6 ເດືອນຕົ້ນປີ ມີນັກທ່ອງທ່ຽວເຂົ້າເມືອງວັງວຽງ 3 ແສນກວ່າຄົນ

19/09/2023 10:31
Email Print 489
ຂປລ ເມືອງວັງວຽງ ແຂວງວຽງຈັນແມ່ນອີກຈຸດໝາຍປາຍທາງຍອດນິ ຍົມຂອງນັກທ່ອງທ່ຽວ ທີ່ຕ້ອງການ ມາສໍາຜັດບັນຍາກາດທີ່ມີຄວາມແຕກຕ່າງຈາກເຂດອື່ນໆໃນ ສປປ ລາວ ເຊ່ິງມັນມີທ່າແຮງບ່ົມ ຊ້ອນກັບແຫລ່ງທ່ອງທ່ຽວທີ່ໜ້າສົນໃຈ ຢ່າງຫລວງຫລາຍເຊັ່ນ: ທໍາມະຊາດ, ວັດທະນະທໍາ, ປະ ຫວັດສາດ ແລະ ວິຖີຊີວິດຂອງຄົນທ້ອງຖິ່ນ ອັນໄດ້ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ- ສັງຄົມ ແລະ ແກ້ໄຂຄວາມທຸກຍາກຢ່າງຍືນຍົງ.

* ເມືອງວັງວຽງ ແຂວງວຽງຈັນແມ່ນອີກຈຸດໝາຍປາຍທາງຍອດນິ ຍົມຂອງນັກທ່ອງທ່ຽວທີ່ຕ້ອງການມາສໍາຜັດບັນຍາກາດທີ່ມີຄວາມແຕກຕ່າງຈາກເຂດອື່ນໆໃນ ສປປ ລາວ ເຊ່ິງມັນມີທ່າແຮງບ່ົມຊ້ອນກັບແຫລ່ງທ່ອງທ່ຽວທີ່ໜ້າສົນໃຈ ຢ່າງຫລວງຫລາຍເຊັ່ນ: ທໍາມະຊາດ, ວັດທະນະທໍາ, ປະຫວັດສາດ ແລະ ວິຖີຊີວິດຂອງຄົນທ້ອງຖິ່ນ ອັນໄດ້ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກຢ່າງຍືນຍົງ.

