ສປ ຈີນ ເລີ່ມກໍ່ສ້າງເຄື່ອຂ່າຍສົ່ງໄຟຟ້າແຮງດັນສູງໃຫຍ່ທີ່ສຸດໃນປະເທດ

29/09/2023 11:57
Email Print 684
ຂປລ ໂຄງການ ເຄືອຂ່າຍ ສາຍສົ່ງ ໄຟຟ້າ ທີ່ມີແຮງດັນສູງ ພິເສດ 750 ກິໂລວັດ ທີ່ອ້ອມເຂດ ອ່າງຕາຣີມ ເຂດປົກຄອງ ຕົນເອງ ເຜົ່າອຸຍເກີຊິ່ນຈ່ຽງ ເລີ່ມກໍ່ສ້າງແລ້ວ ຫລັງຈາກ ໂຄງການ ດັ່ງກ່າວ ສຳເລັດ ຈະກາຍເປັນ ເຄືອຂ່າຍ ສາຍ ສົ່ງໄຟຟ້າ ທີ່ມີແຮງດັນສູງ ພິເສດໃຫຍ່ ທີ່ສຸດ ຂອງ ສປ ຈີນ.

ຂປລ.ຕາມຂ່າວຈາກ ວິທະຍຸ ສາກົນ ແຫ່ງ ສປ ຈີນ,ວັນທີ28ກັນຍານີ້, ໂຄງການ ເຄືອຂ່າຍ ສາຍສົ່ງ ໄຟຟ້າ ທີ່ມີແຮງດັນສູງ ພິເສດ 750 ກິໂລວັດ ທີ່ອ້ອມເຂດ ອ່າງ ຕາຣີມ ເຂດປົກຄອງ ຕົນເອງ ເຜົ່າອຸຍເກີຊິ່ນຈ່ຽງ ເລີ່ມກໍ່ສ້າງແລ້ວ ຫລັງຈາກ ໂຄງການ ດັ່ງກ່າວ ສຳເລັດ ຈະກາຍເປັນ ເຄືອຂ່າຍ ສາຍສົ່ງໄຟຟ້າ ທີ່ມີແຮງດັນສູງ ພິເສດໃຫຍ່ ທີ່ສຸດ ຂອງ ສປ ຈີນ.ໂຄງການ ດັ່ງກ່າວ ແມ່ນໂຄງການ ສຳຄັນ ດ້ານການພັດທະນາ ພະລັງງານ ໄຟຟ້າ ຂອງແຜນການ ພັດທະນາ ເສດຖະກິດ ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 14 ຂອງສປ ຈີນ, ມີເນື້ອທີ່ ປົກຄຸມເຖິງ 1.080.000 ກິໂລຕາແມັດ ທໍ່ກັບ 1 ສ່ວນ 9 ຂອງເນື້ອທີ່ ທາງບົກ ຂອງ ສປ ຈີນ./

(ບັນນາທິການ​ຂ່າວ: ຕ່າງປະ​ເທດ), ຮຽບຮຽງ​ໂດຍ ສະ​ໄຫວ ລາດ​ປາກ​ດີ.

KPL

ຂ່າວອື່ນໆ

ads
ads

Top