ຂປລ
ໃນໄລຍະທ້າຍເດືອນກໍ ລະກົດ ຫາຕົ້ນເດືອນສິງຫາ 2023 ຜ່ານມານີ້, ແຂວງ ຄໍາມ່ວນ ແມ່ນແຂວງໜຶ່ງ ທີ່ໄດ້ ຮັບຜົນກະທົບ ຈາກກະແສລົມມໍລະສຸມ ແລະ ມີຝົນຕົກປານກາງຫາຕົກໜັກຕິດຕໍ່ກັນຫລາຍວັນ, ເຮັດໃຫ້ ລະດັບນໍ້າຕາມສາຂາແມ່ນໍ້າຂອງໄດ້ເພີ່ມຂຶ້ນຢ່າງໄວວາ, ເຮັດໃຫ້ເກີດມີນໍ້າຖ້ວມຊຸ, ນໍ້າຖ້ວມຂັງຍຶ່ງຂຶ້ນ ຢ່າງ ກະທັນ ຫັນ, ເຊິ່ງນອກຈາກຈະສົ່ງຜົນກະທົບ ຕໍ່ເນື້ອທີ່ການຜະລິດກະສິກໍາ ເສຍຫາຍເປັນບໍລິເວນກວ້າງ ແລ້ວ, ຍັງສ້າງຄວາມເສຍຫາຍຕໍ່ແຫລ່ງທ່ອງທ່ຽວ ແລະ ພື້ນຖານໂຄງລ່າງການບໍລິການດ້ານການທ່ອງທ່ຽວ ພາຍໃນ ແຂວງຫລາຍສົມຄວນ.
*ຕາມການລາຍງານຂອງທ່ານ ສົມກຽດ ພິເນດ ຫົວໜ້າຂະແໜງທ່ອງທ່ຽວ ພະແນກຖະແຫລ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຄໍາມ່ວນ ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ໃນໄລຍະທ້າຍເດືອນກໍ ລະກົດ ຫາຕົ້ນເດືອນສິງຫາ 2023 ຜ່ານມານີ້, ແຂວງຄໍາມ່ວນ ແມ່ນແຂວງໜຶ່ງທີ່ໄດ້ຮັບຜົນກະທົບ ຈາກກະແສລົມມໍລະສຸມ ແລະ ມີຝົນຕົກປານກາງຫາຕົກໜັກຕິດຕໍ່ກັນຫລາຍວັນ, ເຮັດໃຫ້ລະດັບນໍ້າຕາມສາຂາແມ່ນໍ້າຂອງໄດ້ເພີ່ມຂຶ້ນຢ່າງໄວວາ, ເຮັດໃຫ້ເກີດມີນໍ້າຖ້ວມຊຸ, ນໍ້າຖ້ວມຂັງຍຶ່ງຂຶ້ນ ຢ່າງ ກະທັນຫັນ, ເຊິ່ງນອກຈາກຈະສົ່ງຜົນກະທົບ ຕໍ່ເນື້ອທີ່ການຜະລິດກະສິກໍາ ເສຍຫາຍເປັນບໍລິເວນກວ້າງແລ້ວ, ຍັງສ້າງຄວາມເສຍຫາຍຕໍ່ແຫລ່ງທ່ອງທ່ຽວ ແລະ ພື້ນຖານໂຄງລ່າງການບໍລິການ ດ້ານການທ່ອງທ່ຽວພາຍໃນ ແຂວງຫລາຍສົມຄວນ.

ທ່ານຫົວໜ້າຂະແໜງທ່ອງທ່ຽວແຂວງ ໃຫ້ຮູ້ວ່າ: ມີແຫລ່ງທ່ອງທ່ຽວທາງທໍາມະຊາດ ທີ່ຢູ່ລຽບຕາມສາຍນໍ້າ ໄດ້ຮັບຜົນກະທົບໜັກ ເປັນຕົ້ນແມ່ນ ຖໍ້າກອງລໍ-ນາຕານ ບ້ານກອງລໍ ເມືອງຄູນຄໍາ, ວັດພະທາດ ສີໂຄດຕະບອງ ບ້ານມ່ວງສຸມ ເມືອງທ່າ ແຂກ, ຖໍ້າເຫີບ (ກະຕືບ) ບ້ານນາ ເມືອງຄຸນຄໍາ, ທາດຕຸ້ມພະວັງ ບ້ານນາວາງໃຫຍ່ ເມືອງໜອງບົກ ແລະ ຍັງມີແຫລ່ງທ່ອງທ່ຽວຂຸນກອງແລງ ບ້ານນາຄີ, ຕາດຄອນແກ້ວ ບ້ານນາໂພ, ສະຖານທີ່ທ່ອງທ່ຽວ ຂຸນແຂ້ ບ້ານທ່າໝີ, ຖໍ້າກວນໃນ ບ້ານອິນແປງ ແລະ ວັງນໍ້າຕົກ ສາຍນໍ້າປະກັນ ບ້ານນາທານ ເມືອງຫີນບູນ ແຂວງຄໍາມ່ວນ ໄດ້ຮັບຜົນກະທົບເຊັ່ນກັນ. ໂດຍຜົນກະທົບສ່ວນໃຫຍ່ແມ່ນຄວາມເສຍຫາຍຂອງໃນດ້ານພື້ນຖານໂຄງລ່າງການບໍລິການດ້ານການທ່ອງທ່ຽວ ເປັນຕົ້ນແມ່ນອາຄານ ຕ່າງໆໃນ ຈຸດບໍ ລິການນັກທ່ອງທ່ຽວ, ສະເພາະແຫລ່ງທ່ອງທ່ຽວຖໍ້າກອງລໍ ແມ່ນລະບົບໄຟແສງສະຫວ່າງໃນຖໍ້າເປ່ເພ, ນອກນີ້ ມີເຮືອນພັກແຮມ 38 ຫລັງ, ຂົວຂ້າມນໍ້າ 1 ແຫ່ງ, ຂັນໄດທາງຂຶ້ນລົງທ່າເຮືອ, ລົດຖີບບໍລິການນັກທ່ອງທ່ຽວ 15 ຄັນ, ຫ້ອງຂາຍປີ້ ແລະ ສູນຂໍ້ມູນ 2 ຫລັງເສຍຫາຍ ລວມມູນຄ່າເສຍຫາຍເບື້ອງຕົ້ນກວ່າ 1 ຕື້ກີບ. ສ່ວນແຫລ່ງທ່ອງທ່ຽວອື່ນໆ ກໍແມ່ນໄດ້ຮັບຜົນເສຍຫາຍທາງ ດ້ານສິ່ງອໍານວຍຄວາມສະດວກ ແລະ ເຄື່ອງບໍລິການສໍາລັບນັກທ່ອງທ່ຽວ ເຊັ່ນ: ເສັ້ນທາງເພເຂົ້າສູ່ແຫລ່ງ ທ່ອງທ່ຽວ, ບ່ອນພັກອາໄສ, ຮ້ານອາຫານ ຖືກນໍ້າຖ້ວມ.
ທ່ານ ສົມກຽດ ກ່າວວ່າ: ສໍາລັບຂົງເຂດບໍລິການດ້ານການທ່ອງທ່ຽວນອນໃນ 3 ເມືອງ ຄືເມືອງຄູນຄໍາ, ເມືອງຫີນບູນ ແລະ ເມືອງນາກາຍ. ຜ່ານການສັງລວມເບື້ຶອງຕົ້ນ ມີຜູ້ປະກອບການໄດ້ຮັບຜົນກະທົບທັງໝົດ 21 ຫົວໜ່ວຍ, ແຫລ່ງທ່ອງທ່ຽວ 9 ແຫ່ງ, ລີສອດ 4 ແຫ່ງ, ເຮືອນພັກ 7 ແຫ່ງ ແລະ ຮ້ານອາຫານ 1 ແຫ່ງ ເຊິ່ງການປະເມີນມູນຄ່າຄວາມເສຍຫາຍ ເບື້ອງຕົ້ນແມ່ນຫລາຍກວ່າ 5,6 ຕື້ກີບ. ແນວໃດກໍຕາມ, ພາຍຫລັງລະດັບນໍ້າຫລຸດລົງແລ້ວ ແມ່ນຈະໄດ້ສຸມໃສ່ຟື້ນຟູໂດຍໄວ ໂດຍຂະແໜງ ການຕົນ ໄດ້ກໍານົດແຜນການຟື້ນຟູທັງໃນໄລຍະຕົ້ນ, ໄລຍະກາງ ແລະ ໄລຍະຍາວ ຮອດປີ 2025, ເຊິ່ງໄລຍະຕົ້ນໄດ້ກໍານົດໜ້າວຽກ ທີ່ເຮັດໃນເດືອນກັນຍາຫາເດືອນທັນວາ 2023 ແມ່ນການລົງສົມທົບກັບຂັ້ນເມືອງ ເພື່ອຊຸກຍູ້, ຕິດຕາມ, ກວດກາ ແລະ ປະເມີນຄືນຜົນກະທົບ ຕໍ່ຜູ້ປະກອບການທ່ອງທ່ຽວ, ປືກສາຫາລືກັບຜູ້ປະກອບການ ທີ່ໄດ້ຮັບຜົນກະທົບ ເພື່ອຊອກຫາແນວທາງຟື້ນຟູການທ່ອງທ່ຽວ, ຂົນຂວາຍແຫລ່ງທຶນເພື່ອຟື້ນຟູ ແຫລ່ງທ່ອງທ່ຽວທີ່ເປັນບູລິມະສິດ ແລະ ຈັດຝຶກອົບຮົມ ເພື່ອ ຍົກລະດັບທັກສະທາງດ້ານ ການບໍລິການໃຫ້ຜູ້ປະກອບການ ເພື່ອແນໃສ່ເຮັດໃຫ້ການພັດທະນາ ວຽກງານການທ່ອງທ່ຽວຂອງແຂວງ ໄດ້ໄປຕາມທິດທາງວາງໄວ້ ແລະ ອັນສໍາຄັນແມ່ນ ກະກຽມຄວາມພ້ອມດ້ານຕ່າງໆ ໃນຂະແໜງການທ່ອງທ່ຽວ ເພື່ອ ຕ້ອນຮັບ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ຈະມາທ່ອງທ່ຽວ ໃນປີທ່ອງທ່ຽວລາວ 2024 ນີ້ ໄດ້ ມີຄວາມປະທັບໃນຄວາມສວຍງາມ ຂອງແຫລ່ງທ່ອງທ່ຽວໃນປະເທດລາວເຮົາ.
KPL