ເມື່ອບໍ່ດົນມາມີ້ນີ້, ຜູ້ຂຽນໄດ້ມີໂອກາດໄປທ່ອງທ່ຽວເມືອງວັງວຽງ ແລະ ໄດ້ຍາດໂອ ກາດສຳພາດ ທ່ານ ອັດສະຍາໄສ ມະນີວັນ ຫົວໜ້າຫ້ອງການຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວເມືອງວັງວຽງ ໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນ ປີ 2023 ນີ້ ມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ເມືອງວັງວຽງ 3 ແສນກວ່າຄົນ ໃນນັ້ນນັກທ່ອງທ່ຽວພາຍໃນ 2 ແສນ ກວ່າຄົນ, ນັກທ່ອງທ່ຽວຕ່າງປະເທດ 1 ແສນກວ່າຄົນ, ປັດຈຸບັນອໍານາດການປົກຄອງເມືອງວັງວຽງ ໄດ້ສືບຕໍ່ຍົກລະດັບ ແລະ ປັບປຸ່ງສິ່ງອໍານວຍ ຄວາມສະດວກໃນສະຖານທ່ີຕ່າງໆ ເພື່ອຮອງຮັບນັກທ່ອງທ່ຽວທີ່ເຂົ້າມາທ່ຽວ ໂດຍສະເພາະພວກ ເຮົາມີແຫລ່ງທ່ອງ ທ່ຽວທາງທໍາມະຊາດ 37 ແຫ່ງ, ປະຫວັດຊາດ 1 ແຫ່ງ ແລະ ວັດທະນະທໍາ ຈໍານວນໜຶ່ງ, ມີ 24 ບໍລິສັດທ່ອງທ່ຽວ  ແລະ ລົດໃຫ້ເຊົ້າທຸກປະເພດ, ມີໂຮງແຮມ 43 ແຫ່ງ, ລີສອດ 18 ແຫ່ງ, ວິນລາ 6 ແຫ່ງ, ບັງກາໂລ 12 ແຫ່ງ, ເຮືອນ ພັກ 117 ແຫ່ງ, ສາມາດ ຮັບແຂກໄດ້ປະມານ 13.344 ຄົນຕໍ່ມື້ ແລະ ມີຮ້ານອາຫານ 140 ແຫ່ງ, ຮ້ານກິນດື່ມ 14 ແຫ່ງ, ຮ້ານບັນເທີງ 6 ແຫ່ງ ພ້ອມນີ້ພວກເຮົາກໍມີກິດຈະກຳການທ່ອງທ່ຽວປະກອບມີຄື: ຂີ່ເຮືອກາຍັກ, ເຮືອຈັກຫາງຍາວ, ຂີ່ກົງເບັງລອງຕາມແມ່ນໍ້າຊອງຊົມ ວິວທໍາມະ ຊາດ, ຂີ່ສະລິງ, ປິນຜາຂຶ້ນຈຸດຊົມວິວ, ຂີ່ເຮືອພາລາມໍເຕີ ແລະ ຂີ່ບາລູນ ແລະ ອື່ນໆ. ທ່ານ ອັດສະຍາໄສ ມະນີວັນ ຍັງກ່າວວ່າ: ເຖິງແມ່ນວ່າພວກເຮົາສົ່ງເສີມການທ່ອງທ່ຽວ ຢ່າງກວ້າງຂວາງ ແຕ່ພວກເຮົາກໍຖືສໍາຄັນວຽກງານປົກປັກຮັກສາສິງແວດລ້ອມ ແລະ ອໍານວຍຄວາມສະດວກຕ່າງໆ

ຕໍ່ວຽກງານທ່ອງທ່ຽວເປັນບຸລິມະສິດສໍາຄັນ ອັນໄດ້ປະກອບສ່ວນ ແລະ ສາມາດສ້າງລາຍຮັບເຂົ້າປະເທດກໍຄືການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະສ້າງລາຍຮັບໃຫ້ແກ່ປະຊາຊົນ, ສ້າງວຽກເຮັດງານທຳ, ສົ່ງເສີມການຜະລິດກະສິກຳເປັນ ສິນຄ້າຢ່າງ ຍືນຍົງ.   ສໍາລັບປີ 2024 ທີ່ຈະມາເຖິງນີ້ແມ່ນປີທ່ອງທ່ຽວລາວ 2024 ດັ່ງນັ້ນ ບັນດາຜູ້ປະກອບການສະຖານທີ່ທ່ອງທ່ຽວຕ່າງໆໃນຂອບເຂດທົ່ວປະເທດ ຕ້ອງໄດ້ກະກຽມຄວາມພ້ອມທຸກດ້ານເພື່ອໃຫ້ມີບັນ ຍາກາດຟົດຟື້ນໄປຄຽງຄູ່ກັບການພັດທະນາ ແລະ ກິດຈະກໍາປິ່ນອ້ອມຂອງຕົນເອງ ນອກຈາກນັ້ນພວກເຮົາກໍໄດ້ຝຶກອົບຮົມ ແລະ ສ້າງບຸກຄະລາກອນໃຫ້ມີຄວາມສາມາດ ຮອບດ້ານເພື່ອຮອງຮັບການເປີດປີທ່ອງທ່ຽວດັ່ງກ່າວ. ແນວໃດກໍດີການປົກປັກຮັກສາສິ່ງແວດລ້ອມ ນັ້ນກໍເປັນສິ່ງສໍາຄັນທີ່ສຸດເພື່ອ ດຶງດູນັກທ່ອງທ່ຽວ ແລະ ສ້າງສິ່ງແວດລ້ອມໃຫ້ສະອາດງາມຕາ ເຊິ່ງບໍລິສັດເບຍລາວ ຈຳກັດ ກໍເປັນສ່ວນໜຶ່ງໃຫ້ຄວາມສໍາຄັນ ແລະ ປະກອບສ່ວນຊ່ວຍສົ່ງເສີມການທ່ອງທ່ຽວ

