ໜ່ວຍພັກພະແນກສັງລວມ ແລະ ເລຂານຸການ ດໍາເນີນກອງປະຊຸມກາງສະໄໝ

25/05/2023 16:15
Email Print 797
ຂປລ ຂປລ. ກອງປະຊຸມກາງສະໄໝ ຂອງໜ່ວຍພັກພະແນກສັງລວມ ແລະ ເລຂານຸການ ທີ່ຂຶ້ນກັບຄະນະພັກຮາກຖານ ຫ້ອງການກະຊວງການເງິນ ຈັດ​ຂຶ້ນໃນວັນທີ 24 ພຶດສະພາ 2023 ໂດຍການເປັນປະທານຂອງ ສະຫາຍ ວຽງທາ ຈິດດາລາ ຮອງປະທານກວດກາ

 

ຂປລ. ກອງປະຊຸມກາງສະໄໝ ຂອງໜ່ວຍພັກພະແນກສັງລວມ ແລະ ເລຂານຸການ ທີ່ຂຶ້ນກັບຄະນະພັກຮາກຖານ ຫ້ອງການກະຊວງການເງິນ ຈັດ​ຂຶ້ນໃນວັນທີ 24 ພຶດສະພາ 2023 ໂດຍການເປັນປະທານຂອງ ສະຫາຍ ວຽງທາ ຈິດດາລາ ຮອງປະທານກວດກາ, ກໍາມະການຄະນະພັກຮາກຖານ, ຮອງຫົວໜ້າຫ້ອງການກະຊວງການເງິນ, ມີ ສະຫາຍ ວິໄລພອນ ປຸ້ຍດວງແກ້ວ ເລຂາໜ່ວຍພັກພະແນກສັງລວມ ແລະ ເລຂານຸການ, ມີຮອງເລຂາໜ່ວຍພັກ, ປະທານກວດກາໜ່ວຍພັກ, ພ້ອມດ້ວຍສະມາຊິກພັກສົມບູນ-ສໍາຮອງ ເຂົ້າຮ່ວມ.
   ໜ່ວຍພັກພະແນກສັງລວມ ແລະ ເລຂານຸການເປັນໜ່ວຍພັກໜຶ່ງທີ່ຂຶ້ນກັບຄະນະພັກຮາກຖານຫ້ອງການກະຊວງເຮັດໜ້າທີ່ເປັນເສນາທິການຮັບໃຊ້ໃຫ້ແກ່ຄະນະພັກຂັ້ນເທິງ, ໄລຍະ​ຜ່ານ​ມາໜ່ວຍພັກ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ຕໍ່ການສຶກສາ, ອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ-ພະນັກງານດ້ວຍຫລາຍຮູບການ ໃນການຈັດຕັ້ງປະຕິບັດຜັນຂະຫຍາຍ ເຊື່ອມຊຶມບັນດາມະຕິ, ຄໍາສັ່ງຕ່າງໆ ແລະ ກົດລະບຽບຂອງພັກ, ເອົາໃຈໃສ່ປັບປຸງກໍ່ສ້າງພັກ ແລະ ຂະຫຍາຍສະມາຊິກພັກນັບແຕ່ປີ 2021-2023 ສາມາດກໍ່ສ້າງ ແລະ ຂະຫຍາຍມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກພັກສໍາຮອງໄດ້ 2 ສະຫາຍ ແລະ ເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນໄດ້ 3 ສະຫາຍ ແລະ ປັດຈຸບັນຍັງມີອີກ 2 ສະຫາຍທີ່ຢູ່ໃນໄລຍະກໍ່ສ້າງ, ຕິດຕາມ ເພື່ອສະເໜີຂັ້ນເທິງພິຈາລະນາເຂົ້າເປັນສະມາຊິກພັກສົມບູນ.
