ລົງເລິກການຮ່ວມມື ໃນຫລາຍດ້ານ ເພື່ອການພັດທະນາກະສິກຳລະຫວ່າງປະເທດ

08/06/2023 20:45
Email Print 583
ຂປລ ຂປລ. ໃນວັນທີ 6 ມິຖຸນາ 2023, ກົມປຸກຝັງ ກະຊວງກະສິກໍາ ເເລະ ປ່າໄມ້ ສປປ ລາວ, ສູນວິໄຈພັນພືດເຂດ ຮ້ອນອາຊີໃຕ້ ຂອງສະຖາບັນວິທະຍາສາດກະສິກຳເຂດຮ້ອນເເຫ່ງ ສປ ຈີນ ເເລະ ບໍລິສັດ ເສສວນຢາງກວ່າງເຈ່ຍ ລັນ ພັດທະນາກະສິກຳ ຍຸກສະໄໝໃໝ່ ຈໍາກັດ ໄດ້ປືກສາຫາລືກັບຝ່າຍຈີນ ຢູ່ທີ່ສະຖາບັນວິທະຍາສາດ ກະສິ ກຳເຂດຮ້ອນເເຫ່ງ ສປ ຈີນ ກ່ຽວກັບການຊ່ວຍພັດທະນາຄວາມທັນສະໄໝທາງດ້ານກະສິກໍາໃຫ້ເເກ່ ປະເທດລາວ, ທີ່ລະບຸໄວ້ໃນ ບົດບັນທຶກຄວາມເຂົ້າໃຈ ການຮ່ວມມືດ້ານເຕັກໂນໂລຊີການກະສິກຳ (MOU) ທີ່ໄດ້ລົງນາມໃນ ເດືອນມີນາ ປີ 2023.

ຂປລ. ໃນວັນທີ 6 ມິຖຸນາ 2023, ກົມປຸກຝັງ ກະຊວງກະສິກໍາ ເເລະ ປ່າໄມ້ ສປປ ລາວ, ສູນວິໄຈພັນພືດເຂດ ຮ້ອນອາຊີໃຕ້ ຂອງສະຖາບັນວິທະຍາສາດກະສິກຳເຂດຮ້ອນເເຫ່ງ ສປ ຈີນ ເເລະ ບໍລິສັດ ເສສວນຢາງກວ່າງເຈ່ຍ ລັນ ພັດທະນາກະສິກຳ ຍຸກສະໄໝໃໝ່ ຈໍາກັດ ໄດ້ປືກສາຫາລືກັບຝ່າຍຈີນ ຢູ່ທີ່ສະຖາບັນວິທະຍາສາດ ກະສິ ກຳເຂດຮ້ອນເເຫ່ງ ສປ ຈີນ ກ່ຽວກັບການຊ່ວຍພັດທະນາຄວາມທັນສະໄໝທາງດ້ານກະສິກໍາໃຫ້ເເກ່ ປະເທດລາວ, ທີ່ລະບຸໄວ້ໃນ ບົດບັນທຶກຄວາມເຂົ້າໃຈ ການຮ່ວມມືດ້ານເຕັກໂນໂລຊີການກະສິກຳ (MOU) ທີໄດ້ລົງນາມໃນ ເດືອນມີນາ ປີ 2023.


