ເກີດເຫດໄຟໄໝ້ ໃນງານແຕ່ງດອງຢູ່ ອີຣັກ ເສຍຊີວິດ 100 ກວ່າຄົນ

28/09/2023 20:27
Email Print 688
ຂປລ ທ່ານ ໂມຮາເຫມັດ ເຊຍ ອລ-ຊູດານີ ນາຍົກ ລັດຖະມົນຕີ ອີຣັກ ປະກາດວ່າ ໃຫ້ມີການ ໄຫວ້ອາໄລ ທົ່ວປະເທດ ເປັນເວລາ 3 ວັນ ຫລັງເກີດເຫດ ໄຟໄໝ້ ຄັ້ງໃຫຍ່ ໃນງານ ແຕ່ງດອງ ຊຶ່ງ ຈັດຂຶ້ນ ຢູ່ໃນສູນ ຈັດງານ ໃນເມືອງ ອັລ-ໄດນິເຍາະ ແຂວງ ນິເນເວ ທາງພາກເໜືອ ຂອງປະເທດ

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານຈາກ ນະຄອນຫລວງ ບັກດາດ ປະເທດ ອີຣັກ ເມື່ອວັນທີ 27 ກັນຍາວ່າ: ທ່ານ ໂມຮາເຫມັດ ເຊຍ ອລ-ຊູດານີ ນາຍົກ ລັດຖະມົນຕີ ອີຣັກ ປະກາດວ່າ ໃຫ້ມີການ ໄຫວ້ອາໄລ ທົ່ວປະເທດ ເປັນເວລາ 3 ວັນ ຫລັງເກີດເຫດ ໄຟໄໝ້ ຄັ້ງໃຫຍ່ ໃນງານ ແຕ່ງດອງ ຊຶ່ງ ຈັດຂຶ້ນ ຢູ່ໃນສູນ ຈັດງານ ໃນເມືອງ ອັລ-ໄດນິເຍາະ ແຂວງ ນິເນເວ ທາງພາກເໜືອ ຂອງປະເທດ ເມື່ອວັນທີ 26 ຜ່ານມາ ສົ່ງຜົນໃຫ້ມີ ຜູ້ເສຍຊີວິດ 100 ກວ່າຄົນ ລວມທັງ ຄູ່ບ່າວສາວ ແລະ ຜູ້ບາດເຈັບ ຈຳນວນ ຫລາຍຮ້ອນຄົນ.

ຂະນະດຽວກັນ ຜູ້ນໍາອີຣັກ ໄດ້ມີຄຳສັ່ງໃຫ້ ໜ່ວຍງານ ທີ່ກ່ຽວຂ້ອງ ກວດກາອາຄານ ການຄ້າ ທົ່ວປະເທດ ວ່າ ໂຄງສ້າງ ໄດ້ມີມາດຕະຖານ ແລະ ການຕິດຕັ້ງ ລະບົບເຕືອນໄພ ຫລື ປ້ອງກັນ ອັກຄີໄພ ຕາມກົດໝາຍ ຫລືບໍ ພ້ອມທັງ ດຳເນີນການ ຕາມກົດໝາຍ ກັບ ຜູ້ປະກອບການ ທີ່ຝ່າຝືນ.ປັດຈຸບັນ ຍັງບໍ່ມີໜ່ວຍງານແຫ່ງໃດ ອອກມາຢືນຢັນ ຢ່າງເປັນທາງການ ກ່ຽວກັບ ສາເຫດ ຂອງເຫດການ ໃນຄັ້ງນີ້. ສ່ວນເຈົ້າໜ້າທີ່ ພວມສືບຕໍ່ ເລັ່ງຄົ້ນຫາ ຜູ້ສູນຫາຍ ໃນຄັ້ງນີ້ ແລະ ສືບສວນສອບສວນ ຫາ ສາເຫດຕົ້ນຕໍ ທີ່ເກີດຂຶ້ນ ໃນຄັ້ງນີ້ດ້ວຍ. /

KPL

ຂ່າວອື່ນໆ

ads
ads

Top