ຊ່ວຍກັນປົກປັກຮັກສາສິ່ງແວດລ້ອມ ເພື່ອປ້ອງກັນເຊື້ອຍຸງລາຍ

09/06/2023 10:48
Email Print 843
ຂປລ *ການປົກປັກຮັກສາສິ່ງແວດລ້ອມອ້ອມຮອບເຮືອນຊານບ້ານຊ່ອງ ແລະ ສະຖານທີ່ຕ່າງໆ ແມ່ນມີ ຄວາມສຳຄັນຫລາຍ ທັງແມ່ນໜ້າທີ່ຄວາມຮັບຜິດຊອບ ຂອງໝົດທຸກຄົນ ທີ່ຕ້ອງໄດ້ເອົາໃຈໃສ່ ໂດຍສະ ເພາະແມ່ນ ການຖາງຫຍ້າອ້ອມຮອບໃຫ້ແປນ, ອະນາໄມຂີ້ເຫຍື້ອ, ກະປ໋ອງ, ໂຖ, ຢາງລົດ ແລະ ອື່ນໆ ທີ່ມີ ນ້ຳຂັງໃຫ້ມີຄວາມເປັນລະບຽບ ເພື່ອສ້າງຄວາມສະອາດທາງສິ່ງແວດລ້ອມ ທັງເປັນປ້ອງກັນ ແລະ ທຳ ລາຍແຫລ່ງເພາະພັນເຊື້ອຍຸງລາຍ ທີ່ຈະນຳເອົາພະຍາດມາສູ່ພວກເຮົາໃນໄລຍະນີ້.
    





          *ການປົກປັກຮັກສາສິ່ງແວດລ້ອມອ້ອມຮອບເຮືອນຊານບ້ານຊ່ອງ ແລະ ສະຖານທີ່ຕ່າງໆ ແມ່ນມີຄວາມສຳຄັນຫລາຍ ທັງແມ່ນໜ້າທີ່ຄວາມຮັບຜິດຊອບ ຂອງໝົດທຸກຄົນ ທີ່ຕ້ອງໄດ້ເອົາໃຈໃສ່ ໂດຍສະເພາະແມ່ນ ການຖາງຫຍ້າອ້ອມຮອບໃຫ້ແປນ, ອະນາໄມຂີ້ເຫຍື້ອ, ກະປ໋ອງ, ໂຖ, ຢາງລົດ ແລະ ອື່ນໆ ທີ່ມີນ້ຳຂັງໃຫ້ມີຄວາມເປັນລະບຽບ ເພື່ອສ້າງ ຄວາມສະອາດທາງສິ່ງແວດລ້ອມ ທັງເປັນປ້ອງກັນ ແລະ ທຳລາຍແຫລ່ງເພາະພັນເຊື້ອຍຸງລາຍ ທີ່ຈະນຳເອົາພະຍາດມາສູ່ພວກເຮົາໃນໄລຍະນີ້. 





