ສ້າງຄວາມສາມາດດ້ານສື່ ເປັນຄູ່ຮ່ວມ ຂັບເຄື່ອນວຽກສັກວັກຊີນໃນລາວ

02/11/2023 13:55
Email Print 8888
ຂປລ ຂປລ. ເມື່ອບໍ່ດົນມານີ້, ອົງການແນວລາວສ້າງຊາດ ແລະ ອົງການ ອຸຍນີເຊບ ປະຈຳລາວ ຈັດກອງປະຊຸມຄະນະສື່ມວນຊົນ ຢູ່ແຂວງອຸດົມໄຊ ໂດຍມີຕົວແທນ18 ແຂວງຂອງ ສປປ ລາວ ເຂົ້າຮ່ວມ ໂດຍມີຈຸດປະສົງຊ່ວຍເສີມສ້າງທັກສະສື່ ແລະ ການສື່ສານ ເພື່ອສົ່ງເສີມວຽກງານສັກຢາ ປ້ອງກັນພະຍາດໂຄວິດ-19

ຂປລ. ເມື່ອບໍ່ດົນມານີ້, ອົງການແນວລາວສ້າງຊາດ ແລະ ອົງການ ອຸຍນີເຊບ ປະຈຳລາວ ຈັດກອງປະຊຸມຄະນະສື່ມວນຊົນ ຢູ່ແຂວງອຸດົມໄຊ ໂດຍມີຕົວແທນ18 ແຂວງຂອງ ສປປ ລາວ ເຂົ້າຮ່ວມ ໂດຍມີຈຸດປະສົງຊ່ວຍເສີມສ້າງທັກສະສື່ ແລະ ການສື່ສານ ເພື່ອສົ່ງເສີມວຽກງານສັກຢາ ປ້ອງກັນພະຍາດໂຄວິດ-19 ແລະ ວຽກງານສັກຢາຮອບປົກກະຕິ, ສ້າງທັກສະທີ່ຈຳເປັນ ແລະ ການສ້າງຂໍ້ມູນຂ່າວສານ ທີ່ເຊື່ອຖືໄດ້ໃນວຽກງານສັກຢາ ກັນພະຍາດພາຍໃນຊຸມຊົນໃຫ້ດີຂຶ້ນ ໂດຍໄດ້ຮັບການສະໜັບບສະໜູນ ຂອງລັດຖະບານອົດສະຕຣາລີ ພາຍໃຕ້ໂຄງການ ເຂົ້າເຖິງວັກຊີນ ແລະ ຄວາມປອດໄພດ້ານສຸຂະພາບ.

ຕະຫລອດໄລຍະຝຶກອົບຮົມ 4 ວັນ, ຜູ້ເຂົ້າຮ່ວມໄດ້ມີໂອກາດຮໍ່າຮຽນທັກສະ ໃນການສ້າງຄຳບັນຍາຍທີ່ໜ້າຈັບໃຈ ແລະ ສື່ສານຂໍ້ມູນດ້ານວິຊາການ ກ່ຽວກັບວັກຊີນ ດ້ວຍພາສາທີ່ ເຂົ້າໃຈງ່າຍ, ອອກແບບໂປສເຕີ ແລະ ຂໍ້ມູນໃນສື່ສັງຄົມອອນລາຍ ແລະ ຍົກລະດັບທັກສະການສຳພາດ ແລະ ການຖ່າຍຮູບ.

