ຂປລ
*ດອກກ້ວຍໄມ້ ຫລື ດອກເຜີ້ງ ແມ່ນໄມ້ປະດັບທີ່ຫລາຍຄົນນິຍົມ ຕົບແຕ່ງບ້ານ, ເຮືອນ ແລະ ສະຖານທີ່ຕ່າງໆ ເພາະດອກກ້ວຍໄມ້ ມີຄວາມທົນທານ ບໍ່ຫລົ່ນງ່າຍ ອີກຢ່າງໜຶ່ງ ດອກກ້ວຍໄມ້ ກໍ່ມີຫລາຍຊະນິດ, ຫລາຍສີສັນ ຈຶ່ງສ້າງຄວາມໂດດເດັ່ນ ໄດ້ເປັນຢ່າງດີ ໂດຍສະເພາະແມ່ນ ການຕົບແຕ່ງ ເຮືອນພັກ, ຮ້ານອາຫານ, ສະຖານທ່ອງທ່ຽວທາງທໍາມະຊາດ ຍິ່ງເພີ່ມຄວາມໜ້າສົນໃຈໃຫ້ສະຖານທີ່ນັ້ນຂຶ້ນຕື່ມ.

*ດອກກ້ວຍໄມ້ ຫລື ດອກເຜີ້ງ ແມ່ນໄມ້ປະດັບທີ່ຫລາຍຄົນນິຍົມ ຕົບແຕ່ງບ້ານ, ເຮືອນ ແລະ ສະຖານທີ່ຕ່າງໆ ເພາະດອກກ້ວຍໄມ້ ມີຄວາມທົນທານ ບໍ່ຫລົ່ນງ່າຍ ອີກຢ່າງໜຶ່ງ ດອກກ້ວຍໄມ້ ກໍ່ມີຫລາຍຊະນິດ, ຫລາຍສີສັນ ຈຶ່ງສ້າງຄວາມໂດດເດັ່ນ ໄດ້ເປັນຢ່າງດີ ໂດຍສະເພາະແມ່ນ ການຕົບແຕ່ງ ເຮືອນພັກ, ຮ້ານອາຫານ, ສະຖານທ່ອງທ່ຽວທາງທໍາມະຊາດ ຍິ່ງເພີ່ມຄວາມໜ້າສົນໃຈໃຫ້ສະຖານທີ່ນັ້ນຂຶ້ນຕື່ມ ແຕ່ແນວໃດກໍດີ ເຖິງວ່າ ດອກກ້ວຍໄມ້ ມີຄວາມສວຍງາມ ຄົນມັກນໍາມາປະດັບຫລາຍປານໃດ ແຕ່ກໍມີໜ້ອຍຄົນທີ່ຈະເຮັດອາຊີບນີ້ ເພາະດອກກ້ວຍໄມ້ ແມ່ນໄມ້ປະດັບທີ່ ປັກຊໍາງ່າຍ ແຕ່ໃຊ້ເວລາ ດົນຈຶ່ງອອກດອກ ແຕ່ຖ້າອອກດອກແລ້ວຈະມີລາຄາສູງ ສາມາດສ້າງລາຍຮັບໄດ້ເປັນກອບເປັນກໍາໃຫ້ຜູ້ທີ່ເຮັດອາຊີບນີ້ ດັ່ງ ນາງ ທອງວິໄລ ປະທໍາມະວົງ.
