ທຫລ ປະກາດສ້າງຕັ້ງກົມຄຸ້ມຄອງເງິນຕາຕ່າງປະເທດ

05/06/2023 14:29
Email Print 1572
ຂປລ ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ປະກາດສ້າງຕັ້ງກົມຄຸ້ມຄອງເງິນຕາຕ່າງປະເທດ ຢ່າງເປັນທາງການ ໂດຍອີງໃສ່ສະພາບປັດຈຸບັນ ຂອງ ສປປ ລາວ ທີີ່ມີການເຊື່ອມໂຍງ ແລະ ເປີດກວ້າງດ້ານການຄ້າ-ການລົງທຶນ ຈາກຕ່າງປະເທດ. ໃນຂະນະທີ່ຄວາມຕ້ອງການເງິນຕາຕ່າງປະເທດ

 

ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ປະກາດສ້າງຕັ້ງກົມຄຸ້ມຄອງເງິນຕາຕ່າງປະເທດ ຢ່າງເປັນທາງການ ໂດຍອີງໃສ່ສະພາບປັດຈຸບັນ ຂອງ ສປປ ລາວ ທີີ່ມີການເຊື່ອມໂຍງ ແລະ ເປີດກວ້າງດ້ານການຄ້າ-ການລົງທຶນ ຈາກຕ່າງປະເທດ. ໃນຂະນະທີ່ຄວາມຕ້ອງການເງິນຕາຕ່າງປະເທດ ເພື່ອນຳເຂົ້າສິນຄ້າ ຈາກຕ່າງປະເທດມີທ່າອ່ຽງສູງຂຶ້ນ. ສະນັ້ນ, ພັກ ແລະ ລັດຖະບານ ຈຶ່ງເຫັນດີ ໃຫ້ດຳເນີນການຄົ້ນຄວ້າສ້າງຕັ້ງກົມດັ່ງກ່າວຂຶ້ນ ຕາມແຈ້ງການຂອງຫ້ອງວ່າການສູນກາງພັກ ແລະ ແຈ້ງການຂອງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.
  ກົມຄຸ້ມຄອງເງິນຕາຕ່າງປະເທດ ມີພາລະບົດບາດ ເຮັດໜ້າທີ່ໃນການຄົ້ນຄວ້າ
, ສ້າງ ແລະ ປັບປຸງນິຕິກຳກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດ, ພ້ອມທັງຈັດຕັ້ງປະຕິບັດວຽກງານການຄຸ້ມຄອງລາຍຮັບຈາກການຄ້າ, ການບໍລິການ, ການລົງທຶນ, ໜີ້ສິນ ແລະ ສິນເຊື່ອການຄ້າລະຫວ່າງປະ ເທດ, ຕິດຕາມ, ກວດກາກະແສເງິນໄຫລ ເຂົ້າ-ອອກ ສປປ ລາວ ໃຫ້ທັນສະພາບ, ຄົບຖ້ວນ, ທັ ນ ສະໄໝ ແລະ ສາມາດເຊື່ອມຈອດກັບພາກສ່ວນກ່ຽວຂ້ອງ ເຮັດໃຫ້ການຄຸ້ມຄອງເງິນຕາຕ່າງປະ ເທດເປັນລະບົບຄົບຊຸດ; ທັງຊຸກຍູ້ສົ່ງເສີມການນຳໃຊ້ເງິນກີບ, ຫລຸດຜ່ອນການນຳໃຊ້ເງິນຕາຕ່າງປະ ເທດແບບຊະຊາຍໃນສັງຄົມ. ສຳລັບ ດ້ານກົງຈັກການຈັດຕັ້ງຂອງ ກົມດັ່ງກ່າວ, ໄດ້ແຕ່ງຕັ້ງ ທ່ານ ເພັດ ສະຖາພອນ ແກ້ວວົງວິຈິດ ເປັນຫົວໜ້າກົມ ແລະ ທ່ານ ວັດທະນາ ຊານຸບານ ເປັນຮອງຫົວໜ້າກົມ, ພ້ອມທັງໄດ້ຍົກຍ້າຍພະນັກງານຈຳນວນໜຶ່ງ ຈາກກົມຕ່າງໆພາຍໃນ ທຫລ ເພື່ອປະກອບເຂົ້າໃນໂຄງປະກອບການຈັດຕັ້ງຂອງກົມດັ່ງກ່າວ.
   ໂອກາດດັ່ງກ່າວ, ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າການ ທຫລໄດ້ເນັ້ນໜັກ ໃຫ້ກົມຄຸ້ມຄອງເງິນຕາຕ່າງປະເທດ ເອົາໃຈໃສ່ປະຕິບັດວຽກງານຕາມພາລະບົດບາດຂອງຕົນ, ເປັນໃຈກາງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດ ແລະ ດຳເນີນມາດຕະການຕໍໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ. ພ້ອມທັງພົວພັນຮ່ວມມືກັບຕ່າງປະເທດ ກ່ຽວກັບວຽກງານຄຸ້ມຄອງເງິນຕາຕ່າງປະເທດ ແນໃສ່ເຮັດໃຫ້ກະແສເງິນຕາຕ່າງປະເທດຜ່ານ ແລະ ລວມສູນ ຢູ່ໃນລະບົບທະນາຄານຫລາຍຂຶ້ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ຖານະການຊຳລະກັບຕ່າງປະເທດ, ຄັງສຳຮອງເງິນຕາຕ່າງປະເທດ, ຮັກສາສະຖຽນລະພາບຂອງເງິນກີບຕໍໍ່ກັບເງິນຕາຕ່າງປະເທດ ແລະ ສົ່ງເສີມການຈໍລະຈອນສິນຄ້າ-ເງິນຕາພາຍໃນປະເທດ ເຮັດໃຫ້ເງິນຕາຂອງຊາດ ມີຄ່າທີ່ໝັ້ນທ່ຽງ ປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

