບຈຸດພິເສດ ທາງທຳມະຊາດຂອງພື້ນທີ່, ທັງສອດຄ່ອງກັບຄວາມເຊື່ອຖື ທາງສາສະໜາ ໂດຍສະເພາະ ສາສະໜາຮິນດູ ທີ່ຂະຫຍາຍເຂົ້າມາເຖິງ ຂົງເຂດອາຊີຕາເວັນອອກສ່ຽງໃຕ້ ເປັນເວລາຫລາຍກວ່າ 1.000 ປີມາແລ້ວ ເຊິ່ງເຫັນວ່າ ເຕັມໄປດ້ວຍຄຸນຄ່າອັນໂດດເດັ່ນ ທາງວັດທະນະທຳ ແລະ ສະຖາປັດຕະຍະກຳເກົ່າແກ່. ຜ່ານການເວລາ ແລະ ຄວາມກົດດັນ ຈາກສະພາບແວດລ້ອມ,  ມາຮອດປັດຈຸບັນ ສະຖານທີ່ແຫ່ງນີ້ ໄດ້ຕົກຢູ່ໃນສະພາບຊຸດໂຊມ ຢ່າງໜັກໜ່ວງ ທີ່​ຈະຕ້ອງໄດ້ມີ ຄວາມເອົາໃຈໃສ່ ໃນການຄຸ້ມຄອງປົກປັກຮັກສາ ແລະ ບູລະນະສ້ອມແປງ ໃຫ້ມີຄວາມຍືນຍົງ ເພື່ອຄົນຮຸ່ນຕໍ່ໆໄປ.

ເຖິງຢ່າງໃດກໍຕາມ, ການປະກອບສ່ວນຂອງ ການຈັດຕັ້ງພາກລັດ, ຕະຫລອດເຖິງການສະໜັບສະໜູນ ຊ່ວຍເຫລືອ ຂອງບັນດາປະເທດ ເພື່ອນມິດ ແລະ ອົງການຈັດຕັ້ງສາກົນຕ່າງໆ  ຖືເປັນຜົນສຳເລັດຢ່າງໃຫຍ່ຫລວງ ເຂົ້າໃນການຄຸ້ມຄອງປົກປັກຮັກສາ, ພັດທະນາ ແລະ ເສີມຂະຫຍາຍຄຸນຄ່າ ໃຫ້ມີຄວາມຍືນຍົງ ຈົນເປັນທີ່ຮັບຮູ້ກັນຢ່າງກວ້າງຂວາງ ໂດຍສະເພາະ ຜົນການຄົ້ນຄວ້າ-ສຳຫລວດ ເພື່ອນໍາໄປສູ່ ການອະນຸລັກ ແລະ ບູລະນະສ້ອມແປງ ເພື່ອຮັກສາໄວ້ຊື່ງຄຸນຄ່າ ຂອງໂຄງສ້າງ ບູຮານສະຖານ ບັນດາໂຄງການເຫລົ່ານັ້ນ ປະກອບມີ ໂຄງການຮ່ວມມື ລາວ-ຝຣັ່ງ, ລາວ-ເກົາຫລີ, ລາວ-ອິນເດຍ , ລາວ-ອີຕາລີ, ລາວ-ຍີ່ປຸ່ນ ແລະ ບັນດາປະເທດເພື່ອນມິດອື່ນໆ ຊຶ່ງໄດ້ໃຫ້ ການສະໜັບ ສະໜູນຊ່ວຍເຫລືອ ໃນການກໍ່ສ້າງພື້ນຖານ ໂຄງລ່າງພາຍໃນພື້ນທີ່ມໍລະດົກ.

