ສ.ອາເມລິກາ ນໍາເຂົ້າ ຝຸ່ນເຄມີ ຈາກ ຣັດເຊຍ ເພີ່ມຂຶ້ນ 944 ລ້ານໂດລາ

19/09/2023 15:56
Email Print 133
ຂປລ ສື່ທ້ອງຖິ່ນ ຣັດເຊຍ ລາຍງານວ່າ: ໄລຍະ ເດືອນມັງກອນ-ເດືອນກໍລະກົດ ປີນີ້, ມູນຄ່າ ການນໍາເຂົ້າ ຝຸ່ນເຄມີ ຈາກ ຣັດເຊຍ ຂອງ ສ.ອາເມລິກາ ລວມມີ 944 ລ້ານໂດລາ ສະຫະລັດ, ເພີ່ມຂຶ້ນ ເປັນຄັ້ງປະຫວັດສາດ.

ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 18 ເດືອນກັນຍາ, ສື່ທ້ອງຖິ່ນ ຣັດເຊຍ ລາຍງານວ່າ: ໄລຍະ ເດືອນມັງກອນ-ເດືອນກໍລະກົດ ປີນີ້, ມູນຄ່າ ການນໍາເຂົ້າ ຝຸ່ນເຄມີ ຈາກ ຣັດເຊຍ ຂອງ ສ.ອາເມລິກາ ລວມມີ 944 ລ້ານໂດລາ ສະຫະລັດ, ເພີ່ມຂຶ້ນ ເປັນຄັ້ງປະຫວັດສາດ.

ໂດຍ ມູນຄ່າ ການສົ່ງອອກ ຝຸ່ນເຄມີ ຂອງ ຣັດເຊຍ ໄປຍັງ ສ.ອາເມລິກາ ໃນໄລຍະ 7 ເດືອນ ທຳອິດ ເພີ່ມຂຶ້ນ 5% ເມື່ອທຽບໃສ່ ໄລຍະ ດຽວກັນ ຂອງ ປີກາຍ . ຢ່າງໃດກໍ່ຕາມ ປະລິມານ ການຈັດຊື້ ຂອງ ສ.ອາເມລິກາ ໃນເດືອນກໍລະກົດ ຫລຸດລົງ 3 ເທົ່າເທື່ອ ເມື່ອທຽບໃສ່ ເດືອນມິຖຸນາ.  ນອກນັ້ນ, ຣັດເຊຍ ຍັງເປັນຜູ້ ຈັດຈຳໜ່າຍຝຸ່ນເຄມີ  ໃຫ້ແກ່ ສ.ອາເມລິກາ ລາຍໃຫຍ່ ທີ່ສຸດ ຈັດເປັນ ອັນດັບ 2 ຖັດຈາກ ການາດາ. /

KPL

ຂ່າວອື່ນໆ

ads
ads

Top