ຂປລ
ຂປລ. ສະຫະພັນແມ່ຍິງ ແຂວງບໍລິຄຳໄຊ ເຫັນໄດ້ເຖິງຄວາມສຳຄັນ ຂອງສຸຂະພາບຈະເລີນພັນ ຂອງແມ່ຍິງ ໃນເກນເປົ້າໝາຍ 14-45 ປີ. ສະນັ້ນ, ສະຫະພັນແມ່ຍິງແຂວງ ຈຶ່ງໄດ້ສອດແຊກ, ເຊື່ອມສານວຽກງານ ສຸຂະພາບຈະເລີນພັນ ໂດຍເນັ້ນໃສ່ຊຸມຊົນ ມີສ່ວນຮ່ວມ ເປັນຕົ້ນ ການວາງແຜນຄອບຄົວ ຈະຊ່ວຍໃຫ້ຈຳນວນຂອງຄົນຖືພາ ໂດຍບໍ່ຕັ້ງໃຈຫລຸດລົງ, ການຫລຸລູກແບບບໍ່ປອດໄພຫລຸດລົງ ແລະ ການຕາຍຂອງແມ່ ກໍຫລຸດລົງເຊັ່ນດຽວກັນ.

ທ່ານ ນາງ ຄຳໃບ ບໍລິວັນ ຮອງປະທານສະຫະພັນແມ່ຍິງ ແຂວງບໍລິຄຳໄຊ ໄດ້ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ສະຫະພັນແມ່ຍິງແຂວງບໍລິຄຳໄຊ ເປັນອົງການຈັດຕັ້ງມະຫາຊົນ ທີ່ເປັນໃຈກາງໃນການເຕົ້າ ໂຮມຄວາມສາມັກຄີ ຂອງເອື້ອຍນ້ອງແມ່ຍິງ, ມີໜ້າທີ່ນຳເອົາເນື້ອໃນ ຈິດໃຈບັນດາມະຕິ ແລະ ແນວທາງນະໂຍບາຍຂອງພັກ, ລັດ ນຳໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ. ໃນນັ້ນ, ວຽກສຸຂະພາບຈະເລີນພັນ ກໍເປັນວຽກໜຶ່ງທີ່ມີຄວາມສຳຄັນ ແລະ ຕິດພັນແມ່ຍິງເປັນສ່ວນໃຫຍ່ ເຊິ່ງໃນໄລຍະຜ່ານມາ ສະຫະພັນແມ່ຍິງແຂວງບໍລິຄຳໄຊ ໄດ້ລົງຊຸກຍູ້ໃນຮູບແບບ ລົງເຄື່ອນໄຫວວິຊາສະເພາະ. ນອກຈາກນີ້, ຍັງໄດ້ຮ່ວມກັບພະແນກ ສາທາລະນະສຸກແຂວງລົງຊຸກຍູ້ ໂດຍໄດ້ເຊື່ອມ ຊານວຽກງານ ສຸຂະພາບຈະເລີນພັນ ໄປພ້ອມໆກັນ ໂດຍສະເພາະ ການວາງແຜນຄອບຄົວ, ການຄຸມກຳເນີດ, ການຝາກທ້ອງ ແລະ ການເກີດລູກ ຢູ່ສະຖານບໍລິການສາທາລະນະສຸກ. ຜ່ານການລົງເຜີຍແຜ່ ກ່ຽວກັບວຽກງານສຸຂະພາບຈະ ເລີນພັນ ເຫັນວ່າເອື້ອຍນ້ອງແມ່ຍິງ ໃນເຂດຊົນນະບົດ ມີການປ່ຽນແປງດີຂຶ້ນ ສະແດງອອກໃນເວລາປະ ຊຸມເອື້ອຍນ້ອງແມ່ຍິງ ໃຫ້ຄວາມສົນໃຈ ຖາມ-ຕອບຫລາຍຂຶ້ນ, ແມ່ຍິງຖືພາໄປຝາກທ້ອງ ແລະ ເກີດລູກຢູ່ສະຖານ ບໍລິການຫລາຍຂຶ້ນ ລວມທັງໄດ້ມີການວາງແຜນຄອບຄົວ ເຊັ່ນ: ເອົາລູກນ້ອຍລົງ, ເດັກນ້ອຍມີສຸຂະພາບແຂງແຮງສົມບູນ ແລະ ອັດຕາການຕາຍຂອງເດັກຫລຸດລົງ.

ທ່ານ ນາງ ຄຳໃບ ບໍລິວັນ ຍັງໃຫ້ຮູ້ອີກວ່າ: ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ວຽກງານຈະເລີນພັນ ໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ, ສະຫະພັນແມ່ຍິງແຂວງ ຈະສືບຕໍ່ຮ່ວມກັບພະແນກ ສາທາລະນະສຸກແຂວງ ລົງເຄື່ອນໄຫວເຜີຍແຜ່ ແນະນຳກ່ຽວກັບຄວາມ ສຳຄັນຂອງວຽກງານ ສຸຂະພາບຈະເລີນພັນ ເນື່ອງຈາກວ່າແມ່ຍິງ ມີພາລະບົດບາດໃກ້ຊິດຕິດແທດ ກັບຄອບຄົວຫລາຍກວ່າຜູ້ຊາຍ ໂດຍສະເພາະ ແມ່ນການເບິ່ງແຍງລູກເຕົ້າ, ການແຕ່ງຢູ່ຄົວກິນ, ເບິ່ງແຍ່ງສຸຂະພາບ ຂອງຄົນພາຍໃນຄອບຄົວ. ສະນັ້ນ, ແມ່ຍິງຕ້ອງຮູ້ຈັກວາງແຜນຄອບຄົວ ເປັນຕົ້ນ ການເອົາລູກຫ່າງ, ໂພຊະນາການ ເພື່ອເຮັດໃຫ້ສະມາຊິກ ພາຍໃນຄອບຄົວ ມີສຸຂະພາບແຂງແຮງ.
ຂ່າວ-ພາບ: ກິດຕາ
KPL