ສື່​ມວນ​ຊົນ ລາວ-ຈີນ ຮັດ​ແໜ້ນ​ການ​ຮ່ວມ​ມື​ສອງ​ຝ່າຍ

06/06/2023 18:28
Email Print 1076
ຂປລ ຂປລ. ​ໃນ​ວັນ​ທີ 6 ມິຖຸນາ 2023 ນີ້, ສື່​ມວນ​ຊົນ​ລາວ ຈາກຂະແໜງການຕ່າງໆ ອ້ອມ​ຂ້າງ​ສູນ​ກາງ ​ຮ່ວມ​ກັບ ສື່​ມວນ​ຊົນ ຈາກ ສປ ຈີນ ກໍ​ຄື ໜັງສືພິມ​ປະຊາຊົນ​ລາຍ​ວັນ​ຈີນ ຈັດພິທີ ສຳພາດ ກ່ຽວກັບການຈັດຕັ້ງປະຕິບັດ ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ເພື່ອ​ຮັດ​ແໜ້ນ​ການ​ຮ່ວມມື​ສອງ​ຝ່າຍ ​ໃຫ້​ແໜ້ນ​ແຟ້ນ

 

         ຂປລ. ​ໃນວັນທີ 6 ມິຖຸນາ 2023 ນີ້, ສື່ມວນຊົນລາວ ຈາກຂະແໜງການຕ່າງໆ ອ້ອມຂ້າງສູນກາງຮ່ວມກັບ ສື່ມວນຊົນ ຈາກ ສປ ຈີນ ກໍຄື ໜັງສືພິມປະຊາຊົນລາຍວັນຈີນ ຈັດພິທີ ສຳພາດ ກ່ຽວກັບການຈັດຕັ້ງປະຕິບັດ ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງເພື່ອຮັດແໜ້ນການຮ່ວມມືສອງຝ່າຍໃຫ້ແໜ້ນແຟ້ນແນໃສ່ເຮັດໃຫ້ວຽກງານສື່ມວນຊົນ ຂອງສອງປະເທດ ລາວ-ຈີນໄດ້ຮັບການພັດທະນາແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອ, ​ແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ​​ແລະ ກັນຕະຫລອດ​​ໄປ ໂດຍມີ ທ່ານໂພສີ ແກ້ວມະນີວົງ ຮອງລັດຖະມົນ ຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີບັນດາຫົວໜ້າກົມ, ຮອງກົມ, ພ້ອມດ້ວຍບັນດາສື່ມວນຊົນຈາກ ສປປ ລາວແລະ ສປ ຈີນເຂົ້າຮ່ວມ.
       ໂອກາດດັ່ງກ່າວ, ທ່ານ ສະຫວັນຄອນ ລາຊະມຸນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ມີຄໍາ ເຫັນ ໂດຍໄດ້ຍົກໃຫ້ເຫັນ ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສື່ມວນຊົນລາວ ໃນການປະຕິບັດໜ້າທີ່ເປັນ ກະບອກສຽງໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຕ່າງໆທັງພາຍໃນ ແລະ ຕ່າງປະເທດ ອອກສູ່ສັງຄົມໄດ້ຮັບຮູ້ ຢ່າງທົ່ວເຖິ່ງ. ພ້ອມນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນການຮ່ວມມືກັນລະຫວ່າງສື່ມວນຊົນລາວ ແລະ ສື່ມວນຊົນຈາກ ສປ ຈີນ ໃນໄລຍະຜ່ານມາຈົນເຖິງປັດຈຸບັນ ເຊິ່ງໄດ້ມີການຮ່ວມມືກັນຢ່າງແໜ້ນແກ່ນ, ມີການແລກປ່ຽນການຢ້ຽມ ຢາມເຊິ່ງກັນ ແລະ ກັນ, ຮ່ວມກັນໂຄສະນາເຜີຍແຜ່ຜົນການຈັດຕັ້ງປະຕິບັດ ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ອອກສູ່ສັງຄົມ ໃນທົ່ວໂລກໄດ້ຮັບຮູ້ຢ່າງທົ່ວເຖິງ ແລະ ອື່ນໆ.
         ທ່ານ ວິໄລ ມະນີລັດ ຮອງຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ ກໍໄດ້ມີຄຳເຫັນໃນພິທີໂດຍທ່ານໄດ້ຍົກໃຫ້ເຫັນ ໂຄງການໜຶ່ງແລວໜຶ່ງເສັ້ນທາງຂອງ ສປ ຈີນເຊິ່ງຖືວ່າເປັນຍຸດທະສາດທີ່ສຳຄັນ ແລະ ມີຄວາມໝາຍເປັນຢ່າງຍິ່ງ, ສາມາດຊ່ວຍ ສປປ ລາວ ຫັນປະເທດບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງ-ເຊື່ອມຈອດ, ເຮັດໃຫ້ສອງຊາດລາວ-ຈີນ ສາມາດເຊື່ອມໂຍງ ແລະ ກົມກຽວ ໃນການພັດທະນາຕາມຄວາມ ມຸ່ງມາດປາຖະໜາຂອງຕົນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາໃຫ້ປະຊາຊົນສອງຊາດ. ການພັດທະນາແລວທາງ ເສດຖະກິດ ຖືເປັນເຄື່ອງມືສໍາຄັນໃນການນໍາໃຊ້ທີ່ຕັ້ງຍຸດທະສາດ ຂອງປະເທດ ເພື່ອເປົ້າໝາຍກາຍເປັນສູນກາງ ເຊື່ອມຕໍ່ທາງບົກໃນປະເທດອະນຸພາກພື້ນ. ສະນັ້ນ, ລັດຖະບານລາວ ຈຶ່ງໃຫ້ຄວາມສໍາຄັນ ແລະ ຕີລາຄາສູງຕໍ່ ແລວທາງເສດຖະກິດລາວ-ຈີນ ເຊິ່ງເປັນພາກສ່ວນໜຶ່ງຂອງ 1 ໃນ 6 ແລວທາງເສດຖະກິດ ພາຍໃຕ້ກອບຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ’’
  