ໂດຍສະເພາະສະຖານທີ່ທ່ອງທ່ຽວແຫ່ງຕ່າງໆ ໃຫ້ມີຄວາມສະອາດ ຮັກສາສິ່ງແວດລ້ອມ ເພື່ອຮັບປະກັນເຮັດໃຫ້ສະຖານທີ່ທ່ອງທ່ຽວເຫລົ່ານັ້ນໃຫ້ຄົງ ໄວ້ຢ່າງຍືນຍົງໃຫ້ລູກໃຫ້ຫລານໄດ້ເຫັນໃນອະນາຄົດ. ສະນັ້ນຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ພະນັກງານ-ລັດຖະກອນ, ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ເປັນພິເສດໃນການຮັກສິ່ງແວດລ້ອມ ແລະ ເປັນເຈົ້າພາບທີ່ດີ.

ໂດຍ: ວີລະວັນ
KPL

ຂ່າວອື່ນໆ

    • ຫລວງພະບາງກຽມຄວາມພ້ອມຮອງຮັບປີທ່ອງທ່ຽວລາວທ່ອງທ່ຽວ

      ຫລວງພະບາງກຽມຄວາມພ້ອມຮອງຮັບປີທ່ອງທ່ຽວລາວ

      9/28/2023 10:56:18 AM

      *ນັກທ່ອງທ່ຽວເດີນທາງຜ່ານເສັ້ນທາງລົດໄຟລາວ-ຈີນເພີ່ມຂຶ້ນຢ່າງຕໍ່ເນື່ອງໂດຍສ່ວນໃຫຍ່ ມີຈຸດໝາຍປາຍ ທາງແວ່ຢ້ຽມຢາມເມືອງມໍລະດົກໂລກ ຂະນະທີ່ອໍານາດການປົກຄອງແຂວງ ຫລວງພະບາງຕັ້ງເປົ້າຈະດຶງດູດນັກທ່ອງ ທ່ຽວ ໃຫ້ໄດ້ 1 ລ້ານກວ່າຄົນ ໃນປີ 2023 ແລະ ຈະໃຫ້ໄດ້ 2 ລ້ານຄົນ ໃນປີ 2025.

    • ສ້າງຄວາມເຂັ້ມແຂງ ວຽກໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວທ່ອງທ່ຽວ

      ສ້າງຄວາມເຂັ້ມແຂງ ວຽກໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວ

      9/27/2023 3:29:31 PM

      ຂປລ. ​ແຫ​ລ່ງຂ່າວ​ຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ກົມໂຄສະນາການທ່ອງທ່ຽວ ກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງວຽງຈັນ

    • ນັກທ່ອງທ່ຽວ ນຳໃຊ້ລົດໄຟລາວ-ຈີນ ເພີ່ມຂຶ້ນຢ່າງກ້າວກະໂດດທ່ອງທ່ຽວ

      ນັກທ່ອງທ່ຽວ ນຳໃຊ້ລົດໄຟລາວ-ຈີນ ເພີ່ມຂຶ້ນຢ່າງກ້າວກະໂດດ

      9/26/2023 10:43:59 AM

      *ເມັດພືດທີ່ປູກຮ່ວມກັນລະຫວ່າງສອງພັກ, ສອງລັດ ລາວ-ຈີນ ພາຍໃຕ້ຂໍ້ລິເລີ່ມໜຶ່ງແລ້ວໜຶ່ງເສັ້ນທາງນັ້ນ ໄດ້ເບັ່ງບານ ແລະ ເກີດດອກຜົນເປັນຮູບປະທໍາ ຢ່າງໜັກແໜ້ນ ເຊິ່ງສະແດງອອກໃນປັດຈຸບັນ ໄດ້ກາຍເປັນເມັດເງິນ ເມັດຄໍາ ແລະ ກາຍເປັນ ເສັ້ນເລືອດໃຫຍ່ເຊື່ອມໂຍງ ເຊື່ອມຈອດກັນລະຫວ່າງລາວ,ຈີນ, ອາຊຽນ, ພາກພື້ນ ແລະ ສາກົນ.

    •  ແຂວງຄໍາມ່ວນເລັ່ງຟື້ນຟູເຂດທ່ອງທ່ຽວທີ່ຖືກນໍ້າຖ້ວມ ຮອງຮັບປີທ່ອງທ່ຽວລາວທ່ອງທ່ຽວ

      ແຂວງຄໍາມ່ວນເລັ່ງຟື້ນຟູເຂດທ່ອງທ່ຽວທີ່ຖືກນໍ້າຖ້ວມ ຮອງຮັບປີທ່ອງທ່ຽວລາວ

      9/25/2023 12:12:02 PM

      ໃນໄລຍະທ້າຍເດືອນກໍ ລະກົດ ຫາຕົ້ນເດືອນສິງຫາ 2023 ຜ່ານມານີ້, ແຂວງ ຄໍາມ່ວນ ແມ່ນແຂວງໜຶ່ງ ທີ່ໄດ້ ຮັບຜົນກະທົບ ຈາກກະແສລົມມໍລະສຸມ ແລະ ມີຝົນຕົກປານກາງຫາຕົກໜັກຕິດຕໍ່ກັນຫລາຍວັນ, ເຮັດໃຫ້ ລະດັບນໍ້າຕາມສາຂາແມ່ນໍ້າຂອງໄດ້ເພີ່ມຂຶ້ນຢ່າງໄວວາ, ເຮັດໃຫ້ເກີດມີນໍ້າຖ້ວມຊຸ, ນໍ້າຖ້ວມຂັງຍຶ່ງຂຶ້ນ ຢ່າງ ກະທັນ ຫັນ, ເຊິ່ງນອກຈາກຈະສົ່ງຜົນກະທົບ ຕໍ່ເນື້ອທີ່ການຜະລິດກະສິກໍາ ເສຍຫາຍເປັນບໍລິເວນກວ້າງ ແລ້ວ, ຍັງສ້າງຄວາມເສຍຫາຍຕໍ່ແຫລ່ງທ່ອງທ່ຽວ ແລະ ພື້ນຖານໂຄງລ່າງການບໍລິການດ້ານການທ່ອງທ່ຽວ ພາຍໃນ ແຂວງຫລາຍສົມຄວນ.

    • ທ່ຽວຕາດນໍ້າແຮງ ຊົມທຳມະຊາດຕິດພັນກັບວິທີຊີວິດທ້ອງຖິ່ນທ່ອງທ່ຽວ

      ທ່ຽວຕາດນໍ້າແຮງ ຊົມທຳມະຊາດຕິດພັນກັບວິທີຊີວິດທ້ອງຖິ່ນ

      9/21/2023 9:39:06 AM

      ຕາດນ້ຳແຮງ ເປັນຕາດທີ່ມຄວາມງາມເປັນເລີດ ຈົນມີຄວາມ ພັງເພີຍວ່າ “ເງິນສາມຜືນສາດບໍ່ທໍ່ ຕາດນ້ຳແ ຮງ” ນ້ຳຕົກຕາດນ້ຳແຮງ ຕັ້ງຢູ່ບ້ານກະຕາງຢາ ຫ່າງຈາກເທ ສະບານເມືອງຮຸນ ປະມານ 24 ກິ ໂລແມັດ.

ads
ads

Top