ກົມອາຫານ ແລະ ຢາ ປົກປ້ອງ ແລະ ຄຸ້ມຄອງ ຜູ້ບໍລິໂພກ ແນໃສ່ໃຫ້ມີ ສຸຂະພາບທີ່ແຂງແຮງ

30/10/2023 14:57
Email Print 6200
ຂປລ ຂປລ. ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ມີພາລະບົດບາດ ແລະ ໜ້າທີ່ຄຸ້ມຄອງການເຄື່ອນ ໄຫວດໍາເນີນການຜະລິດອາຫານ, ຢາ ແລະ ຜະລິດຕະພັນການແພດ ທັງນໍາເຂົ້າ, ສົ່ງອອກ, ຈໍາໜ່າຍ ແນໃສ່ປົກປ້ອງສຸຂະພາບຂອງຜູ້ບໍລິໂພກ, ອາຫານ, ຢາ ແລະ ຜະລິດຕະພັນການແພດ ເພື່ອຄຸ້ມຄອງເຮັດໃຫ້ຜູ້ບໍລິໂພກ ໄດ້ຮັບຜົນປະໂຫຍດ ແລະ ສຸຂະພາບທີ່ແຂງແຮງ.

ຂປລ. ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ມີພາລະບົດບາດ ແລະ ໜ້າທີ່ຄຸ້ມຄອງການເຄື່ອນ ໄຫວດໍາເນີນການຜະລິດອາຫານ, ຢາ ແລະ ຜະລິດຕະພັນການແພດ ທັງນໍາເຂົ້າ, ສົ່ງອອກ, ຈໍາໜ່າຍ ແນໃສ່ປົກປ້ອງສຸຂະພາບຂອງຜູ້ບໍລິໂພກ, ອາຫານ, ຢາ ແລະ ຜະລິດຕະພັນການແພດ ເພື່ອຄຸ້ມຄອງເຮັດໃຫ້ຜູ້ບໍລິໂພກ ໄດ້ຮັບຜົນປະໂຫຍດ ແລະ ສຸຂະພາບທີ່ແຂງແຮງ.

ທ່ານ ດຣ ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ກົມອາຫານ ແລະ ຢາ ໄດ້ຈັດຕັ້ງປະຕິບັດ ໃນການຄຸ້ມຄອງອາຫານ, ຢາ ແລະ ຜະລິດຕະພັນການແພດ ໄດ້ມີລະບຽບ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຕ່າງໆ ທີ່ກ່ຽວຂ້ອງເພື່ອນຳໃຊ້ເປັນບ່ອນອີງ ໃນການຈັດຕັ້ງປະຕິບັດ ແລະ ຄຽງຄູ່ກັນກັບການຈັດຕັ້ງປະຕິບັດ ນະໂຍບາຍແຫ່ງຊາດ ທາງດ້ານອາຫານ, ຢາ, ຜະລິດຕະພັນການແພດ ແລະ ວຽກງານຢາພື້ນເມືອງ, ພ້ອມທັງໄດ້ວາງຍຸດທະສາດຕ່າງໆ ໃນການຜັນຂະຫຍາຍ ການຈັດຕັ້ງປະຕິບັດ ເປັນຕົ້ນ ລະບຽບການຄຸ້ມຄອງ ກ່ອນການຈຳໜ່າຍ, ຕິດຕາມກວດກາ ໃນຂອດຈາລະຈອນ ຈຳໜ່າຍຜະລິດຕະພັນອາຫານ, ຢາ ແລະ ຜະລິດ ຕະພັນການແພດ ແລະ ວຽກງານອື່ນໆ.

