ມັກງ່າຍໄດ້ຍາກ ມັກລຳບາກໄດ້ດີ?

19/09/2023 09:42
Email Print 1645
ຂປລ ບົດນີ້ຍົກເອົາສຸພາສິດຂອງລາວເຮົາ ເຊິ່ງມີມາແຕ່ປີໃດຍັງບໍ່ທັນເປັນອັນຈະແຈ້ງ, ແຕ່ເຊື່ອວ່າຄົນລາວເຮົາໂດຍ ສ່ວນຫລາຍເຄີຍໄດ້ຍິນຄໍານີ້ ຫລື ບາງທີເວລາຮຽນປະຖົມ-ມັດທະຍົມ... ອາດຈະເຄີຍນໍາມາວິເຄາະ-ອະທິບາຍ ຂະຫຍາຍຄວາມໃຫ້ເຫັນຄວາມໝາຍ ຈະແຈ້ງຂຶ້ນ.
*ບົດນີ້ຍົກເອົາສຸພາສິດຂອງລາວເຮົາ ເຊິ່ງມີມາແຕ່ປີໃດຍັງບໍ່ທັນເປັນອັນຈະແຈ້ງ, ແຕ່ເຊື່ອວ່າຄົນລາວເຮົາໂດຍ ສ່ວນຫລາຍເຄີຍໄດ້ຍິນຄໍານີ້ ຫລື ບາງທີເວລາຮຽນປະຖົມ-ມັດທະຍົມ... ອາດຈະເຄີຍນໍາມາວິເຄາະ-ອະທິບາຍ ຂະຫຍາຍຄວາມໃຫ້ເຫັນຄວາມໝາຍ  ຈະແຈ້ງຂຶ້ນ. ຄໍາສຸພາສິດລາວມີຫລາຍໆຄໍາແຝງດ້ວຍຄວາມໝາຍອັນເລິກເຊິ່ງ ເພື່ອໃຫ້ໄປຄິດຫງໍາ ແລະ ປະດິດສ້າງ ໝູນໃຊ້ໃນການດໍາລົງຊີວິດ, ບາງເທື່ອກໍ່ມີລັກສະນະປີ້ນກັບຄວາມພາວະວິໄສ, ແຕ່ຜູ້ແຕ່ງແມ່ນມີເປົ້າໝາຍເລິກກວ່ານັ້ນ, ມັນບໍ່ມີແຕ່ຄໍາວ່າ “ມັກງ່າຍ ໄດ້ຍາກ ມັກລໍາບາກໄດ້ດີ”, ຍັງມີ ອີກ ເຊັ່ນ “ຢາກກິນເຂົ້າໃຫ້ປູກໃສ່ພະລານຫີນ ຢາກມີສິນໃຫ້ຂ້າພໍ່ຕີແມ່ ຢາກໃຫ້ພີ່ນ້ອງມາແວ່ໃຫ້ຂ້າໝູ່ດຽວກັນຢາກມີສີສັນໃຫ້ນອນດິນເກືອຝຸ່ນ”...ເປັນຕາໜ້າຄິດແທ້ໆ.ໃນໄລຍະໃໝ່ໆມານ້ີ, ໂດຍສະເພາະນັບແຕ່ ທົ່ວ ໂລກເກີດການລະບາດຂອງພະຍາດໂຄວິດ-19 ມານີ້, ການພົວພັນຊື້ຂາຍ ປ່ຽນໄດ້ຫັນສູ່ເສັ້ນທາງເອເລັກໂຕຣນິກຫລາຍຂຶ້ນ,  ຄຽງຄູ່ກັບການໃຊ້ເງິນສົດກໍ່ມີອີມັນນີ...ຂະຫຍາຍກວ້າງອອກ, ຄົນບໍ່ຖືເງິນສົດຕິດຖົງຫລາຍຂຶ້ນ (ຄັນຖືກໍ່ໜ້ອຍສຸດ) ໂດຍສະເພາະໄວ ໜຸ່ມ. ປະເທດທີ່ທັນສະໄໝເປັນຕົ້ນຄືເບື້ອງທິດເໜືອຂອງປະເທດເຮົາ, ການໃຊ້ຈ່າຍຢູ່ປາຍນິ້ວຄືປະສາຊາວບ້ານວ່າ, ສັ່ງຊື້ສິນຄ້າ-ຈ່າຍ...ສັ່ງການຢູ່ໂທລະສັບທັນສະໄໝ ທີ່ຫລາຍຄົນໃຊ້ວ່າສະມາດໂຟນ, ລວມທັງການບໍລິການອື່ນໆ ຖືວ່າຄວາມທັນສະໄໝ ໄດ້ ເຮັດໃຫ້ ມີຄວາມສະດວກສະບາຍ, ການບໍລິການເຖິງເຮືອນຊານສະຖານທີ່ພັກ ໂດຍການສັ່ງ ແລະ ຈ່າຍຜ່ານໂທລະສັບກັບບັນດາແອັບພລີເຄເຊິນຕ່າງໆ.ມາພ້ອມກັບຄວາມທັນສະໄໝ, ສະດວກສະບາຍ, ຄົນກໍ່ມັກງ່າຍມັກສະບາຍ, ນັ່ງຂາຂຶ້ນຫ້າງຢູ່ເຮືອນເຂ່ຍໂທ ລະສັບສັ່ງ ຊື້ສິນຄ້າ ມາສົ່ງຮອດຕີນຂັ້ນໄດ (ບໍ່ໄດ້ເວົ້າໂຍກ), ບາງກໍລະນີໄດ້ຮັບສິນຄ້າແລ້ວຈຶ່ງຈ່າຍ ໂດຍບວກຄ່າສົ່ງເຂົ້າໄປ...ຈາກການໃຊ້ຈ່າຍແບບງ່າຍໆນີ້ກໍ່ມີພວກສວຍໂອກາດຫາກິນ ໂດຍອາໄສຊ່ອງວ່າງ ຄວາມມັກງ່າຍມັກສະດວກຂອງສັງຄົມນີ້ລະສ້າງບັນ ຫາ ຫລື ອຸປະ ໂຫລກ ຂາຍນັ້ນນີ້ເຊິ່ງພຶດ ຕິກໍາຕົວຈິງໃນສັງຄົມເຮົາກໍ່ມີເປັນໄລຍະຖືກຕົວະເສຍເງິນລ້າດ້ວຍວິທີການຕ່າງໆ ຂອງພວກສວຍໂອກາດທີ່ເອີ້ນວ່າພວກມິດສາຊີບ. ພວກຫາກິນຜ່ານອອນລາຍ ມີຫລາຍຂຶ້ນບໍ່ວ່າໃນປະເທດເຮົາ, ເຫັນຂ່າວມານັບບໍ່ຖ້ວນ.  