ນັກທ່ອງທ່ຽວຕ່າງປະເທດ ເຂົ້າມາຫລິ້ນພູຫົວໂຫລ້ນໜ້າແໜ້ນ

24/10/2023 12:36
Email Print 2695
ຂປລ ນັກທ່ອງທ່ຽວຕ່າງປະເທດພວມຫລົງໄຫລມົນສະເໜ່ທໍາມະຊາດຂອງ ພູຫົວໂລ້ນ ເຊິ່ງຈົນກາຍເປັນທີ່ມາຈາກປາກ ຫລື ຄໍາເວົ້າໃນກຸ່ມຂອງນັກທ່ອງທ່ຽວຕັ້ງຊື່ເອີ້ນວ່າ “ສະວິດເຊີແລນເມືອງລາວ ແລະ ອາຊີຕາເວັນອອກ ສຽງໃຕ້ ”.

      *ນັກທ່ອງທ່ຽວຕ່າງປະເທດພວມຫລົງໄຫລມົນສະເໜ່ທໍາມະຊາດຂອງ ພູຫົວໂລ້ນ ເຊິ່ງຈົນກາຍເປັນທີ່ມາຈາກປາກ ຫລື ຄໍາເວົ້າໃນກຸ່ມຂອງນັກທ່ອງ ທ່ຽວຕັ້ງຊື່ເອີ້ນວ່າ “ສະວິດເຊີແລນເມືອງລາວ ແລະ ອາຊີຕາເວັນອອກສຽງໃຕ້ ”. ຫລາຍທ່ານມັກເຂົ້າໃຈ ແບບຜິດໆ ວ່າແຂວງໄຊສົມບູນຕັ້ງຢູ່ພາກເໜືອຂອງ ສປປ ລາວ, ແຕ່ຄວາມຈິງມັນຕັ້ງຢູ່ເຂດພາກກາງ ແລະ ເປັນໜຶ່ງທີ່ບໍ່ມີຊາຍແດນດ້ານໃດຕິດຈອດກັບຕ່າງປະເທດ ເຊິ່ງມັນມີຊາຍແດນຕິດກັບບັນດາ ແຂວງຕ່າງໆດັ່ງນີ້: ທິດເໜືອຕິດກັບແຂວງຊຽງ
ຂວາງ, ແຂວງຫລວງພະບາງ; ທິດຕາເວັນຕົກຕິດກັບແຂວງວຽງຈັນ, ທິດຕາເວັນອອກຕິດກັບ ແຂວງບໍລິຄໍາໄຊ, ແຂວງຊຽງຂວາງ ແລະ ທິດໃຕ້ຕິດກັບແຂວງບໍລິຄໍາໄຊ. ພ້ືນທ່ີສ່ວນໃຫຍ່ຫລາຍກວ່າ 80% ແມ່ນພູດອຍ, ມີປະຊາກອນພຽງ 2 ແສນກວ່າຄົນ.


    ດັ່ງທີ່ຮູ້ນໍາກັນຖ້າເອີຍເຖິງພູສູງນ້ັນ ຫລາຍທ່ານອາດຈື່ຂຶ້ນນັບແຕ່ຮຽນຢູ່ຊັ້ນມັດທະຍົມໃນປື້ມພູມສາດລະບຸໄວ້ວ່າ ພູເບ້ຍແມ່ນພຽງໜຶ່ງດຽວທີ່ສູງກວ່າ ໜ່ວຍອ່ືນໆໃນປະເທດລາວ, ແທກຄວາມສູງ 2.820 ແມັດ ເຊິ່ງຂຶ້ນຊື່ລືນາມ ມີແຮ່ຄໍາຫລາຍທີ່ ສຸດເປັນ ສອງຮອງແຂວງໃດ ນອກຈາກນັ້ນຍັງມີຊື່ສຽງໂດ່ງດັງກ່ຽວກັບແຫລ່ງທ່ອງທ່ຽວຈໍານວນຫລາຍເຊັ່ນ: ດອກກຸຫລາບໝື່ນປີ, ຕົ້ນໄມ້ບູຮານ, ພືດໄມ້ພື້ນເມືອງດຶກດໍາ ບັນທີ່ຫາຍາກ, ຈຸດຊົມວິວທີ່ສວຍງາມທີ່ສຸດ ແຕ່ແນວໃດກໍດີມື້ນີ້ຜູ້ຂຽນໄດ້ຍົກເອົາບາງຈຸດທ່ອງ ທ່ຽວສໍາຄັນໜຶ່ງ ທີ່ພວມໄດ້ຮັບຄວາມນິຍົມທັງພາຍໃນ ແລະ ຕ່າງປະເທດມາເລົ່າສູ່ຟັງໂດຍສະເພາະພູຫົວໂລ້ນ. ພູຫົວໂລ້ນ ຕັ້ງຢູ່ບ້ານພູຫົວຊ້າງ ເມືອງອະນຸວົງ ຫ່າງຈາກເທສະບານເມືອງ ໄປທາງທິດຕາເວັນຕົກປະມານ 2 