ການແກ້ໄຂ ລບຕ ມີຫລາຍບັນຫາ ທີ່ເປັນສິ່ງທ້າທາຍໃນ​ການບັນລຸເປົ້າໝາຍ

07/06/2023 17:37
Email Print 1187
ຂປລ ຂປລ. ງການແກ້ໄຂບັນຫາລະເບີດບໍ່ທັນແຕກ (ລບຕ) ທີ່ ຕົກຄ້າງຢູ່ ສປປ ລາວ ຍັງ​ມີ​ຫລາຍບັນຫາເປັນສິ່ງທ້າທາຍ​ໃນ​ການ​ບັດ​ລຸ​ເປົ້າ​ໝາຍ ເປັນຕົ້ນ ວຽກງານໂຄສະນາສຶກສາຄວາມສ່ຽງໄພ ຍັງບໍ່ສາມາດເຂົ້າເຖິງພື້ນທີ່ທຸລະກັນດານ

 

 

   ຂປລ. ງການແກ້ໄຂບັນຫາລະເບີດບໍ່ທັນແຕກ (ລບຕ) ທີ່ ຕົກຄ້າງຢູ່ ສປປ ລາວ ຍັງ​ມີ​ຫລາຍບັນຫາເປັນສິ່ງທ້າທາຍ​ໃນ​ການ​ບັດ​ລຸ​ເປົ້າ​ໝາຍ ເປັນຕົ້ນ ວຽກງານໂຄສະນາສຶກສາຄວາມສ່ຽງໄພ ຍັງບໍ່ສາມາດເຂົ້າເຖິງພື້ນທີ່ທຸລະກັນດານ ແລະ ຫ່າງໄກສອກຫລີກ, ການຊ່ວຍເຫລືອຜູ້ຖືກເຄາະຮ້າຍໄດ້ຢ່າງວ່ອງໄວ, ພັດທະນາຊີວິດການເປັນຢູ່ຂອງ ຜູ້ຖືກເຄາະຮ້າຍໃຫ້ກັບຄືນສູ່ສັງຄົມ, ຕົວເລກການສຳຫລວດ -ກວດກູ້ ແລະ ທຳລາຍ ຍັງບໍ່ສາມາດບັນລຸໄປຕາມເປົ້າໝາຍທີ່ໄດ້ວາງອອກ (10.000 ເຮັກຕາຕໍ່ປີ), ບັນຫາພື້ນທີ່ທັບຊ້ອນໃນບາງແຂວງ ແລະ ການຈຳກັດທຶນສະໜັບ ສະໜູນໃນການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາ ລບຕ ໃນບາງ ແຂວງ.
   ຂໍ້​ມູນ​ດັ່ງກ່າວ ​ໄດ້​ຮັບ​ການ​ລາຍ​ງານ​ໃນ ກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ (ລບຕ) ທີ່ ຕົກຄ້າງຢູ່ ສປປ ລາວ ປະຈຳປີ
2023 ທີ່ຈັດຂຶ້ນວັນທີ 7 ມິຖຸນາ 2023 ຢູ່ນະຄອນຫລວງ​ວຽງ​ຈັນ ​ໂດຍ​ການເປັນປະທານຮ່ວມຂອງ ທ່ານ ປະເດີມພອນ ສົນທະນີ ຮອງລົດຖະມົນຕີ ກະຊວງແຮງານ ແລະ ສະຫວັດ ດີການສັງຄົມ(ຮສສ), ຮອງປະທານຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ແລະ ທ່ານ ນາງ ແຄັດເທີລີນ ເຟືອງ ຮອງຜູ້ຕາໜ້າງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ, ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ, ມີທູຕານຸ ທູດ, ຜູ້ຕາງໜ້າປະເທດຜູ້ໃຫ້ທຶນ, ກຳມະການ ຄຊກລ ແລະ ຕາງໜ້າບັນດາກະຊວງຂະແໜງການ ກ່ຽວຂ້ອງເຂົ້າຮ່ວມ.
   ​ໃນ​ກອງ​ປະຊຸ​ມ, ທ່ານ ປະເດີມພອນ ສົນທະນີ ​ໄດ້​ໃຫ້​ຮູ້​ວ່າ: ປັດຈຸບັນລັດຖະບານ ສປປ ລາວ ໄດ້ມີການທົບທວນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ສະບັບທີ
9 ກາງສະ​ໄໝ. ໃນນັ້ນ, ວຽກງານແກ້ໄຂບັນຫາ ລບຕ ໄດ້ຖືເປັນບັນຫາສຳຄັນໃນການປະກອບສ່ວນຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ການຫລຸດຜ່ອນຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າໃນ ຂອບເຂດທົ່ວປະເທດ. ຄະນະກຳມະການຄຸ້ມຄອງ ແຫ່ງຊາດເພື່ອແກ້ໄຂບັນຫາ ລບຕ ໄດ້ສັງເກດຕີລາຄາຄືນໃນການນຳພາ-ຊີ້ນຳ ໃນໄລຍະ 1 ປີ ຜ່ານມາ ແລະ ກຳນົດທິດທາງແຜນການໃນຕໍ່ໜ້າ ​ເຊິ່ງ​ໃນ​ໄລຍະ​ຜ່ານ​ມາ ​ໄດ້ເອົາໃຈໃສ່ຊີ້ນຳ ແລະ ຄຸ້ມຄອງການເຄື່ອນໄຫວວຽກງານແກ້ໄຂບັນຫາ ລບຕ ຢູ່ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນຍຸດທະສາດແຫ່ງຊາດ ເພື່ອແກ້ໄຂບັນຫາ ລບຕ "ເສັ້ນທາງກ້າວສູ່ຄວາມປອດໄພ III" ໄລຍະ 2021-2030 ໂດຍເຊື່ອມສານເຂົ້າໃນຂະແໜງການສຶກສາທິການ ແລະ ກິລາ, ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ສາທາລະນະສຸກ ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງ. ພ້ອມນັ້ນ, ກໍໄດ້ປັບປຸງ ແລະ ສ້າງຄວາມເຂັ້ມແຂງການປະສານງານກັບຂະແໜງການ, ອົງ ການ, ພາກສ່ວນກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອເປັນການຈັດຕັ້ງປະຕິບັດ ດຳລັດຂອງລັດຖະບານ ວ່າດ້ວຍການຄຸ້ມຄອງການແກ້ໄຂບັນຫາ ລບຕ ເຊິ່ງເປັນພື້ນຖານໃນການກຳນົດແຜນບູລິມະສິດຂອງການສຳຫລວດ-ກວດກູ້ ແລະ ທຳລາຍ ລບຕ ເພື່ອຕອບສະໜອງກັບຄວາມຕ້ອງການ ນໍາໃຊ້ທີ່ດິນຂອງປະຊາຊົນ, ໂຄງການພັດທະນາ ແລະ ໂຄງການຊ່ວຍເຫລືອຕ່າງໆເຊັ່ນ: ການກໍ່ສ້າງນໍ້າລິນ, ໂຮງຮຽນ ແລະ ອື່ນໆ.
   ຄຽງຄູ່ກັບຜົນສຳເລັດດັ່ງກ່າວ, ຍັງຫລາຍບັນຫາເປັນສິ່ງທ້າທາຍ ແລະ ຊອກຫາທາງອອກຮ່ວມກັນ ​ໂດຍ​ສະ​ເພາະ​ແມ່ນ​ບັນຫາ​ສສິ່ງ​ທ້າ​ທາຍຕ່າງໆ.

