ກົດໝາຍ ວ່າດ້ວຍສາທາລະນະສຸກ ຈະເຮັດໃຫ້ ວຽກງານສາທາ ທົ່ວປະເທດ ເປັນລະບົບທັນສະໄໝ

11/07/2023 13:54
Email Print 6732
ຂປລ ຂປລ. ກົດໝາຍ ວ່າດ້ວຍສາທາລະນະສຸກ ທີ່​ສະເໜີໃນກອງປະຊຸມ ສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX, ຫາກ​ໄດ້​ຮັບ​ການ​ຮັບຮອງ ​ແລະ ຖືກ​ປະກາດ​ໃຊ້ ຈະເຮັດໃຫ້ວຽກງານ ສາທາລະນະສຸກ

ຂປລ. ກົດໝາຍ ວ່າດ້ວຍສາທາລະນະສຸກ ທີ່​ສະເໜີໃນກອງປະຊຸມ ສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX, ຫາກ​ໄດ້​ຮັບ​ການ​ຮັບຮອງ ​ແລະ ຖືກ​ປະກາດ​ໃຊ້ ຈະເຮັດໃຫ້ວຽກງານ ສາທາລະນະສຸກ ໃນແຕ່ລະດ້ານ ໄດ້ຮັບ ການຈັດຕັ້ງປະຕິບັດ ຢ່າງເປັນລະບົບ, ຄ່ອງຕົວ, ມີປະສິດທິພາບ, ປະສິດທິຜົນ ແລະ ມີຄຸນນະພາບ ນັບແຕ່ສູນກາງ ລົງຮອດທ້ອງຖິ່ນ ໃນຂອບເຂດທົ່ວປະເທດ, ທັງຈະເຮັດໃຫ້ວຽກ ງານສາທາລະນະສຸກ ໃນແຕ່ລະດ້ານ ມີການພັດທະນາ, ຫັນເປັນທັນສະໄໝ ເທື່ອລະກ້າວ ເພື່ອບັນລຸຕົວຊີ້ບອກ ຂອງກະຊວງ ສາທາລະນະສຸກ ແລະ ປະຕິບັດວຽກງານໃຫ້ປະກົດຜົນເປັນຈິງ.

ທ່ານ ບຸນແຝງ ພູມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ​ໄດ້ໃຫ້ຮູ້ ໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 11 ກໍລະກົດ 2023 ນີ້ວ່າ: ພາຍຫລັງ ກົດໝາຍວ່າດ້ວຍສາທາລະນະສຸກ ຖືກຮັບຮອງ ຈະມີຜົນປະໂຫຍດຫລາຍດ້ານ, ເຮັດໃຫ້ວຽກງານ ສາທາລະນະສຸກ ໃນຂອບເຂດທົ່ວປະເທດ ດຳເນີນໄປຢ່າງໂລ່ງລ່ຽນ, ມີປະສິດທິພາບ, ປະສິດ ທິຜົນ ຂຶ້ນໄປເລື້ອຍໆ ເປັນຕົ້ນ ເປັນການຮັບປະກັນ ການຫັນເອົາແນວທາງ ນະໂຍບາຍ ຂອງວຽກງານ ສາທາລະນະສຸກ ເຂົ້າໃນການພັດທະນາ ໃນແຕ່ລະວຽກງານ, ການບໍລິຫານຄຸ້ມຄອງ ໃຫ້ມີຄຸນນະພາບ, ມີປະສິດທິຜົນ ໂດຍການປະຕິບັດວຽກງານ ໃຫ້ປະກົດຜົນເປັນຈິງ, ສອດຄ່ອງກັບ ກົດໝາຍ, ນິຕິກໍາໃຕ້ກົດໝາຍ, ສະພາບການພັດທະນາ ເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ, ລວມທັງສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ, ທັງສາມາດ ຕິດຕາມ, ຄຸ້ມຄອງ, ກວດກາ ການຈັດຕັ້ງປະຕິບັດວຽກງານ ຂອງຂະແໜງສາທາລະນສຸກ ທັງໝົດໃຫ້ມີປະສິດທິພາບ, ປະສິດທິຜົນ ເປັນລະບົບ, ສະເໝີ ພາບ ແລະ ຍຸຕິທຳ, ລວມເຖິງ ບຸກຄົນ, ນິຕິບຸກຄົນ; ອົງການຈັດຕັ້ງ ພາກລັດ ແລະ ເອກະຊົນ ຈະໄດ້ຮັບສິດ ແລະ ຜົນປະໂຫຍດຈາກສັງຄົມ ແລະ ການມີສ່ວນຮ່ວມ ຂອງວຽກງານສາທາລະນະສຸກ.

