ນັກທ່ອງທ່ຽວ ນຳໃຊ້ລົດໄຟລາວ-ຈີນ ເພີ່ມຂຶ້ນຢ່າງກ້າວກະໂດດ

26/09/2023 10:43
Email Print 1909
ຂປລ *ເມັດພືດທີ່ປູກຮ່ວມກັນລະຫວ່າງສອງພັກ, ສອງລັດ ລາວ-ຈີນ ພາຍໃຕ້ຂໍ້ລິເລີ່ມໜຶ່ງແລ້ວໜຶ່ງເສັ້ນທາງນັ້ນ ໄດ້ເບັ່ງບານ ແລະ ເກີດດອກຜົນເປັນຮູບປະທໍາ ຢ່າງໜັກແໜ້ນ ເຊິ່ງສະແດງອອກໃນປັດຈຸບັນ ໄດ້ກາຍເປັນເມັດເງິນ ເມັດຄໍາ ແລະ ກາຍເປັນ ເສັ້ນເລືອດໃຫຍ່ເຊື່ອມໂຍງ ເຊື່ອມຈອດກັນລະຫວ່າງລາວ,ຈີນ, ອາຊຽນ, ພາກພື້ນ ແລະ ສາກົນ.




*ເມັດພືດທີ່ປູກຮ່ວມກັນລະຫວ່າງສອງພັກ, ສອງລັດ ລາວ-ຈີນ ພາຍໃຕ້ຂໍ້ລິເລີ່ມໜຶ່ງແລ້ວໜຶ່ງເສັ້ນທາງນັ້ນ ໄດ້ເບັ່ງບານ ແລະ ເກີດດອກຜົນເປັນຮູບປະທໍາ ຢ່າງໜັກແໜ້ນ ເຊິ່ງສະແດງອອກໃນປັດຈຸບັນ ໄດ້ກາຍເປັນເມັດເງິນ ເມັດຄໍາ ແລະ ກາຍເປັນເສັ້ນເລືອດໃຫຍ່ເຊື່ອມໂຍງ ເຊື່ອມຈອດກັນລະຫວ່າງລາວ,ຈີນ, ອາຊຽນ, ພາກພື້ນ ແລະ ສາກົນ.

ອາທິດຜ່່ານມາລະຫວ່າງວັນທີ 19-21 ກັນຍາ 2023, ຜູ້ຂຽນໄດ້ມີໂອກາດຂີ່ລົດໄຟລາວ-ຈີນຈາກນະຄອນຫລວງວຽງຈັນ ໄປເຖິງແຂວງຫລວງນໍ້າທາ ໃກ້ກັບຊາຍແດນລາວ-ຈີນໂດຍໃຊ້ເວລາພຽງ 3-4 ຊົ່ວເທົ່ານັ້ນ ຖ້າຢ້ອນເວລາ ໄປໃນອະດີດ ປີ 2008 ທີ່ຜູ້ຂຽນຂີ່ລົດໂດຍສານໄປເຮັດວຽກ ແລະ ຢ້ຽມຢາມແຂວງຫລວງນໍ້າທາ ໃນເວລານັ້ນໃຊ້ເວລາ 8 ຊົ່ວໂມງ ຫລື ຫລາຍກວ່ານັ້ນ ຈິ່ງເຖິງຈຸດໝາຍປາຍທາງ ເຊິ່ງມັນສະແດງໃຫ້ເຫັນວ່າ ການຂີ່ລົດໄຟບໍ່ພຽງປະຢັດເວ ລາ ໄດ້ດີເທົ່ານັ້ນຫາກຍັງປະຢັດລາຍຈ່າຍ, ມີຄວາມປອດໄຟສູງ, ສາມາດຂົນສົ່ງຜູ້ໂດຍສານ ແລະ ສິນຄ້າໄດ້ເປັນຈໍານວນຫລາຍອີກດ້ວຍ. ຕະຫລອດການເດີນທາງ 