KPL

ຂ່າວອື່ນໆ

    • ເຈົ້າເມືອງປາກກະດິງ ລົງຕິດຕາມ -ຊຸກຍູ້ ການສ້ອມແປງເສັ້ນທາງວັດທະນະທຳ-ສັງຄົມ

      ເຈົ້າເມືອງປາກກະດິງ ລົງຕິດຕາມ -ຊຸກຍູ້ ການສ້ອມແປງເສັ້ນທາງ

      10/21/2024 6:53:18 PM

      ຂປລ. ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ບຸນຄົບ ຈັນທະວົງ ເຈົ້າເມືອງປາກກະດິງ ພ້ອມຄະນະ ໄດ້ລົງຕິດຕາມ-ຊຸກຍູ້ ການສ້ອມແປງເສັ້ນທາງຫລວງທ້ອງຖິ່ນແຕ່ ທາງເລກ 11 ໃຕ້ ບ້ານບຸ່ງກວາງ ເມືອງປາກກະດິງ ແຂວງບໍລິຄຳໄຊ ຫາ ທາງເລກ 13 ໃຕ້ ບ້ານວຽງທອງ ເມືອງຫີນບູນ ແຂວງຄຳມ່ວນ.

    • ບໍລິສັດ ທີ່ປຶກສາໄຂ່ມຸກຕາເວັນອອກຈໍາກັດ  ຮ່ວມວາງສະແດງໃນກອງປະຊຸມ ໄອປາ ຄັ້ງທີ 45ວັດທະນະທຳ-ສັງຄົມ

      ບໍລິສັດ ທີ່ປຶກສາໄຂ່ມຸກຕາເວັນອອກຈໍາກັດ ຮ່ວມວາງສະແດງໃນກອງປະຊຸມ ໄອປາ ຄັ້ງທີ 45

      10/20/2024 8:46:28 PM

      ຂປລ. ໃນໂອກາດດໍາເນີນກອງປະຊຸມ ສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງວັນທີ 17-23 ຕຸລາ 2024 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນ ໄດ້ນໍາຜະລິດຕະພັນ ມາເຂົ້າຮ່ວມວາງສະແດງ ເປັນຕົ້ນ ລາຍການທ່ອງທ່ຽວ, ຮ້ານຫັດຖະກໍາ, ເຄື່ອງປະດັບ.