ຍ້ອນມີການຄຸ້ມຄອງ ແລະ ບຸລະນະປະຕິສັງຂອນຢ່າງຕໍ່ເນື່ອງ ລວມທັງຄວາມເອົາໃຈໃສ່ ໃນດ້ານການບໍລິການ, ການໂຄສະນາ ຜ່ານສື່ຕ່າງໆ  ອັນໄດ້ສ້າງຄວາມສົນໃຈ ໃຫ້ແກ່ນັກທ່ອງທ່ຽວ ທັງພາຍໃນ, ຕ່າງປະເທດ ເດີນທາງເຂົ້າມາ ສຶກສາຄົ້ນຄວ້າ ແລະ ທ່ຽວຊົມທີ່ນັບມື້ນັບຫລາຍຂຶ້ນ. ຕະຫລອດໄລຍະ 22 ປີທີ່ຜ່ານມາ, ຫລັງຈາກໄດ້ຖືກຮັບຮອງ ເປັນມໍລະດົກໂລກແລ້ວນັ້ນ ໄດ້ມີນັກ ທ່ອງທ່ຽວ ເຂົ້າມາທ່ຽວຊົມ ທັງໝົດຫລາຍກວ່າ 1,5 ລ້ານເທື່ອຄົນ. ນອກຈາກນັ້ນ, ສະຖານບູຮານວັດພູ ພ້ອມພື້ນທີ່ ຍັງໄດ້ຮັບການ ຄັດເລືອກ ໃຫ້ເປັນແຫລ່ງທ່ອງທ່ຽວ ຍອດນິຍົມ 2 ປີຊ້ອນ ຄື ປີ 2015 ແລະ 2016 ໂດຍເວັບໄຊ www.lianorg.com ຂອງ ສປ ຈີນ. ສິ່ງດັ່ງກ່າວ, ໄດ້ສະແດງໃຫ້ເຫັນເຖິງ ຄວາມປະທັບໃຈ ຂອງນັກທ່ອງທ່ຽວໃນທົ່ວໂລກ ທີ່ມີຕໍ່ບັນດາແຫລ່ງ ສະຖານບູຮານ, ວັດຖຸບູຮານ ທີ່ນອນໃນພື້ນທີ່ ມໍລະດົກໂລກ ເຊິ່ງແມ່ນໝາກຜົນ-ຜົນງານ ຂອງການເອົາໃຈໃສ່ ໃນການຄຸ້ມຄອງປົກປັກຮັກສາ ໃນໄລຜ່ານມາ ຂອງອໍານາດ ການປົກຄອງທຸກຂັ້ນ ນັບແຕ່ຂັ້ນສູນກາງ ລົງມາເຖິງທ້ອງຖິ່ນ ເຮັດໃຫ້ສະພາບເສດຖະກິດຂອງເມືອງ, ແຂວງ ແລະ ການທ່ອງທ່ຽວ ພາຍໃນແຂວງ ມີບັນຍາກາດຄຶກຄື້ນດີຂື້ນ ເປັນກ້າວໆມາ.

ຂ່າວ: ກິດຕາ

KPL

ຂ່າວອື່ນໆ

    • ວັດເພຍວັດ ອີກໜຶ່ງສະຖານທີ່ສຳຄັນຂອງແຂວງຊຽງຂວາງທ່ອງທ່ຽວ

      ວັດເພຍວັດ ອີກໜຶ່ງສະຖານທີ່ສຳຄັນຂອງແຂວງຊຽງຂວາງ

      4/27/2026 1:47:05 PM

      * ວັດເພຍວັດ ຕັ້ງຢູ່ກາງເມືອງ ຄູນ ແຂວງຊຽງຂວາງ ມີອາຍຸເກືອບ ພັນປີ ເຊິ່ງສະຖານທີ່ແຫ່ງນີ້ເປັນ ບ່ອນສັກກະລະບູຊາ ແລະ ກາບໄຫວ້, ເປັນສິ່ງສັກສິດຄູ່ບ້ານຄູ່ເມືອງ ຂອງ ຊາວແຂວງຊຽງຂວາງ ກໍຄື ນັກ ທ່ອງທ່ຽວທີ່ເດີນທາງມາຢ້ຽມຢາມ ແຂວງຊຽງຂວາງ. ວັດເພຍວັດມີ ເອກະລັກພິເສດຄື ມີຊາກເສົາເກົ່າ ແກ່ຕັ້ງຊີ້ຟ້າໂດຍປາສະຈາກຫລັງ ຄາ ຍ້ອນຖືກທຳລາຍໃນປາງສົງ ຄາມ ແຕ່ສິ່ງມະຫັດສະຈັນທີ່ສຸດ