ໃນກອງປະຊຸມ, ທຸກຝ່າຍໄດ້ຜ່ານການຄົ້ນຄວ້າ ເເລະ ປຶກສາຫາລື ເຫັນດີກໍານົດເອົາ ການນຳເຂົ້າເຕັກ ໂນໂລຊີດ້ານກະສິກຳທີ່ທັນສະໄໝ ເເລະ ປະສົບການການບໍລິຫານຄຸ້ມຄອງວິສາຫະກິດ ໂດຍນໍາໃຊ້ທ່າເເຮງດ້ານຊັບ ພະຍາກອນທຳມະຊາດທາງກະສິກຳຂອງລາວ, ສ້າງມາດຕະຖານທີ່ກ່ຽວຂ້ອງ ກ່ຽວກັບຕ່ອງໂສ້ອຸດສາຫະກໍາລວມ ຮອບດ້ານທາງດ້ານກະສິກຳເຂດຮ້ອນ, ສ້າງເວທີການຄ້າຂ້າມເເດນ ສຳລັບສິນຄ້າກະສິກຳ ເເລະ ສົ່ງເສີມການພັດ ທະນາ ເເບບດີຈິຕອນ ທາງດ້ານກະສິກຳເຂດຮ້ອນລະຫວ່າງ ຈີນ-ລາວ, ຊຸກຍູ້ການຮ່ວມມືດ້ານກະສິກຳລະຫວ່າງ ຈີນ-ລາວ, ການຮ່ວມມືວິສາຫະກິດການຄ້າ, ຊ່ວຍຊຸກຍູ້ທິດທາງການພັດທະນາກະສິກຳ ເເລະ ການຄ້າທາງສິນຄ້າ ກະສິກຳລະຫວ່າງ ຈີນ-ລາວ ອອກສູ່ສາກົນ. ນອກຈາກນັ້ນ, ພາຍໃຕ້ຫລັກການ ບົນພື້ນຖານການຮ່ວມກັນປຶກສາ ຫາລື, ຮ່ວມກັນສ້າງ ເເລະ ຮ່ວມກັນເເບ່ງປັນ, ອີງຕາມສັນຍາການຮ່ວມມືດ້ານເຕັກໂນໂລຊີການກະສິກຳ(MOU) ໄດ້ກໍານົດການປະຕິບັດງານ ໂຄງການຄົ້ນຄວ້າວິໄຈດ້ານກະສິກຳ, ນະວັດຕະກຳເຕັກໂນໂລຊີເຄື່ອງກົນຈັກການກະ ເສດໃໝ່, ການສ້າງເເນວພັນຄຸນນະພາບພືດເຂດຮ້ອນ, ສ້າງເຂດພື້ນທີ່ສາທິດເພາະປູກພືດເຂດຮ້ອນ, ສ້າງສູນຝຶກ ອົບຮົມບຸກຄະລາກອນທາງດ້ານກະສິກໍາຂອງລາວ ເເລະ ສ້າງລະບົບມາດຕະຖານເເບບບູລະນາການ ໃນການກວດ ສອບ ເເລະ ຮັບຮອງເເບບຕອງໂສ້ອຸດສາຫະກຳຮອບດ້ານກະສິກຳເຂດຮ້ອນ ແລະ ແຜນການ-ເປົ້າໝາຍການຮ່ວມ ມືຂອງສາມຝ່າຍ.

 ສາມຝ່າຍໄດ້ກ່າວວ່າ: ຈະປະຕິບັດຕາມຂໍ້ລິເລີ່ມໜຶ່ງເເລວ ໜຶ່ງເສັ້ນທາງ”, ຍຶດໝັ້ນໃນ ການຮ່ວມມືຢ່າງ ສັນຕິ, ເປີດກວ້າງ, ຮຽນຮູ້ເເລກປ່ຽນບົດຮຽນເຊິ່ງກັນ ເເລະ ກັນ, ມີຜົນປະໂຫຍດຮ່ວມກັນແບບຕ່າງຝ່າຍຕ່າງ ໄດ້ຮັບໄຊຊະນະ, ຍຶດໝັ້ນເເນວຄິດພັດທະນາເເບບສີຂຽວ, ຄວ້າໂອກາດ ໃນການດໍາເນີນງານ RCEP ເເລະ ຂັບເຄື່ອນດ້ວຍນະວັດຕະກໍາໃໝ່, ຖືເອົາ ບໍລິສັດ ຢາງກວ່າງເຈ່ຍລັນ (ລາວ) ສວນອຸດສາຫະກໍາພັດທະນາກະສິກໍາ ລະບົບນິເວດ ເປັນເເກນກາງໃນການຈັດຕັ້ງດໍາເນີນງານຕາມເນື້ອໃນສັນຍາ ການຮ່ວມມືດ້ານເຕັກໂນໂລຊີການກະສິ ກຳ (MOU), ຍົກສູງຄຸນນະພາບ ເພື່ອໃຫ້ບັນລຸເເຜນເປົ້າໝາຍຕ່າງໆຕາມທີ່ກ່າວຂ້າງເທິງ, ນໍາໃຊ້ພູມປັນຍາຂອງຈີນ ຊ່ວຍຊຸກຍູ້ການພັດທະນາ ແລະ ປະດິດສ້າງໃໝ່ໃຫ້ ເເກ່ກະສິກຳຈີນ-ລາວ, ຮ່ວມສົ່ງເສີມປົກປັກຮັກສາລະບົບນິ ເວດ ເເລະ ເສດຖະກິດພາກພື້ນ, ສົ່ງເສີມການພັດທະນານະວັດຕະກໍາເເບບສີຂຽວ ເເລະ ຄວາມທັນສະໄໝຂອງ ຈີນ-ລາວ ໃນດ້ານເຕັກໂນໂລຊີກະສິກຳ, ການລົງທຶນດ້ານກະສິກຳ, ການຄ້າດ້ານກະສິກໍາ ເເລະ ອຸດສາຫະກຳກະສິກໍາຢ່າງຈິງຈັງ ເພື່ອອຸທິດຜົນງານ ເເລະ ສ້າງປະຊາຄົມຄູ່ຮ່ວມຊະຕາກໍາມວນມະນຸດໂລກ ບົນພື້ນຖານ ຂອງຂໍ້ລິເລີ່ມ ໜຶ່ງເເລວ ໜຶ່ງເສັ້ນທາງ”.

KPL

ຂ່າວອື່ນໆ

ads
ads

Top