ສຶກສາບັນດາຄໍາສັບທີ່ອ່ານສຽງໃກ້ຄຽງກັນ

28/09/2023 10:57
Email Print 1146
ຂປລ *ພະຍັນຊະນະໃນພາສາລາວ ມີຈໍານວນໜຶ່ງພື້ນສຽງໃກ້ຄຽງກັນ ເຊິ່ງຈັດຢູ່ໃນຄົນລະກຸ່ມພະຍັນຊະນະ ຫລື ປະເພດອັກສອນ ຕາມຫລັກໄວຍາກອນລາວ.


         *ພະຍັນຊະນະໃນພາສາລາວ ມີຈໍານວນໜຶ່ງພື້ນສຽງໃກ້ຄຽງກັນ ເຊິ່ງຈັດຢູ່ໃນຄົນລະກຸ່ມພະຍັນຊະນະ ຫລື ປະເພດອັກສອນ ຕາມຫລັກໄວຍາກອນລາວ. ບົດນີ້ມາທົບທວນກັນຕື່ມອີກຄືດັ່ງລຸ່ມນີ້:

ຖັກ: ຖັກແສ່ວ, ທັກ: ທັກທ້ວງ, ທັກທາຍ, ຖັດ: ຖັດໄປ, ທັດ: ບັນທັດ, ທັດທຽມ, ຖຶບ: ມືດຖຶບ, ປ່າຖຶບ, ທຶບ: ທຶບໜອງ, ຖຸ: ວັດຖຸ, ທຸ: ສາທຸ, ທຸເລົາ, ຖູບ: ສະຖູບ(ທາດເຈດີ), ທູບ: ທູບໄຕ້, ທູບເຮືອນ, ແຖບ: ແຖບບ້ານ, ແຖບຜ້າ, ແທບ: ແທບກາຍ, ແທບໃກ້, ຖົກ: ຖົກອອກ, ຖົກຖຽງ, ທົກ: ສະທົກສະທ້ານ, ທົກຜ້າ, ຖົບ: (ບໍ່ມີ), ທົບ: ທົບເຊືອກ, ທົບທວນ, ຖອກ: ຖອກນໍ້າ, ທອກ: ໝູທອກ, ຖອດ: ຖອດຖອນ, ທອດ: ສືບທອດ, ຖ່າຍທອດ. ຖອບ: ປາກບໍ່ຖອບ(ປາກບໍ່ຂອດ), ທອບ: ທອບຕົວ, ທອບເຂົ້າ, ຖຽບ: (ບໍ່ມີ), ທຽບ: ທຽບເຮືອ, ປຽບທຽບ, ຜະ: ຝົນຜະ, ພະ: ພະເຈົ້າ, ພະນັກງານ, ຜັກ: ພືດຜັກ, ຜັກດັນ, ພັກ: ພັກເຊົາ,ພັກພວກ, ພັກລັ່ນ, ຜັດ: ຜັດປ່ຽນ, ສໍາຜັດ, ພັດ: ພັດພາກ, ພັດລົມ, ຜາກ: ໜ້າຜາກ, ຜາກໄມ້, ພາກ: ຕາຍພາກ, ພາກສ່ວນ, ຜາດ: ຈາມຜາດໆ, ພາດ: ຮາວພາດເຄື່ອງ, ຜິດພາດ, ຜາບ: ຜາບມານ, ຜາບແພ້, ພາບ: ຮບພາບ, ສາລະພາບ, ຜິດ: ຜິດພາດ, ພິດ: ຢາພິດ, ງູພິດ, ຜຶກ: (ບໍ່ມີ), ພຶກ: ພຶກສາ, ພຶກໃສ່, ຜຸດ: ຈໍ່ຜຸດ, ຜຸດຜ່ອງ, ພຸດ: ວັນພຸດ, ດອກພຸດ, ຜຸບ: ຢາດຜຸບໆ, ພຸບ: ພຸບພັບ, ລົ້ມພຸບ, ຜູດ: ຜູດລຸກ, ພູດ: ປັນພູດ, ພດລວມ, ເຜັດ: ໝາກເຜັດ, ເພັດ: ເພັດພອຍ, ເຜດ: ຜີເຜດ, , ເພດ: ເພດຍິງ, ສົມເພດ, ແຜດ: ແຜດຮ້ອງ, ແພດ: ແພດໝໍ, ໂຜະ: ແຕກໂຜະ, ບັ້ງໂຜະ, ໂພະ: ໂພະຢາ, ໂຈະໂພະ, ຜົກ: ຜົກຈບ, ພົກ: ພົກຜ້າ,​ພົກຍ່ຽວ, ຜົດ: ຕຸ່ມຜົດ, ພົດ: ພາບພົດ, ໂຜດ: ໂຜດຜາຍ, ໂພດ: ໂພດເຫລືອ, ຫລາຍໂພດ, ຜອກ: ຜອກຜີ(ເສັ່ນຜີ), ພອກ: ພອກຄໍາ, ໝາກພອກ, ເຜືອກ: ຫົວເຜືອກ, ຊ້າງເຜືອກ, ເພືອກ: ເພືອກໆ, ຝັກ: ຝັກພ້າ, ຟັກ: ຟັກລາບ, ໝາກຟັກ, ຟັກໄຂ່, ຝັດ: ຝັດເຂົ້າ, ຟັດ: ຟັດແກວ່ງ, ຝາກ: ຂອງຝາກ, ຟາກ: ຟາກນໍ້າ, ຟາກປູເຮືອນ, ຝາດ: ຂົມຝາດ, ເຂົ້າຝາດໜຶ່ງ, ຟາດ: ແສ້ຟາດ, ຟາດເຂົ້າ, ຫະ: ພາຫະນະ, ຮະ:​ຕໍາຮະຮາມ, ຮະໜີ, ຫັກ: ໄມ້ຫັກ, ແຕກຫັກ, ຫັກອອກ, ຮັກ: ຮັກແພງ, ອາຮັກ, ຫັດ: ເຂົ້າຫັດ, ຫັດກາຍ, ຮັດ: ກອດຮັດ, ກະທັດຮັດ, ຫັບ: ມະຫັບມະຫາຍ, ຫັບໃສ່ເຄື່ອງ, ຮັບ: ຮັບຮອງ, ຮັບໃຊ້, ຮັບເອົາ.

ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ.

* ຮິບໂຮມໂດຍ: ພະກາ



KPL

ຂ່າວອື່ນໆ

    • ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກບົດ-ສາລະຄະດີ

      ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກ

      5/7/2025 9:55:02 AM

      ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫລ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ.

    • 9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປບົດ-ສາລະຄະດີ

      9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປ

      5/7/2025 9:50:15 AM

      ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ; ຍົກສູງຄຸນນະພາບຂອງກຳລັງປະກອບອາວຸດ, ທັບມ້າງກົນອຸບາຍຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ; ເອົາໃຈໃສ່ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນ: ຂີ້ລັກງັດແງະ, ຢາເສບຕິດ, ອຸບັດເຫດ ແລະ ອື່ນໆ ໃຫ້ຫລຸດລົງ.

    • ວິທີປ້ອງກັນພະຍາດໄຂ້ເລືອດດຳບົດ-ສາລະຄະດີ

      ວິທີປ້ອງກັນພະຍາດໄຂ້ເລືອດດຳ

      5/7/2025 9:43:13 AM

      ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.

    • ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວບົດ-ສາລະຄະດີ

      ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ

      5/6/2025 9:45:37 AM

      ເນື່ອງໃນໂອກາດວັນສ້າງຕັ້ງທາງການທູດລາວ-ຈີນ ຄົບຮອບ 64 ປີ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ກໍ່ໄດ້ຖືໂອກາດວັນດັ່ງກ່າວ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້.

    • ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບບົດ-ສາລະຄະດີ

      ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບ

      5/6/2025 9:39:45 AM

      ອາທິດຜ່ານມາ ຫລາຍຄົນອາດຈະໄດ້ເຫັນຂ່າວຈາກປະເພດ ເພື່ອນບ້ານແລ້ວວ່າມີການລະບາດຂອງພະຍາດໄຂ້ງົວດໍາ ຈົນເຮັດໃຫມີຄົນເສຍຊີວິດແລ້ວສອງຄົນ ເຊ່ິງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ.

ads
ads

Top