ເກີດອຸບັດເຫດລົດໄຟຕຳກັນ ຢູ່ອິນເດຍ ມີຜູ້ເສຍຊີວິດ ຫລາຍກວ່າ280ຄົນ

03/06/2023 19:04
Email Print 695
ຂປລ ເກີດ​ອຸບັດ​ເຫດ ​ລົດ​ໄຟ ​ຕຳ​ກັນ 3 ຂະ​ບວນ ​ເຮັດ​ໃຫ້​ມີ ​ຜູ້​ເສຍ​ຊີວິດ ຢ່າງ​ໜ້ອຍ 288ຄົນ ​ແລະ ບາດ​ເຈັບອີກ ​ຫລາຍ​ກວ່າ 850ຄົນ ​ແຕ່​ຕົວ​ເລກ ​ເຫລົ່າ​ນີ້ ອາ​ດ​ເພີ່ມ​ຂຶ້ນ​ອີກ ຖື​ເປັນ ​ອຸບັດ​ເຫດຄັ້ງ ຮຸນ​ແຮງ ​ທີ່​ສຸດ ​ໃນ​ຮອບ​ ຫລາຍກວ່າ 20​ປີຜ່ານມາ​ ໃນ​ອິນ​ເດຍ

ຂປລ.ຕາມ​ຂ່າວ​ຈາກ ຣອຍ​ເຕີ, ວັນ​ທີ3​ ມິຖຸນາ​ນີ້,​ ເກີດ​ອຸບັດ​ເຫດ ​ລົດ​ໄຟ ​ຕຳ​ກັນ 3 ຂະ​ບວນ ​ເຮັດ​ໃຫ້​ມີ ​ຜູ້​ເສຍ​ຊີວິດ ຢ່າງ​ໜ້ອຍ 288ຄົນ ​ແລະ ບາດ​ເຈັບອີກ ​ຫລາຍ​ກວ່າ 850ຄົນ ​ແຕ່​ຕົວ​ເລກ ​ເຫລົ່າ​ນີ້ ອາ​ດ​ເພີ່ມ​ຂຶ້ນ​ອີກ ຖື​ເປັນ ​ອຸບັດ​ເຫດຄັ້ງ ຮຸນ​ແຮງ ​ທີ່​ສຸດ ​ໃນ​ຮອບ​ ຫລາຍກວ່າ 20​ປີຜ່ານມາ​ ໃນ​ອິນ​ເດຍ ​ໂດຍ​ຈຸດ​ເກີດ​ເຫດ ​ຢູ່​ເມືອງ ບາ​ລາ​ຊໍຣ (Balasore)​ ໃນ​ລັດ ​ໂອດີສາ (Odisha) ທາງ​ຕາ​ເວັນ​ອອກ ​ຂອງ​ປະ​ເທດ.ປັດຈຸບັນ ​ເຈົ້າໜ້າ​ທີ່​ ກູ້​ໄພ ​ແລະ ໜ່ວຍ​ງານ ​ທີ່​ກ່ຽວຂ້ອງ ​ເລັ່ງ​ໃຫ້ການ ​ຊ່ວຍ​ເຫລືອ ​ຜູ້​ເຄາະ​ຮ້າຍ​ ໃນ​ຄັ້ງນີ້ ຢ່າງ​ຮີບ​ດ່ວນ./.

 (ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top