    • ບັນຍາກາດບຸນປີໃໝ່ລາວ ຢູ່ແຫລ່ງທ່ອງທ່ຽວຕາດເລາະ-ຕາດຮັງທ່ອງທ່ຽວ

      ບັນຍາກາດບຸນປີໃໝ່ລາວ ຢູ່ແຫລ່ງທ່ອງທ່ຽວຕາດເລາະ-ຕາດຮັງ

      4/21/2026 11:38:31 AM

      ຂປລ. ບັນຍາກາດການສະເຫລີມ ສະຫລອງບຸນປີໃໝ່ລາວ ພສ 2569, ໃນວັນທີ 15 ເມສາ 2026 ຊຶ່ງເປັນມື້ ທີສອງ ຂອງການສະເຫລີມສະຫລອງ ບຸນປີໃໝ່ລາວ ຢູ່ແຫລ່ງທ່ອງທ່ຽວ ຕາດເລາະ-ຕາດຮັງ ແຂວງສາລະວັນ ມີບັນຍາກາດຄຶກຄື້ນດີ ບໍ່ວ່າຈະເປັນ ນັກທ່ອງທ່ຽວທັງພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ ໄດ້ມາ ທ່ຽວເປັນຈຳນວນຫລວງຫລາຍ

    • ສປປ ລາວ ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 5 ລາງວັນທ່ອງທ່ຽວ

      ສປປ ລາວ ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 5 ລາງວັນ

      3/10/2026 1:39:50 PM

      ຂປລ. ຄໍລໍາ “ທ່ອງທ່ຽວເມືອງ ລາວ” ຫລາຍສະບັບຜ່ານມາໄດ້ ນໍາສະເໜີ ກ່ຽວກັບລາງວັນການ ທ່ອງທ່ຽວສະອາດອາຊຽນມາ ແລ້ວ, ສະບັບນີ້ ຈະພາບັນດາທ່ານ ມາຮູ້ຈັກລາງວັນການທ່ອງທ່ຽວ ແບບຍືນຍົງອາຊຽນ ຊຶ່ງເປັນອີກ ລາງໜຶ່ງທີ່ຈະຊ່ວຍໃຫ້ວຽກງານ ການທ່ອງທ່ຽວ ມີການພັດທະນາ ຂຶ້ນ ແລະ ເຮັດໃຫ້ນັກທ່ອງທ່ຽວມີ ຄວາມໝັ້ນໃຈໃນການບໍລິການໃນ ສະຖານທີ່ໄດ້ຮັບລາງວັນຫລາຍຂຶ້ນ ເພາະກ່ອນຈະໄດ້ຮັບລາງວັນ ສະ ຖານທີ່ທ່ອງທ່ຽວ ຕ້ອງຜ່ານການ

    • ປີ 2026 ສປປ ລາວ ຄວ້າລາງວັນມາດຕະຖານ ສະຖານທີ່ຈັດງານອາຊຽນ 13 ລາງວັນທ່ອງທ່ຽວ

      ປີ 2026 ສປປ ລາວ ຄວ້າລາງວັນມາດຕະຖານ ສະຖານທີ່ຈັດງານອາຊຽນ 13 ລາງວັນ

      3/3/2026 11:58:39 AM

      ຂປລ. ສໍາລັບປີນີ້ກໍເປັນອີກປີ ໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ຂອງວຽກທ່ອງທ່ຽວ ເນື່ອງຈາກ ວ່າ ຫລາຍຂະແໜງການໄດ້ຮັບ ລາງວັນຈາກງານມະຫະກໍາການ ທ່ອງທ່ຽວອາຊຽນ ປະຈຳປີ 2026 ຊຶ່ງຈັດຂຶ້ນໃນເດືອນຜ່ານມາ ທີ່ເຊບູ, ປະເທດຟີລິບປິນ ໂດຍງານຄັ້ງນີ້ ສປປ ລາວ ໄດ້ຮັບ 21 ລາງວັນ ກວມເອົາ 4 ມາດຕະຖານ

    • ນະຄອນປາກເຊ ໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ປີ 2026 – 2028ທ່ອງທ່ຽວ

      ນະຄອນປາກເຊ ໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ປີ 2026 – 2028

      3/1/2026 8:01:34 AM

      ຂປລ. ຖືເປັນອີກໜຶ່ງຂ່າວດີ ທີ່ສ້າງຄວາມປະທັບໃຈໃຫ້ປະຊາຊົນແຂວງຈໍາປາສັກ ລວມເຖິງປະຊາຊົນທົ່ວປະເທດ ເນື່ອງຈາກວ່າ ເມື່ອບໍ່ດົນມານີ້ ສປປ ລາວ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ຈໍານວນ 21 ລາງວັນ ຈາກງານມະຫະກຳທ່ອງທ່ຽວອາຊຽນ ທີ່ຈັດຂຶ້ນໃນ ຢູ່ປະເທດພິລິປິນ.

ads
ads

Top