ທ່ານ ວິ
ໄລ ມະນີລັດໃຫ້ຮູ້ອີກວ່າ: ການພັດທະນາແລວທາງເສດຖະກິດ ລາວ-ຈີນໄດ້ຖືເອົາເສັ້ນທາງ ລົດໄຟ ລາວ-ຈີນ ເປັນເສັ້ນເລືອດສໍາຄັນ, ຊຸກຍູ້ບັນດາກິດຈະກໍາທາງເສດຖະກິດ ໂດຍສະເພາະ ການທ່ອງທ່ຽວ, ການລົງທຶນ, ການຜະລິດ ແລະ ການຄ້າ, ທັງເຮັດໃຫ້ ສປປ ລາວ ກາຍເປັນຈຸດສົນໃຈ ແລະ ເປັນທີ່ດຶງດູດຂອງ ການລົງທຶນໂດຍກົງຈາກຕ່າງປະເທດ, ​ເຮັດໃຫ້ການຄ້າຕ່າງປະເທດເພີ່ມຂຶ້ນ, ສົ່ງເສີມໃຫ້ມີນັກທ່ອງທ່ຽວເຂົ້າມາ ສປປ ລາວ ເພີ່ມຂຶ້ນ 2,1%, ມູນຄ່າການຄ້າເພີ່ມຂຶ້ນ 2,9%, ການລົງທຶນໂດຍກົງຂອງຕ່າງປະເທດເພີ່ມຂຶ້ນ 3,6% ແລະ ຄາດວ່າຈະປະກອບສ່ວນຕໍ່ເສດຖະກິດໂດຍລວມ ຫລື GDP ຂອງປະເທດ ໃນລະດັບ 0,32%- 0,43%. 
       
ພ້ອມກັນນີ້, ທ່ານ
ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າບັນນາທິ ການໃຫຍ່ໜັງສືພີມປະຊາຊົນ  ກໍໄດ້ກ່າວວ່າ: ໃນໄລຍະ 10 ປີຜ່ານມາ, ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງໄດ້ສ້າງໂອກາດ ແລະ ຜົນປະໂຫຍດຢ່າງໃຫຍ່ຫລວງໃຫ້ແກ່ປະເທດຕ່າງໆໃນໂລກ, ທັງສ້າງສາຍພົວພັນຄູ່ຮ່ວມມື ທີ່ໃກ້ຊິດກວ່າເກົ່າ, ຍຶດໝັ້ນການເດີນຕາມເສັ້ນທາງທີ່ສາມັກຄີ ແລະ ຮ່ວມກັນ, ເຊື່ອມຈອດກັນ ແລະ ພັດທະນາ ຮ່ວມກັນ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ທັງໝົດນີ້, ກໍເພື່ອຮັບປະກັນຜົນປະໂຫຍດ ຂອງຊາດ ກໍຄື ການພົວພັນລະຫວ່າງສອງຊາດ ລາວ-ຈີນ ໃຫ້ປະສົບຜົນສຳເລັດໃນທຸກໆດ້ານຢ່າງຈົບງາມ. ໃນນາມ ສື່ມວນຊົນ ກໍຄື ໜັງສືພິມປະຊາຊົນສຽງຂອງສູນກາງພັກ ໃນໄລຍະຜ່ານມາ ແມ່ນເຫັນດີ ແລະ ສະໜັບສະໜູນ ຢ່າງເຕັມທີສະແດງອອກຢູ່ບ່ອນວ່າ: ໄດ້ນຳເອົາຂໍ້ລິເລີ່ມ ໜຶ່ງແລ້ວໜຶ່ງເສັ້ນທາງ ມານຳສະເໜີອອກຂ່າວທາງໜັງສື ພິມ, ເຟສບຸກ, ເວບໄຊ ນັບແຕ່ ສປ ຈີນ ມີການອອກນະໂຍບາຍນີ້ເປັນຕົ້ນມາ, ພ້ອມທັງໄດ້ຊີ້ແຈງອະທິບາຍໃຫ້ປະ ຊາຊົນລາວຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ.
     