   ​​ໃນກອງປະຊຸມ, ໄດ້ມີການສະເໜີມາດຖານພະນັກງານນໍາພາ-ຄຸ້ມຄອງສະບັບເລກທີ 030/ກມສພ, ລົງວັນທີ 03 ມັງກອນ 2018, ສະເໜີຜ່ານມາດຖານສະມາຊິກພັກ, ຜ່ານຂໍ້ຫ້າມຂອງສະມາຊິກພັກ, ສິດ ແລະ ໜ້າທີ່ຂອງຄະນະພັກແຕ່ລະຂັ້ນ, ຜ່ານບົດສະຫລຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມກາງສະໄໝ ຂອງໜ່ວຍພັກພະແນກສັງລວມ ແລະ ເລຂານຸການ 2021-2023 ແລະ ທິດທາງການຈັດຕັ້ງປະຕິບັດໃນຕໍ່ໜ້າ 2023-2025, ຜ່ານບົດສໍາຫລວດການນໍາພາລວມຂອງຄະນະໜ່ວຍພັກກາງສະໄໝ 2021-2023 ແລະ ວິທີການແກ້ໄຂໃນຕໍ່ໜ້າຂອງໜ່ວຍພັກພະແນກສັງລວມ ແລະ ເລຂານຸການ. ພ້ອມນັ້ນ, ສະມາຊິກພາຍໃນໜ່ວຍພັກ ຍັງໄດ້ປະກອບ ຄໍາຄິດເຫັນໃສ່ສອງບົດດັ່ງກ່າວ ໃຫ້ມີເນື້ອໃນຄວາມຖ້ວນສົມບູນ ແລະ ຖືກຕ້ອງຕາມຄວາມເປັນຈິງທັງສ່ອງແສງໃຫ້ເຫັນການຈັດຕັ້ງປະຕິບັດວຽກງານ ຂອງຄະນະໜ່ວຍພັກໃນໄລຍະຜ່ານມາ ແລະ ໄດ້ມີການປ່ອນບັດທາບທາມຢັ່ງຫາງສຽງຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຕໍ່ການນໍາພາ-ຊີ້ຂອງຄະ ນະໜ່ວຍພັກ.
    ໂອກາດນີ້, ສະຫາຍ ວຽງທາ ຈິດດາລາ ໄດ້ເນັ້ນໃຫ້ຄະນະໜ່ວຍພັກ ສະມາຊິກພັກ-ພະນັກ ງານເພີ່ມທະວີຄວາມເປັນເຈົ້າການ ໃນການປະຕິບັດໜ້າທີ່ການເມືອງຂອງສະມາຊິກພັກ, ສືບຕໍ່ປັບ ປຸງກົງຈັກການຈັກໃນທົ່ວໜ່ວຍພັກໃຫ້ເຂັ້ມແຂງ, ເຄື່ອນໄຫວມີປະສິດທິພາບ, ຍົກສູງວຽກງານການກໍ່ສ້າງພັກ-ພະນັກງານ ທັງປະລິມານ ແລະ ຄຸນນະພາບ, ເອົາໃຈໃສ່ປັບປຸງແບບແຜນວິທີການ ນໍາພາ ແລະ ວິທີເຮັດວຽກຂອງໜ່ວຍພັກ, ມີການຕິດຕາມ, ກວດກາ ແລະ ປະເມີນຄືນໃນແຕ່ລະໄລຍະ ເປັນແບບຢ່າງທີ່ດີໃຫ້ສະມາຊິກພັກໃນການນໍາພາ-ຊີ້ນໍາວຽກພັກ ແລະ ວຽກງານວິຊາສະ ເພາະ, ຕັ້ງໜ້າປັບປຸງປົວແປງໜ່ວຍພັກ ໃຫ້ປອດໃສ, ເຂັ້ມແຂງ ໜັກແໜ້ນ, ສູ້ຊົນໃຫ້ໄດ້ເປັນໜ່ວຍພັກປອດໃສຕໍ່ເນື່ອງ.

ຂ່າວ-ພາບ: ກະຊວງ​ການ​ເງິນ


 

KPL

ຂ່າວອື່ນໆ

ads
ads

Top