ເພີ່ມທະວີ ການຕິດຕາມກວດກາ ຄ້າຍຄຸມ ຂັງ-ດັດສ້າງ ແລະ ການດຳເນີນຄະດີແພ່ງ

08/06/2023 22:15
Email Print 888
ຂປລ ຂປລ. ໃນວັນທີ 8 ມິຖຸນາ 2023 ນີ້, ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດ ການສຳມະນາວິທະຍາສາດ ກ່ຽວກັບວຽກງານຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ແລະ ວຽກງານຕິດຕາມກວດກາ ການດຳເນີນຄະດີແພ່ງ ທົ່ວປະເທດ ຄັ້ງທີ I



ຂປລ. ໃນວັນທີ 8 ມິຖຸນາ 2023 ນີ້, ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດ ການສຳມະນາວິທະຍາສາດ ກ່ຽວກັບວຽກງານຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ແລະ ວຽກງານຕິດຕາມກວດກາ ການດຳເນີນຄະດີແພ່ງ ທົ່ວປະເທດ ຄັ້ງທີ I ໂດຍການເປັນປະທານຂອງ ທ່ານ ບຸນທັນ ບຸນທະວິໄລຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຫົວໜ້າອົງການໄອຍະການທະ ຫານຂັ້ນສູງ, ຜູ້ຕາງໜ້າອົງການໄອຍະການປະຊາຊົນ 3 ພາກ, ແຂວງ, ເຂດ, ພ້ອມດ້ວຍຜູ້ຕາງໜ້າ ຈາກຂະແໜງການ ທີ່ກ້ຽວຂ້ອງ ໃນຂອບເຂດທົ່ວປະເທດເຂົ້າຮ່ວມ.
 
ໂອກາດດັ່ງກ່າວ, ທ່ານ ຂັນທະວີ ວິໄລສັກ ຫົວໜ້າກົມຕິດຕາມກວດກາ ຄ້າຍຄຸມຂັງ-ດັດສ້າງ ແລະ ທ່ານ ບົວລີ ເພັດມີໄຊ ຫົວໜ້າກົມຕິດຕາມກວດກາການດຳເນີນຄະດີແພ່ງ ອົງການໄອຍະການປະຊາຊົນສູງສຸດ ໄດ້ຜັດປ່ຽນກັນຂຶ້ນຜ່ານບົດສະຫລຸບ ຕີລາຄາຜົນສຳເລັດ, ຂໍ້ຄົງຄ້າງ ແລະ ທິດທາງ ລວມວຽກງານຈຸດສຸມແຕ່ລະດ້ານໃນຊຸມປີຕໍ່ໜ້າ. ຫລັງຈາກນັ້ນ,
ທ່ານ ບຸນທັນ ບຸນທະວິໄລໄດ້ມີຄໍາຖາມເຈາະຈິ້ມ ເພື່ອເປັນພື້ນຖານໃຫ້ບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດເຫັນຢ່າງເລິກເຊິ່ງເປັນຕົ້ນ ຊອກໃຫ້ເຫັນບັນຫາຂໍ້ຄົງຄ້າງສາເຫດຕົ້ນຕໍ ແລະ ວິທີການແກ້ໄຂໃຫ້ຖືກຕ້ອງກັບຕົວຈິງ ແລະ ກົດໝາຍ ແນໃສ່ໃຫ້ມີລັກສະນະວິທະຍາສາດ
, ວິໄຈ, ໄຈ້ແຍກຄັກແນ່ ໂດຍສະເໜີໃຫ້ແຕ່ລະທ່ານຍົກບັນຫາຂຶ້ນມາປະກອບຄວາມເຫັນ, ແລກປ່ຽນ ເພື່ອຄວາມເປັນເອກະພາບ ຕາມກົດໝາຍ ແລະ ສາມາດຈັດຕັ້ງປະຕິບັດໄດ້ ພ້ອມທັງສະເໜີກອງປະຊຸມຮັບຮອງ ເພື່ອນໍາໄປໝູນໃຊ້ເຂົ້າສູ່ວຽກງານຕົວຈິງ ຕາມໜ້າທີ່ຂອງແຕ່ລະກົມກອງ, ທ້ອງຖິ່ນໃຫ້ມີປະສິດທິພາບສູງ.
  
