ໂຮງໝໍແຂວງອັດຕະປື ຖືສໍາຄັນວຽກງານໂພຊະນາການ ຕໍ່ເດັກອ່ອນ ແລະ ເດັກນ້ອຍ ແຕ່ມື້ເກີດຈົນຮອດ 2 ປີ

23/10/2023 13:31
Email Print 6660
ຂປລ ຂປລ.ການລ້ຽງດູເດັກອ່ອນ ແລະ​ ເດັກນ້ອຍ ນັບແຕ່ມື້ເກີດຈົນຮອດອາຍຸໄດ້ 2​ ປີ​ ໂດຍການຕິດຕາມ ໃຫ້ຄໍາແນະນໍາ ດ້ານໂພຊະນາການ ແມ່ນມີຄວາມສໍາຄັນຫລາຍ ເພາະຈະເຮັດ ໃຫ້ເດັກອ່ອນ ແລະ ເດັກນ້ອຍ ໄດ້ຮັບສານອາຫານທີ່ມີປະໂຫຍດ ກ້າວໄປເຖິງເຮັດໃຫ້ເດັກ ມີພັດທະນາການທີ່ດີ,​ ມີສຸຂະພາບທີ່ແຂງ​ແຮງ​ ແລະ​ ມີການຈະເລີນເຕີບໂຕທີ່ດີ.

ຂປລ.ການລ້ຽງດູເດັກອ່ອນ ແລະ​ ເດັກນ້ອຍ ນັບແຕ່ມື້ເກີດຈົນຮອດອາຍຸໄດ້ 2​ ປີ​ ໂດຍການຕິດຕາມ ໃຫ້ຄໍາແນະນໍາ ດ້ານໂພຊະນາການ ແມ່ນມີຄວາມສໍາຄັນຫລາຍ ເພາະຈະເຮັດ ໃຫ້ເດັກອ່ອນ ແລະ ເດັກນ້ອຍ ໄດ້ຮັບສານອາຫານທີ່ມີປະໂຫຍດ ກ້າວໄປເຖິງເຮັດໃຫ້ເດັກ ມີພັດທະນາການທີ່ດີ,​ ມີສຸຂະພາບທີ່ແຂງ​ແຮງ​ ແລະ​ ມີການຈະເລີນເຕີບໂຕທີ່ດີ. ສິ່ງສໍາຄັນ ເດັກນ້ອຍທີ່ເກີດມາໄດ້ 1​ ຊົ່ວໂມງທໍາອິດ ຕ້ອງໄດ້ຮັບນໍ້ານົມເຫລືອງຈາກແມ່​ ເພາະນໍ້ານົມເຫລືອງຈາກແມ່ນັ້ນ ມີຄຸນຄ່າທາງດ້ານສານອາຫານ,​ ທັງຍັງເປັນວັກຊີນ ປ້ອງກັນພະຍາດຕ່າງໆ ໃຫ້ແກ່ເດັກນ້ອຍໄດ້ດີນໍາອີກ. ສ່ວນແມ່ຍິງຖືພາ ແລະ ເດັກນ້ອຍທີ່ຂາດສານອາຫານ​ ຈະສົ່ງຜົນສະທ້ອນ ຕໍ່ສຸຂະພາບ​ຂອງເດັກ​ ເປັນຕົ້ນ ເດັກເກີດມາຈະມີນໍ້າໜັກຕໍ່າກວ່າມາດຕະຖານ,​ ມີສຸຂະພາບບໍ່ແຂງແຮງ, ຈະມີອາການຂາດສານອາຫານ ຊໍາເຮື້ອເລື້ອຍໆໄປ​ ແລະ​ ເດັກນ້ອຍ ກໍຈະເກີດມີພະຍາດແຊກຊ້ອນໄດ້ງ່າຍ.