    • ເຮືອຊ່ວງ ທະນາຄານຮ່ວມພັດທະນາ ໄດ້ລາງວັນຊະນະເລີດ ໃນບຸນຊ່ວງເຮືອ ທ່າວັດຈັນວັດທະນະທຳ-ສັງຄົມ

      ເຮືອຊ່ວງ ທະນາຄານຮ່ວມພັດທະນາ ໄດ້ລາງວັນຊະນະເລີດ ໃນບຸນຊ່ວງເຮືອ ທ່າວັດຈັນ

      10/19/2024 10:36:18 AM

      ຂປລ. ບຸນຊ່ວງເຮືອປະເພນີປະຈຳປີ 2024 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ສຳເລັດລົງ ຢ່າງຈົບງາມ ໃນວັນທີ 18 ຕຸລາ 2024 ໂດຍມີເຮືອປະເພນີ 55 ສີພາຍ ຍິງ-ຊາຍ ເຂົ້າຮ່ວມແຂ່ງຂັນທັງໝົດ 9 ລຳ. ໃນນັ້ນ, ເຮືອປະເພນີ ຊາຍ ທັງໝົດ 6 ລຳ ແລະ ເຮືອປະເພນີ ຍິງ 3 ລຳ. ຜ່ານການແຂ່ງຂັນ ເຮືອປະເພນີ ຊາຍ ຂອງທະນາຄານຮ່ວມພັດທະນາ ໄດ້ອັນດັບ 1, ອັນດັບ 2 ແມ່ນທະນາຄານພັດທະນາລາວ ແລະ ອັນດັບ 3 ເຮືອຊ່ວງຈາກບໍລິສັດແສງຈະເລີນໄຊກຣຸບ.

    • ສໍາເລັດຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ສື່ມວນຊົນໃນການເປັນຄູຝຶກນັກຂ່າວວັດທະນະທຳ-ສັງຄົມ

      ສໍາເລັດຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ສື່ມວນຊົນໃນການເປັນຄູຝຶກນັກຂ່າວ

      10/19/2024 10:31:35 AM

      ຂປລ. ສະມາຄົມນັກຂ່າວແຫ່ງ ສປປ ລາວ ຈັດພິທີປິດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນໃນການເປັນຄູຝຶກນັກຂ່າວ ພາຍໃຕ້ຫົວຂໍ້ “ການລາຍງານຂ່າວບັນຫາສີຂຽວ’’ ໃນວັນທີ 18 ຕຸລາ 2024 ໂດຍມີທ່ານ ສະຫວັນຄອນ ລາຊະມຸນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ອະດີດຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ມີທ່ານ ທອງຫລໍ່ ດວງສະຫວັນ ຜູ້ອຳນວຍການໃຫຍ່ໜັງສືພິມພາສາຕ່າງປະເທດ, ທ່ານນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ສື່ມວນຊົນ

    • ຮອງນາຍົກລັດຖະມົນ ເຂົ້າຮ່ວມບຸນ ຊ່ວງເຮືອ ປະຈໍາປີ 2024 ທີ່ນະຄອນປາກເຊວັດທະນະທຳ-ສັງຄົມ

      ຮອງນາຍົກລັດຖະມົນ ເຂົ້າຮ່ວມບຸນ ຊ່ວງເຮືອ ປະຈໍາປີ 2024 ທີ່ນະຄອນປາກເຊ

      10/18/2024 1:56:09 PM

      ຂປລ. ການຊ່ວງເຮືອ​ປະເພນີ​ ປະຈໍາປີ​ 2024​ ທີ່ນະຄອນປາກເຊ​ ແຂວງຈໍາປາສັກ​ ເປີດຂຶ້ນຢ່າງຍິ່ງໃຫຍ່​ ຢູ່ບໍລິເວນແຄມນໍ້າເຊໂດນ ບ້ານທ່າສາລາຄໍາ ໃນວັນທີ 18 ຕຸລາ 2024 ໂດຍການໃຫ້ກຽດເຂົ້າຮ່ວມ​ ທ່ານ ​ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ,​ ທ່ານ ອາລຸນໄຊ ສູນນະລາດ, ເຈົ້າແຂວງຈຳປາສັກ,​ ມີກົງສູນໃຫຍ່ ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈໍາ​ພາກໃຕ້ລາວ ທີ່ນະຄອນປາກເຊ,​ ກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳແຂວງຊຽງແຕງ​ ຣາຊະອານາຈັກກຳປູເຈຍ,​ ຜູ້ຕາງໜ້າກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳ 4 ແຂວງພາກໃຕ້ລາວ​

ads
ads

Top