ສປປ ລາວ ໄດ້ຮັບການຍອມຮັບ ຢ່າງກວ້າງຂວາງກ່ຽວກັບ ການຕອບໂຕ້ທີ່ເປັນແບບຢ່າງ ຕໍ່ກັບການແພ່ລະບາດ ຂອງພະຍາດໂຄວິດ-19; ຈຸດສຸມແມ່ນການໂຄສະນາການສື່ສານ ແລະ ໃຫ້ຊຸມຊົນມີສ່ວນຮ່ວມ ໄດ້ເຮັດໃຫ້ ສປປ ລາວ ສາມາດສັກຢາກັນພະຍາດ ໃຫ້ປະຊາຊົນໄດ້ຢ່າງວ່ອງໄວ. ໃນຂະນະດຽວກັນ, ຍັງໄດ້ຖ່າຍທອດຂໍ້ມູນຂ່າວສານ ດ້ານສຸຂະພາບໃຫ້ແກ່ ປະຊາຊົນ ຢ່າງມີປະສິດທິພາບ ເຖິງວ່າການລາຍງານ ຜູ້ຕິດເຊື້ອຫລຸດພະຍາດ ໂຄວິດ-19 ໄດ້ຫລຸດລົງ, ແຕ່ເຊື້ອພະຍາດຍັງຢູ່ເປັນສ່ວນໜຶ່ງ ຂອງຊີວິດຂອງພວກເຮົາ. ສະນັ້ນ, ຈຶ່ງຈຳເປັນສໍາລັບສື່ມວນຊົນ ແລະ ຜູ້ຊ່ຽວຊານດ້ານສຸຂະພາບ ທີ່ຈະຕ້ອງສື່ສານຂໍ້ມູນ ຄວາມສໍາຄັນກ່ຽວກັບ ການສັກຢາໃຫ້ມີປະສິດທິພາບ, ລວມທັງຄວາມສໍາຄັນ ຂອງການສັກເຂັມ ກະຕຸ້ນ ເພື່ອຫລຸດຜ່ອນຄວາມສ່ຽງ. ໃນເວລາດຽວກັນ, ຄວາມຕ້ອງການຂອງການສົ່ງເສີມການສັກຢາປ້ອງກັນ ປົກກະຕິກໍຍັງເປັນສິ່ງສໍາຄັນ.

ທ່ານ ວາງ ໄທ ພະນັກງານວິຊາການຈາກ ອົງການແນວລາວສ້າງຊາດ ແຂວງໄຊສົມບູນ, ສະແດງຄວາມຄິດເຫັນກ່ຽວກັບ ການຝຶກອົບຮົມຄັ້ງນີ້. "ການຝຶກອົບຮົມນີ້ ແມ່ນມີປະໂຫຍດ ຫລາຍສໍາລັບ ການວາງແຜນສື່ມວນຊົນ ແລະ ການສ້າງຂໍ້ມູນທີ່ໜ້າສົນໃຈ ໃຫ້ເໝາະສົມກັບຊຸມຊົນຂອງຂ້ອຍ. ການຮຽນຮູ້ຈາກແຂວງອື່ນໆ ໄດ້ຂະຫຍາຍຂອບເຂດ ຂອງພວກເຮົາ, ຊ່ວຍໃຫ້ພວກເຮົາສາມາດເຂົ້າໃຈ ກົນລະຍຸດທີ່ມີປະສິດທິພາບ ສຸຂະພາບຂອງແມ່ ແລະເດັກນ້ອຍ.

ພາຍຫລັງສິ້ນສຸດການຝຶກອົບຮົມຄັ້ງນີ້, ພະນັກງານສື່ມວນຊົນ ທີ່ເຂົ່າຮ່ວມ ຈະໄດ້ຈັດຝຶກອົບຮົມກ່ຽວກັບສື່ ແລະ ການສ້າງເນື້ອໃນ ເພື່ອຊຸກຍູ້ການໃຫ້ວັກຊີນ ຕໍ່ຊຸມຊົນຂອງພາຍໃນ ແຂວງຂອງຕົນ ເພື່ອສ້າງຄວາມເຊື່ອໝັ້ນ ໃນວຽກງານສັກຢາກັນພະຍາດ.

KPL

ຂ່າວອື່ນໆ

    • ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກສາທາລະນະສຸກ

      ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກ

      5/7/2025 8:24:17 PM

      ຂປລ. ອັດຕາການເກີດລູກໃນໄວໜຸ່ມ ຍັງເປັນສິ່ງທີ່ໜ້າກັງວົນຫລາຍ ເຊິ່ງໃນປີ 2017 ສປປ ລາວ ມີອັດຕາການເກີດລູກໃນໄວໜຸ່ມ ເປັນອັນດັບທີ 2 ໃນຂົງເຂດປາຊີຟິກຕາເວັນຕົກ ທີ່ມີອັດຕາຢູ່ 83 ການເກີດຕໍ່ແມ່ຍິງໄວໜຸ່ມ ອາຍຸ 15-19 ປີ ສູງເຖິງ 1.000 ຄົນ.

    • ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນສາທາລະນະສຸກ

      ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນ

      4/30/2025 12:59:18 PM

      ຂປລ. ລັດຖະບານລາວ ແລະ ບັນດາຄູ່ຮ່ວມພັດທະນາ ຈັດງານສະເຫລີມສະຫລອງ ວັນສຸຂະພາບໂລກ 2025 ໃນວັນທີ 29 ເມສາ 2025 ຢູ່​ນະຄອນຫລວງ​ວຽງຈັນ ພາຍໃຕ້ຫົວຂໍ້ “ການເລີ່ມຕົ້ນສຸຂະພາບທີ່ດີ ເພື່ອອະນາຄົດທີ່ສົດໃສ” ແນໃສ່ເພື່ອເພີ່ມທະວີ ຄວາມພະຍາຍາມ ຢຸດຕິການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່ ຈາກສາເຫດທີ່ສາມາດປ້ອງກັນໄດ້ ແລະ ການໃຫ້ຄວາມສຳຄັນກັບສຸຂະ ພາບແມ່ຍິງໃນໄລຍະຍາວ.

    • ກະຊວງສາທາລະນະສຸກ ສະຫລຸບ 	ວຽກງານແຜນການ ແລະ ການເງິນ	ສາທາລະນະສຸກ

      ກະຊວງສາທາລະນະສຸກ ສະຫລຸບ ວຽກງານແຜນການ ແລະ ການເງິນ

      4/4/2025 3:58:55 PM

      ຂປລ. ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານແຜນການ ແລະ ການເງິນປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂອງກະຊວງສາທາລະນະສຸກ ພາຍໃຕ້ຄໍາຂວັນ "ຕັ້ງໜ້າພັດທະນາວຽກງານ ສາທາລະນະສຸກໃຫ້ມີຄຸນນະພາບ, ທົ່ວເຖິງ ແລະ ທັນສະໄໝ ເທື່ອລະກ້າວ" ຈັດຂຶ້ນໃນວັນທີ 3 ເມສາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ ພ້ອມ ​ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    • ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວສາທາລະນະສຸກ

      ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວ

      3/20/2025 2:52:37 PM

      ຂປລ. ສະຖານທູດຢີ່ປຸ່ນປະຈໍາລາວ ຈັດກິດຈະກຳໃຫ້ສື່ມວນຊົນລາວ ໄປຢ້ຽມຢາມບັນດາໂຄງການທີ່ລັດ ຖະບານຢີ່ປຸ່ນ ໃຫ້ການຊ່ວຍເຫລືອ ຢູ່ ສປປ ລາວ ໃນຂະແໜງການຮ່ວມມືດ້ານເສດຖະກິດ ຢູ່ໃນນະຄອນຫລວງວຽງຈັນ (ນວ) ໃນວັນທີ 19 ມີນາ 2027 ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນ ທາງການທູດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ (ວັນທີ 5 ມີນາ 1955 ຫາ 5 ມີນາ 2025) ນໍາໂດຍ ທ່ານ ໂທຊິມິຈິ ໂຄກະ ເລຂາເອກ, ຫົວໜ້າພະແນກເສດຖະກິດ ແລະ ການຮ່ວມມື ແລະ ທ່ານ ນາງ ໂຢຊິຮະລຊິ ອະຊຸກະ ຫົວໜ້າພະແນກ ວັດທະນະທຳ ສະຖານທູດຢີ່ປຸ່ນປະຈໍາລາວ.

    • ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024ສາທາລະນະສຸກ

      ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024

      2/13/2025 2:51:34 PM

      ຂປລ. ກອງປະຊຸມສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024 ແລະ ແຜນການປະຈຳປີ 2025 ຈັດຂຶ້ນໃນວັນທີ 13-14 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top