ທ່ານ ໝໍ​ ນາງ​ ພອນພູວຽງ ພັນທະວົງ ຜູ້ຮັບຜິດຊອບວຽກງານແມ່ ແລະ​ ເດັກ​ ໂຮງໝໍ​ແຂວງ​ ອັດຕະປື​ ໄດ້ໃຫ້ສໍາພາດ ເມື່ອວັນທີ
18​ ຕຸລາ​ 2023​ ວ່າ: ຕະຫລອດໄລຍະຜ່ານມາ ທາງໂຮງ​ໝໍແຂວງ​ ອັດຕະປື ໄດ້ໃຫ້ຄວາມສໍາຄັນ ຕໍ່ວຽກງານການສົ່ງ​ເສີມ ໂພຊະນາການໃນເດັກອ່ອນ ແລະ​ ເດັກນ້ອຍ​ ແຕ່ມື້ເກີດຈົນຮອດອາຍຸໄດ້ 2​ ປີ ໂດຍການໃຫ້ຄໍາແນະນໍາ ​ດ້ານວຽກງານ ໂພຊະນາການ​ ນັບຕັ້ງແຕ່ແມ່ຍິງຖືພາ ທີ່ມາຝາກທ້ອງຈົນຮອດມື້ເກີດ​ ລວມໄປເຖິງຕະຫລອດໄລຍະ ຂອງການມາຮັບການສັກຢາ ໃນແຕ່ລະໄລຍະຂອງການນັດໝາຍ. ພ້ອມນັ້ນ, ທາງພະນັກງານແພດໝໍ ຂອງໂຮງໝໍແຂວງ​ ຍັງໄດ້ເຮັດການກັ່ນຕອງ ໂພຊະນາການ ໂດຍການຄິດໄລ່​ ແມ່ຍິງຖືພາມີການຂາດສານອາຫານ ຫລື​ ແມ່ຍິງຖືພາ ທີ່ມີໂພຊະນາການເກີນ ພາຍຫລັງ ທີ່ເດັກນ້ອຍເກີດ ໄດ້​ 6​ ອາທິດ​ ກໍໄດ້ນັດມາຮັບການສັກຢາ​ ໄປຈົນເຖິງອາຍຸໄດ້​ 2​ ປີ ແລະ ການມາສັກຢາແຕ່ລະຄັ້ງ ແມ່ນໄດ້ມີການຕິດຕາມ​ອາຍຸ,​ ນໍ້າໜັກ,​ ລວງສູງ​ ເພື່ອປະເມີນການຂາດ ສານອາຫານຂອງເດັກ ພ້ອມທັງໄດ້ໃຫ້ຄໍາແນະນໍາ​ ແກ່ພໍ່-ແມ່ຂອງເດັກ​ ໃຫ້ເອົາໃຈໃສ່ດ້ານວຽກງານ ໂພຊະນາການແກ່ເດັກ



ທ່ານ ໝໍ​ ນາງ​ ພອນພູວຽງ ພັນທະວົງ​ ກ່າວຕື່ມວ່າ: ຈາກການເກັບກໍາສະຖິຕິ ຂອງໂຮງໝໍ ແຂວງ​ອັດຕະປື ຍັງພົບເຫັນກ່ຽວກັບ ການຂາດສານອາຫານ ໃນເດັກນ້ອຍ​ຢູ່ ໂດຍອີງຕາມສະຖິຕິ ປີ
2021​ ພົບວ່າ ໃນ​ເດັກ​ລຸ່ມ​ 1​ ປີ​ລົງມາ ຂາດສານອາຫານປານກາງ 33 ກໍ ລະນີ ແລະ ຂາດສານອາຫານຮຸນແຮງ 25​ ກໍລະນີ,​ ເດັກອາຍຸ​ 2​-5​ ປີຂາດສານອາຫານປານກາງ​ ມີ​ 15​ ກໍລະນີ ແລະ ຂາດສານອາຫານຮຸນແຮງ​ 25​ ກໍລະນີ; ສະຖິຕິປີ​ 2022 ພົບເຫັນ ເດັກອາຍຸລຸ່ມ​ 1​ ປີ ຂາດສານອາຫານປານກາງ 32 ກໍລະນີ ແລະ ເດັກຂາດສານອາຫານຮຸນແຮງ 4​ ກໍລະນີ,​ ເດັກ​ 2-5​ ປີ, ຂາດສານອາຫານປານກາງ​ 48​ ກໍລະນີ​ ແລະ ເດັກຂາດສານອາຫານຮຸນແຮງ 8​ ກໍລະນີ; ສໍາລັບປີ 2023​ ສະຖິຕິໃນເດືອນ​ 7-8-9 ພົບເຫັນເດັກລຸ່ມ 1​ ປີຂາດສານອາຫານປານກາງ 17  ກໍລະນີ ແລະ ເດັກຂາດສານອາຫານຮຸນແຮງ​ 11​ ກໍລະນີ,​ ສ່ວນເດັກອາຍຸ 2-5​ ປີຂາດສານອາຫານປານກາງ 15​ ກໍລະນີ​ ແລະ​ ເດັກຂາດສານອາຫານຮຸນແຮງ 9​ ກໍລະນີ.


ສະຖິຕິດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ຍັງມີເດັກນ້ອຍ ທີ່ຂາດສານອາຫານ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ເອົາໃຈໃສ່ ໃນການຊຸກຍູ້
,​ ສົ່ງເສີມ​ ເພື່ອໃຫ້ຈໍານວນຕົວເລກ ຂອງເດັກນ້ອຍ ທີ່ຂາດ ສານອາຫານຫລຸດລົງ​ ແລະ ກ້າວໄປເຖິງ ຂັ້ນໝົດໄປໃຫ້ໄດ້ໃນຕໍ່ໜ້ານີ້.​

KPL

ຂ່າວອື່ນໆ

    • ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກສາທາລະນະສຸກ

      ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກ

      5/7/2025 8:24:17 PM

      ຂປລ. ອັດຕາການເກີດລູກໃນໄວໜຸ່ມ ຍັງເປັນສິ່ງທີ່ໜ້າກັງວົນຫລາຍ ເຊິ່ງໃນປີ 2017 ສປປ ລາວ ມີອັດຕາການເກີດລູກໃນໄວໜຸ່ມ ເປັນອັນດັບທີ 2 ໃນຂົງເຂດປາຊີຟິກຕາເວັນຕົກ ທີ່ມີອັດຕາຢູ່ 83 ການເກີດຕໍ່ແມ່ຍິງໄວໜຸ່ມ ອາຍຸ 15-19 ປີ ສູງເຖິງ 1.000 ຄົນ.

    • ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນສາທາລະນະສຸກ

      ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນ

      4/30/2025 12:59:18 PM

      ຂປລ. ລັດຖະບານລາວ ແລະ ບັນດາຄູ່ຮ່ວມພັດທະນາ ຈັດງານສະເຫລີມສະຫລອງ ວັນສຸຂະພາບໂລກ 2025 ໃນວັນທີ 29 ເມສາ 2025 ຢູ່​ນະຄອນຫລວງ​ວຽງຈັນ ພາຍໃຕ້ຫົວຂໍ້ “ການເລີ່ມຕົ້ນສຸຂະພາບທີ່ດີ ເພື່ອອະນາຄົດທີ່ສົດໃສ” ແນໃສ່ເພື່ອເພີ່ມທະວີ ຄວາມພະຍາຍາມ ຢຸດຕິການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່ ຈາກສາເຫດທີ່ສາມາດປ້ອງກັນໄດ້ ແລະ ການໃຫ້ຄວາມສຳຄັນກັບສຸຂະ ພາບແມ່ຍິງໃນໄລຍະຍາວ.

    • ກະຊວງສາທາລະນະສຸກ ສະຫລຸບ 	ວຽກງານແຜນການ ແລະ ການເງິນ	ສາທາລະນະສຸກ

      ກະຊວງສາທາລະນະສຸກ ສະຫລຸບ ວຽກງານແຜນການ ແລະ ການເງິນ

      4/4/2025 3:58:55 PM

      ຂປລ. ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານແຜນການ ແລະ ການເງິນປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂອງກະຊວງສາທາລະນະສຸກ ພາຍໃຕ້ຄໍາຂວັນ "ຕັ້ງໜ້າພັດທະນາວຽກງານ ສາທາລະນະສຸກໃຫ້ມີຄຸນນະພາບ, ທົ່ວເຖິງ ແລະ ທັນສະໄໝ ເທື່ອລະກ້າວ" ຈັດຂຶ້ນໃນວັນທີ 3 ເມສາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ ພ້ອມ ​ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    • ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວສາທາລະນະສຸກ

      ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວ

      3/20/2025 2:52:37 PM

      ຂປລ. ສະຖານທູດຢີ່ປຸ່ນປະຈໍາລາວ ຈັດກິດຈະກຳໃຫ້ສື່ມວນຊົນລາວ ໄປຢ້ຽມຢາມບັນດາໂຄງການທີ່ລັດ ຖະບານຢີ່ປຸ່ນ ໃຫ້ການຊ່ວຍເຫລືອ ຢູ່ ສປປ ລາວ ໃນຂະແໜງການຮ່ວມມືດ້ານເສດຖະກິດ ຢູ່ໃນນະຄອນຫລວງວຽງຈັນ (ນວ) ໃນວັນທີ 19 ມີນາ 2027 ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນ ທາງການທູດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ (ວັນທີ 5 ມີນາ 1955 ຫາ 5 ມີນາ 2025) ນໍາໂດຍ ທ່ານ ໂທຊິມິຈິ ໂຄກະ ເລຂາເອກ, ຫົວໜ້າພະແນກເສດຖະກິດ ແລະ ການຮ່ວມມື ແລະ ທ່ານ ນາງ ໂຢຊິຮະລຊິ ອະຊຸກະ ຫົວໜ້າພະແນກ ວັດທະນະທຳ ສະຖານທູດຢີ່ປຸ່ນປະຈໍາລາວ.

    • ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024ສາທາລະນະສຸກ

      ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024

      2/13/2025 2:51:34 PM

      ຂປລ. ກອງປະຊຸມສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024 ແລະ ແຜນການປະຈຳປີ 2025 ຈັດຂຶ້ນໃນວັນທີ 13-14 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top