ທ່ານ ນາງ ທອງວິໄລ ປະທໍາມະວົງ ເຈົ້າຂອງສວນດອກໄມ້ປະດັບ ເຜີຍວ່າ: ເລີ່ມຕົ້ນເຮັດອາຊີບນີ້ ດ້ວຍຄວາມມັກ ຈຶ່ງຕັດສິນໃຈກ້າເບຍໄມ້ ໃນເນື້ອທີ່ຫລັງບ້ານ ໂດຍເບ້ຍໄມ້ທີ່ກ້າມີຫລາຍປະເພດ ແຕ່ຫລັກໆ ກໍ່ຈະມີດອກກ້ວຍໄມ້ຊະນິດຫວາຍ, ແຄະ ແລະ ອື່ນໆ ນອກຈາກ ກ້າເອງແລ້ວ ກໍນໍາເຂົ້າຈາກປະເທດເພື່ອນບ້ານບາງສ່ວນ ແລ້ວນໍາມາຂະຫຍາຍພັນ ໃຫ້ມີຈໍານວນຫລາຍ ເພາະດອກກ້ວຍໄມ້ ແມ່ນດອກໄມ້ ທີ່ອອກດອກຊ້າ ຕ້ອງໃຊ້ເວລາດົນ ບາງຕົ້ນ ເປັນປີ ຫລື ສອງປີ ຈຶ່ງອອກດອກສົມບູນ ແຕ່ຖ້າອອກດອກແລ້ວ ກໍຈະມີລາຄາສູງເຊັ່ນດຽວກັນ. ສໍາລັບ ເຕັກນິກປັກຊໍາ ແລະ ການບົວລະບັດຮັກສາ ດອກກ້ວຍໄມ້ ສິ່ງສໍາຄັນເວລາເຮົາ ຊື້ດອກກ້ວຍໄມ້ມາແລ້ວ ຖ້າສັງເກດເຫັນ ກາບໝາກພ້າວ ເຊື່ອມຄຸນນະພາບແລ້ວ ໃຫ້ປ່ຽນໃໝ່ ໂດຍກາບໝາກພ້າວທີ່ນໍາມາປ່ຽນ ຕ້ອງເປັນກາບໝາກພ້າວແຫ້ງ , ນອກຈາກກາບໝາກພ້າວແລ້ວ ກໍຕ້ອງມີຖ່ານເປັນສ່ວນປະສົມເພື່ອເພີ່ມຄວາມຊຸ່ມຊື່ນ ແລະ ເພີ່ມທາດອາຫານໃຫ້ດອກກ້ວຍໄມ້ອີກດ້ວຍ. ສໍາລັບ ການຫົດນໍ້າ ຖ້າຍາມຝົນກໍຈະຫົດນໍ້າແຕ່ເທື່ອໜຶ່ງຕໍ່ມື້ ກໍ່ພຽງພໍແລ້ວ.

ທ່ານ ນາງ ທອງວິໄລ ເວົ້າຕື່ມວ່າ: ປັດຈຸບັນ ນອກຈາກຂາຍດອກກ້ວຍໄມ້ແລ້ວ ຍັງຂາຍໄມ້ປະດັບຊະນິດຕ່າງໆ ເຊັ່ນ: ດອກກຸລາບ, ໄມ້ມົງຄົນ ໂຊກເກົ້າຊັ້ນ ແລະ ໄມ້ຟອກອາກາດ ໂດຍລາຄາ ແມ່ນຂຶ້ນກັບຊະນິດ ແລະ ຂະໜາດ ຂອງດອກໄມ້. ສໍາລັບທ່ານໃດ ທີ່ມີຄວາມສົນໃຈກ່ຽວກັບໄມ້ປະດັບ ຫລື ຢາກໄດ້ໄມ້ປະດັບໄວ້ແຕ່ງບ້ານເຮືອນ ຫລື ສະຖານທີ່ຕ່າງໆ ກໍ່ມາທ່ຽວຊົມໄດ້ທີ່ຮ້ານເລີຍ ໂດຍຮ້ານ ແມ່ນຕັ້ງຢູ່ ໜ້າໄອເຕັກຕຶກເກົ່າ ຫລື ວ່າທ່ານໃດທີ່ ມາແລ້ວບໍ່ຮູ້ ສາມາດ ໂທຫາໄດ້ທີ່ເບີ 02099901514.
ຂຽນໂດຍ: ມາລີດາ
KPL