ກິໂລແມັດ ເຊິ່ງເປັນພູທີ່ມີຄວາມໂດດ ເດັ່ນ ແລະ ສວຍງາມ ປະກອບໄປດ້ວຍພູໜ້ອຍ ພູໃຫຍ່ຢັ່ງຢາຍກັນຢ່າງ ສະຫລັບຊັ້ນຊ້ອນ ແລະ ປົກຄຸມໄປດ້ວຍທົ່ງຫຍ້າທີ່ຂຽວງາມ. ນອກນັ້ນໃນຍາມຕອນເຊົ້າບໍລິເວນພູແຫ່ງນີ້ຈະຖືກປົກຫຸ້ມໄປດ້ວຍທະເລຫມອກ, ທັງເປັນຈຸດຊົມວິວທິວທັດທຳມະຊາດ ແລະ
ຊົມຕາເວັນຕົກດິນໃນຍາມຄ້ອຍຄຳລົງແລງອີກດ້ວຍ. ພູຫົວໂລ້ນ ກາຍເປັນສະຖານທ່ີ ທ່ອງທ່ຽວທີ່ສໍາຄັນຂອງແຂວງໄຊສົມບູນ ປັດຈຸບັນມີນັກທ່ອງທ່ຽວພາຍໃນ ເຂົ້າມາທ່ຽວຊົມເປັນຈຳນວນຫລາຍ ໃນແຕ່ລະວັນບໍ່ຕໍ່າກວ່າ 500 ຄົນ ໃນນັ້ນສ່ວນແມ່ນນັກ ທ່ອງທ່ຽວຊາວໄທ ເຂົ້າຕັ້ງແຄ້ມນອນແຮມຄືນເພື່ອສູບດົມອາກາດອັນບໍລິສຸດ ທີ່ແຕກຕ່າງຈາກບ່ອນອື່ນໆໃນລາວ, ບາງຄັ້ງໃນກຸ່ມນັກທ່ອງທ່ຽວ ພາກັນເອີ້ນວ່າສະວິດເຊີແລນແຫ່ງເມືອງລາວ. ຫວ່າງບໍ່ມານີ້, ພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງ ທ່ຽວ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຄຸ້ມຄອງແຫລ່ງທ່ອງທ່ຽວພູຫົວໂລ້ນ ໂດຍການເປັນປະທານຂອງ ທ່ານ ທົງສະຫວັນ ໂພສາລາດ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມີພະແນກການທີ່ ກ່ຽວຂ້ອງ. ທ່ານ ຄຳຜ່ານ ອຸດສີບຸນມີ, ຮອງຫົວໜ້າຂະແໜງທ່ອງທ່ຽວ ໄດ້ແນະນໍາກ່ຽວກັບຂັ້ນຕອນການຈັດຕັ້ງປະຕິບັດການຄຸ້ມຄອງ ແລະ ນຳໃຊ້ພູຫົວໂລ້ນໃຫ້ມີຄວາມຍືນຍົງ ທັງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ສ້າງວຽກເຮັດງານທໍາ ແລະ ແກ້ໄຂຄວາມທຸກຍາກ ເຊິ່ງມັນເປັນແຫລ່ງທ່ອງທ່ຽວໜຶ່ງທີ່ມີຄວາມສວຍງາມ ມີຄວາມເປັນເອກະລັກ ແລະ ກຳລັງເປັນທີ່ນິຍົມຂອງນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ໃນນັ້ນສິ່ງສໍາຄັນຄວນສ້າງລະບົບບໍລິການ ຫ້ອງນໍ້າໃຫ້ສະອາດ, ສ້າງບ່ອນເກັບ ຂີ້ເຫຍື້ອ, ເຮືອນພັກ-ໂຮງແຮມໃຫ້ໄດ້ ມາດຕະຖານ, ຮ້ານອາຫານຕ້ອງສະອາດ ແລະ ມີລົດຊາດແຊບ, ສ້າງສິ່ງແວດລ້ອມຄວາມປອດໄພໃຫ້ແຂກ, ພື້ນ ຖານໂຄງລ່າງຕ້ອງໃຫ້ສະດວກປອດໄພ, ການຮັກສາຫຍ້າບໍ່ໃຫ້ມັນຕາຍ ແລະ ມີຄວາມຂຽວຍາວນານ.