1 ຄືນ 2 ມື້ນັ້ນ ປາກົດເຫັນຜູ້ຄົນ, ນັກທ່ອງທ່ຽວ, ພະນັກງານ, ທະຫານ- ຕໍາຫລວດ ແລະ ປະຊາຊົນລາວບັນດາເຜົ່າຫລັ່ງໄຫລ ໃຊ້ບໍລິການລົດໄຟ ລາວ-ຈີນຢ່າງຄັບຄາໜາແໜ້ນ. ໂດຍທ່ານ ອານົງເດດ ເພັດໄກສອນ ຮອງຜູ້ອໍານວຍການບໍລິສັດທາງລົດໄຟລາວ-ຈີນ ກໍ່ຢັ້ງຢືນວ່າ: ຈຳນວນຜູ້ໂດຍສານທີ່ນໍາໃຊ້ລົດ ໄຟ ລາວ-ຈີນ ແມ່ນເພີ່ມຂຶ້ນໃນແຕ່ລະວັນ ດ້ວຍເຫດນັ້ນ ທັງບໍລິສັດຈຶ່ງໄດ້ຕັດສິນໃຈຊື້ ລົດໄຟ EMU ເພີ່ມອີກ 1 ຂະບວນ ລວມ 6 ຂະບວນ ໃນນັ້ນ EMU ມີ 5 ຂະວນ ແລະ ລົດໄຟທໍາມະດາມີ 1 ຂະບວນ. ການຕັດສິນໃຈຊື້ລົດໄຟເພີ່ມຄັ້ງ ນີ້ ຍ້ອນມີຜູ້ມາໃຊ້ບໍລິການເພີ່ມຂຶ້ນຢ່າງຫລວງຫລາຍ ໂດຍສະເພາະການຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າ, ມາຮອດວັນທີ 17 ກັນຍາ 2023 ໄດ້ຂົນສົ່ງຜູ້ໂດຍສານທັງໝົດ  3 ລ້ານກວ່າຄົນ ສົນສົ່ງສິນຄ້າເກືອບ 5 ລ້ານໂຕນ, ສະເລ່ຍ 4.800 ຄົນຕໍ່ມື້.



ພ້ອມດຽວກັນ, ທ່ານ ວໍລະວົງ ສີທໍາມະລາດ ຜູ້ຂັບລົດຕູ້ຮັບສົ່ງນັກທ່ອງທ່ຽວ ຕາມເສັ້ນທາງຈຸດສະຖານີລົດໄຟ ຢູ່ເມືອງມໍລະດົກຫລວງພະບາງ ໃຫ້ຮູ້ວ່າ: ຕົນເອງຂັບລົດຕູ້ບໍລິການມາເກືອບ 7 ປີແລ້ວໃນແຂວງຫລວງພະບາງ ໃນ ເມື່ອກ່ອນ ຍັງບໍ່ມີເສັ້ນທາງລົດໄຟກໍ່ພໍມີນັກທ່ອງທ່ຽວ ເຂົ້າມາຢ້ຽມຢາມພາຍໃນແຂວງ ແລະ ມີລາຍຮັບພໍກຸ້ມປາກກຸ້ມທ້ອງ ແຕ່ໃນທ້າຍປີ 2021 ເມື່ອໄດ້ມີການເປີດໃຫ້ບໍລິການເສັ້ນທາງລົດໄຟ ລາວ-ຈີນ ເຫັນວ່ານັກທ່ອງທ່ຽວຂີ່ລົດໄຟ ເຂົ້າມາຢ້ຽມຢາມ ເມືອງມໍລະດົກເພີ່ມຂຶ້ນຢ່າງຫລວງຫລາຍ ໃນນັ້ນສ່ວນໃຫຍ່ແມ່ນນັກທ່ອງທ່ຽວໄທ, ຫວຽດນາມ, ຈີນ, ອາເມລິກາ, ເອີຣົບ ແລະ ອື່ນໆ ເຊິ່ງສາມາດສ້າງລາຍຮັບ ໄດ້ສະເລ່ຍບໍ່ຕໍ່າກວ່າ 6-7 ລ້ານກີບຕໍ່ເດືອນ, ມີບາງເດືອນ ກໍ່ໄດ້ເຖິງ 10 ລ້ານກີບຕໍ່ເດືອນ ໂດຍຫັກຄ່າໃຊ້ຈ່າຍໝົດແລ້ວ. ເງິນທີ່ໄດ້ຈາກການແລ່ນລົດຕູ້ ຕາມສະຖານີລົດໄຟຫລວງພະບາງ ນັ້ນໄດ້ມີການແບ່ງສັນປັ່ນສ່ວນ ເຂົ້າບໍລິຫານຄອບຄົວຈໍານວນໜຶ່ງ ແລະ ສົ່ງໃຫ້ລູກ 2 ຄົນທີ່ພວມຮໍ່າຮຽນ ຢູ່ຫວຽດນາມ ແລະ ສປ ຈີນ. ແນວໃດກໍດີ ພາຍໃນປີ 2024 ນີ້ ສປປ ລາວຈະເປັນເຈົ້າພາບ ກອງປະຊຸມທ່ອງທ່ຽວອາຊຽນ ຄາດວ່ານັກທ່ອງທ່ຽວອາດຈະເຂົ້າມາ ຫລວງພະບາງຫລາຍຂຶ້ນ ແລະ ຕົນເອງກໍໄດ້ວາງແຜນໄວ້ວ່າ ອາດຈະຊື້ລົດອີກ 1 ຄັນ ເພື່ອໃຫ້ຄົນເຊົ່າ ເຊິ່ງຈະເປັນຊ່ອງທາງສ້າງລາຍໄດ້ເພີ່ມຂຶ້ນ. 





ຂະນະທີ່, ນາງ ນໍ້າຝົນ ນັກທ່ອງທ່ຽວຈາກໄປໄທໃຫ້ສໍາພາດວ່າ: ຕົນເອງດໍາຊີວິດໃນນະຄອນບາງກອກ, ປະເທດໄທ ຜ່ານມານັ້ນກໍ່ເຫັນແຕ່ຂ່າວໃນເຟສບຸກ, ຢູທູບ ແລະ ສື່ສັງຄົມອອນລາຍ ວ່າ ສປປ ລາວ ມີລົດໄຟຄວາມໄວສູງ ແລະ ຄິດໃນໃຈວ່າວັນໜຶ່ງຕ້ອງໄດ້ນັ່ງລົດໄຟ ໄປທ່ຽວເມືອງມໍລະດົກໂລກ ແຕ່ມາມື້ນີ້ວັນທີ 21 ກັນຍາ 2023 ໄດ້ມານັ່ງລົດຈາກນະຄອນຫລວງວຽງຈັນ ໄປເມືອງມໍລະດົກໂລກສົມໃຈແລ້ວ. ຂ້ອຍດີໃຈຫລາຍໄດ້ ມີນັ່ງສໍາຜັດບັນຍາກາດ ປະ ເທດລາວຕົວຈິງ ແລະ ໄດ້ເຫັນທໍາມະຊາດບໍ່ທັນຖືກທໍາລາຍ ຕະຫລອດເສັ້ນທາງທີ່ສວຍສົດງົດງາມ, ນິໃສຂອງຄົນລາວເປັນມິດທີ່ດີຍິ້ມແຍ້ມແຈມໃສ, ເມືອງມໍລະດົກ ແລະ ຜູ້ຄົນທີ່ນັ້ນຍັງຮັກສາຄວາມເປັນເອກະລັກໄດ້ດີຫລາຍ”.



