ຄະນະຜູ້ແທນຂັ້ນສູງ ສປປ ລາວ ເຄື່ອນໄຫວຢ້ຽມຢາມລັດຖະກິດ ຢູ່ ສ ກູບາ

16/09/2023 22:48
Email Print 1619
ຂປລ ຂປລ. ໃນລະຫວ່າງວັນທີ 13-14 ກັນຍາ 2023 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

     ຂປລ. ໃນລະຫວ່າງວັນທີ 13-14 ກັນຍາ 2023 ນີ້,  ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະ ໄດ້ເຄື່ອນໄຫວຢ້ຽມຢາມລັດຖະກິດ ທີ່ ສາທາລະນະລັດ ກູບາ ຕາມການເຊື້ອເຊີນ ຂອງ ສະຫາຍ ມີເກັນ ດີເອັດສ-ກາແນນ ເບີຣມູເດັດສ (Miguel Diaz-Canel Bermudez), ເລຂາທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດ ແຫ່ງ ສາທາລະນະລັດ ກູບາ.
     ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສ ກູບາ ຂອງ ສະຫາຍ ເລຂາທິການໃຫຍ່
, ປະທານປະເທດແຫ່ງ ສປປ ລາວ ແລະ ຄະນະ ຄັ້ງນີ້ ແນໃສ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີຢ່າງຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ.
   ໃນໄລຍະການຢ້ຽມຢາມຄັ້ງນີ້
, ສະຫາຍ ທອງລຸນ ສີສຸລິດ ໄດ້ພົບປະເຮັດວຽກກັບ ສະຫາຍ ມີເກັນ ດີເອັດສ-ການແນນ ເບີຣມູເດັດສ ເລຂາທີ່ໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດ ແຫ່ງ ສາທາລະນະລັດ ກູບາ; ພົບປະ ສະຫາຍ ເອັສຕາບານ ລາໂຊ ເຮີນານເດສ (Esteban Lazo Hernandez), ປະທານສະພາແຫ່ງຊາດ ອໍານາດປະຊາຊົນ ແຫ່ງ ສ ກູບາ; ພົບປະ ສະຫາຍ ມານູເອັນ ມາເຣໂຣ ກຣຸຊ (Manuel Marrero Cruz), ນາຍົກລັດຖະມົນຕີແຫ່ງ ສ ກູບາ ແລະ ພົບປະອະດີດການນໍາຂັ້ນສູງຂອງ ສ ກູບາ  ເຊິ່ງສອງຝ່າຍໄດ້ຕີລາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ, ກູບາ-ລາວ ທີ່ມີມູນເຊື້ອ ແລະ ເພື່ອນມິດຍຸດທະສາດ ໄດ້ຮັບການເສີມຂະຫຍາຍນັບມື້ນັບມີຄວາມເລິກເຊິ່ງ ອັນໄດ້ນໍາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ລາວ-ກູບາ, ກູບາ-ລາວ, ພ້ອມທັງຢືນຢັນຈະສືບຕໍ່ຮ່ວມກັນຊຸກຍູ້ສົ່ງເສີມ ການພົວພັນການຮ່ວມມື ທີ່ມີມາແລ້ວນັ້ນ ໃຫ້ໝັ້ນຄົງທະນົງແກ່ນ ແລະ ຂະຫຍາຍການຮ່ວມມືໃນຂົງເຂດຕ່າງໆ ຕາມທ່າແຮງຂອງສອງປະເທດ. ສະຫາຍ  ທອງລຸນ ສີສຸລິດ ຖືໂອກາດນີ້ ສະແດງຄວາມຂອບໃຈ ມາຍັງ ພັກ, ລັດ ກໍຄືປະຊາຊົນກູບາອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອອັນລໍ້າຄ່າ ແກ່ ສປປ ລາວ ທັງໃນໄລຍະປົດປ່ອຍຊາດໃນເມື່ອກ່ອນ ກໍຄື ໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ ໂດຍສະເພາະ ການສ້າງຊັບພະຍາກອນມະນຸດ, ດ້ານການແພດ, ກິລາ ແລະ ອື່ນໆ. ໃນການພົບປະ, ທັງສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນຂອງແຕ່ລະປະເທດ ແລະ ປຶກສາຫາລື, ແລກປ່ຽນຄວາມຄິດເຫັນ ແລະ  ທິດທາງໃນການເສີມຂະຫຍາຍການພົວພັນຮ່ວມມືໃນຕໍ່ຫນ້າຖານອ້າຍນ້ອງ, ຄວາມສາມັກຄີອັນ   ແໜ້ນແຟ້ນ ລະຫວ່າງ ສອງປະເທດ ໃຫ້ນັບມື້ນັບຂະຫຍາຍຕົວ ແລະ ມີປະສິດທິຜົນຕົວຈິງເປັນກ້າວໆ. ນອກຈາກນັ້ນ, ກໍຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບສະພາບພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈນໍາກັນ.