ທ່ານ ບຸນແຝງ ພູມະໄລສິດ ໃຫ້ຮູ້ອີກວ່າ: ກົດໝາຍວ່າດ້ວຍສາທາລະນະສຸກ ຈະເປັນບ່ອນອີງໃຫ້ ກະຊວງສາທາລະນະສຸກ ໃນການຄຸ້ມຄອງບໍລິຫານ, ວຽກງານອະນາໄມ, ກັນພະຍາດ, ປິ່ນປົວ ແລະ ຟື້ນຟູໜ້າທີ່ການ ແລະ ວຽກງານປິ່ນອ້ອມ ໃນການບໍລິຫານ ການປິ່ນປົວຄົນເຈັບ ໃຫ້ມີຄຸນ ນະ ພາບ, ໄດ້ຮັບຜົນ ແລະ ເປັນການພັດທະນາວຽກງານ ສາທາລະນະສຸກ ໃນແຕ່ລະໄລຍະ ໃຫ້ສອດຄ່ອງກັບນະໂຍບາຍຂອງ ພັກ-ລັດ, ທັງເປັນເຄື່ອງມື ແລະ ມາດຕະການ ໃຫ້ແກ່ບຸກຄະລາກອນ ສາທາລະນະສຸກ ເຄື່ອນໄຫວວຽກງານ ຕາມໜ້າທີ່ສະເພາະ ຢ່າງຫ້າວຫັນ ປະກອບສ່ວນສຳຄັນ ໃຫ້ການພັດທະນາ ປະເທດຊາດ ແລະ ມີນ້ຳໃຈຮັບໃຊ້ປະຊາຊົນ, ອຳນວຍຄວາມສະດວກ ໃຫ້ແກ່ບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງຂອງລັດ ແລະ ເອກະຊົນຢູ່ຕົວເມືອງ, ຊົນນະບົດ ໃຫ້ເຂົ້າຮ່ວມເປັນເຈົ້າການ ແລະ ມີສ່ວນຮ່ວມໃນວຽກງານ ສາທາລະນະສຸກ.

ພ້ອມກັນນີ້, ຍັງຈະເຮັດໃຫ້ພະນັກງານແພດໝໍ ມີຄວາມເຂັ້ມງວດ, ທາງດ້ານຈັນຍາບັນ, ຈັນຍາທໍາ ໃນການບໍລິການປິ່ນປົວຄົນເຈັບ ເພື່ອຫລຸດຜ່ອນ ການເກີດພະຍາດ, ການເຈັບປ່ວຍ, ເສຍຊີວິດຂອງປະຊາຊົນ, ຫລຸດຜ່ອນຫາງສຽງຈົ່ມວ່າ ຈາກປະຊາຊົນ ແລະ ຫລຸດຜ່ອນປະຊາຊົນ ທີ່ຫລັ່ງໄຫລຂ້າມໄປປິ່ນປົວ ຢູ່ປະເທດໃກ້ຄຽງ ແລະ ເປັນມາດຕະການ ໃນການສູ້ຊົນໃຫ້ບັນລຸຄາດໝາຍ 11 ຕົວຊີ້ບອກ ຂອງຂະແໜງການສາທາລະນະສຸກ.

ປັດຈຸບັນ, ກະຊວງສາທາລະນະສຸກ ມີກົດໝາຍ 10 ສະບັບ ທີ່ເປັນກົດໝາຍສະເພາະ ໃນການຄຸ້ມຄອງດ້ານວິຊາການ ແລະ 3 ກົດໝາຍ ກໍາລັງສ້າງໃໝ່, ແຕ່ຍັງບໍ່ທັນໄດ້ມີກົດໝາຍລວມ ຂອງວຽກງານ ສາທາລະນະສຸກ ໂດຍກົງ ໃນການຄຸ້ມຄອງການຈັດຕັ້ງ, ການກໍານົດໜ້າວຽກ, ການແບ່ງຂັ້ນຄຸ້ມຄອງ, ການປົກປ້ອງສິດ, ຜົນປະໂຫຍດຂອງພະນັກງານແພດໝໍ ແລະ ປະຊາຊົນ.