ຂ່າວ: ທະນູທອງ

ຂໍ້ມູນ-ພາບ: ທຫລ

KPL

ຂ່າວອື່ນໆ

    • ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີວັດທະນະທຳ-ສັງຄົມ

      ອອປສ ສ້າງຂະບວນການອອກແຮງງານ ຮັບຕ້ອນວັນສ້າງຕັ້ງພັກ ຄົບຮອບ 70 ປີ

      3/20/2025 2:33:15 PM

      ຂປລ. ໃນວັນທີ 20 ມີນາ 2025 ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດກິດຈະກຳອອກແຮງງານລວມ ປັດກວດ, ເກັບມ້ຽນຂີ້ເຫຍື້ອ ຢູ່ພາຍໃນສຳນັກງານ, ດ້ານໜ້າ ແລະ ດ້ານຫລັງ ຂອງອົງການໄອຍະການປະຊາຊົນສູງສຸດ ເພື່ອຮັບຕ້ອນວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ (ປປ ລາວ) ຄົບຮອບ 70 ປີ ໂດຍມີບັນດາຫົວໜ້າພະແນກ, ຮອງພະແນກ, ພະນັກງານ-ລັດຖະກອນ ພາຍໃນ ອອປສ ເຂົ້າຮ່ວມຢ່າງເປັນຂະບວນ.

    • ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊວັດທະນະທຳ-ສັງຄົມ

      ປະຫວັດຄວາມເປັນມາຂອງເຜົ່າໄຕ໋ ແຂງອຸດົມໄຊ

      3/19/2025 7:53:25 PM

      ຊົນເຜົ່າໄຕ໋ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕ໋ ໄດ ເຄື່ອນຍ້າຍຈາກດິນແດນແຄວ້ນໃຕ້ ຂອງຈີນ ລົງມາຕາມລ້ອງແມ່ນ້ຳດຳ, ແມ່ນ້ຳເມົາເຂົ້າສູ່ປະເທດ ຫວຽດນາມ ແຂວງເຊີນລາໄລເຈົາ, ດຽນບຽນຟູ ແລະ ເຂົ້າມາຕັ້ງຖິ່ນຖານບ້ານເກີດເມືອງນອນຢູ່ແຂວງອຸດົມໄຊ ໄດ້ຫລາຍຮ້ອຍພັນປີມາແລ້ວ; ຊົນເຜົ່າໄຕ໋ ມີຢູ່ບັນດາ ເມືອງຂອງແຂວງອຸດົມໄຊ.

    • ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນວັດທະນະທຳ-ສັງຄົມ

      ຝຶກອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ

      3/19/2025 6:19:09 PM

      ຂປລ. ອົງການກາແດງແຫ່ງຊາດລາວ ຈັດອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານຄຸ້ມຄອງໄພພິບັດ ຂອງອົງການກາແດງແຂວງໃນທົ່ວປະເທດ ໃນ ວັນທີ 17-19 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີຄູຝຶກຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC), ຈາກສະພາກາຊາດໄທ, ມີສຳມະນາກອນຈາກອົງການກາແດງແຫ່ງຊາດລາວ, ກາແດງແຂວງ ​ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ

    • ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024ວັດທະນະທຳ-ສັງຄົມ

      ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດ ທະນາສີມືແຮງງານ ສະຫລຸບວຽກງານ ປີ 2024

      3/19/2025 1:54:25 PM

      ຂປລ. ຄະນະຊີ້ນໍາໂຄງການສ້າງຄວາມເຂັ້ມແຂງ ການພັດທະນາສີມືແຮງງານ ໃນ ສປປ ລາວ ຈັດກອງປະຊຸມ ເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ວາງທິດທາງແຜນການປີ 2025 ໃນວັນທີ 19 ມີນາ 2025

    • ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້ວັດທະນະທຳ-ສັງຄົມ

      ນະຄອນຫລວງວຽງຈັນ ເລັ່ງແກ້ໄຂບັນຫານໍ້າປະປາບໍ່ພໍໃຊ້

      3/19/2025 1:39:45 PM

      ຂປລ. ໃນວັນທີ 18 ມີນາ 2025 ນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ (ນວ) ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະຖານີສູບນໍ້າ ຢູ່ຈຸດສໍາຄັນຕ່າງໆ ເພື່ອຕິດຕາມລະດັບນໍ້າ ແລະ ແກ້ໄຂບັນຫາການ ສະໜອງນໍ້າບໍ່ພຽງພໍຢູ່ໃນ ນວ.

ads
ads

Top