ສຳມະນາ ການຄຸ້ມຄອງແບບດີຈິຕອນ ແລະ ການນຳໃຊ້ອິນເຕີເນັດ

09/06/2023 15:12
Email Print 685
ຂປລ ຂປລ. ໃນລະຫວ່າງວັນທີ 8-9 ມິຖຸນາ 2023, ສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ເປັນເຈົ້າພາບຈັດສຳມະນາ ຮ່ວມກັບສະມັດຊາລັດຖະສະພາທີ່ໃຊ້ພາສາຝຣັງ (APF) ພາຍໃຕ້ຫົວຂໍ້: “ການຄຸ້ມຄອງແບບດິຈິຕອນ ແລະ ການນຳໃຊ້ອິນເຕີເນັດ: ລະຫວ່າງອະທິປະໄຕຂອງຊາດ ແລະ ໂລກາພິວັດ”

 

      ຂປລ. ໃນລະຫວ່າງວັນທີ 8-9 ມິຖຸນາ 2023, ສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ເປັນເຈົ້າພາບຈັດສຳມະນາ ຮ່ວມກັບສະມັດຊາລັດຖະສະພາທີ່ໃຊ້ພາສາຝຣັງ (APF) ພາຍໃຕ້ຫົວຂໍ້: ການຄຸ້ມຄອງແບບດິຈິຕອນ ແລະ ການນຳໃຊ້ອິນເຕີເນັດ: ລະຫວ່າງອະທິປະໄຕຂອງຊາດ ແລະ ໂລກາພິວັດ ພາຍໃຕ້ການເປັນປະທານຂອງ ທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ, ປະທານຄະນະສະມາຊິກລັດຖະສະພາຂອງບັນດາປະເທດທີ່ໃຊ້ພາສາຝຣັ່ງ (APF) ຂອງ ສປປ ລາວ, ໂດຍມີສະມາຊິກສະພາແຫ່ງຊາດ ທີ່ໃຊ້ພາສາຝຣັ່ງ ຈາກ ສສ ຫວຽດນາມ, ກຳປູເຈຍ, ລາວ, ເອີຣົບ ແລະ ກອງເລຂາ APF ເຂົ້າຮ່ວມ.
   ​ໂອກາດ​ນີ້, ທ່ານ ນາງ ສູນທອນ ໄຊຍະຈັກ
ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ຕໍ່ຄະນະຜູ້ແທນຕ່າງປະເທດ ແລະ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍສຳຄັນຂອງເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ ທີ່ໄດ້ຖືກນຳໃຊ້ເຂົ້າໃນທຸກຂົງເຂດວຽກງານ ທັງພາກລັດ ແລະ ເອກະຊົນ ໃນລະດັບສູນກາງຈົນຮອດທ້ອງຖິ່ນຢ່າງກວ້າງຂວາງ, ຊຶ່ງນັບມື້ ມີບົດບາດ ແລະ ກາຍເປັນເຄື່ອງມືທີ່ສຳຄັນຕໍ່ກັບວຽກງານບໍລິຫານລັດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ແລະ ອື່ນໆ, ລວມທັງການເຜີຍແຜ່ຂ່າວ ສານຕໍ່ສາທາລະນະຊົນ, ການພົວພັນລະຫວ່າງຄົນກັບຄົນໃນຊີວິດປະຈຳວັນ ແລະ ການພົວພັນຮ່ວມມືກັບສາກົນ. ພ້ອມ​ນີ້, ທ່ານຍັງໄດ້ຍົກໃຫ້ເຫັນເຖິງນະໂຍບາຍຂອງ ສປປ ລາວ ທີ່ໄດ້ຖືເອົາວຽກງານດັ່ງ ກ່າວ ເປັນຂົງເຂດບູລິມະສິດໃນການບໍລິຫານ, ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ການຄົ້ນຄວ້າ ແລະ ການພັດທະນາ. ພ້ອມກັນນັ້ນ, ສະພາແຫ່ງຊາດລາວ ກໍໄດ້ນຳໃຊ້ລະບົບດີຈິຕອນ ເຂົ້າໃນການເຜີຍແຜ່ແນວທາງນະໂຍບາຍ, ລະບຽບກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມຕ່າງໆ ແລະ ການປະຕິບັດໜ້າທີ່ຂອງຕົນ ໃຫ້ປະຊາຊົນໄດ້ຮັບຊາບທົ່ວສັງຄົມ, ພ້ອມທັງຮັບຟັງ ແລະ ເກັບກຳຄວາມຄິດເຫັນຂອງປະຊາຊົນຕໍ່ບັນຫາຕ່າງໆ ໃນສັງຄົມ.    ພ້ອມ​ນີ້, ຜູ້​ເຂົ້າ​ຮ່ວມກໍໄດ້ຮັບຟັງການນຳສະເໜີບົດກ່ຽວກັບ ການຄຸ້ມຄອງອິນເຕີເນັດ: ພັນທະສັນຍາ ແລະ ຄວາມອັນຕະລາຍ ຂອງພື້ນທີ່ວ່າງອັນບໍ່ມີຂອບເຂດ; ພາບລວມກ່ຽວກັບການຄຸ້ມຄອງດີຈິຕອນ ແລະ ການນໍາໃຊ້ອິນເຕີເນັດຢູ່ ສປປ ລາວ; ການຈັດຕັ້ງປະຕິບັດອະທິປະໄຕແຫ່ງຊາດ ໃນຍຸກສະໄໝໂລກາພິວັດ; ຄວາມໝາຍ ແລະ ບົດບາດ ຂອງລັດຖະສະພາ ຕໍ່ວຽກງານການຄຸ້ມຄອງວຽກງານດີຈິຕອນ; ບັນດາເຄື່ອງມື, ລະບຽບການ ທີ່ນໍາໃຊ້ໃນລະດັບສາກົນໃນການຄວບຄຸມວຽກງານດີຈິຕອນ ທີ່ສະເໜີໂດຍ ຄະນະຜູ້ແທນສະມັດຊາລັດຖະສະພາທີ່ໃຊ້ພາສາຝຣ່ັງ ແລະ ຜູ້ແທນສະພາແຫ່ງຊາດລາວ. ຈາກນັ້ນ, ຄະນະຜູ້ແທນກອງປະຊຸມ ກໍໄດ້ພ້ອມກັນແລກປ່ຽນສົນທະນາ ແລະ ປຶກສາຫາລືກັນກ່ຽວກັບຫົວຂໍ້ຕ່າງໆຢ່າງກົງໄປກົງມາ ແລະ ສ້າງສັນ ​ໂດຍໄດ້ຍົກສູງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ເຫັນໄດ້ຜົນປະໂຫຍດ ແລະ ສິ່ງທ້າທາຍ ລວມທັງວິທີການຄຸ້ມຄອງລະບົບດີຈິຕອນ ແລະ ການນຳໃຊ້ອິນເຕີເນັດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.
   ການສຳມະນາຄັ້ງ​ນີ້, ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ ແລະ ໄດ້ໃຫ້ບົດຮຽນທີ່ດີແກ່ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ເພື່ອນຳໄປສືບຕໍ່ຜັນຂະຫຍາຍໃນການປະຕິບັດຕົວຈິງ ແລະ ນຳເອົາຜົນປະໂຫຍດສູງສຸດ ມາໃຫ້ປະຊາຊົນຂອງແຕ່ລະປະເທດ.

ຂ່າວ: ສຸກສະຫວັດ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

ads
ads

Top