ສສ ຫວຽດນາມ-ສປ ຈີນ ຖອດຖອນບົດຮຽນ ການພັດທະນາສັງຄົມນິຍົມ

08/06/2023 22:38
Email Print 757
ຂປລ ກອງປະຊຸມ ສາກົນ “ການຄົ້ນຄວ້າ ກ່ຽວກັບ ບົດຮຽນ ການພັດທະນາ ສັງຄົມ ນິຍົມຈີນ-ຫວຽດນາມ ແລະ ຜົນສະ ທ້ອນ ຕໍ່ທົ່ວໂລກ” ​ໄດ້​ຈັດຂຶ້ນ ຢູ່ນະຄອນຫລວງ ຮ່າໂນ້ຍ ຂອງ ສສ ຫວຽດນາມ

ຂປລ.ຕາມ​ຂ່າວ​ຈາກ ວິທະຍຸ​ສາກົນ ​ແຫ່ງ ສປ ຈີນ,​​ເມື່ອ​ບໍ່​ດົນ​ມາ​ນີ້, ກອງປະຊຸມ ສາກົນ “ການຄົ້ນຄວ້າ ກ່ຽວກັບ ບົດຮຽນ ການພັດທະນາ ສັງຄົມ ນິຍົມຈີນ-ຫວຽດນາມ ແລະ ຜົນສະທ້ອນ ຕໍ່ທົ່ວໂລກ” ​ໄດ້​ຈັດຂຶ້ນ ຢູ່ນະຄອນຫລວງ ຮ່າໂນ້ຍ ຂອງ ສສ ຫວຽດນາມ, ​ໂດຍ​ມີ​ ບັນດາ ຜູ້ຊ່ຽວຊານ ທີ່ເຂົ້າຮ່ວມ ​ເພື່ອຄົ້ນຄວ້າ ປຶກສາຫາລື ດ້ານວິຊາ ການ ກ່ຽວກັບ ບົດຮຽນ ອັນສຳຄັນ ຂອງການປົກຄອງ ບໍລິຫານ ປະເທດ ດ້ານການເມືອງ ຂອງພັກກອມມູນິດຈີນ ແລະ ຄວາມໝາຍ ບົດຮຽນ ທີ່ຖອດຖອນໄດ້, ບົດຮຽນ ອັນສຳຄັນ ໃນການສ້າງສາ ສັງຄົມນິຍົມ ຂອງ ສສ ຫວຽດນາມ ແລະ ອື່ນໆອີກ.​ໃນ​ໂອກາດ​ນີ້ ທ່ານ ເຜີງຊື້ຖວນ, ທີ່ປຶກສາ ສະຖານທູດຈີນ ປະຈຳ ຫວຽດນາມ ກ່າວວ່າ:ສປ ຈີນ ແລະ ສສ ຫວຽດນາມ ລ້ວນແຕ່ນຳພາ ໂດຍພັັກກອມມູນິດ, ລ້ວນແຕ່ ເດີນຕາມເສັ້ນທາງ ສັງຄົມນິຍົມ. ມຸ່ງໜ້າ ໄປສູ່ ອະນາຄົດ, ສອງພັກ ສອງລັດ ຕ້ອງຍຶດໝັ້ນ ຖືທິດທາງ ກ້າວເດີນໄປ ຂ້າງໜ້າ ຕາມສັງຄົມ ນິຍົມ, ຮ່ວມກັນ ຊຸກຍູ້ ໃຫ້ສັງຄົມ ນິຍົມ ໄດ້ຮັບ ການພັດທະນາ ຢ່າງບໍ່ຢຸດຢັ້ງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top