ທ່ານ ບຸນທັນ ບຸນທະວິໄລ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ຂອງອົງການໄອຍະການປະຊາຊົນ ໃນວຽກງານຕິດຕາມກວດກາ ຄ້າຍຄຸມຂັງ-ເດັດສ້າງ ແລະ ວຽກງານຕິດຕາມກວດ ກາການດຳເນີນຄະດີແພ່ງ ໃນໄລຍະຜ່ານມາ, ພ້ອມທັງໃຫ້ທິດຊີ້ນຳວ່າ ທັງສອງວຽກງານດັ່ງກ່າວ ແມ່ນເປັນພາລະບົດບາດໜຶ່ງ ໃນການຕິດຕາມກວດກາ ການເຄົາລົບ ແລະ ການປະຕິບັດກົດໝາຍ ຂອງອົງການໄອຍະການປະຊາຊົນ ໃນໄລຍະຜ່ານມາ. ນອກຈາກເປັນການຊຸກຍູ້ພາກສ່ວນກ່ຽວຂ້ອງ ປະຕິບັດກົດໝາຍໃຫ້ມີຄວາມຖືກຕ້ອງແລ້ວ ຍັງໄດ້ຕິດຕາມກວດກາການນໍາໃຊ້ກົດໝາຍບໍ່ຖືກຕ້ອງ ຕໍ່ຜູ້ຖືກຫາ, ນັກໂທດ, ຜູ້ທີ່ຖືກກັກຂັງເກີນ, ກັກຂັງບໍ່ມີຄຳສັ່ງ, ມາດຕະການປັບໄໝ ແລະ ການແກ້ໄຂຂໍ້ຂັດແຍ່ງທີ່ມີການລະເມີດກົດໝາຍ ເຊັ່ນ ກົດໝາຍວ່າດ້ວຍ ການດຳເນີນຄະດີອາ, ກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ, ກົດໝາຍອາຍາ, ປະມວນກົດໝາຍອາຍາ, ກົດໝາຍແພ່ງ, ປະມວນກົດໝາຍແພ່ງ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ. ພ້ອມກັນນີ້ ກໍໄດ້ຕິດຕາມກວດກາການປະຕິບັດຄໍາຕັດສິນຄຳພິພາກສາ ຂອງສານອາຍາ ກ່ຽວກັບການປະຕິບັດໂທດຕັດອິດສະລະພາບ, ໂທດປັບໄໝ, ການໃຊ້ແທນຄ່າເສຍຫາຍທາງແພ່ງ ແລະ ຕິດຕາມກວດກາ ການປະຕິບັດຄຳຕັດສິນຄຳພິພາກສາທາງແພ່ງ ຂອງຄະນະສານແພ່ງ, ແຮງງານ, ການຄ້າ, ຄອບຄົວ ແລະ ເດັກ.