   ໃນໂອກາດພົບປະການນໍາຂັ້ນສູງ ສ ກູບາ
, ສະຫາຍ ທອງລຸນ ສີສຸລິດ ໄດ້ຢືນຢັນຄືນເຖິງນະໂຍບາຍອັນສະ ເໝີຕົ້ນສະເໝີປາຍຂອງ ພັກ ແລະ ລັດຖະບານລາວ ທີ່ມີຕໍ່ ພັກ ແລະ ລັດຖະບານກູບາ ໃນການເຄື່ອນໄຫວຕໍ່ສູ້ໃນເວທີພາກພື້ນ ແລະ ສາກົນ ລວມທັງການເຄື່ອນໄຫວຕໍ່ສູ້ເພື່ອຢຸດຕິການປິດລ້ອມກູບາ ມາເປັນເວລາ 60 ກວ່າປີ ແລະ ກ່າວສະແດງຄວາມຊົມເຊີຍຜົນສໍາເລັດ ແລະ ໄຊຊະນະ ທີ່ ພັກ, ລັດຖະບານ ແລະ ປະຊາຊົນກູບາ ຍາດມາໄດ້ໃນການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ການສ້າງສາພັດທະນາປະເທດ, ພ້ອມທັງ ຊົມເຊີຍ ສ ກູບາ ເປັນເຈົ້າພາບຈັດກອງປະຊຸມສຸດຍອດກຸ່ມປະເທດ 77 ແລະ ຈີນ ໃນຄັ້ງນີ້ ຊຶ່ງສະແດງເຖິງຄວາມເຊື່ອໝັ້ນ ແລະ ການຮັບຮູ້ຂອງສາກົນຕໍ່ບົດບາດຂອງກູບາໃນເວທີສາກົນ.
    ໃນໂອກາດດັ່ງກ່າວ
, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ເຂົ້າຢ້ຽມຊົມ ສູນ ຟີແດນ ກາດສໂຕ ແລະ ນໍາເອົາຫລຽນຄໍາແຫ່ງຊາດ ທີ່ລັດຖະບານແຫ່ງ ສປປ ລາວ ມອບໃຫ້ທ່ານ ຟີແດນ ກາດສໂຕ ໃນປີ 1986 ມາວາງໄວ້ທີ່ສູນແຫ່ງນີ້ ແລະ ລົງນາມໃນປຶ້ມຄວາມຊົງຈໍາແຫ່ງການມາຢ້ຽມຢາມສູນດັ່ງກ່າວ ຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໃນຄັ້ງນີ້.
    ນອກຈາກນັ້ນ
, ໃນຕອນແລງ ວັນທີ 14 ກັນຍາ 2023, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຍັງໄດ້ໂອ້ລົມນັກສຶກສາລາວ ທີ່ພວມສຶກສາ ຢູ່ ສ ກູບາ ທີ່ ສະຖານເອກອັກຄະລັດຖະແຫ່ງ ສປປ ລາວ ປະຈໍາ ສ ກູບາ ໂດຍມີນັກສຶກເຂົ້າຮ່ວມທັງໝົດ 29 ທ່ານ ໃນຈໍານວນ 30 ທ່ານ ທີ່ສຶກສາ ຢູ່ ສ ກູບາ, ພ້ອມທັງໄດ້ນໍາເອົາວັດຖຸປັດໄຈຈໍານວນໜຶ່ງສະໜັບສະໜູນ ໃຫ້ກໍາລັງໃຈແກ່ລູກຫລານນັກສຶກສາຂອງ ສປປ ລາວ ພວກເຮົາ.
   ການຢ້ຽມຢາມ ສາທາລະນະລັດ ກູບາ ຂອງ ສະຫາຍ ທອງລຸນ ສີສຸລິດ ໃນຄັ້ງນີ້ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ນໍາເນີນໄປຢ່າງມີຜົນສໍາເລັດອັນຈົບງາມແຕ່ຕົ້ນຈົນຈົບ
, ທັງໄດ້ເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບຖານສະຫາຍອ້າຍນ້ອງ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ, ກູບາ-ລາວ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ. ນະໂອກາດນີ້, ປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ເຊື້ອເຊີນ ປະທານປະເທດ ແຫ່ງ ສ ກູບາ ໄປຢ້ຽມຢາມ ສປປ ລາວ ໃນໂອກາດທີ່ເຫັນວ່າເໝາະສົມ.