ອາທິດຜ່ານ ມາ ມີເພື່ອນຜູ້ຂຽນເກືອບເສຍຫົວ, ສັ່ງຊື້ຜ້າພົມຜືນເກືອບສອງແສນກີບ, ຈ່າຍຜ່ານອອນລາຍ ຕາມລະຫັດຄິວອາທະນາຄານທີ່ຜູ້ຈ່າວຂາຍອອນລາຍສົ່ງມາ, ຈາກນັ້ນເພຈທີ່ຈ່າວຂາຍຖືກລຶບໄປໝົດ ຈຶ່ງທາວຫາເບື້ອງຄິວອາໂຄດຈຶ່ງຮູ້ວ່າເປັນຄົນລະຄົນ. ຜູ້ຕັ້ງເພຈ ຈ່າວຂາຍເຄື່ອງເປັນລູກໜີ້, ໜ້ີຄ່າຊ້ືຫວຍກັບນາງຜູ້ເປັນເຈ້ົາຂອງຄິວອາໂຄດ. ໝາຍວ່ານາງນັ້ນອຸປະໂຫລກຂາຍເຄື່ອງຜ່ານອອນລາຍແລ້ວ ເອົາຄິວອາໂຄດຂອງເຈົ້າໜີ້ເລກໃຫ້ຜູ້ສັ່ງຊື້, ຢາກຄືກັນກັບຫລາຍກໍລະນີສິນເຊື່ອຕົວະສັງຄົມ ທີ່ເອົາເງິນຜູ້ໜຶ່ງ ໄປຈ່າຍຜູ້ ໜຶ່ງໝູນກັນເປັນບັນຫາເຈັບເສັ້ນຜ່ານມາ? ກໍລະນີນີ້ ໄຄແດ່ຖືກຜ້ເຄີຍເປັນພະນັກງານທ່ີຮູ້ຈັກນໍາ. ຖ້າເປັນຊາວບ້ານທົ່ວໄປ, ກໍ່ອາດຈະເສຍທີໂຈນຍ້ອນມັກງ່າຍຈ່າຍສະດວກ...?ເລື່ອງການສໍ້ໂກງຕົວະຍົວະຜ່ານອອນລາຍ ໂດຍສະເພາະການຂາຍເຄື່ອງ, ອັນດີກໍ່ມີຖ້າ ເຮັດຖືກລະບຽບ ກົດໝາຍພົວພັນການຄ້າເອເລັກໂຕຣນິກ...ຜ່ານມາກໍ່ມີປະກົດການຊື້ເຄື່ອງ ແລ້ວບໍ່ໄດ້ເຄື່ອງຕາມສັ່ງ, ແຕ່ຈໍາເປັນເອົາເພາະຜູ້ສົ່ງກໍ່ບໍ່ຮັບເພາະວ່າມີໜ້າທີ່ສົ່ງເທົ່ານັ້ນ. ຜູ້ມັກງ່າຍກໍ່ວ່າເອົ໋າ! ຢ່າສາເຖາະຕາງເສຍເຄາະ...ວ່າໄປແນວນັ້ນກໍ່ມີ. ບາງຄົນຊື້້ ເສື້ອເບີໜຶ່ງໄດ້ຕົວຈິງເບີໜຶ່ງນຸ່ງບໍ່ໄດ້ , ແຕ່ຍ້ອນມັກງ່າຍກໍ່ບໍ່ຕໍ່ວ່າຕໍ່ຖຽງ. ຄົນລາວເຮົາໂດຍພື້ນຖານ ເປັນຄົນບໍ່ມັກເປັນເລື່ອງເປັນລາວ, ເສຍດ້າມເລັກນ້ອຍກໍ່ປ່ອຍໄປ, ອັນອາດເປັນຊ່ອງວ່າງໃຫ້ພວກຄົນບໍ່ດີຫາກິນນໍາ ຍ້ອນຄວາມໃຈດີໂພດນີ້? ຖ້າ ບວກໃສ່ກັນ ຜູ້ເລັກນ້ອຍດ້າມຮ້ອຍດ້າມພັນ ຄັນຫລາຍພັນຫລາຍໝື່ນຄົນໂຮມ ກັນຄວາມເສຍຫາຍກໍ່ບໍ່ແມ່ນໜ້ອຍ. ປະເດັນທີ່ຢາກນໍາມາແລກປ່ຽນ ແມ່ນຄວາມມີສະຕິຂອງທຸກຄົນ, ບໍ່ມັກງ່າຍເກີນໄປ, ເຖິງວ່າມູນຄ່າບໍ່ຫລາຍ ກໍ່ຕ້ອງໄດ້ກວດສອບຄືນ ໃຫ້ເຊື່ອໝັ້ນດີ, ປຶກສາ ຫລາຍຄົນ. ຄວາມມັກງ່າຍ ອາດກາຍເປັນການສົ່ງເສີມຄົນເຮັດຜິດ ເພາະຕາມທີ່ຮູ້ການຄ້າອອນລາຍສ່ວນ ຫລາຍແມ່ນບໍ່ຖືກລະບຽບກົດໝາຍກ່ຽວກັບການຄ້າ ທີ່ຕິດພັນກັບການປະຕິບັດພັນທະພາສີ-ອາກອນຕາມລະບຽບກົດໝາຍ. ບັນຫາຕໍ່ມາ ເຫັນວ່າພາກ ລັດທີ່ກ່ຽວຂ້ອງຄວນອອກມາ ເຕືອນສັງຄົມດ້ວຍຫລາຍຮູບແບບບໍ່ໃຫ້ມັກງ່າຍ ການຊື້-ຂາຍອອນລາຍມີວິທີກວດສອບ? ຄວາມປອດໄພຢູ່? ເກີດບັນຫາແລ້ວມີວິທີແກ້ໄຂ? ປະສານກັບພາກສ່ວນໃດ? ຮ້ອງທຸກກັບ?ຈຶ່ງຢາກສະຫລຸບວ່າເຮັດຫຍັງກໍ່ ເຮັດຂໍໃຫ້ຄໍານຶງ ຄໍາສຸພາສິດມັກງ່າຍ ໄດ້ຍາກມັກລໍາບາກໄດ້ດີ, ຢາກໄວໃຫ້ຄານຢາກນານໃຫ້ແລ່ນ. ຂໍແລກປ່ຽນ ນໍາບັນດາທ່ານຜູ້ອ່ານໃຈດີ-ໃຈກວ້າງທັງຫລາຍເດີ!

