ຂປລ
*ການໃຫ້ບໍລິການກວດສຸຂະພາບຂອງແມ່ ແລະ ເດັກ ແມ່ນວຽກງານໜຶ່ງ ທີ່ພະນັກງານແພດໝໍ ຢູ່ໂຮງໝໍແຂວງຫລວງພະບາງ ໄດ້ຖືສໍາ ຄັນ ແລະ ໃຫ້ຄວາມດູແລຢ່າງໃກ້ຊິດ ເຊິ່ງແມ່ນການສົ່ງເສີມໂພຊະນາການ ທີ່ດີໃຫ້ເເກ່ເດັກນ້ອຍ ເເລະ ເເມ່ຍິງທຸກຄົນໃນທົ່ວ ແຂວງ ກໍຄື ສປປ ລາວ.

*ການໃຫ້ບໍລິການກວດສຸຂະພາບຂອງແມ່ ແລະ ເດັກ ແມ່ນວຽກງານໜຶ່ງ ທີ່ພະນັກງານແພດໝໍ ຢູ່ໂຮງໝໍແຂວງຫລວງພະບາງ ໄດ້ຖືສໍາຄັນ ແລະ ໃຫ້ຄວາມດູແລຢ່າງໃກ້ຊິດ ເຊິ່ງແມ່ນການສົ່ງເສີມໂພຊະນາການ ທີ່ດີໃຫ້ເເກ່ເດັກນ້ອຍ ເເລະ ເເມ່ຍິງທຸກຄົນໃນທົ່ວແຂວງ ກໍຄື ສປປ ລາວ.

ໂດຍໄດ້ຮັບການສະໜັບຈາກອົງການອຸຍນີເຊບ ສື່ມວນຊົນໄດ້ ຕິດຕາມສະພາບການປິ່ນປົວສຸຂະພາບຂອງປະຊາຊົນ ຢູ່ໂຮງໝໍແຂວງຫລວງພະບາງ, ໂດຍສະເພາະວຽກງານສົ່ງເສີມການໂພສະນາການຂອງແມ່ ແລະ ເດັກ, ໂດຍໃນໂອກາດນີ້, ທ່ານ ດຣ ທອງພຸດ ສຸຂະເສີມ ຜູ້ອໍານວຍການໂຮງໝໍ ແຂວງ ຫລວງພະບາງ ໄດ້ໃຫ້ສໍາພາດກ່ຽວກັບວຽກງານ ການໃຫ້ບໍລິການເບິ່ງແຍງສຸຂະພາບຂອງແມ່ ແລະ ເດັກ ຢູ່ພາຍໃນໂຮງໝໍແຂວງ ວ່າ: ການຂາດໂພຊະນາການ ຫລື ການຂາດສານອາຫານ ໄດ້ເປັນໄພຂົ່ມຂູ່ສຸຂະພາບຂອງແມ່ ແລະ ເດັກ ໃນທົ່ວໂລກ ກໍຄື ສປປ ລາວ ເຮົາ ແລະ ເປັນສິ່ງທີ່ທ້າທາຍຕໍ່ການບັນລຸເປົ້າ ໝາຍ ການພັດທະນາແບບຍືນຍົງ SDG. ສໍາລັບຢູ່ໂຮງໝໍແຂວງຫລວງພະບາງ ກໍໄດ້ມີການຮ່ວມມືຢ່າງໃກ້ຊິດກັບຂະແໜງແມ່ ແລະ ເດັກ ພະແນກສາທາລະນະສຸກແຂວງ, ໂຮງໝໍເພື່ອລາວສໍາລັບເດັກ, ໂຮງຮຽນປະຖົມ, ມັດທະຍົມ ແລະ ພາກສ່ວນອື່ນໆ ໃນການປະຕິບັດບັນດາກິດຈະກໍາ ທີ່ກໍານົດໄວ້ໃນແຜນປະຕິບັດງານ ແຫ່ງຊາດດ້ານໂພຊະນາການແຕ່ປີ 2021-2025. ຂ້າພະເຈົ້າ ຂໍຕາງໜ້າພະນັກງານແພດໝໍ ທົ່ວແຂວງຫລວງພະບາງ ສະແດງຄວາມຂອບໃຈຕໍ່ອົງການອຸຍນີເຊບ,ສະຫະພາບເອີຣົບ, ອົງການອາຫານ ແລະ ການກະເສດ ທີ່ໄດ້ໃຫ້ການສະໜັບສະໜູນ ທາງດ້ານວິຊາການ ແລະ ງົບປະມານແກ່ ສປປລ ລາວ ເພື່ອຈັດຕັ້ງປະ ຕິບັດແຜນງານແຫ່ງຊາດ ດ້ານໂພຊະນາການຂອງ ສປປ ລາວ ໃຫ້ບັນລຸຜົນສໍາເລັດວາງໄວ້.

ຈາກນັ້ນ, ທ່ານໝໍ ນາງ ວັນເພັງ ພູນສະຫວັດ ຫົວໜ້າໜ່ວຍງານປະສູດພະຍາດຍິງໂຮງໝໍແຂວງຫລວງພະບາງ, ໄດ້ໃຫ້ຮູ້ວ່າ: ຈຸງານແມ່ ແລະ ເດັກ ແມ່ນໜ່ວຍງານໜຶ່ງ ທີ່ມີໜ້າທີ່ໃຫ້ບໍລິການຝາກທ້ອງ, ເກີດລູກ, ຕິດຕາມກວດກາ ແລະ ປິ່ນປົວ ແມ່ຍິງຖືພາ, ເບິ່ງແຍງແມ່ທີ່ມີພາວະສ່ຽງໄພ ແລະ ໃຫ້ຄຳແນະນຳການ, ຄຳປຶກສາການດູແລຕົນເອງເວລາຖືພາ ແລະ ສິ່ງສຳຄັນໜຶ່ງທີ່ຂາດບໍ່ໄດ້ຄືການແນະນຳຄວາມພ້ອມ ໃຫ້ແມ່ທີ່ຈະເບິ່ງແຍງຕົນເອງ ແລະ ລູກຂອງຕົນ ເພື່ອໃຫ້ລູກໄດ້ດູດນົມແມ່ແຕ່ແລກເກີດຈົນຮອດ 6 ເດືອນ, ໂດຍແມ່ຍິງທຸກຄົນຕ້ອງຮູ້ຄຸນປະໂຫຍດ ຂອງການລ້ຽງລູກດ້ວຍນົມແມ່ ແລະ ຄວາມອັນຕະລາຍຂອງການໃຫ້ລູກກິນນົມຜົງ.
ແນວໃດກໍຕາມ, ອົງການອຸຍນີເຊບ ປະຈໍາລາວ ໃຫ້ຮູ້ວ່າ:ບັນຫາທ້າທາຍດ້ານເສດຖະກິດທີ່ເກີດຂຶ້ນພາຍຫລັງການແພ່ລະບາດຂອງພະຍາດ ໂຄວິດ-19 ນັ້ນ ໄດ້ສົ່ຜົນກະທົບທາງລົບຕໍ່ການໃຊ້ຈ່າຍໃນຄົວເຮືອນ, ໂດຍສະເພາະແມ່ນ ການໃຊ້ຈ່າຍດ້ານອາຫານການກິນ. ອີງຕາມການປະເມີນທີ່ຜ່ານມາ ໂດຍອົງການອຸຍ ນິເຊັບ ແລະ ກະຊວງສາທາລະນະສຸກ, ອັດຕາການປະຕິບັດທີ່ດີກ່ຽວກັບ ການລ້ຽງດູເດັກອ່ອນ ໄດ້ຫລຸດລົງຢ່າງຫລວງຫລາຍພາຍໃນໜຶ່ງປີ. ອັດຕາການບໍລິໂພກອາຫານຂັ້ນຕໍ່າສຸດ ທີ່ຍອມຮັບໄດ້ສໍາລັບເດັກນ້ອຍອາຍຸຕໍ່າກວ່າ 2 ປີ ໄດ້ຫລຸດລົງຈາກ 21% ໃນປີ 2022 ເປັນ 15% ໃນປີ 2023 ເຊິ່ງຍັງສອດຄ່ອງກັບ ການເພີ່ມຂຶ້ນຂອງອັດຕາການ ຂາດສານອາຫານເເບບເຕັ້ຍ ໃນກຸ່ມເດັກນ້ອຍອາຍຸຕ່ຳກວ່າ 5 ປີ, ຈາກ 33% ເປັນ 37%. ດັ່ງນັ້ນ, ອົງການ ອຸຍນີເຊັບ ເເລະ ສະຫະພາບເອີຣົບ ໄດ້ເຮັດວຽກຮ່ວມກັນເປັນເວລາຫລາຍປີ ເພື່ອໃຫ້ການສະໜັບສະໜູນລັດຖະບານລາວ ໃນການປັບປຸງໂພຊະນາການ ຂອງເດັກນ້ອຍ ເເລະ ເເມ່ຍິງລາວ. ໜຶ່ງໂຄງການຮ່ວມມືລະຫວ່າງ ອົງການອຸຍນີເຊັບ, ລັດຖະບານເເຫ່ງ ສປປ ລາວ ເເລະ ສະຫະພາບເອີຣົບ ທີ່ເປັນເອກະລັກນັ້ນເເມ່ນ ການເປີດຂະບວນການໂຄສະນາ ເຜີຍແຜ່ການສົ່ງເສີມໂພຊະນາການຂອງແມ່, ເດັກອ່ອນ ແລະ ເດັກນ້ອຍ (MIYCN) ເພື່ອສ້າງຄວາມເຂົ້າໃຈ ກ່ຽວກັບພຶດຕິກໍາ ທີ່ກ່ຽວຂ້ອງ ກັບໂພຊະນາການທີ່ດີ ໃຫ້ຫລາຍຂຶ້ນ ແລະ ປັບປຸງໂພຊະນາການ ໂດຍລວມຂອງເດັກໃນ 1000 ວັນທໍາອິດຂອງຊີວິດພວກເຂົາ. ຂະບວນການນີ້ໄດ້ສຸມໃສ່ ການເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບພຶດຕິກໍາການໃຫ້ອາຫານຕໍ່ເດັກ ຜ່ານສື່ຫລາກຫລາຍຮູບແບບເຊັ່ນ: ວິທະຍຸ, ໂທລະພາບ ແລະ ຮູບພາບ, ຄຽງຄູ່ກັບສື່ດີຈິຕອນ ແລະ ສື່ສັງຄົມອອນລາຍ ເພື່ອເຂົ້າເຖິງກຸ່ມເປົ້າໝາຍຕ່າງໆຢ່າງມີໝາກຜົນ.
ໂດຍ: ສຸພາສະຫວັນ
KPL