ພ້ອມກັນນີ້, ກົມອາຫານ ແລະ ຢາ ຍັງໄດ້ສົ່ງເສີມຢາພື້ນເມືອງ ຄຽງຄູ່ກັບການປິ່ນປົວດ້ວຍຢາຫລວງ ເພື່ອໝູນໃຊ້ຊັບພະຍາກອນ ທີ່ເປັນຢາໃຫ້ຄຸ້ມຄ່າ ແລະ ເປັນສິ່ງທີ່ຈຳເປັນຕ້ອງສົ່ງເສີມ ເນື່ອງຈາກວ່າ ປັດຈຸບັນຫລາຍປະ ເທດ ໄດ້ຫັນມາຊົມໃຊ້ ຊັບພະຍາກອນທຳມະຊາດ ໃຫ້ກາຍເປັນຢາຫລາຍຂຶ້ນ. ດັ່ງນັ້ນ, ສປປ ລາວ ຍິ່ງມີທ່າແຮງ ດ້ານຊັບພະຍາກອນທຳມະຊາດ ເພື່ອຫັນໃຫ້ເປັນ ການຜະລິດພາຍໃນ ເພື່ອຊົມໃຊ້ ແລະ ສາມາດສົ່ງອອກໄປຕ່າງປະເທດໄດ້.

 ໃນໂອກາດນີ້, ທ່ານ ດຣ ບຸນຊູ ແກ້ວຫາວົງ ຍັງຝາກເຖິງຜູ້ບໍລິໂພກ ກໍຄື ພໍ່-ແມ່ປະຊາຊົນ ໃນຂອບເຂດທົ່ວປະເທດ ກ່ອນຈະຊື້ສິນຄ້າຕ້ອງສຶກສາ ແຫ່ງທີ່ມາຂອງຜະລິດຕະພັນໃຫ້ດີ, ສຶກສາຂໍ້ມູນ ຮອບດ້ານເຊັ່ນ:  ສັງເກດວັນ, ເດືອນ, ປີ ທີ່ຜະລິດ ແລະ  ວັນ, ເດືອນ, ປີ ໝົດອາຍຸຂອງສິນຄ້ານັ້ນໆ, ສະພາບຂອງຜະລິດຕະພັນ ຍັງສົມບູນສະພາບດີບໍ່ ສິ່ງສຳຄັນຫ້າມຫລົງເຊື້ອ ໂຄສະນາ ທີ່ໂອອວດສັບພະຄຸນເກີນຄວາມຈິງ ເຊິ່ງອາດຈະນຳໄປເຖິງ ຄວາມອັນຕະລາຍຂອງສຸຂະພາບ ຂອງຜູ້ບໍລິໂພກໄດ້.

KPL

ຂ່າວອື່ນໆ

    • ເປີດນໍາໃຊ້ໂຮງໝໍສາກົນຄໍາມ່ວນ ຢ່າງເປັນທາງການສາທາລະນະສຸກ

      ເປີດນໍາໃຊ້ໂຮງໝໍສາກົນຄໍາມ່ວນ ຢ່າງເປັນທາງການ

      5/15/2025 4:34:34 PM

      ຂປລ. ພິທີເປີດນໍາໃຊ້ໂຮງໝໍສາກົນຄໍາມ່ວນ ຈັດ​ຂຶ້ນຢ່າງເປັນທາງການ ໃນວັນທີ 15 ພຶດສະພາ 2025 ຢູ່ບ້ານສີວິໄລ ເມືອງທ່າແຂກ ແຂວງຄໍາມ່ວນ ໂດຍການເປັນປະທານຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຖາງຈິ່ນ ປິງ ຜູ້ລົງທຶນກໍ່ສ້າງໂຮງໝໍສາກົນຄໍາມ່ວນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກສາທາລະນະສຸກ

      ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກ

      5/7/2025 8:24:17 PM

      ຂປລ. ອັດຕາການເກີດລູກໃນໄວໜຸ່ມ ຍັງເປັນສິ່ງທີ່ໜ້າກັງວົນຫລາຍ ເຊິ່ງໃນປີ 2017 ສປປ ລາວ ມີອັດຕາການເກີດລູກໃນໄວໜຸ່ມ ເປັນອັນດັບທີ 2 ໃນຂົງເຂດປາຊີຟິກຕາເວັນຕົກ ທີ່ມີອັດຕາຢູ່ 83 ການເກີດຕໍ່ແມ່ຍິງໄວໜຸ່ມ ອາຍຸ 15-19 ປີ ສູງເຖິງ 1.000 ຄົນ.

    • ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນສາທາລະນະສຸກ

      ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນ

      4/30/2025 12:59:18 PM

      ຂປລ. ລັດຖະບານລາວ ແລະ ບັນດາຄູ່ຮ່ວມພັດທະນາ ຈັດງານສະເຫລີມສະຫລອງ ວັນສຸຂະພາບໂລກ 2025 ໃນວັນທີ 29 ເມສາ 2025 ຢູ່​ນະຄອນຫລວງ​ວຽງຈັນ ພາຍໃຕ້ຫົວຂໍ້ “ການເລີ່ມຕົ້ນສຸຂະພາບທີ່ດີ ເພື່ອອະນາຄົດທີ່ສົດໃສ” ແນໃສ່ເພື່ອເພີ່ມທະວີ ຄວາມພະຍາຍາມ ຢຸດຕິການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່ ຈາກສາເຫດທີ່ສາມາດປ້ອງກັນໄດ້ ແລະ ການໃຫ້ຄວາມສຳຄັນກັບສຸຂະ ພາບແມ່ຍິງໃນໄລຍະຍາວ.

    • ກະຊວງສາທາລະນະສຸກ ສະຫລຸບ 	ວຽກງານແຜນການ ແລະ ການເງິນ	ສາທາລະນະສຸກ

      ກະຊວງສາທາລະນະສຸກ ສະຫລຸບ ວຽກງານແຜນການ ແລະ ການເງິນ

      4/4/2025 3:58:55 PM

      ຂປລ. ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານແຜນການ ແລະ ການເງິນປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂອງກະຊວງສາທາລະນະສຸກ ພາຍໃຕ້ຄໍາຂວັນ "ຕັ້ງໜ້າພັດທະນາວຽກງານ ສາທາລະນະສຸກໃຫ້ມີຄຸນນະພາບ, ທົ່ວເຖິງ ແລະ ທັນສະໄໝ ເທື່ອລະກ້າວ" ຈັດຂຶ້ນໃນວັນທີ 3 ເມສາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ ພ້ອມ ​ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    • ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວສາທາລະນະສຸກ

      ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວ

      3/20/2025 2:52:37 PM

      ຂປລ. ສະຖານທູດຢີ່ປຸ່ນປະຈໍາລາວ ຈັດກິດຈະກຳໃຫ້ສື່ມວນຊົນລາວ ໄປຢ້ຽມຢາມບັນດາໂຄງການທີ່ລັດ ຖະບານຢີ່ປຸ່ນ ໃຫ້ການຊ່ວຍເຫລືອ ຢູ່ ສປປ ລາວ ໃນຂະແໜງການຮ່ວມມືດ້ານເສດຖະກິດ ຢູ່ໃນນະຄອນຫລວງວຽງຈັນ (ນວ) ໃນວັນທີ 19 ມີນາ 2027 ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນ ທາງການທູດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ (ວັນທີ 5 ມີນາ 1955 ຫາ 5 ມີນາ 2025) ນໍາໂດຍ ທ່ານ ໂທຊິມິຈິ ໂຄກະ ເລຂາເອກ, ຫົວໜ້າພະແນກເສດຖະກິດ ແລະ ການຮ່ວມມື ແລະ ທ່ານ ນາງ ໂຢຊິຮະລຊິ ອະຊຸກະ ຫົວໜ້າພະແນກ ວັດທະນະທຳ ສະຖານທູດຢີ່ປຸ່ນປະຈໍາລາວ.

ads
ads

Top