ຂ່າວ: ທະນູທອງ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກສາທາລະນະສຸກ

      ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກ

      5/7/2025 8:24:17 PM

      ຂປລ. ອັດຕາການເກີດລູກໃນໄວໜຸ່ມ ຍັງເປັນສິ່ງທີ່ໜ້າກັງວົນຫລາຍ ເຊິ່ງໃນປີ 2017 ສປປ ລາວ ມີອັດຕາການເກີດລູກໃນໄວໜຸ່ມ ເປັນອັນດັບທີ 2 ໃນຂົງເຂດປາຊີຟິກຕາເວັນຕົກ ທີ່ມີອັດຕາຢູ່ 83 ການເກີດຕໍ່ແມ່ຍິງໄວໜຸ່ມ ອາຍຸ 15-19 ປີ ສູງເຖິງ 1.000 ຄົນ.

    • ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນສາທາລະນະສຸກ

      ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນ

      4/30/2025 12:59:18 PM

      ຂປລ. ລັດຖະບານລາວ ແລະ ບັນດາຄູ່ຮ່ວມພັດທະນາ ຈັດງານສະເຫລີມສະຫລອງ ວັນສຸຂະພາບໂລກ 2025 ໃນວັນທີ 29 ເມສາ 2025 ຢູ່​ນະຄອນຫລວງ​ວຽງຈັນ ພາຍໃຕ້ຫົວຂໍ້ “ການເລີ່ມຕົ້ນສຸຂະພາບທີ່ດີ ເພື່ອອະນາຄົດທີ່ສົດໃສ” ແນໃສ່ເພື່ອເພີ່ມທະວີ ຄວາມພະຍາຍາມ ຢຸດຕິການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່ ຈາກສາເຫດທີ່ສາມາດປ້ອງກັນໄດ້ ແລະ ການໃຫ້ຄວາມສຳຄັນກັບສຸຂະ ພາບແມ່ຍິງໃນໄລຍະຍາວ.

    • ກະຊວງສາທາລະນະສຸກ ສະຫລຸບ 	ວຽກງານແຜນການ ແລະ ການເງິນ	ສາທາລະນະສຸກ

      ກະຊວງສາທາລະນະສຸກ ສະຫລຸບ ວຽກງານແຜນການ ແລະ ການເງິນ

      4/4/2025 3:58:55 PM

      ຂປລ. ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານແຜນການ ແລະ ການເງິນປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂອງກະຊວງສາທາລະນະສຸກ ພາຍໃຕ້ຄໍາຂວັນ "ຕັ້ງໜ້າພັດທະນາວຽກງານ ສາທາລະນະສຸກໃຫ້ມີຄຸນນະພາບ, ທົ່ວເຖິງ ແລະ ທັນສະໄໝ ເທື່ອລະກ້າວ" ຈັດຂຶ້ນໃນວັນທີ 3 ເມສາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ ພ້ອມ ​ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    • ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວສາທາລະນະສຸກ

      ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວ

      3/20/2025 2:52:37 PM

      ຂປລ. ສະຖານທູດຢີ່ປຸ່ນປະຈໍາລາວ ຈັດກິດຈະກຳໃຫ້ສື່ມວນຊົນລາວ ໄປຢ້ຽມຢາມບັນດາໂຄງການທີ່ລັດ ຖະບານຢີ່ປຸ່ນ ໃຫ້ການຊ່ວຍເຫລືອ ຢູ່ ສປປ ລາວ ໃນຂະແໜງການຮ່ວມມືດ້ານເສດຖະກິດ ຢູ່ໃນນະຄອນຫລວງວຽງຈັນ (ນວ) ໃນວັນທີ 19 ມີນາ 2027 ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນ ທາງການທູດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ (ວັນທີ 5 ມີນາ 1955 ຫາ 5 ມີນາ 2025) ນໍາໂດຍ ທ່ານ ໂທຊິມິຈິ ໂຄກະ ເລຂາເອກ, ຫົວໜ້າພະແນກເສດຖະກິດ ແລະ ການຮ່ວມມື ແລະ ທ່ານ ນາງ ໂຢຊິຮະລຊິ ອະຊຸກະ ຫົວໜ້າພະແນກ ວັດທະນະທຳ ສະຖານທູດຢີ່ປຸ່ນປະຈໍາລາວ.

    • ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024ສາທາລະນະສຸກ

      ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024

      2/13/2025 2:51:34 PM

      ຂປລ. ກອງປະຊຸມສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024 ແລະ ແຜນການປະຈຳປີ 2025 ຈັດຂຶ້ນໃນວັນທີ 13-14 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top