ຂປລ
ມິດຊູບີຊິິ ເອສເຕດ (Mitsubishi Estate) ຜູ້ພັດທະນາ ອະສັງຫາ ລິມະຊັບ ຂອງຍີ່ປຸ່ນ ເປີດເຜີຍວ່າ: ໂຄງການ ກໍ່ສ້າງ ທໍສ ທາວເວີ(Torch Tower) ອາຄານ ສູງທີ່ສຸດ ໃນປະເທດ ແຫ່ງໃໝ່ ຂອງຍີ່ປຸ່ນ ປະມານ 390 ແມັດ
ຂປລ.ຕາມຂ່າວຈາກ ຊິນຮວາ ຂອງ ສປ ຈີນ,ເມື່ອບໍ່ດນມານີ້,ມິດຊູບີຊິິ ເອສເຕດ (Mitsubishi Estate) ຜູ້ພັດທະນາ ອະສັງຫາ ລິມະຊັບ ຂອງຍີ່ປຸ່ນ ເປີດເຜີຍວ່າ: ໂຄງການ ກໍ່ສ້າງ ທໍສ ທາວເວີ(Torch Tower) ອາຄານ ສູງທີ່ສຸດ ໃນປະເທດ ແຫ່ງໃໝ່ ຂອງຍີ່ປຸ່ນ ປະມານ 390 ແມັດ ແລະ ຄາດວ່າ ຈະໃຫ້ສຳເລັດ ພາຍໃນ ປີ2027 ຖືວ່າ ມີຄວາມສູງ ລື່ນກາຍ ອາຄານ ອາຊາບູໄດ ຮິລໂມຣິ ເຈພີ ທາວເວີ(Azabudai Hills Mori JP Tower) ທີ່ມີຄວາມສູງພຽງ 330 ແມັດ.ອາຄານ ສູງແຫ່ງໃໝ່ນີ້ ລວມມີ 62 ຊັ້ນ ຈະປະກອບດ້ວຍ ສິ່ງອຳນວຍ ຄວາມສະດວກ ທາງການຄ້າ,ສຳນັກງານ,ສຳນັກງານ ຫ້ອງການ,ໂຮງແຮມ ລະດັບແຖວໜ້າ ດ້ານການບໍລິການ ແລະ ອື່ນໆອີກ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງໂດຍ ສະໄຫວ ລາດປາກດີ
KPL