ທ່ານ ບຸນທັນ ບຸນທະວິໄລ ໄດ້ເນັ້ນຕື່ມອີກວ່າ: ເຖິງວ່າວຽກງານຕິດຕາມກວດກາ ຄ້າຍຄຸມຂັງ-ດັດສ້າງ ແລະ ວຽກງານຕິດຕາມກວດກາ ການດຳເນີນຄະດີແພ່ງ ໄດ້ມີຜົນສໍາເລັດຢ່າງຕັ້ງໜ້າກໍຕາມ ແຕ່ເຫັນວ່າ ການນຳໃຊ້ກົດໝາຍຂອງພາກສ່ວນ ອົງການໄອຍະການປະຊາຊົນ, ເຈົ້າໜ້າຄ້າຍຄຸມຂັງ-ດັດສ້າງ, ສານປະຊາຊົນ ແລະ ກະຊວງຍຸຕິທຳ ຍັງບໍ່ທັນເຮັດໄດ້ຢ່າງເລິກເຊິ່ງ ກວ້າງຂວາງ, ການເປັນເຈົ້າການປະຕິບັດກົດໝາຍ ໃນຂົງເຂດຮັບຜິດຊອບຂອງຕົນ ຍັງບໍ່ທັນເຂັ້ມງວດ ແລະ ສັກ ສິດ ເທົ່າທີ່ຄວນ, ສະຕິເຄົາລົບກົດໝາຍ ຍັງບໍ່ທັນສູງ, ການນຳໃຊ້ກົດໝາຍບາງບັນຫາຍັງມີອັນປົນເປກັນ, ທັງບໍ່ທັນມີຄວາມເປັນເອກະພາບ ໃນທາງດ້ານຈັດຕັ້ງປະຕິບັດ ຈຶ່ງເຮັດໃຫ້ມີຫາງສຽງຈາກສັງຄົມ ວ່າ ເປັນປະກົດການລະເມີດກົດໝາຍ ຂອງບັນດາເຈົ້າໜ້າທີ່ ປກສ, ພະນັກງານໄອຍະການ, ຜູ້ພິ ພາກສາຂອງສານ ແລະ ພະນັກງານຈັດຕັ້ງປະຕິບັດ ຄຳຕັດສິນຂອງສານຍັງມີຫລາຍ ໂດຍສະພາະ ຕໍ່ກັບການຕິດຕາມກວດກາ ກ່ຽວກັບສອງວຽກງານດັ່ງກ່າວ ຂອງອົງການໄອຍະການປະຊາຊົນ ຍັງບໍ່ທັນເຂົ້າສູ້ລວງເລິກ, ກົນໄກການປະສານງານກັບພາກສ່ວນຕ່າງໆ ທີ່ກຽວຂ້ອງມີແລ້ວ ແຕ່ການຈັດຕັ້ງປະຕິບັດຕົວຈິງຍັງບໍ່ທັນເປັນລະບົບ, ການເກັບກໍາສະຖິຕິນັກໂທດ, ຜູ້ຖືກຫາ, ຜູ້ຖືກກັກຂັງເກີນ, ບໍ່ມີຄຳສັ່ງ, ສະຖິຕິຄະດີທາງແພ່ງ ແລະ ສະຖິຕິການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ (ທັງທາງອາຍາ ແລະ ທາງແພ່ງ) ຈຳນວນໜຶ່ງ ກໍຍັງເປັນການສັງລວມເອົາ ໂດຍເປັນອັນສັງລວມທີ່ບໍ່ຊັດເຈນ. ດັ່ງນັ້ນ ໃນຊຸມປີຕໍ່ໜ້ານີ້ ອົງການໄອຍະການປະຊາຊົນ ແລະ ອົງການໄອຍະການທະຫານ ທົ່ວປະເທດ ຕ້ອງເພີ່ມທະວີຄວາມຮັບຜິດຊອບຂອງຕົນ ໃນການຄົ້ນຄວ້າ, ເຊື່ອມຊຶມ, ກຳແໜ້ນວຽກງານຕິດຕາມກວດ ກາ ຄ້າຍຄຸມຂັງ-ດັດສ້າງ ແລະ ການຕິດຕາມກວດກາການດຳເນີນຄະດີແພ່ງ ໃຫ້ເພີ່ມທະວີສູງຂຶ້ນເປັນກວ່າເກົ່າ, ຍົກລະດັບພະນັກງານໄອຍະການປະຊາຊົນ, ທັງປັບປຸງ ແລະ ປະຕິບັດກົນໄກປະສານສົມທົບໃຫ້ເຂັ້ມແຂງ, ສ້າງ ແລະ ປັບປຸງນິຕິກຳ ເປັນຕົ້ນ ຄຳສັ່ງ, ຄຳແນະນຳ, ປຶ້ມຄູ່ມື ກ່ຽວກັບການຕິດຕາມກວດກາ ຄ້າຍຄຸ້ມຂັງ-ດັດສ້າງ ແລະ ຕິດຕາມກວດກາ ການດຳເນີນຄະດີແພ່ງ ລວມເຖິງການຕິດຕາມກວດກາ ການປະຕິບັດຄຳຕັດສິນຂອງສານ.

ພາບ: ເກດສະໜາ

 


KPL

ຂ່າວອື່ນໆ

ads
ads

Top