ຂປລ
ຂປລ.ໂດຍປະຕິບັດຕາມຍຸດທະສາດແຫ່ງຊາດ ແລະ ແຜນປະຕິບັດງານ ການບໍລິການແບບເຊື່ອມສານ ສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ປີ 2021- 2025, ພະແນກສາທາລະນະສຸກ ແຂວງອັດຕະປື

ຂປລ.ໂດຍປະຕິບັດຕາມຍຸດທະສາດແຫ່ງຊາດ ແລະ ແຜນປະຕິບັດງານ ການບໍລິການແບບເຊື່ອມສານ ສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ປີ 2021- 2025, ພະແນກສາທາລະນະສຸກ ແຂວງອັດຕະປື ກໍຄືຄະນະພັກ-ຄະນະພະແນກ ສາທາລະນະສຸກ ໄດ້ຖືເອົາວຽກງານປຸກລະດົມ ແລະ ຂ່າວສານສຸຂະສຶກສາ ເປັນໃຈກາງ ເພື່ອໃຫ້ພໍ່ແມ່ ປະຊາຊົນ ໄດ້ເຂົ້າເຖິງການບໍລິການ ດ້ານສຸຂະພາບຢ່າງທົ່ວເຖິງ.
ທ່ານ ດຣ ວຽງໄຊ ໄຊສົມບັດ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງອັດຕະປື ໃຫ້ສໍາພາດໃນວັນທີ 17 ຕຸລາ 2023 ຕໍ່ຄະນະສື່ມວນຊົນຈາກສູນກາງ ແລະ ສື່ມວນຊົນແຂວງ ໃນໂອກາດທີ່ລົງເຄື່ອນໄຫວ ເກັບກໍາຂ່າວໃນບັ້ນໂຄສະນາ ການລ້ຽງດູເດັກອ່ອນດ້ວຍນົມແມ່ ເພື່ອໂພຊະນາການທີ່ດີວ່າ: ຄະນະພັກ-ຄະນະພະແນກ ສາທາລະນະສຸກແຂວງ ໄດ້ສຸມໃສ່ ການເຮັດວຽກ ເຄື່ອນທີ່ເຊື່ອມສານ ວຽກງານແມ່ ແລະ ເດັກແບບຄົບຊຸດ ໃນແຕ່ລະເຂດປົກຄຸມ ຂອງສະຖານທີ່ບໍລິການ ຂອງໜ່ວຍງານຄົງທີ່ ແລະ ໜ່ວຍເຄື່ອນທີ່, ຖືເອົາວຽກງານ ປຸກລະດົມ, ຂ່າວສານສຸຂະສຶກສາເປັນໃຈກາງ ເພື່ອໃຫ້ພໍ່ແມ່ປະຊາຊົນ ໄດ້ເຂົ້າເຖິງການບໍລິການ ດ້ານສຸຂະພາບ ໄດ້ຮັບຜົນສຳເລັດເປັນຢ່າງດີ. ພ້ອມນີ້, ກໍໄດ້ສຸມໃສ່ປັບປຸງ ການສະໜັບ ສະໜູນ ແບບມີສ່ວນຮ່ວມ, ປະສານງານກັບຂັ້ນສູນກາງ, ບັນດາອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາອື່ນໆ ເພື່ອຂໍການສະໜັບສະໜູນ ດ້ານງົບປະມານ ເຂົ້າມາສຸມໃສ່ ກິດຈະກຳ ໃຫ້ມີຜົນສໍາເລັດ ຕາມແຜນທີ່ວາງໄວ້, ຕິດຕາມຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ວຽກງານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ໂດຍໄດ້ປະສານງານ ກັບພາກສ່ວນທີ່ກ່ຽວຂ້ອງ ເຊັ່ນ: ສະຖານທີ່ບໍລິ ການຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນໂຮງໝໍນ້ອຍ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ອໍານວຍຄວາມສະດວກແກ່ວິຊາການ ໃນການຈັດຕັ້ງ ປະຕິບັດ, ຕິດຕາມຊຸກຍູ້, ແນະນໍາກັບທີ່ກວດກາ ຄຸນນະພາບຂອງຂໍ້ມູນ ໂດຍອີງໃສ່ລະບົບຂໍ້ມູນຂ່າວສານ ສາທາລະນະສຸກ ແລະ ເຮັດການວິເຄາະ, ການປະເມີນຄຸນນະພາບ ແລະ ການປັບປຸງ ເພື່ອສ້າງກົນໄກ ການວາງແຜນໃນຕໍ່ໜ້າ.
ໂອກາດນີ້, ທ່ານ ດຣ ວຽງໄຊ ໄຊສົມບັດ ຍັງໄດ້ຝາກເຖິງ ແລະ ເຊີນຊວນ ພໍ່ແມ່ພີ່ນ້ອງປະຊາ ຊົນທຸກຖ້ວນໜ້າ ພະນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ, ພໍ່ຄ້າ-ຊາວຂາຍ, ປະຊາຊົນບັນດາເຜົ່າ ໃນທົ່ວ ແຂວງອັດຕະປື ໃຫ້ພ້ອມພຽງກັນຮັກສາສຸຂະພາບ ໂດຍສະເພາະ ໃນຍາມທີ່ມີການລະບາດ ຂອງພະຍາດຕາມລະດູການ, ຊ່ວຍກັນປຸກລະດົມໃຫ້ແມ່ຖືພາ ໄດ້ມາຮັບການຝາກທ້ອງ ຢ່າງນ້ອຍຄົບ 4 ຄັ້ງ, ພ້ອມທັງໃຫ້ມາເກີດລູກຢູ່ສະຖານທີ່ ບໍລິການສາທາລະນະສຸກ, ມາຮັບການບໍລິການ ສຸຂະພາບແມ່ ແລະ ເດັກ ກວດຫລັງເກີດ, ວາງແຜນຄອບຄົວ, ແນະນໍາຜູ້ປົກຄອງຂອງເດັກນ້ອຍ ໃຫ້ພາລູກຫລານຂອງຕົນ ມາຮັບວັກຊີນກັນພະຍາດ ໃຫ້ຄົບຕາມກຳນົດ ແລະ ໃຫ້ນໍາພາເດັກ 6-11 ເດືອນ ມາຮັບວິຕາມິນອາ, ເດັກ 1 ປີ ຫາ ລຸ່ມ 5 ປີ ເຂົ້າມາຮັບວິຕາມິນອາ ແລະ ຢາຂ້າແມ່ທ້ອງ 2 ຄັ້ງຕໍ່ປີ, ພ້ອມທັງຕິດຕາມການຈະ ເລີນເຕີບໂຕ ປະເມີນດ້ານໂພຊະນາ ການຢ່າງນ້ອຍ 4 ຄັ້ງຕໍ່ປີ.
KPL