ດັ່ງທີ່ຮູ້ນໍາກັນ, ສປປ ລາວພວມຫ້າງຫາກະກຽມຕ້ອນຮັບການເປັນເຈົ້າພາບກອງປະຊຸມສຸດອາຊຽນ, ກອງປະຊຸມທ່ອງທ່ຽວອາຊຽນ ແລະ ກອງປະຊຸມປິ່ນອອ້ມອື່ນໆໃນປີ 2024  ເຊິ່ງໄດ້ວາງເປົ້າໝາຍສູ້ຊົນດຶງດູດ ນັກທ່ອງທ່ຽວ ໄວ້ວ່າພາຍໃນປີ 2023 ນີ້ຈະໃຫ້ບັນລຸຕົວເລກນັກທ່ອງທ່ຽວ 2 ລ້ານກວ່າຄົນ ແລະ ປີ 2024 ຈະໃຫ້ບັນລຸຕົວເລກນັກທ່ອງທ່ຽວ ປະມານ 3-4 ຄົນ. ປັດຈຸບັນນີ້, ລັດຖະບານ ໄດ້ກໍານົດທັງໝົດ 75 ກິດຈະກຳໃນໂອກາດ ປີທ່ອງທ່ຽວລາວ 2024 ທີ່ຈະມາເຖິງນີ້ ໂດຍແບ່ງອອກເປັນ 2 ລະດັບ ຄື: ກິດຈະກຳລະດັບຊາດ ຈຳນວນ 14 ກິດຈະກຳ ແລະ ລະດັບແຂວງ ຈຳນວນ 61 ກິດຈະກໍາ. ລັດຖະບານລາວຖືວ່າ ພາກອຸດສາຫະກໍາທ່ອງທ່ຽວ ແມ່ນແຫລ່ງຮັບຕົ້ນໆຂອງປະເທດ ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າ ໃນການພັດທະນາເສດຖະກິດ-ສັງຄົມ, ແກ້ໄຂຄວາມທຸກຍາກ, ສ້າງວຽກເຮັດງານທໍາຢ່າງກວ້າງຂວາງ. ຕົວຢ່າງໃນສົກປີ 2018-2019 ມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວລາວ ເກືອບ 5 ລ້ານ ເຊິ່ງເຮັດໃຫ້ລັດ ຖະບານລາວ ມີລາຍຮັບຈາກການທ່ອງທ່ຽວເກືອບ 700 ລ້ານໂດລາ, ໃນເວລາດຽວກັນນັ້ນ ປີ 2019 ລັດຖະບານລາວ-ລັດຖະບານຈີນ ກໍ່ໄດ້ເປີດປີທ່ອງທ່ຽວ ລາວ-ຈີນ ເຊິ່ງນັກທ່ອງທ່ຽວຈີນ ເຂົ້າມາຢ້ຽມຢາມ ສປປ ລາວຫລາຍກວ່າ 1 ລ້ານ, ສະເພາະປີ 2023 ຄາດວ່າຈະມີນັກທ່ອງທ່ຽວຈີນ ຈະເຂົ້າຢ້ຽມຢາມລາວເພີ່ມຂຶ້ນເຊັ່ນກັນ ເຊິ່ງນັ້ນໄດ້ສະແດງເຫັນວ່າເສັ້ນທາງລົດໄຟ ລາວ-ຈີນ ບໍ່ພຽງນໍາຜົນປະໂຫຍດດ້ານການຄ້າ, ການລົງທຶນ, ການຂົນສົ່ງ, ການບໍລິການອື່ນໆ ເທົ່າ ນັ້ນຫາກຍັງປະກອບສ່ວນ ເຂົ້າໃນອຸດສາຫະກໍາທ່ອງທ່ຽວໃຫຍ່ຫລວງ ໃຫ້ ສປປ ລາວ ເຊິ່ງສອດຄ່ອງກັບການລາຍງານ ຂອງທະນາຄານໂລກ ແລະ ທະນາຄານພັດທະນາອາຊີລາຍງານຫວ່າງບໍ່ດົນມານີ້ວ່າ ການທີ່ ສປປ ລາວ ມີເສັ້ນທາງລົດ ໄຟນັ້ນຊ່ວຍກະຕຸກຊຸກຍູ້ ແລະ ປະກອບສ່ວນສົ່ງເສີມເຮັດໃຫ້ ພາກທຸລະກິດການບໍລິການຂົນສົ່ງ, ການທ່ອງທ່ຽວ, ການຜະລິດ ແລະ ອື່ນໆຂະຫຍາຍຕົວຢ່າງຕັ້ງໜ້າ ພ້ອມຍັງຈະຊ່ວຍເຮັດໃຫ້ເສດຖະກິດຂອງ ສປປ ລາວ ຄ່ອຍໆຟື້ນຕົວດີ ຂຶ້ນຕາມລໍາດັບ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top