KPL

ຂ່າວອື່ນໆ

    • ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກບົດ-ສາລະຄະດີ

      ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກ

      5/7/2025 9:55:02 AM

      ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫລ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ.

    • 9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປບົດ-ສາລະຄະດີ

      9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປ

      5/7/2025 9:50:15 AM

      ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ; ຍົກສູງຄຸນນະພາບຂອງກຳລັງປະກອບອາວຸດ, ທັບມ້າງກົນອຸບາຍຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ; ເອົາໃຈໃສ່ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນ: ຂີ້ລັກງັດແງະ, ຢາເສບຕິດ, ອຸບັດເຫດ ແລະ ອື່ນໆ ໃຫ້ຫລຸດລົງ.

    • ວິທີປ້ອງກັນພະຍາດໄຂ້ເລືອດດຳບົດ-ສາລະຄະດີ

      ວິທີປ້ອງກັນພະຍາດໄຂ້ເລືອດດຳ

      5/7/2025 9:43:13 AM

      ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.

    • ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວບົດ-ສາລະຄະດີ

      ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ

      5/6/2025 9:45:37 AM

      ເນື່ອງໃນໂອກາດວັນສ້າງຕັ້ງທາງການທູດລາວ-ຈີນ ຄົບຮອບ 64 ປີ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ກໍ່ໄດ້ຖືໂອກາດວັນດັ່ງກ່າວ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້.

    • ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບບົດ-ສາລະຄະດີ

      ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບ

      5/6/2025 9:39:45 AM

      ອາທິດຜ່ານມາ ຫລາຍຄົນອາດຈະໄດ້ເຫັນຂ່າວຈາກປະເພດ ເພື່ອນບ້ານແລ້ວວ່າມີການລະບາດຂອງພະຍາດໄຂ້ງົວດໍາ ຈົນເຮັດໃຫມີຄົນເສຍຊີວິດແລ້ວສອງຄົນ ເຊ່ິງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ.

ads
ads

Top