ຫລວງພະບາງກຽມຄວາມພ້ອມຮອງຮັບປີທ່ອງທ່ຽວລາວ

28/09/2023 10:56
Email Print 1835
ຂປລ *ນັກທ່ອງທ່ຽວເດີນທາງຜ່ານເສັ້ນທາງລົດໄຟລາວ-ຈີນເພີ່ມຂຶ້ນຢ່າງຕໍ່ເນື່ອງໂດຍສ່ວນໃຫຍ່ ມີຈຸດໝາຍປາຍ ທາງແວ່ຢ້ຽມຢາມເມືອງມໍລະດົກໂລກ ຂະນະທີ່ອໍານາດການປົກຄອງແຂວງ ຫລວງພະບາງຕັ້ງເປົ້າຈະດຶງດູດນັກທ່ອງ ທ່ຽວ ໃຫ້ໄດ້ 1 ລ້ານກວ່າຄົນ ໃນປີ 2023 ແລະ ຈະໃຫ້ໄດ້ 2 ລ້ານຄົນ ໃນປີ 2025.




*ນັກທ່ອງທ່ຽວເດີນທາງຜ່ານເສັ້ນທາງລົດໄຟລາວ-ຈີນເພີ່ມຂຶ້ນຢ່າງຕໍ່ເນື່ອງໂດຍສ່ວນໃຫຍ່ ມີຈຸດໝາຍປາຍທາງແວ່ຢ້ຽມຢາມເມືອງມໍລະດົກໂລກ ຂະນະທີ່ອໍານາດການປົກຄອງ ແຂວງຫລວງພະບາງ ຕັ້ງເປົ້າຈະດຶງດູດນັກທ່ອງທ່ຽວ ໃຫ້ໄດ້ 1 ລ້ານກວ່າຄົນ ໃນປີ 2023 ແລະ ຈະໃຫ້ໄດ້ 2 ລ້ານຄົນ ໃນປີ 2025.

ຫລ້າສຸດບໍລິສັດລົດໄຟລາວ-ຈີນໄດ້ຊື້ລົດໄຟເພີ່ມອີກ 1 ຂະບວນລວມເປັນ 6 ຂະບວນ ເພືີ່ອຮອງຮັບປີທ່ອງທ່ຽວລາວ ແລະ ກອງປະຊຸມທ່ອງທ່ຽວອາຊຽນປີ 2024.



ແນວໃດກໍດີເຈົ້າຫນ້າທີ່ຈາກພະແນກຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງຫລວງພະບາງ ໄດ້ລາຍງານຫວ່າງບໍ່ດົນນີ້ວ່າ: ເພື່ອໃຫ້ໄດ້ຕາມແຜນທີ່ຕັ້ງໄວ້ ທາງແຂວງ ໄດ້ມີການປັບປຸງພື້ນຖານໂຄງລ່າງ ແລະ ສຸມໃສ່ການລົງທຶນດ້ານທີ່ພັກ, ຮ້ານ ອາຫານ ແລະ ການທ່ອງທ່ຽວຕິດພັນການຜະລິດກະສິກໍາ. ນອກຈາກນີ້ ຍັງຈະມີການປັບປຸງ ການຄຸ້ມຄອງການທ່ອງທ່ຽວ ແລະ ພະນັກງານນໍາທ່ຽວ ຕື່ມອີກ. ສະເພາະປີ 2024 ຊຶ່ງຈະເປັນປີທ່ອງທ່ຽວລາວ ຫລື Visit Laos Year, ກໍ່ຈະມີການໂຄສະນາ ໃນຫລາຍ ຮູບແບບ ຜ່ານຫລາຍຊ່ອງທາງ.

ສະເພາະ 6 ເດືອນຕົ້ນປີ 2023 ມີນັກທ່ອງທ່ຽວ ເຂົ້າມາທ່ຽວຫລວງພະບາງແລ້ວ 546.000 ຄົນ, ໂດຍປະມານ 43,9% ແມ່ນມາຈາກ ໄທ, ຝຣັ່ງ, ອັງກິດ, ເຢຍລະມັນ, ຈີນ ແລະ ສະຫະລັດ ອາເມລິກາ, ສ້າງລາຍຮັບຫລາຍກວ່າ 313 ລ້ານໂດລາ ສະຫະລັດ.

ໂດຍ: ເກີດຂວັນໃຈ ມາລີຈັນສີ


KPL

ຂ່າວອື່ນໆ

ads
ads

Top