ທ່ານນາງ ມາ ຊຽວໜິງ (Ma Xiaoning) ຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນປະຈຳວັນ ສາກົນແຫ່ງປະເທດຈີນ ກ່າວວ່າ: ຈຸດປະສົງຂອງການສໍາພາດຮ່ວມກັນໃນຄັ້ງນີ້ ເພື່ອສະແດງໃຫ້ປະຊາຊົນຈີນ ທົ່ວ ປະເທດ ເຫັນຮູບພາບທີ່ສວຍງາມອັນພົ້ນເດັ່ນຂອງປະເທດລາວ ແລະ ເປັນການສະແດງເຖິງເລື່ອງເລົ່າຕ່າງໆຂອງ ສປ ຈີນ ເພື່ອເຮັດໃຫ້ສອງຊາດລາວ-ຈີນ ສາມາດເຊື່ອມໂຍງ ແລະ ກົມກຽວໃນການພັດທະນາຕາມຄວາມມຸ່ງ ມາດປາຖະໜາຂອງຕົນ ເພື່ອນຳເອົາຜົນປະໂຫຍດສູງສຸດ ມາໃຫ້ປະຊາຊົນສອງຊາດ. ພ້ອມທັງສະແດງຄວາມເຊື່ອ ໝັ້ນວ່າ: ສື່ມວນຊົນລາວ-ຈີນ ຈະຂຽນຂ່າວລາຍງານກ່ຽວກັບ ການຮ່ວມມືແບບຄູ່ຮ່ວມຍຸດທະສາດ ທີ່ສຳຄັນ ແລະ ມີຄວາມໝາຍເປັນຢ່າງຍິ່ງ ແລະ ຮອບດ້ານ  ລະຫວ່າງສອງປະເທດໃຫ້ຈະແຈ້ງຕື່ມ ແລະ ສາມາດເຫັນພາບຊີວິດ ການເປັນຢູ່ທີ່ມີຄວາມສຸກປະຊາຊົນສອງປະເທດ ໃຫ້ເດຶງດູດມວນຊົນເຂົ້າອ່ານ.

ຂ່າວ: ທະນູທອງ

ພາບ: ເກດສະໜາ

 

KPL

ຂ່າວອື່ນໆ

    • ເຈົ້າເມືອງປາກກະດິງ ລົງຕິດຕາມ -ຊຸກຍູ້ ການສ້ອມແປງເສັ້ນທາງວັດທະນະທຳ-ສັງຄົມ

      ເຈົ້າເມືອງປາກກະດິງ ລົງຕິດຕາມ -ຊຸກຍູ້ ການສ້ອມແປງເສັ້ນທາງ

      10/21/2024 6:53:18 PM

      ຂປລ. ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ບຸນຄົບ ຈັນທະວົງ ເຈົ້າເມືອງປາກກະດິງ ພ້ອມຄະນະ ໄດ້ລົງຕິດຕາມ-ຊຸກຍູ້ ການສ້ອມແປງເສັ້ນທາງຫລວງທ້ອງຖິ່ນແຕ່ ທາງເລກ 11 ໃຕ້ ບ້ານບຸ່ງກວາງ ເມືອງປາກກະດິງ ແຂວງບໍລິຄຳໄຊ ຫາ ທາງເລກ 13 ໃຕ້ ບ້ານວຽງທອງ ເມືອງຫີນບູນ ແຂວງຄຳມ່ວນ.

    • ບໍລິສັດ ທີ່ປຶກສາໄຂ່ມຸກຕາເວັນອອກຈໍາກັດ  ຮ່ວມວາງສະແດງໃນກອງປະຊຸມ ໄອປາ ຄັ້ງທີ 45ວັດທະນະທຳ-ສັງຄົມ

      ບໍລິສັດ ທີ່ປຶກສາໄຂ່ມຸກຕາເວັນອອກຈໍາກັດ ຮ່ວມວາງສະແດງໃນກອງປະຊຸມ ໄອປາ ຄັ້ງທີ 45

      10/20/2024 8:46:28 PM

      ຂປລ. ໃນໂອກາດດໍາເນີນກອງປະຊຸມ ສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງວັນທີ 17-23 ຕຸລາ 2024 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນ ໄດ້ນໍາຜະລິດຕະພັນ ມາເຂົ້າຮ່ວມວາງສະແດງ ເປັນຕົ້ນ ລາຍການທ່ອງທ່ຽວ, ຮ້ານຫັດຖະກໍາ, ເຄື່ອງປະດັບ.

