ຂປລ
ຂປລ. ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ກົມໂຄສະນາການທ່ອງທ່ຽວ ກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງວຽງຈັນ

ຂປລ. ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ກົມໂຄສະນາການທ່ອງທ່ຽວ ກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງວຽງຈັນ ຈັດຊຸດຝຶກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ແກ່ ບຸກຄະລາກອນຂັ້ນສູນກາງ ແລະ ທ້ອງຖິ່ນ ດ້ານວຽກງານໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວ ໃນວັນທີ 26-27 ກັນຍາ 2023 ຢູ່ພະແນກ ຖວທ ແຂວງວຽງຈັນ ໂດຍມີ ທ່ານ ນາງ ມະນີສາຄອນ ທຳມະວົງໄຊ ຮອງຫົວໜ້າກົມໂຄສະນາ ການທ່ອງທ່ຽວ ກະຊວງ ຖວທ, ທ່ານ ແສງແກ້ວ ສູນທະວົງສາ ຮອງຫົວໜ້າພະແນກ ຖວທ ແຂວງວຽງຈັນ, ມີນັກວິທະຍາກອນ ຈາກກົມທີ່ກ່ຽວຂ້ອງ ແລະ ສຳມະນາກອນຈາກພະແນກ ຖວທ ແຂວງວຽງຈັນ ແລະ ຫ້ອງການ ຖວທ ເມືອງເຂົ້າຮ່ວມ.
ຊຸດອົບຮົມຄັ້ງນີ້, ສຳມະນາກອນໄດ້ຮຽນຮູ້ເຖິງຄວາມໝາຍ, ຄວາມສຳຄັນຂອງການອອກແບບ ສື່ສິ່ງພິມ, ປະເພດຂອງສື່ສິ່ງພິມໂຄສະນາການທ່ອງທ່ຽວ, ການນຳໃຊ້ ແລະ ການຮຽນຮູ້ກ່ຽວກັບຄຳສັ່ງຕ່າງໆທີ່ຢູ່ໃນໂປແກຣມ Adobe lllustrator (AI) ແລະ ການອອກແບບແຜ່ນຜັບ ຂະໜາດ A4 ສາມພັບ ສອງໜ້າ, ເຕັກນິກ ແລະ ວິທີການອອກແບບສິ່ງພິມໂຄສະນາການທ່ອງທ່ຽວ, ການຕົບແຕ່ງຮູບພາບ ໂດຍໃຊ້ໂປແກຣມ Photoshop. ພ້ອມນີ້, ສຳມະນາກອນຍັງຈະໄດ້ແບ່ງກຸ່ມ ແລະ ປະຕິບັດຕົວຈິງ ໃນການອອກແບບແຜ່ນພັບ ແລະ ນຳສະເໜີການອອກແບບແຜ່ນພັບຂອງແຕ່ລະກຸ່ມ.
ການຈັດຝຶກອົບຮົມຄັ້ງນີ້, ກໍເພື່ອຍົກສູງຄວາມຮູ້, ຄວາມສາມາດໃຫ້ແກ່ ບຸກຄະລາກອນໃນຂະ ແໜງ ຖວທ ຈາກຂັ້ນແຂວງ ແລະ ບັນດາເມືອງ ກ່ຽວກັບການອອກແບບ ແລະ ຈັດໜ້າສິ່ງພິມໂຄສະນາ ວຽກງານການທ່ອງທ່ຽວ ໃຫ້ມີຄວາມໜ້າສົນໃຈ ແລະ ດຶງດູດຄວາມສົນໃຈແກ່ນັກທ່ອງທ່ຽວ ແນໃສ່ນຳເອົາບົດຮຽນດັ່ງກ່າວ ໄປໃຊ້ເຂົ້າໃນວຽກງານຕົວຈິງ ເພື່ອໂຄສະນາຜ່ານອອກທາງສື່ຕ່າງໆ ຢູ່ໃນກົມກອງ ກໍຄື ຂະແໜງການຂອງຕົນ ເພື່ອສ້າງຄວາມສົນໃຈ ແລະ ດຶງດູດນັກທ່ອງທ່ຽວ ໃຫ້ເຂົ້າມາທ່ຽວຢູ່ພາຍໃນ ແຂວງວຽງຈັນ ນັບມື້ໃຫ້ຫລາຍຂຶ້ນ.
ຂ່າວ: ບຸນທະວີ ພົມມະສິດ
KPL