    ຕາມແຜນພັດທະນາການທ່ອງທ່ຽວ ແຂວງໄຊສົມບູນ ສຳລັບ ປີ 2021- 2025 ຂອງພະແນກຖະແຫງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍໄດ້ກຳນົດເປັນເຂດສະຫງວນ ເພື່ອພັດທະນາເປັນສະຖານທີ່ທ່ອງທ່ຽວທີ່ສາມາດດຶງດູດ ນັກທ່ອງທ່ຽວ ໃຫ້ເຂົ້າ ມາທ່ອງທ່ຽວ ຢູ່ແຂວງໄຊສົມບູນ ນັບມື້ຫລາຍຂ້ຶນ, ທັງນ້ີກ່ໍເພ່ຶອເປັນການປຶກສາລື- ຄົ້ນຄວ້າກ່ຽວກັບການອຳນວຍຄວາມສະດວກ ໃນການເຂົ້າເຖິ່ງ ແລະ ການຄຸ້ມຄອງສະຖານທີ່ທ່ອງທ່ຽວພູຫົວໂລ້ນ ເຊິ່ງພາສ່ວນທີ່ກ່ຽວຂ້ອງໄດ້ສະເໜີຕໍ່ກັບພໍ່ແມ່ປະຊາຊົນ ກໍຄື ເຈົ້າຂອງພື້ນທີ່ພູຫົວໂລ້ນ ໃຫ້ຊ່ວຍກັນປົກປັກຮັກສາຄວາມສວຍສົດງົດງາມຂອງພູຫົວ ໂລ້ນນີ້ໄວ້ ພ້ອມທັງຊ່ວຍອຳນວຍຄວາມສະດວກໃນການ ເຂົ້າເຖິງເສັ້ນທາງໃນການຂຶ້ນໄປທ່ຽວຊົມພູຫົວໂລ້ນໃຫ້ນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເນື່ອງ ຈາກວ່າການທ່ອງທ່ຽວ ເປັນຂະແໜງການທີ່ສາມາດສ້າງລາຍຮັບເປັນເງິນຕາຕ່າງປະເທດໄດ້ຈຳນວນມະຫາສານ, ເປັນແຫລ່ງລາຍຮັບທີ່ຍືນຍົງ, ກິນບໍ່ບົກຈົກບໍ່ແຫ້ງ, ສາມາດສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນໄດ້ ເປັນຢ່າງດີ. ລະຫວ່າງວັນທີ 22 ຕຸລາ 2023 ຜ່ານມານີ້, ພະແນກ ຖວທ ແຂວງໄຊ ສົມບູນໄດ້ລາຍງານວ່າ: ມີນັກທ່ອງທ່ຽວໄດ້ເຂົ້າມາຫລິ້ນພູຫົວໂລ້ນຢ່າງຄັບຄາໜາແໜ້ນ ເຊິ່ງໄດ້ສ້າງສີສັນ ແລະ ບັນຍາກາດການທ່ອງທ່ຽວພາຍໃນແຂວງຢ່າງຟົດຟື້ນສະເພາະ 2 ວັນ ນັບ ແຕ່ວັນທີ 21-22 ຕຸລາ 2023 ມີນັກທ່ອງທ່ຽວເຂົ້າມາຫລິ້ນເຂດດັ່ງກ່າວບໍ່ຕໍ່າກວ່າ 1.000 ຄົນ ໃນນັ້ນ ອັນດັບທີ 1 ແມ່ນນັກທອ່ງທ່ຽວຊາວໄທ ສ່ວນທີ່ເຫລືອນັກທ່ອງທ່ຽວທົ່ວໄປ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top