    • ເຮືອຊ່ວງ ທະນາຄານຮ່ວມພັດທະນາ ໄດ້ລາງວັນຊະນະເລີດ ໃນບຸນຊ່ວງເຮືອ ທ່າວັດຈັນວັດທະນະທຳ-ສັງຄົມ

      ເຮືອຊ່ວງ ທະນາຄານຮ່ວມພັດທະນາ ໄດ້ລາງວັນຊະນະເລີດ ໃນບຸນຊ່ວງເຮືອ ທ່າວັດຈັນ

      10/19/2024 10:36:18 AM

      ຂປລ. ບຸນຊ່ວງເຮືອປະເພນີປະຈຳປີ 2024 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ສຳເລັດລົງ ຢ່າງຈົບງາມ ໃນວັນທີ 18 ຕຸລາ 2024 ໂດຍມີເຮືອປະເພນີ 55 ສີພາຍ ຍິງ-ຊາຍ ເຂົ້າຮ່ວມແຂ່ງຂັນທັງໝົດ 9 ລຳ. ໃນນັ້ນ, ເຮືອປະເພນີ ຊາຍ ທັງໝົດ 6 ລຳ ແລະ ເຮືອປະເພນີ ຍິງ 3 ລຳ. ຜ່ານການແຂ່ງຂັນ ເຮືອປະເພນີ ຊາຍ ຂອງທະນາຄານຮ່ວມພັດທະນາ ໄດ້ອັນດັບ 1, ອັນດັບ 2 ແມ່ນທະນາຄານພັດທະນາລາວ ແລະ ອັນດັບ 3 ເຮືອຊ່ວງຈາກບໍລິສັດແສງຈະເລີນໄຊກຣຸບ.

    • ສໍາເລັດຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ສື່ມວນຊົນໃນການເປັນຄູຝຶກນັກຂ່າວວັດທະນະທຳ-ສັງຄົມ

      ສໍາເລັດຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ສື່ມວນຊົນໃນການເປັນຄູຝຶກນັກຂ່າວ

      10/19/2024 10:31:35 AM

      ຂປລ. ສະມາຄົມນັກຂ່າວແຫ່ງ ສປປ ລາວ ຈັດພິທີປິດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນໃນການເປັນຄູຝຶກນັກຂ່າວ ພາຍໃຕ້ຫົວຂໍ້ “ການລາຍງານຂ່າວບັນຫາສີຂຽວ’’ ໃນວັນທີ 18 ຕຸລາ 2024 ໂດຍມີທ່ານ ສະຫວັນຄອນ ລາຊະມຸນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ອະດີດຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ມີທ່ານ ທອງຫລໍ່ ດວງສະຫວັນ ຜູ້ອຳນວຍການໃຫຍ່ໜັງສືພິມພາສາຕ່າງປະເທດ, ທ່ານນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ສື່ມວນຊົນ

    • ຮອງນາຍົກລັດຖະມົນ ເຂົ້າຮ່ວມບຸນ ຊ່ວງເຮືອ ປະຈໍາປີ 2024 ທີ່ນະຄອນປາກເຊວັດທະນະທຳ-ສັງຄົມ

      ຮອງນາຍົກລັດຖະມົນ ເຂົ້າຮ່ວມບຸນ ຊ່ວງເຮືອ ປະຈໍາປີ 2024 ທີ່ນະຄອນປາກເຊ

      10/18/2024 1:56:09 PM

      ຂປລ. ການຊ່ວງເຮືອ​ປະເພນີ​ ປະຈໍາປີ​ 2024​ ທີ່ນະຄອນປາກເຊ​ ແຂວງຈໍາປາສັກ​ ເປີດຂຶ້ນຢ່າງຍິ່ງໃຫຍ່​ ຢູ່ບໍລິເວນແຄມນໍ້າເຊໂດນ ບ້ານທ່າສາລາຄໍາ ໃນວັນທີ 18 ຕຸລາ 2024 ໂດຍການໃຫ້ກຽດເຂົ້າຮ່ວມ​ ທ່ານ ​ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ,​ ທ່ານ ອາລຸນໄຊ ສູນນະລາດ, ເຈົ້າແຂວງຈຳປາສັກ,​ ມີກົງສູນໃຫຍ່ ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈໍາ​ພາກໃຕ້ລາວ ທີ່ນະຄອນປາກເຊ,​ ກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳແຂວງຊຽງແຕງ​ ຣາຊະອານາຈັກກຳປູເຈຍ,​ ຜູ້ຕາງໜ້າກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳ 4 ແຂວງພາກໃຕ້ລາວ​

ads
ads

Top