ຂ່າວ-ພາບ: ກຕທ


KPL

ຂ່າວອື່ນໆ

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດລຸກຊຳບວກ ປະຈຳລາວ ຄົນໃໝ່ການເມືອງ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດລຸກຊຳບວກ ປະຈຳລາວ ຄົນໃໝ່

      10/28/2026 9:57:44 AM

      ເມື່ອບໍ່ດົນມານີ້, ທ່ີກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂ້ົາຢ້ຽມຂ່ໍານັບຂອງທ່ານ ແຊມ ສະລາຍເນີ ເອກອັກຄະລາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ລາຊະອານາຈັກລຸກຊຳບວກ ປະຈຳ ສປປ ລາວ, ມີສຳນັກງານການທູດຕັ້ງຢູ່ນະຄອນຫລວງບາງກອກ ລາຊະອານາຈັກໄທ.

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດບຣາຊິນ ປະຈຳລາວການເມືອງ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດບຣາຊິນ ປະຈຳລາວ

      10/27/2026 9:38:51 AM

      ເມື່ອບໍ່ດົນມານີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ອານເດຣດ ໂອເດັນເບຣອິດສ ກຣາບາໂຢ (H.E. Mr. Andre Odenbreit Carvalho) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະພັນສາທາລະນະລັດ ບຣາຊິນ ປະຈຳ ສປປ ລາວ ຊຶ່ງມີສໍານັກງານການທູດຕັ້ງຢູ່ນະຄອນຫລວງ ບາງກອກ ລາຊະອານາຈັກໄທ.

    • ສປປ ລາວ ກະກຽມຄວາມພ້ອມກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາ ສປຊ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31ການເມືອງ

      ສປປ ລາວ ກະກຽມຄວາມພ້ອມກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາ ສປຊ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31

      10/26/2026 11:34:52 AM

      ກົມສິ່ງແວດລ້ອມ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບສະຖາບັນການເຕີບໂຕສີຂຽວໂລກ (GGGI) ແລະ ອົງການພັດທະນາແຫ່ງສະຫະປະຊາຊາດ (ສປຊ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຈັດສຳມະນາກະກຽມຄະນະຜູ້ແທນ ສປປ ລາວ ກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາຂອບວຽກສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31 (COP31) ເພື່ອປະສານບຸລິມະສິດ ແລະ ກຳນົດຈຸດຢືນຂອງຊາດໃຫ້ມີຄວາມຊັດເຈນ ແລະ ເປັນເອກະພາບ ໂດຍມີ ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ນາງ ອາຍຊານີ ເມດາກັງໂກດາ ລາເບ ຜູ້ຕາງໜ້າ ສປຊ ປະຈຳ ສປປ ລາວ, ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດຕວັກກີ ປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ, ຜູ້ຕາງໜ້າສະຖາບັນເຕີບໂຕສີຂຽວສາກົນ (GGGI) ປະຈຳ ສປປ ລາວ, ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການ, ສະຖານທູດ, ອົງການສາກົນ ແລະ ຄູ່ຮ່ວມພັດທະນາ ເຂົ້າຮ່ວມ.

    • ມອບ-ຮັບໜ້າທີ່ຄະນະບໍລິຫານງານສະມາຄົມລາວ-ໄທ ເພື່ອມິດຕະພາບ ຊຸດເກົ່າ ແລະ ຊຸດໃໝ່ການເມືອງ

      ມອບ-ຮັບໜ້າທີ່ຄະນະບໍລິຫານງານສະມາຄົມລາວ-ໄທ ເພື່ອມິດຕະພາບ ຊຸດເກົ່າ ແລະ ຊຸດໃໝ່

      10/26/2026 11:29:08 AM

      ໃນວັນທີ 22 ຕຸລາ 2026, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ຄະນະບໍລິຫານງານສະມາຄົມ ລາວ-ໄທ ເພື່ອມິດຕະພາບ ຊຸດເກົ່າ ແລະ ຊຸດໃໝ່ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາສະຫາຍຄະນະພັກ, ຄະນະນຳ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ລາວ-ກຳປູເຈຍ ຊຸກຍູ້ການຮ່ວມມືອຳນວຍຄວາມສະດວກແລະ ສົ່ງເສີມການລົງທຶນດ້ານການທ່ອງທ່ຽວສອງປະເທດການເມືອງ

      ລາວ-ກຳປູເຈຍ ຊຸກຍູ້ການຮ່ວມມືອຳນວຍຄວາມສະດວກແລະ ສົ່ງເສີມການລົງທຶນດ້ານການທ່ອງທ່ຽວສອງປະເທດ

      10/26/2026 11:24:21 AM

      ເມື່ອບໍ່ດົນມານີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສົນທະນາວ່າດ້ວຍການອຳນວຍຄວາມສະດວກດ້ານການທ່ອງທ່ຽວຕາມຊາຍແດນ ແລະ ສົ່ງເສີມການລົງທຶນດ້ານການທ່ອງທ່ຽວ ລາວ-ກຳປູເຈຍ ທີ່ແຂວງຊຽງແຕງ ລາຊະອານາຈັກກຳປູເຈຍ.

ads
ads

Top