ໄລຍະນີ້ ກໍ່ກ້າວສູ່ໄລຍະລະດູຝົນແລ້ວ ເຊິ່ງເຮັດໃຫ້ສະພາບແວດລ້ອມມີຄວາມຮົກເຮື້ອ ແລະ ມີນ້ຳຝົນຂັງໃນວັດຖຸຕ່າງໆ ເປັນຕົ້ນແມ່ນກະປ໋ອງ, ຢາງລົດ, ໂຖນ້ຳ, ໄຫນ້ຳ ແລະ ອື່ນໆ ທັງແມ່ນລະດູການ ເກີດພະຍາດລະບາດຕ່າງໆຕາມມາ, ໜຶ່ງໃນນັ້ນ ກໍ່ແມ່ນພະຍາດໄຂ້ຍຸງລາຍ ທີ່ມີການລະບາດ ໂດຍໃນແຕ່ລະປີມີຜູ້ຕິດເຊື້ອພະຍາດ ຫລື ໄຂ້ເລືອດອອກ ໃນຂອບເຂດທົ່ວປະເທດບໍ່ໜ້ອຍ ແລະ ພະຍາດດັ່ງກ່າວ ກໍ່ເກີດຂຶ້ນໃນໄລຍະລະດູຝົນດັ່ງປັດຈຸບັນ ເຊິ່ງສາເຫດໜຶ່ງ ແມ່ນເກີດມາຈາກສະພາບ ແວດລ້ອມອ້ອມຮອບເຮືອນຊານບ້ານ ຊ່ອງ ບໍ່ໄດ້ຮັບການບົວລະບັດຮັກສາ ໃຫ້ມີຄວາມສະອາດ, ບໍ່ໄດ້ຮັບການຖາງຫຍ້າໃຫ້ແປນ ໂດຍປະປ່ອຍໃຫ້ຮົກເຮື້ອຕາມເດີ່ນບ້ານ, ເດີ່ນເຮືອນ. ນອກຈາກນີ້, ການຖິ້ມຂີ້ເຫຍື້ອບໍ່ ເປັນລະບຽບຮຽບ ໄດ້ກາຍເປັນແຫລ່ງແພ່ພັນເຊື້ອຂອງຍຸງລາຍຫລາຍຂຶ້ນ ໂດຍສະເພາະແມ່ນກະປ໋ອງ, ຢາງລົດເກົ່າ ແລະ ວັດຖຸອື່ນໆທີ່ມີນໍ້າຂັງ.  





          ແນວໃດກໍ່ດີ ເພື່ອເຮັດໃຫ້ພວກເຮົາດຳລົງຊີວິດປະຈຳວັນຢູ່ເຢັນເປັນສຸກ ໄປພ້ອມໆກັບສະພາບແວດລ້ອມສົດຊື່ນ ແລະ ເຮືອນຊານບ້ານຊ່ອງໜ້າຢູ່ ທັງປາສະຈາກພະຍາດ ຕ່າງໆ ໂດຍສະເພາະແມ່ນພະຍາດໄຂ້ຍຸງລາຍ ຫລື ໄຂ້ເລືອດອອກ, ພວກເຮົາສາມາດປ້ອງກັນໄດ້ ໂດຍການເປັນເຈົ້າການປົກປັກຮັກສາສິ່ງແວດລ້ອມ, ພ້ອມກັນຖາງຫຍ້າໃຫ້ແປນ ຕິດ ພັນກັບການເກັບມ້ຽນຂີ້ເຫຍື້ອ ໃຫ້ເປັນລະບຽບ, ທຳລາຍບ່ອນແພ່ພັນຂອງຍຸງລາຍ ໃນແຕ່ລະມື້ເຊັ່ນວ່າ: ປິດຝາອ່າງນໍ້າ ຫລື ໄຫນ້ຳທີ່ເຮົາໃຊ້ປະຈຳວັນ. ເມື່ອເຫັນກະປ໋ອງ, ຢາງລົດ ເກົ່າ ແລະ ສິ່ງອື່ນໆທີ່ມີນ້ຳຂັງ ກໍ່ຕ້ອງຖອກນ້ຳຖິ້ມ ເພື່ອບໍ່ໃຫ້ຍຸງມີແຫລ່ງແພ່ພັນ ແລະ ພ້ອມກັນປ່ອຍປາຫາງນົກຍຸງ ເພື່ອກິນໜອນນໍ້າຍຸງລາຍ ພຽງເທົ່ານີ້ຖ້າພວກເຮົາເຮັດປະຈຳ ກໍ່ ຈະເຮັດໃຫ້ສະພາບແວດລ້ອມ ອ້ອມຮອບເຮືອນຊານຂອງພວກເຮົາໜ້າຢູ່ ລວມທັງຍັງສາມາດຫລີກເວັ້ນ ຈາກການແພ່ຂະຫຍາຍເຊື້ອຍຸງລາຍອີກຕື່ມ ແລະ ຫລີກເວັ້ນ ການເປັນພະ ຍາດໄຂ້ຍຸງລາຍໄປພ້ອມໆກັນເຊັ່ນກັນ.     

ໂດຍ: ຢ່າຕົ່ງ

 



KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top