ຂປລ
ເປີດຄວາມລີ້ລັບຖໍ້າພະໜອງປາຝາທີ່ມີຊື່ສຽງໂດ່ງດັງໃນພາກກາງຂອງ ສປປ ລາວ ກ່ອນໜ້ານັ້ນມີຄົນຕັ້ງຄໍາຖາມວ່າຖໍ້າປາຝາໜ້າ ຈະມີປາຝາຫລາຍໝື່ນຫລາຍພັນ ໂຕດໍາລົງຊີວິດ ແລະ ອາໄສຢູ່ໃນຖໍ້າ ແຕ່ຄວາມຈິງນັ້ນອາດບໍ່ໄດ້ເປັນຄືສິ່ງທີ່ຫລາຍທ່ານຄິດ.
*ເປີດຄວາມລີ້ລັບຖໍ້າພະໜອງປາຝາທີ່ມີຊື່ສຽງໂດ່ງດັງໃນພາກກາງຂອງ ສປປ ລາວ ກ່ອນໜ້ານັ້ນມີຄົນຕັ້ງຄໍາຖາມວ່າຖໍ້າປາຝາໜ້າ ຈະມີປາຝາຫລາຍໝື່ນຫລາຍພັນ ໂຕດໍາລົງຊີວິດ ແລະ ອາໄສຢູ່ໃນຖໍ້າ ແຕ່ຄວາມຈິງນັ້ນອາດບໍ່ໄດ້ເປັນຄືສິ່ງທີ່ຫລາຍ ທ່ານ ຄິດ.ຖໍ້າພະ-ໜອງປາຝາ ຕັ້ງຢູ່ບ້ານນາຂ້າງຊ້າງ ຫ່າງຈາກຕົວເມືອງ ທ່າແຂກ ແຂວງຄຳມ່ວນ ໄປທາງທິດຕາເວັນອອກ 14 ກິໂລແມັດ, ຖ້ໍາພະ-ໜອງປາຝາ ເປັນແຫລ່ງທ່ອງທ່ຽວທາງວັດທະນະທຳ, ພາຍໃນຖໍ້າມີພະພຸດທະຮູບຈຳນວນຫລາຍເຖິງ 229 ອົງ ທີ່ມີ ອາຍຸເກົ່າແກ່ກວ່າ 600 ປີ. ສ່ວນຢູ່ໜ້າຖໍ້າມີໜອງນໍ້າທີ່ສວຍງາມ ແລະ ໃນໜອງນໍ້າດັ່ງກ່າວຊາວບ້ານເຄີຍເຫັນປາຝາໃຫຍ່ລອຍຂຶ້ນຢູ່ເທິງໜ້ານໍ້າ.

ສະນັ້ນ, ເພິ່ນ ຈຶ່ງໃສ່ຊື່ວ່າ: ຖ້ຳພະ-ໜອງປາຝາ.ບໍລິເວນຖໍ້າພະ-ໜອງປາຝາ ແມ່ນຖໍ້າສອງຊັ້ນຢອງກັນຢູ່ຊຶ່ງຊັ້ນ ທີ່ຢູ່ຂ້າງເທິງແມ່ນຖໍ້າແຫ້ງທີ່ມີພະພຸດທະຮູບຂະໜາດໃຫຍ່ ແລະ ນ້ອຍ ເກົ່າແກ່ປະດິດສະຖານຢູ່ຕາມພັກຄ້າຍຄືຂັ້ນໄດ. ສ່ວນຖ້ຳທີ່ຢູ່ດ້ານ ລຸ່ມແມ່ນຖ້ຳທີ່ມີສາຍນ້ຳ ຈາກໜອງປາຝາໄຫລຜ່ານຈາກໃນຖໍ້າທະລຸອອກມາຫາປາກຖໍ້າດ້ານນອກ, ຖ້ຳທັງສອງນີ້ມີຄວາມຍາວປະມານ 200 ແມັດ ຊຶ່ງເປັນຖ້ຳທີ່ມີຄວາມສວຍງາມໄປດ້ວຍຫີນຍ້ອຍຫລາຍຂະໜາດ ແລະ ຮູບຮ່າງແຕກຕ່າງກັນຢັ່ງຢາຍກັນ ຢູ່ເປັນຍ່ານ. ລຸງບຸນນົງ ຜູ້ມີອາຍຸໄວກາງຄົນ ແລະ ມີຕົ້ນກຳເນີດຢູ່ບ້ານທ່າແຄ ເມືອງທ່າແຂກ ແຕ່ໄປຕັ້ງຫລັກປັກຖານຢູ່ບ້ານນາຂ້າງຊ້າງ, ເປັນຜູ້ໜຶ່ງທີ່ມີຄວາມມັກໄປຊອກຫາຈັບເຈຍມາເປັນອາຫານ, ລາວມັກໄປໆມາໆລະຫວ່າງ ບ້ານທ່າແຄ ແລະ ບ້ານນາ ຂ້າງຊ້າງເພາະເປັນເຂດທຳມາຫາກິນຂອງລາວ, ເສັ້ນທາງບ້ານຕໍ່ບ້ານນີ້ກໍ່ມີໜ່ວຍຜາມຖໍ້າຫລາຍບ່ອນ, ການໄປມາແຕ່ລະເທື່ອ ລຸງບຸນນົງຈຶ່ງມີພາຫານະຈັບເຈຍຕິດຕົວໄປນຳບໍ່ຂາດ, ການພົບເຫັນພະພຸດທະຮູບຈຳນວນຫລາຍ ໄດ້ເລີ່ມຕົ້ນຂຶ້ນໃນຍາມໃກ້ຈະຄໍ່າ, ຝຸງເຈຍມັກບິນເຂົ້າ-ອອກໃນຖໍ້າ, ໃນກາງເດືອນ 5 ຂອງວັນທີ 16 ປີ 2004 ລຸງ ບຸນນົງ ຈຶ່ງປີນຂຶ້ນ ບ່ອນອຸມຸງຖໍ້າທີ່ແນມເຫັນເຈຍຝຸງໃຫຍ່ ບິນເຂົ້າ-ອອກນັ້ນ, ປາກຖໍ້າສູງຈາກພື້ນດິນປະມານ 20 ກວ່າແມັດ, ຍ້ອນຄວາມຊິນເຄີຍໃນການປີນໜ້າຜາຢ່າງຊໍາ ນິຊຳນານ ຫລັງຈາກທີ່ ລຸງບຸນນົງ ປີນຂຶ້ນຮອດຈຶ່ງພົບເຫັນພະພຸດທະຮູບພາຍໃນຖໍ້າເປັນຈຳນວນຫລາຍອົງຊຶ່ງເປັນນິມິດໝາຍ ອັນດີໃນການສັກກະລະບູຊາ, ເມື່ອ ຊາວບ້ານນາຂ້າງຊ້າງ ແລະ ອົງການຈັດຕັ້ງບ້ານ ໄດ້ຮັບຂ່າວອັນເປັນມະຫາມຸງຄຸນຈາກ ລຸງ ບຸນນົງ ແລ້ວກໍລາຍງານອົງການຈັດຕັ້ງແລ້ວ ພາກສ່ວນທີ່ກ່ຽວຂ້ອງໄດ້ພ້ອມພຽງກັນໄປທຳພິທີຄາລະວະບູຊາ ແລະ ປົກປັກຮັກສາວັດຖຸບູຮານອັນລໍ້າຄ່ານີ້ໄວ້ໃນສະຖານທີ່ດັ່ງເດີມ. ປັດຈຸບັນ ເສ້ັນທາງເຂ້ົາຫາຖໍ້າພະ ບ້ານນາຂ້າງຊ້າງ ໄດ້ມີການປັບປຸງປົວແປງ ໃຫ້ມີຄວາມ ສະດວກສະບາຍ ແລະ ສາມາດທຽວໄດ້ທັງສອງລະດູ.

ນອກຈາກນັ້ນ, ພື້ນຖານໂຄງລ່າງບໍລິເວນເຂດຖໍ້າ ຍັງມີການຈັດສັນຢ່າງເປັນລະບົບລະບຽບຈົບງາມ, ມີຕະຫລາດຊຸມຊົນ, ມີອາຫານ, ເຄື່ອງດື່ມ ແລະ ເຄື່ອງຫັດຖະກໍາພື້ນບ້ານ ສຳລັບບໍລິການແຂກນັກທ່ອງທ່ຽວ ທີ່ມາຢ້ຽມຊົມສະຖານທີ່ທ່ອງທ່ຽວແຫ່ງ ນີ້ອີກດ້ວຍ.ດັ່ງທີ່ຮູ້ນໍາກັນແຂວງຄໍາມ່ວນ ບໍ່ໄດ້ມີພຽງຖໍ້າປາຝາເປັນແຫລ່ງ ທ່ອງທ່ຽວຍອດນິຍົມ ແລະ ມີຊື່ສຽງ ແຕ່ຫາກຍັງມີແຫລ່ງທ່ອງທ່ຽວ ຫລາຍແຫ່ງທີ່ໜ້າສົນໃຈ ແລະ ຄວນໄປຄົ້ນຫາເຊັ່ນ: ແຫລ່ງທ່ອງທ່ຽວທ່າຝຣັ່ງເປັນແຫລ່ງນໍ້າຫີນ ປູນເປັນສີມໍ ລະກົດ, ພະທາດສີໂຄດຕະບອງ, ຖໍ້າກອງລໍ ແລະ ອື່ນໆ. ສະນັ້ນ, ຖ້າທ່ານໃດຢາກໜີຈາກຄວາມວຸ້ນວາຍ, ມົນລະມິດ ແລະ ສຽງເນືອງນັນອາດເປັນໜ່ຶງທາງເລືອກທ່ີຄວນໄປແຮມຄືນ ແລະ ໄປສໍາຜັດເບິ່ງດ້ວຍຕາຈະຊ່ວຍໃຫ້ທ່ານເປີດໂລກ ກະທັດກວ້າງຂຶ້ນຕື່ມ ທັງໄດ້ພັກ ຜ່ອນຢ່ອນອາລົມກັບຄອບຄົວ, ຄູ່ຮັກ, ພໍ່ແມ່ ແລະ ຍາດພີ່ນ້ອງ.
ໂດຍ: ເກີດຂວັນໃຈ ມາລີຈັນສີ
KPL